Homeຂ່າວພາຍ​ໃນການຟື້ນຟູສິ່ງແວດລ້ອມເຂດທີ່ຂຸດຄົ້ນ ແລະ ປຸງແຕ່ງແຮ່ຄໍາ, ເງິນ, ທອງ ຢູ່ແຂວງໄຊສົມບູນ

ການຟື້ນຟູສິ່ງແວດລ້ອມເຂດທີ່ຂຸດຄົ້ນ ແລະ ປຸງແຕ່ງແຮ່ຄໍາ, ເງິນ, ທອງ ຢູ່ແຂວງໄຊສົມບູນ

Published on

ໃນລະຫວ່າງວັນທີ 4-6 ກັນຍາ 2023, ກົມຄຸ້ມຄອງບໍ່ແຮ່ ສົມທົບກັບ ກົມກວດກາ, ກົມສົ່ງເສີມການລົງທຶນ, ກະຊວງແຜນການ ແລະ ການລົງທຶນ, ກົມຊັບພະຍາກອນນໍ້າ ແລະ ກົມສິ່ງແວດລ້ອມ, ກະຊວງຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ ແລະ ພະແນກການທີ່ກ່ຽວຂ້ອງຂອງແຂວງໄຊສົມບູນ ລົງຕິດຕາມກວດກາວຽກງານ ການຟື້ນຟູສິ່ງແວດລ້ອມເຂດທີ່ຂຸດຄົ້ນຜ່ານມາ ແລະ ການພັດທະນາຊຸມຊົນເຂດອ້ອມຂ້າງ ຂອງໂຄງການຂຸດຄົ້ນ ແລະ ປຸງແຕ່ງແຮ່ຄໍາ, ເງິນ, ທອງ ຢູ່ເຂດເມືອງລ້ອງແຈ້ງ (ເຂດຫ້ວຍຊາຍ) ແລະ ເມືອງອານຸວົງ (ເຂດພູຄໍາ), ແຂວງໄຊສົມບູນ ຂອງບໍລິສັດ ພູເບ້ຍ ມາຍນິ້ງ ຈໍາກັດ ໂດຍການນໍາພາຂອງ ທ່ານ ນາງ ອຳວຽງ ເພົ້າວົງໄຊ ຮອງຫົວໜ້າກົມຄຸ້ມຄອງບໍ່ແຮ່ ແລະ ທ່ານ ວົງທອງ ທິມະຫາໄຊ ຮອງຫົວໜ້າກົມກວດກາ. ນອກຈາກນີ້, ຍັງມີພະນັກງານທີ່ມາຈາກຂະແໜງ ການທີ່ກ່ຽວຂ້ອງທັງຈາກສູນກາງ ແລະ ແຂວງໄຊສົມບູນ.

ບໍລິສັດ ພູເບ້ຍມາຍນິ້ງ ຈໍາກັດ ໄດ້ຮັບອະນຸຍາດຂຸດຄົ້ນ ແລະ ຜະລິດແຮ່ຄໍາ, ເງິນ ຢູ່ເຂດ GMO (Gold mine operation) ເມືອງອານຸວົງ, ແຂວງໄຊສົມບູນ ຈາກ ລັດຖະບານ ມາແຕ່ປີ 2005, ຊຶ່ງສາມາດຜະລິດ ໂລຫະຄໍາໄດ້ 93.939 ອອນ ແລະ ໂລຫະເງິນໄດ້ 8.223 ອອນ, ຈົນມາເຖິງປີ 2010 ຈຶ່ງໄດ້ຢຸດເຊົາການຜະລິດ ເນື່ອງຈາກແຮ່ໃນເຂດດັ່ງກ່າວມີປະລິມານນ້ອຍ. ໃນປີ 2012 ບໍລິສັດໄດ້ເລີ້ມດໍາເນີນຂະບວນການພື້ນຟູ ແລະ ປິດບໍ່ແຮ່ຢູ່ເຂດດັ່ງກ່າວ ຈົນມາເຖິງປີ 2017 ຈຶ່ງສໍາເລັດໂດຍພື້ນຖານ ແລະ ບໍລິສັດກໍຍັງສືບຕໍ່ຕິດຕາມບັນຫາສິ່ງແວດລ້ອມຢູ່ເຂດດັ່ງກ່າວຈົນມາຮອດປະຈຸບັນ.

