spot_img
Homeຂ່າວພາຍ​ໃນແຫຼ່ງທ່ອງທ່ຽວຖໍ້າປູຄໍາ ພາຍຫຼັງໄດ້ຮັບລາງວັນມາດຕະຖານອາຊຽນໄດ້ມີນັກທ່ອງທ່ຽວເຂົ້າມາເພີ່ມຂຶ້ນ

ແຫຼ່ງທ່ອງທ່ຽວຖໍ້າປູຄໍາ ພາຍຫຼັງໄດ້ຮັບລາງວັນມາດຕະຖານອາຊຽນໄດ້ມີນັກທ່ອງທ່ຽວເຂົ້າມາເພີ່ມຂຶ້ນ

Published on

ໃນໂອກາດທີ່ໄດ້ເຂົ້າຮ່ວມງານແນະນຳມາດຕະຖານການທ່ອງທ່ຽວ ໃນ ສປປ ລາວ ທີ່ຈັດຂຶ້ນ ໂດຍກົມພັດທະນາການທ່ອງທ່ຽວ ກະຊວງຖະແຫຼງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວ (ຖວທ) ໃນວັນທີ 15 ກັນຍາ ຜ່ານມາ ທີ່ໂຮງແຮມລາວພລາຊາ ນະຄອນຫຼວງວຽງຈັນ. ທ່ານ ທອງດໍາ ພິມມະສອນ ນາຍບ້ານໆນາທອງ ໃນນາມເປັນຜູ້ບໍລິຫານແຫຼ່ງທ່ອງທ່ຽວຖໍ້າປູຄໍາ ໄດ້ໃຫ້ສໍາພາດຕໍ່ນັກຂ່າວໜັງສືພິມປະຊາຊົນ ໂດຍຫຍໍ້ວ່າ: ຖໍ້າປູຄໍາ ແມ່ນຕັ້ງຢູ່ບ້ານນາທອງ ຊຶ່ງບ້ານນາທອງແມ່ນບ້ານໜຶ່ງທີ່ຂຶ້ນກັບກຸ່ມພັດທະນາບ້ານນາລ້ອງກວາງ ເມືອງວັງວຽງ ແຂວງວຽງຈັນ ຕັ້ງຢູ່ທິດຕາເວັນຕົກ ຫ່າງຈາກຕົວເມືອງວັງວຽງໄປ 5 ກິໂລແມັດ, ບ້ານມີເນື້ອທີ່ທັງໝົດ 856,70 ເຮັກຕາ, ມີປະຊາກອນທັງໝົດ 883 ຄົນ ຍິງ408 ຄົນ, ມີ 187 ຫຼັງຄາເຮືອນ ມີ 227 ຄອບຄົວ ມີ 14 ໜ່ວຍສາມັກຄີຢູ່ຮ່ວມກັນສອງຊົນເຜົ່າຄື: ເຜົ່າລາວກວມ 80% ແລະ ເຜົ່າມົ້ງ 20% ອາຊີບຕົ້ນຕໍຂອງປະຊາຊົນແມ່ນເຮັດນາ, ເຮັດສວນ ແລະ ຄ້າຂາຍບໍລິການ.

ດ້ານການທ່ອງທ່ຽວ ພາຍໃນບ້ານມີແຫຼ່ງທ່ອງທ່ຽວ 2 ແຫ່ງ ຄື: ແຫ່ງໜຶ່ງແມ່ນເປັນຂອງເອກະຊົນ ແລະ ອີກແຫ່ງໜຶ່ງເປັນຂອງລວມ ໂດຍປະຊາຊົນມີສ່ວນຮ່ວມ ຊຶ່ງແມ່ນແຫຼ່ງທ່ອງທ່ຽວຖໍ້າປູຄໍາ ໂດຍໄດ້ເລີ່ມພັດທະນາແຕ່ປີ 1994 ໂດຍນໍາໃຊ້ທຶນ ແລະ ແຮງງານຂອງປະຊາຊົນ ຫຼັງຈາກນັ້ນເລີ່ມເປີດບໍລິການໃນປີ 1995 ໃນເມື່ອກ່ອນການບໍລິຫານ ແລະ ການບໍລິການພົບກັບຄວາມຫຍຸ້ງຍາກຫຼາຍດ້ານເຊັ່ນ: ຖະໜົນຫົນທາງເຂົ້າເຖິງບໍ່ມີຄວາມສະດວກ, ໄຟຟ້າ, ນໍ້າປະປາບໍ່ມີ; ດ້ານການສື່ສານໂຄສະນາ, ດ້ານການຄຸ້ມຄອງ ແລະ ອື່ນໆ. ເພາະເນື່ອງຈາກວ່າອົງການປົກຄອງບ້ານ ແລະ ປະຊາຊົນແມ່ນຍັງບໍ່ທັນມີປະສົບການ ລາຍຮັບຈາກການຂາຍປີ້ຜ່ານປະຕູແມ່ນ 3.000 ກີບ ຕໍ່ຄົນ ໄດ້ປະມານ 30.000 ກີບ-50.000 ກີບຕໍ່ມື້.

