spot_img
Homeຂ່າວການທູດອົດສະຕຣາລີ ແລະ ພາກພື້ນອາຊີຕາເວັນອອກສ່ຽງໃຕ້ ລົງທຶນໃສ່ການສ້າງອະນາຄົດເສດຖະກິດຮ່ວມກັນ

ອົດສະຕຣາລີ ແລະ ພາກພື້ນອາຊີຕາເວັນອອກສ່ຽງໃຕ້ ລົງທຶນໃສ່ການສ້າງອະນາຄົດເສດຖະກິດຮ່ວມກັນ

Published on

ອົດສະຕຣາລີ ແລະ ພາກພື້ນອາຊີຕາເວັນອອກສ່ຽງໃຕ້: ການລົງທຶນໃສ່ການສ້າງອະນາຄົດເສດຖະກິດຮ່ວມກັນໂດຍ ທ່ານ ນິໂຄລັສ ມົວ, ທູດພິເສດທາງດ້ານເສດຖະກິດສຳລັບພາກພື້ນອາຊີຕາເວັນອອກສ່ຽງໃຕ້.
ບັນດາປະເທດໃນອາຊີຕາເວັນອອກສ່ຽງໃຕ້ ມີຄວາມພ້ອມແລ້ວທີ່ຈະເປັນ ຜູ້ຂັບເຄື່ອນການເຕີບໃຫຍ່ຂະຫຍາຍຕົວຂອງໂລກ ໃນທົດສະວັດຕໍ່ໜ້າ.

ອາຊີຕາເວັນອອກສ່ຽງໃຕ້ ແມ່ນພາກພື້ນທີ່ມີການເຕີບໃຫຍ່ຂະຫຍາຍຕົວໄວທີ່ສຸດພາກພື້ນໜຶ່ງຂອງໂລກ, ແລະ ຈະກາຍເປັນບ່ອນທີ່ມີການປ່ຽນຜ່ານທາງເສດຖະກິດຢ່າງໄວວາ ໃນສະຕະວັດ ທີ 21. ໂດຍຜ່ານພາກພື້ນ, ການຂະຫຍາຍຕົວທາງດ້ານປະຊາກອນ, ການເພີ່ມຂຶ້ນຂອງລາຍໄດ້, ແລະ ກະແສຂອງການພັດທະນາຕົວເມືອງ, ຊຶ່ງຈະເພີ່ມຄວາມຕ້ອງການ ສິນຄ້າ, ການບໍລິການ ແລະ ທັກສະ ຢ່າງຫຼວງຫຼາຍ.

ບັນດາໂອກາດດັ່ງກ່າວ ທີ່ຜ່ານການນຳສະເໜີ ໂດຍ ບັນດາປະເທດໃນພາກພື້ນອາຊີຕາເວັນອອກສ່ຽງໃຕ້ ໄດ້ຖືກກຳນົດໄວ້ໃນ ບົດສຳຄັນ ຂອງລາຍງານ ທີ່ຂ້າພະເຈົ້າໄດ້ຂຽນຂຶ້ນມາ ໃຫ້ແກ່ ລັດຖະບານອົດສະຕຣາລີ, ໂດຍມີຊື່ວ່າ Invested: Australia’s Southeast Asia Economic Strategy to 2040 ຫຼື ການລົງທຶນໃສ່ການສ້າງອະນາຄົດເສດຖະກິດຮ່ວມກັນ, ຊຶ່ງໄດ້ຖືກເຜີຍແພ່ໂດຍ ທ່ານ ແອນໂທນີ ອາບາເນຊີ, ນາຍົກລັດຖະມົນຕີແຫ່ງ ອົດສະຕຣາລີ ແລະ ທ່ານ ນາງ ເພັນນີ ວອງ, ລັດຖະມົນຕີຕ່າງປະເທດ ແຫ່ງ ອົດສະຕຣາລີ ຢູ່ ນະຄອນຫຼວງ ຈາກາຕາ, ໃນວັນທີ 6 ກັນຍາ ທີ່ຜ່ານມາ.

