Homeຂ່າວພາຍ​ໃນສາວກິນເຄື່ອງດື່ມຫຼຸດຮຸ່ນ ຫົວໃຈເຕັ້ນຜິດປົກກະຕິຈົນໄດ້ໃຊ້ເຄື່ອງປ້ຳຫົວໃຈ

ສາວກິນເຄື່ອງດື່ມຫຼຸດຮຸ່ນ ຫົວໃຈເຕັ້ນຜິດປົກກະຕິຈົນໄດ້ໃຊ້ເຄື່ອງປ້ຳຫົວໃຈ

Published on

ຍັງມີປະເດັນມາເລື່ອຍໆ ກ່ຽວກັບການກິນເຄື່ອງດື່ມຫຼຸດຮຸ່ນ ເຮັດໃຫ້ເສຍສຸຂະພາບ ຫຼ້າສຸດ ມີຜູ້ໃຊ້ເຟສບຸກອອກມາແບ່ງປັນປະສົບການກິນກາເຟກັບໂກໂກ້ຫຼຸດຮຸ່ນ ຫົວໃຈເຕັ້ນຜິດປົກກະຕິຈົນໄດ້ເຂົ້າໂຮງໝໍ.

ໃນວັນທີ 9 ກັນຍາ 2023 ຜູ້ໃຊ້ເຟສບຸກຊື່ NamNim Souphanith ໄດ້ໂພສວ່າ: ຕົນເປັນຄົນກີນກາເຟຫຼຸດຮຸ່ນຫຍັງມາຕະຫຼອດແຕ່ກໍ່ບໍ່ເຄີຍວ່າຈະແພ້ ຫຼື ເຮັດໃຫ້ຫົວໃຈເຕັນໄວຜິດປົກກະຕິຫຍັງ, ແຕ່ຢູ່ມາມື້ໜຶ່ງຈາກທີ່ກິນກາເຟ ກໍມາປ່ຽນເປັນກີນໂກໂກ້ແທນ ຊື້ໂກໂກ້ມາກີນ 1 ຖົງຈະມີ 10 ຊອງ ກິນມາຈົນຮອດຊອງສຸດທ້າຍຈຶ່ງມາເປັນແບບນີ້.

ວັນທີ 6/9/2023 ຂ້ອຍຊົງໂກໂກ້ກີນຕອນປະມານ 9-10 ໂມງເຊົ້າ ແລ້ວ 12 ໂມງຕອນສວາຍນັ່ງກິນເຂົ້າຢູ່ດີໆກໍຮູ້ສຶກເລີ່ມຫົວໃຈເຕັ້ນໄວຜິດປົກກະຕິ ຕອນນັ້ນກໍຄິດແຕ່ວ່າຄືຈະບໍ່ເປັນຫຍັງຫຼາຍ ຕັ້ງແຕ່ຕອນສວາຍທີ່ຫົວໃຈເຕັນໄວຈົນມາຮອດຕອນຄໍ່າກໍຍັງເຕັນໄວຢູ່ ກໍເລີຍເຂົ້ານອນ ພໍແຕ່ເອົາຫົວລົງໝອນນອນກໍ່ເລີ່ມຫາຍໃຈບໍ່ໄດ້ດີຖືວ່ານອນລາບບໍ່ໄດ້ເລີຍ ຫາຍໃຈບໍ່ສະດວກ ໄດ້ແຕ່ນັ່ງອີງຕຽງນອນ ຈົນມາຮອດ 11 ໂມງຕອນເດິກ ຮູ້ສຶກບໍ່ໄຫວແລ້ວເລີຍຕັດສິນໃຈໃຫ້ຜົວພາມາໂຮງໝໍແຂວງ ພໍມາຮອດຫ້ອງສຸກເສີນໝໍເພີນກໍເລີ່ມແທກຄວາມດັນປົກກະຕິດີ ຟັງເບິ່ງຫົວໃຈຫ້ອງລຸ່ມເຕັ້ນ ແຕ່ຫ້ອງເທິງບໍ່ເຕັ້ນ ແທກຄື້ນຂອງຫົວໃຈທີ່ເຕັນໄວຈົນຮອດ 200 ກວ່າ (ໂດຍປົກກະຕິຫົວໃຈຂອງຄົນເຮົາຈະເຕັນໄວຢູ່ທີ່ 60-100) ແຕ່ຂອງຕົນ ແມ່ນເຕັ້ນໄວຈົນຮອດ 200 ກວ່າ ໝໍຈຶ່ງຮີບເອົາອົກຊີມາໃສ່ໃຫ້ດົມ ເອົາຢາທີ່ກ້ຽວກັບຫົວໃຈມາໃຫ້ອົມໄວ້ຢູ່ກ້ອງລີ້ນ ເມື່ອເວລາຜ່ານໄປປະມານ 10 ນາທີ ກໍເລີ່ມຮາກ ແລະ ຫາຍໃຈບໍ່ອອກ ໝໍຊ່ວຍກັບມາໄດ້ ແຕ່ຫົວໃຈກໍ່ຍັງເຕັນໄວ 200 ກວ່າ ຢູ່ຈົນມາຮອດຕອນເຊົ້າຂອງວັນທີ 7/9/2023 ໝໍ ແລະ ດຣ ໃຫຍ່ ກໍໄດ້ປືກສາເອີ້ນຄອບຄົວພີ່ນ້ອງເຂົ້າໄປລົມຢູ່ອີກຫ້ອງໜຶ່ງ ວ່າເປັນແບບນີ້ຕ້ອງໄດ້ໃຊ້ໄຟຟ້າຊ໋ອດປໍ້າຫົວໃຈຢ່າງດຽວຈຶ່ງຈະລອດ ຖ້າບໍ່ໃຊ້ໄຟຟ້າຊ໋ອດປໍ້າຫົວໃຈຈະບໍ່ລອດແທ້ໆ ຄອບຄົວກໍເລີຍຕົກລົງໃຫ້ໝໍຊ໋ອດປໍ້າຫົວໃຈ.