ຕົກມາຮອດປີ 2000 ປະເທດເຮົາຈຶ່ງເປີດປີທ່ອງທ່ຽວເຮັດໃຫ້ແຂກຮັບຮູ້ ແລະ ເຂົ້າມາທ່ອງທ່ຽວຫຼາຍຂຶ້ນ ໄລຍະຕໍ່ມາໂດຍໄດ້ຮັບການຊີ້ນຳຈາກຂັ້ນເທິງບວກໃສ່ປະສົບການຕົວຈິງໃນແຕ່ລະມື້ເຮັດໃຫ້ອົງການປົກຄອງບ້ານ ແລະ ປະຊາຊົນແມ່ນດີຂຶ້ນເປັນກ້າວໆ ຊຶ່ງລາຍຮັບຈາກການຂາຍປີ້ຜ່ານປະຕູ ຄົນລາວ ແມ່ນເກັບ 5.000 ກີບ; ຄົນຕ່າງປະເທດ 10.000 ກີບ ຕໍ່ຄົນ, ໄດ້ປະມານ: 350.000 ກີບ ຫາ 550.000 ກີບຕໍ່ມື້. ມາຮອດປີ 2010-2018 ທັງການຈັດຕັ້ງບ້ານໄດ້ເພີ່ມກິດຈະກຳການບໍລິການເຂົ້າໄປອີກ 8 ກິດຈະກຳ ໂດຍປະຊາຊົນເປັນຜູ້ບໍລິການ, ແຕ່ລະຄອບຄົວ, ແຕ່ລະງວດ ຜັດປ່ຽນກັນໄປແຕ່ລະໄລຍະ ລາຍໄດ້ທັງໝົດແມ່ນປະຊາຊົນເປັນຜູ້ໄດ້ຮັບຄື:

1. ບໍລິການຮ້ານອາຫານ 2 ຮ້ານ, ຮ້ານນອກ ແລະ ຮ້ານໃນ ຊຸດໜຶ່ງມີ 10 ຄອບຄົວ ຮ້ານລະ 5 ຄອບຄົວ ຕໍ່ 3 ເດືອນ ແລ້ວຈັບສະຫຼາກໃໝ່;

2. ບໍລິການຂາຍເຄື່ອງຢູ່ຕະຫຼາດຈັດສັນທາງນອກທີ່ບ້ານຈັດສັນໃຫ້ຊຸດໜຶ່ງມີ 28 ຄອບຄົວ ຕໍ່ເດືອນຜັດປ່ຽນກັນ;

3. ການບໍລິການຈັດສັນລົດໃຫຍ່, ລົດຈັກໃຫ້ເປັນລະບຽບ (ບໍ່ເສຍຄ່າ) ມີ 3 ຄອບຄົວ ຕໍ່ 2 ເດືອນ; ກໍໄດ້ຜັດປ່ຽນກັນໂດຍແມ່ນບ້ານເປັນຜູ້ເບີກຈ່າຍເງິນຄ່າແຮງງານໃຫ້ 7.000.000 ກີບຕໍ່ເດືອນ;

4. ບໍລິການເຊົ່າເສື້ອຊູຊີບກໍານົດ 3 ຄອບຄົວຕໍ່ 3 ເດືອນ;

5. ບໍລິການຂາຍເສື້ອຜ້າແຜ່ນແພໂດຍກຳນົດ 1 ອາທິດຕໍ່ 1 ໜ່ວຍສາມັກຄີຂອງບ້ານ;