ແຜນຍຸດທະສາດດັ່ງກ່າວ ໄດ້ກຳນົດຫົນທາງໃນການ ນຳໃຊ້ ທ່າແຮງທາງດ້ານເສດຖະກິດ ໃຫ້ເປັນຮູບປະທຳ ແລະ ສ້າງສະຖຽນລະພາບໃຫ້ແກ່ ການເຕີບໃຫຍ່ທາງ ການຄ້າ ແລະ ການລົງທຶນສອງທາງ ລະຫວ່າງ ອົດສະຕຣາລີ ແລະ ພາກພື້ນ.
ແຜນດັ່ງກ່າວເປັນການຮວບຮວມ ການປຶກສາຫາລື ກັບຫຼາຍພາກສ່ວນ ໃນຫຼາຍເດືອນ ທີ່ຜ່ານມາ, ທັງຢູ່ ອົດສະຕຣາລີ ແລະ ໃນພາກພື້ນ, ກັບ ບັນດາ ທຸລະກິດ, ພາກລັດ ແລະ ບັນດາຄູ່ຮ່ວມງານທີ່ສຳຄັນ.

ແຜນຍຸດທະສາດ ສະບັບນີ້ ປະກອບດ້ວຍ 10 ບຸລິມະສິດທີ່ສຳຄັນ, ຊຶ່ງຂ້າພະເຈົ້າເຊື່ອວ່າມັນຈະຊ່ວຍສ້າງທ່າແຮງໃນການຂະຫຍາຍຕົວທາງເສດຖະກິດ – ກະສິກຳ ແລະ ອາຫານ; ຊັບພະຍາກອນ; ການປ່ຽນຜ່ານໄປສູ່ພະລັງງານສີຂຽວ; ພື້ນຖານໂຄງລ່າງ; ການສຶກສາ ແລະ ທັກສະ; ເສດຖະກິດທ່ອງທ່ຽວ; ສາທາລະນະສຸກ; ເສດຖະກິດດິຈິຕອນ; ການບໍລິການສະເພາະດ້ານ ແລະ ດ້ານການເງິນ; ແລະ ອຸດສາຫະກຳສ້າງສັນ – ແລະ ສະເໜີ 75 ຂໍ້ສະເໜີ ເພື່ອໃຫ້ລັດຖະບານພິຈາລະນາ. ພິເສດ, ສາມ ບຸລິມະສິດ ທີ່ກ່ຽວຂ້ອງກັບ ສປປ ລາວ ໄດ້ແກ່: ກະສິກຳ ແລະ ອາຫານ, ຊັບພະຍາກອນ, ແລະ ການປ່ຽນຜ່ານໄປສູ່ພະລັງງານສີຂຽວ.

ຂ້າພະເຈົ້າ ມີຄວາມຍິນດີ ຕໍ່ຄຳໝັ້ນສັນຍາຂອງ ລັດຖະບານອົດສະຕຣາລີ ໃນການສະໜັບສະໜູນ ບັນດາໂຄງການລິເລີ່ມຕ່າງໆ ທີ່ເປັນໃຈກາງຄວາມສຳຄັນຂອງ ຍຸດທະສາດດັ່ງກ່າວ ເພື່ອເພີ່ມການລົງທຶນໃນພາກພື້ນນີ້, ອົດສະຕຣາລີ ຈະສ້າງຕັ້ງ ຄະນະເຮັດວຽກ ທີ່ຈະຊ່ວຍຊອກຫາບັນດາໂອກາດ ແລະ ຄູ່ຮ່ວມງານທາງການຄ້າ, ແລະ ຂຽນລາຍງານກ່ຽວກັບຕະຫຼາດ ແລະ ຄຳແນະນຳກ່ຽວກັບຄວາມສ່ຽງ, ລະບຽບການ ແລະ ການມີສ່ວນຮ່ວມກັບພາກລັດ.

ເພື່ອເພີ່ມການຮັບຮູ້ເຖິງບັນດາໂອກາດທາງດ້ານທຸລະກິດ ໃນພາກພື້ນອາຊີຕາເວັນອອກສ່ຽງໃຕ້ ໃນກຸ່ມທຸລະກິດອົດສະຕຣາລີ, ອົດສະຕຣາລີ ຈະລິເລີ່ມໂຄງການແລກປ່ຽນທາງດ້ານທຸລະກິດ ຂອງ ອາຊີຕາເວັນອອກສ່ຽງໃຕ້ ຫຼື Southeast Asia Business Exchange ໂດຍເນັ້ນຢ້ຳເຖິງການປະສານງານກັບບັນດາໜ່ວຍງານທຸລະກິດໃນພາກພື້ນ, ວາງເປົ້າໝາຍບຸລິມະສິດ ແລະ ເພີ່ມການປະສານສົມທົບກັບ ພາກພື້ນໃຫ້ຫຼາຍຂຶ້ນ.