ຮ່ອງຮອຍການຖືກເຄື່ອງປ້ຳຫົວໃຈ

ຫຼັງຈາກນັ້ນໝໍກໍມາສີດຢານອນຫຼັບໃຫ້ ຈຶ່ງຈະລົງມືໃຊ້ໄຟຟ້າຊ໋ອດປໍ້າຫົວໃຈໃຫ້ ຮູ້ສືກຕົວອີກເທື່ອແມ່ນຫົວໃຈກັບມາເຕັ້ນປົກກະຕິດີ ຫາຍໃຈສະດວກຂຶ້ນຄືເກົ່າ ແຕ່ກໍຍັງເປັນເມື່ອຍໆເພາະຖືກຊ໋ອດ ພໍຕົກຄໍ່າມາຂອງມື້ທີ່ຊ໋ອດນັ້ນນອນຢູ່ດີໆປະມານ 11 ໂມງປາຍຕອນເດິກ ຫົວໃຈກໍ່ກັບມາເຕັນໄວ 200 ປາຍອີກ ໝໍກໍຕ້ອງໄດ້ໃຊ້ໄຟຟ້າຊ໋ອດປໍ້າຫົວໃຈອີກຄັ້ງ ແລ້ວຫົວໃຈກໍ່ກັບມາເຕັ້ນປົກກະຕິດີຫາຍໃຈສະດວກສະບາຍຄືເກົ່າ ແຕ່ອາການແບບນີ້ມັນຈະເກີດຂຶ້ນອີກແຕ່ກະບໍ່ 100%.

ທ້າຍນີ້ ຈຶ່ງຢາກມາເຕືອນໃຫ້ຄົນທີ່ຄິດຢາກຈະຫຼຸດຮຸ່ນດ້ວຍການກິນຢາ ຫຼື ເຄື່ອງດື່ມຫຼຸດຮຸ່ນ ໃຫ້ຢຸດເຊົາກິນ ແລ້ວຫັນມາຫຼຸດຮຸ່ນໃຫ້ຖືກວິທີ ດ້ວຍການກິນອາຫານດີໆ ແລະ ອອກກຳລັງກາຍເປັນປະຈຳ.

ບົດຄວາມຫຼ້າສຸດ

ກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ 2026 ສະຫຼຸບສະພາບພົ້ນເດັ່ນ ແລະ ວຽກງານຈຸດສຸມຮີບດ່ວນ

ໃນຕອນແລງຂອງວັນທີ 23 ຕຸລາ 2026 ທ່ານ ປອ. ຄໍາຜາ ພິມມະສອນ, ຮອງລັດຖະມົນຕີ, ຮອງຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ໄດ້ຖະແຫຼງຂ່າວ ຕໍ່ສື່ມວນຊົນ ກ່ຽວກັບຜົນກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ...

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...