6. ບໍລິການເຊົ່າໂຄມໄຟຂຶ້ນທ່ຽວຊົມໃນຖ້ຳ ກຳນົດ 3 ຄອບຄົວຕໍ່ 3 ເດືອນ;

7. ບໍລິການອານະໄມຫ້ອງນໍ້າກໍານົດ 3 ຄອບຄົວຕໍ່ 3 ເດືອນ ບ້ານເປັນເປັນຜູ້ເບີກຈ່າຍເງິນແຮງງານໃຫ້ 7.000.000 ກີບຕໍ່ເດືອນ;

8. ບໍລິການຂາຍປີ້ຜ່ານປະຕູ ມີ 5-6 ຄອບຄົວຜັດປ່ຽນກັນໄປບໍລິການແຕ່ລະມື້ເລີ່ມ ແຕ່ເວລາ 7:00 ໂມງເຊົ້າ – 18:00 ໂມງແລງ. ມື້ໜຶ່ງລາຍຮັບປະມານ 3.000.000 ກີບ ຫາ 3.500.000 ກີບຕໍ່ມື້, ເງິນທີ່ໄດ້ມາຄະນະກໍາມະການໄດ້ເກັບເຂົ້າຄັງເງິນລວມຂອງບ້ານທ້າຍເດືອນມີການສະຫຼຸບລາຍຮັບ-ລາຍຈ່າຍ ແບ່ງເປັນ 3 ຜົນປະໂຫຍດຄື: ລັດ, ລວມໝູ່ ແລະ ບຸກຄົນ ຕາມເງື່ອນໄຂເພື່ອພັດທະນາບ້ານເຊັ່ນ: ສ້ອມແປງຖະໜົນຫົນທາງ, ວັດວາອາຣາມ ແລະ ອື່ນໆ.

ປີ 2021-2022 ພາຍຫຼັງພະຍາດໂຄວິດ-19 ຫຼຸດລົງກໍໄດ້ຮັບການຊີ້ນຳຈາກຂັ້ນເທິງ, ໂດຍສະເພາະກໍຄື ກົມພັດທະນາການທ່ອງທ່ຽວ (ກະຊວງ ຖວທ) ໄດ້ນຳເອົາໂຄງການທຶນຂອງຕ່າງປະເທດເຂົ້າມາຊ່ວຍເຫຼືອຊຸກຍູ້ປັບປຸງແຫຼ່ງທ່ອງທ່ຽວຖ້ຳປູຄຳເຊັ່ນ: ອອກແບບການຕົບແຕ່ງທາງຍ່າງ, ຕູບນັ່ງ, ເດີ່ນຈອດລົດ, ການບໍລິການອາຫານ ແລະ ອື່ນໆເພື່ອຕິດພັນກັບທຳມະຊາດ ແລະ ເພື່ອຍາດເອົາລາງວັນມາດຕະຖານອາຊຽນໂດຍປະຊາຊົນມີສ່ວນຮ່ວມປີ 2023.

ພາຍຫຼັງໄດ້ຮັບລາງວັນມາດຕະຖານອາຊຽນ ເຫັນໄດ້ວ່າມີນັກທ່ອງທ່ຽວເພີ່ມຂຶ້ນ ຈາກເມື່ອກ່ອນ 40% ໃນນັ້ນ ຕ່າງປະເທດ 70% ຊຶ່ງມັນສະແດງອອກຢູ່ການເກັບເງິນຂາຍປີ້ ຜ່ານປະຕູເຂົ້າຊົມຖໍ້າປູຄຳ ປັດຈຸບັນໄດ້ 6.000.000 ກີບ ຫາ 6.500.000 ກີບຕໍ່ມື້, ເຫັນວ່າຊີວິດການເປັນຢູ່ຂອງປະຊາຊົນພາຍໃນບ້ານນັບມື້ນັບດີຂຶ້ນເທື່ອລະກ້າວ ນອກນັ້ນຍັງມີບັນດາເມືອງ, ແຂວງ ແລະ ຕ່າງປະເທດ ກໍມາຖອດຖອນບົດຮຽນນໍາບ້ານຂອງພວກເຮົາອີກດ້ວຍ.