ເພື່ອເສີມຂະຫຍາຍການຄ້າ ແລະ ການລົງທຶນ ລະຫວ່າງ ອົດສະຕຣາລີ ແລະ ອາຊີຕາເວັນອອກສ່ຽງໃຕ້, ລັດຖະບານ ຈະສ້າງໂຄງການສົ່ງເສີມການຄ້າ ແລະ ການລົງທຶນ ຢູ່ ອົດສະຕຣາລີ, ໂດຍຈະສ້າງຄວາມເຂົ້າໃຈກ່ຽວກັບ ສິນຄ້າ ແລະ ການບໍລິການຂອງ ອາຊີຕາເວັນອອກສ່ຽງໃຕ້ ແລະ ສະໜັບສະໜູນໃຫ້ມີການລົງທຶນໃນພາກພື້ນດັ່ງກ່າວຫຼາຍຂຶ້ນ ແລະ ເພື່ອເພີ່ມຄວາມອາດສາມາດ ໃນ ອົດສະຕຣາລີ ແລະ ພາກພື້ນ, ໂຄງການທົດລອງ ໃນການຝຶກງານ ສຳລັບຜູ້ຊ່ຽວຊານໜຸ່ມນ້ອຍ, ໂດຍເນັ້ນເຖິງການລົງທຶນ, ການປ່ຽນຜ່ານທາງພະລັງງານ ແລະ ເສດຖະກິດ ດິຈິຕອນ ຈະສາມາດຮັດແໜ້ນການເຊື່ອມໂຍງລະຫວ່າງ ອົດສະຕຣາລີ ແລະ ບັນດາທຸລະກິດໃນອາຊີຕາເວັນອອກສ່ຽງໃຕ້ ໄດ້ເປັນຢ່າງດີ.

ບັນດາແຜນງານເພື່ອຕອບຮັບກັບ ແຜນຍຸດທະສາດດັ່ງກ່າວ ສ່ອງແສງໃຫ້ເຫັນເຖິງ ຄຳໝັ້ນສັນຍາຂອງ ອົດສະຕຣາລີ ໃນການເພີ່ມການຄ້າ ແລະ ການລົງທຶນ ກັບ ພາກພື້ນ ອາຊີຕາເວັນອອກສ່ຽງໃຕ້. ບັນດາທຸລະກິດອົດສະຕຣາລີ ກໍ່ພວມຮັບເອົາບັນດາໂອກາດທີ່ພາກພື້ນນຳສະເໜີ, ສະແດງອອກ ຢູ່ທີ່ ນັກທຸລະກິດອົດສະຕຣາລີ ຫຼາຍກວ່າ 170 ຄົນ ໄດ້ເຂົ້າຮ່ວມ ກອງປະຊຸມສຸດຍອດອາຊຽນ ຢູ່ ນະຄອນຫຼວງ ຈາກາຕາ ຫວ່າງບໍ່ດົນມານີ້.
ການເສີມຂະຫຍາຍການຄ້າ ແລະ ການລົງທຶນ ຂອງ ອົດສະຕຣາລີ ກັບ ພາກພື້ນ ແມ່ນມີຄວາມສຳຄັນຫຼາຍ ເພື່ອຮັບປະກັນ ຄວາມວັດທະນາຖາວອນ ແລະ ອະນາຄົດ ທີ່ພວກເຮົາມີຮ່ວມກັນ. ບັນດາການເຄື່ອນໄຫວເຫຼົ່ານີ້ ແມ່ນກະແຈສຳຄັນ ໃນການເພີ່ມເປົ້າໝາຍຂອງອົດສະຕຣາລີ ໃນການຂະຫຍາຍການເຊື່ອມໂຍງທາງການຄ້າ ກັບ ພາກພື້ນ ນັບຕັ້ງແຕ່ ປັດຈຸບັນ ຈົນຮອກ ປີ 2040 ແລະ ໃນອະນາຄົດ ຕໍ່ໜ້າ.