ພາຍຫຼັງການຟື້ນຟູເຂດດັ່ງກ່າວໄດ້ຖືກໝູນໃຊ້ເຂົ້າໃນວຽກງານພັດທະນາຊຸມຊົນຂອງໂຄງການ ໂດຍຫັນໃຫ້ເປັນສະຖານທີ່ ລ້ຽງງົວ (ທ່ອມງົວ), ປູກຫຍ້າຫວານ, ປູກພືດ-ຜັກ ໃຫ້ແກ່ປະຊາຊົນເຂດດັ່ງກ່າວເພື່ອສ້າງລາຍຮັບໃຫ້ແກ່ຊຸມຊົນ. ສ່ວນແຄ້ມພັກເກົ່າ ແລະ ລານແຊ່ໝ່າແຮ່ ໄດ້ມອບໃຫ້ກໍາລັງປ້ອງຊາດເປັນຜູ້ນໍາໃຊ້ ເປັນຄ້າຍທະຫານ ແລະ ສະຖານທີ່ຝຶກຊ້ອມ ບົນພື້ນຖານການເຫັນດີຂອງອໍານາດການປົກຄອງທ້ອງຖິ່ນ.

ໄປຄຽງຄູ່ກັບການຂຸດຄົ້ນ ແລະ ຜະລິດແຮ່ທາດ, ວຽກງານປະກອບສ່ວນການພັດທະນາເສດຖະກິດ-ສັງຄົມຂອງທ້ອງຖິ່ນ ກໍເປັນພັນທະພື້ນຖານທີ່ໄດ້ກໍານົດໄວ້ໃນສັນຍາສໍາປະທານ. ໃນແຕ່ລະປີ ບໍລິສັດໄດ້ປະກອບສ່ວນງົບປະມານເຂົ້າໃນວຽກງານການພັດທະນາຊຸມຊົນປະມານ 380.000 ໂດລາສະຫະລັດ ໂດຍສະເພາະຢູ່ 2 ເມືອງຄື: ເມືອງອານຸວົງ ແລະ ເມືອງລ້ອງແຈ້ງ; ກິດຈະກໍາການພັດທະນາຊຸມຊົນ ປະກອບມີບັນດາໂຄງການພັດທະນາຕ່າງໆ, ຊຶ່ງນໍາແຕ່ປີ 2005 ມາເຖິງປີ 2022 ມີໂຄງການພັດທະນາທີ່ໄດ້ຈັດຕັ້ງປະຕິບັດໄປແລ້ວ ຈໍານວນ 436 ໂຄງການ ກວມເອົາ 6 ຂົງເຂດວຽກງານ ຄື:

  1. ວຽກງານກະສິກໍາ-ການປັບປຸງຊີວິດຢູ່ແບບຍືນຍົງ
  2. ວຽກງານການສຶກສາ
  3. ວຽກງານສາທາລະນະສຸກ, ນໍ້າສະອາດ, ສຸຂະອະນາໄມ
  4. ວຽກງານປັບປຸງໂຄງລ່າງພື້ນຖານ
  5. ວຽກງານການສົ່ງເສີມ ແລະ ພັດທະນາທຸລະກິດຂະ ໜາດນ້ອຍ
  6. ວຽກງານສ້າງຄວາມເຂັ້ມແຂງ-ຄວາມສາມາດໃຫ້ແກ່ອົງການປົກຄອງທ້ອງຖິ່່ນ.

ພາບ ແລະ ຂ່າວ: ກົມຄຸ້ມຄອງບໍ່ແຮ່

ບົດຄວາມຫຼ້າສຸດ

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...