ແຫຼ່ງຂ່າວ ປະຊາຊົນ

ບົດຄວາມຫຼ້າສຸດ

ຂ່າວດີ! ສົກຮຽນ 2025-2026 ມຊ ຈະຮັບນັກສຶກສາໃໝ່ 5.670 ຄົນ

ສົກຮຽນ 2025-2026 ມະຫາວິທະຍາໄລແຫ່ງຊາດ(ມຊ) ມີແຜນຮັບນັກສຶກສາໃໝ່ ໃນທຸກໆຫລັກສູດປະລິນຍາຕີ ຈໍານວນ 5.670 ຄົນ. ໃນສົກສຶກສາ 2025-2026 ມະຫາວິທະຍາໄລແຫ່ງຊາດ(ມຊ) ມີແຜນຮັບນັກສຶກສາໃໝ່ ໃນທຸກໆຫລັກສູດປະລິນຍາຕີ ຈໍານວນ 5.670...

ລາວ-ກຳປູເຈຍ ຈັດກອງປະຊຸມຄະນະກຳມະການຊາຍແດນຮ່ວມ ຄັ້ງທີ 8 ທີ່ນະຄອນຫຼວງພະນົມເປັນ, ຣາຊະອານາຈັກກໍາປູເຈຍ

ລາວ-ກໍາປູເຈຍ ລົງນາມສືບຕໍ່ຮ່ວມມືດ້ານການປັກຫຼັກໝາຍຊາຍແດນ ວັນທີ 26 ກໍລະກົດ2025 ລາວ-ກຳປູເຈຍ ຈັດກອງປະຊຸມຄະນະກຳມະການຊາຍແດນຮ່ວມ ຄັ້ງທີ 8 ທີ່ນະຄອນຫຼວງພະນົມເປັນ, ຣາຊະອານາຈັກກໍາປູເຈຍ. ຄະນະຜູ້ແທນຝ່າຍລາວນຳໂດຍພະນະທ່ານທອງສະຫວັນ ພົມວິຫານ, ລັດຖະມົນຕີກະຊວງການຕ່າງປະເທດ, ປະທານຄະນະກໍາມະການຊາຍແດນຮ່ວມລາວ-ກໍາປູເຈຍແລະຄະນະຜູ້ແທນຝ່າຍກໍາປູເຈຍນໍາໂດຍພະນະທ່ານລາມເຈຍ,...

ເຫດການຄາຕະກຳ! ເຂີຍໂຫດບໍ່ພໍໃຈເມຍແຊຣໂພສລົງເຟສບຸກ ໃຊ້ອາວຸດປືນຍິງຄອບຄົວ ພ້ອມຈົບຊີວິດຕົນເອງ ລວມທົງໝົດ 5 ສົບ

ເຂີຍໂຫດບໍ່ພໍໃຈເມຍ ທີ່ແຊຣລົງເຟສບຸກ ຈຶ່ງກໍ່ເຫດຄາຕະກຳ ແລ້ວຈົບຊີວິດຕົນເອງຕາມ ປກສ ແຂວງຊຽງຂວາງ ລາຍງານວ່າ: ວັນທີ 15 ກໍລະກົດ 2025 ຜ່ານມານີ້, ເຈົ້າໜ້າທີ່ກອງບັນຊາການ ປ້ອງກັບຄວາມສະຫງົບ ແຂວງຊຽງຂວາງໄດ້ຮັບລາຍງານ...

ເດັກນ້ອຍອາຍຸ 11 ປີ ຊາວບຣາຊິນ ມີແຂ້ວ 81 ເຫຼັ້ມ

ແພດສຸດອຶ້ງ! ເດັກນ້ອຍຜູ້ຍິງອາຍຸ 11 ປີ ຊາວບຣາຊິນ ໄປຖອນແຂ້ວຢູ່ຄລີນິກ ແຕ່ຜົນສະແກນພົບວ່າມີແຂ້ວຫຼາຍເຖິງ 81 ເຫຼັ້ມ. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 16 ກໍລະກົດ 2025 ຜ່ານມາ, ກ່ຽວກັບເລື່ອງລາວສຸດອຶ້ງເມື່ອມີເດັກນ້ອຍຜູ້ຍິງຊາວບຣາຊິນ...