ທ່ານສາມາດອ່ານເພີ່ມຕື່ມກ່ຽວກັບ ບົດລາຍງານ ການລົງທຶນ: ແຜນຍຸດທະສາດທາງດ້ານເສດຖະກິດໃນພາກພື້ນອາຊີຕາເວັນອອກສ່ຽງໃຕ້ຈົນຮອດປີ 2040 ໄດ້ທີ່: www.dfat.gov.au/southeastasiaeconomicstrategy

ບົດຄວາມຫຼ້າສຸດ

ປັບສູງສຸດ 2,000 ໂດລາ ສິງກະໂປເຂັ້ມງວດ ຈັດຢາສູບໄຟຟ້າ ຢູ່ໃນໝວດຢາເສບຕິດ

ສິງກະໂປເຂັ້ມງວດ ຈັດຢາສູບໄຟຟ້າ ຢູ່ໃນໝວດຢາເສບຕິດ ພ້ອມທັງຕັ້ງຄ່າປັບໄໝສູງສຸດ 2,000 ໂດລາ ຫຼື ປະມານ 45 ລ້ານກີບ ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 18 ສິງຫາ 2025 ຜ່ານມາ,...

ປະຫວັດ “ບຸນຫໍ່ເຂົ້າປະດັບດິນ” ປະເພນີລາວທີ່ສືບທອດມາແຕ່ບູຮານນະການ

ວັນບຸນຫໍ່ເຂົ້າປະດັບດິນ ບຸນປະເພນີທີ່ບູຮານໄດ້ພາກັນປະຕິບັດກັນມາ ເພື່ອເປັນການອຸທິດບຸນກຸສົນ ໃຫ້ກັບຍາດຕິພີ່ນ້ອງ ຜູ້ທີ່ລ່ວງລັບໄປແລ້ວ ລວມທັງສັມພະເວສີ ຜີທີ່ບໍ່ມີຍາດ. ຄວາມ​ໝາຍ​ຄວາມ​ສໍາຄັນ​ຂອງ​ບຸນ​ຫໍ່​ເຂົ້າປະດັບດິນ: ຫໍ່​ເຂົ້າປະດັບດິນ ໝາຍ​ເຖິງ ການ​ນໍາ​ເອົາ​ອາຫານ​ຫວານ​ຄາວ ຊີ້ນ​ແຫ້ງ​ປາ​ຕາຍ, ເຂົ້າຕົ້ມເຂົ້າໜົມ, ໝາກ​ໄມ້​ນານາ​ຊະນິດ ແລະ...

ເງື່ອນໄຂ-ການປະຕິບັດນະໂຍບາຍ ຕໍ່ຄູອາສາສະໝັກ ທີ່ຈະເຂົ້າເປັນລັດຖະກອນປ້ອງກັນຊາດ

ເປີດເງື່ອນໄຂ-ການປະຕິບັດນະໂຍບາຍ ຕໍ່ຄູອາສາສະໝັກ ທີ່ຈະເຂົ້າເປັນລັດຖະກອນປ້ອງກັນຊາດ ໃນລະຫວ່າງວັນທີ 15-19 ສິງຫາ 2025 ນີ້, ຄະນະຮັບຜິດຊອບການບັນຈຸຄູອາສາສະໝັກເຂົ້າເປັນກຳລັງປ້ອງກັນຊາດ ນຳໂດຍ ທ່ານ ນາງ ຄຳພັດ ໄຊຍະລິນຄຳ ຮອງຫົວໜ້າກົມສ້າງຄູ...

ກອງປະຊຸມຄະນະກຳມະການນະໂຍບາຍເງິນຕາ ຂອງສະພາບໍລິຫານທະນາຄານແຫ່ງ ສປປ ລາວ ຄັ້ງທີ III ປະຈຳປີ 2025

ກອງປະຊຸມຄະນະກຳມະການນະໂຍບາຍເງິນຕາ ຂອງສະພາບໍລິຫານທະນາຄານແຫ່ງ ສປປ ລາວ ຄັ້ງທີ III ປະຈຳປີ 2025 ໃນອາທິດຜ່ານມາ, ທະນາຄານແຫ່ງ ສປປ ລາວ (ທຫລ) ໄດ້ຈັດກອງປະຊຸມຄະນະກຳມະການນະໂຍບາຍເງິນຕາ ຄັ້ງທີ...