ນາຍົກລັດຖະມົນຕີ ສືບຕໍ່ເຂົ້າຮ່ວມກອງປະຊຸມສຸດຍອດທີ່ກ່ຽວຂ້ອງທີ່ຈາກາຕາ

0
456

ໃນວັນທີ 7 ກັນຍາ 2023 ທີ່ ຈາກາຕາ, ອິນໂດເນເຊຍ, ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ສືບຕໍ່ນໍາພາຄະນະ ເຂົ້າຮ່ວມກອງປະຊຸມສຸດຍອດອາຊຽນ-ອິນເດຍ ຄັ້ງທີ 20, ກອງປະຊຸມສຸດຍອດອາຊີຕາເວັນອອກ (EAS) ຄັ້ງທີ 18, ກອງປະຊຸມສຸດຍອດອາຊຽນ-ອົດສະຕຣາລີ ຄັ້ງທີ 3 ແລະ ກອງປະຊຸມສຸດຍອດອາຊຽນ-ສະຫະປະຊາຊາດ ຄັ້ງທີ 13.

ກອງປະຊຸມສຸດຍອດອາຊຽນ-ອິນເດຍ ຄັ້ງທີ 20 ໄດ້ສະແດງຄວາມຊົມເຊີຍຕໍ່ໝາກຜົນຂອງການພົວພັນຮ່ວມມືອາຊຽນ-ອິນເດຍ ຕະຫລອດໄລຍະຜ່ານມາ ແລະ ໄດ້ຮັບຮອງເອົາຖະແຫລງການຮ່ວມຂອງຜູ້ນໍາອາຊຽນ-ອິນເດຍ ວ່າດ້ວຍການຮ່ວມມືດ້ານຄວາມໝັ້ນຄົງດ້ານສະບຽງອາຫານ ແລະ ໂພຊະນາການ ໃນຍາມມີວິກິດການ ແລະ ຖະແຫລງການຮ່ວມອາຊຽນ-ອິນເດຍ ວ່າດ້ວຍການຮ່ວມມືທາງທະເລ. ພ້ອມນີ້, ຜູ້ນໍາອາຊຽນ ແລະ ອິນເດຍ ໄດ້ເຫັນດີສືບຕໍ່ເສີມຂະຫຍາຍການຮ່ວມມືດ້ານການເຊື່ອມຈອດ ແລະ ການພັດທະນາພື້ນຖານໂຄງລ່າງ ແນໃສ່ສົ່ງເສີມ ແລະ ອໍານວຍຄວາມສະດວກໃຫ້ແກ່ການຄ້າ, ການລົງທຶນ ແລະ ການໄປມາຫາສູ່ ລະຫວ່າງປະຊາຊົນ ໃຫ້ນັບມື້ນັບເພີ່ມຂຶ້ນ. ພ້ອມນີ້, ອາຊຽນ ໄດ້ຊຸກຍູ້ໃຫ້ ອິນເດຍ ສືບຕໍ່ສະໜັບສະໜູນການຈັດຕັ້ງປະຕິບັດແຜນແມ່ບົດການເຊື່ອມຈອດອາຊຽນ 2025 ແລະ ການເລັ່ງລັດໂຄງການກໍ່ສ້າງທາງດ່ວນ 3 ຝ່າຍຄື: ອິນເດຍ-ມຽນມາ-ໄທ ແລະ ເຊື່ອມຕໍ່ໄປຍັງ ລາວ-ກໍາປູເຈຍ-ຫວຽດນາມ ໃຫ້ສໍາເລັດໂດຍໄວ.

ກອງປະຊຸມສຸດຍອດອາຊີຕາເວັນອອກ (EAS) ຄັ້ງທີ 18 ໄດ້ທົບທວນຄືນການຈັດຕັ້ງປະຕິບັດບັນດາກິດຈະກໍາ ພາຍໃຕ້ຂະແໜງການບູລິມະສິດຂອງ ອີເອເອັສ ແລະ ໃຫ້ຄວາມໝາຍໝັ້ນໃນການເພີ່ມທະວີການຮ່ວມມືກັນຢ່າງໃກ້ຊິດ ແນໃສ່ສ້າງເງື່ອນໄຂອັນເອື້ອອໍານວຍໃຫ້ແກ່ການຟື້ນຟູເສດຖະກິດ-ສັງຄົມຮອບດ້ານ ເພື່ອກ້າວໄປສູ່ການພັດທະນາເສດຖະກິດທີ່ມີການຂະຫຍາຍຕົວ ແລະ ຍືນຍົງ ໂດຍສຸມໃສ່ການຮັດແໜ້ນການເຊື່ອມໂຍງທາງດ້ານເສດຖະກິດ, ການເຊື່ອມຈອດຕ່ອງໂສ້ການສະໜອງ, ການຫັນເປັນເສດຖະກິດດີຈິຕອນ ແລະ ອື່ນໆ. ກອງປະຊຸມ ໄດ້ຊຸກຍູ້ໃຫ້ບັນດາປະເທດ ອີເອເອັສ ສືບຕໍ່ຈັດຕັ້ງປະຕິບັດແຜນປະຕິບັດງານ ອີເອເອັສ ສະບັບໃໝ່ ສໍາລັບໄລຍະປີ 2024-2028 ໃຫ້ເປັນຮູບປະທໍາ. ພ້ອມນີ້, ກອງປະຊຸມ ໄດ້ເນັ້ນຢໍ້າຄວາມສໍາຄັນຂອງກອງປະຊຸມສຸດຍອດອາຊີຕາ ເວັນອອກ ໃນຖານະທີ່ເປັນເວທີໜຶ່ງດຽວໃນພາກພື້ນ ທີ່ເຕົ້າໂຮມຜູ້ນໍາຈາກຫລາຍພາກພື້ນມາປຶກສາຫາລື ແລະ ຮ່ວມມືກັນໃນບັນດາຂົງເຂດທີ່ທຸກຝ່າຍມີຄວາມສົນໃຈຮ່ວມກັນ. ພິເສດ, ກອງປະຊຸມ ໄດ້ຮັບຮອງເອົາຖະແຫລງການຂອງຜູ້ນໍາກອງປະຊຸມສຸດຍອດອາຊີຕາເວັນອອກ ວ່າດ້ວຍການຮັກສາ ແລະ ການສົ່ງເສີມພາກພື້ນເປັນສູນກາງແຫ່ງການຈະເລີນເຕີບໂຕ.

ກອງປະຊຸມສຸດຍອດອາຊຽນ-ອົດສະຕຣາລີ ຄັ້ງທີ 3 ໄດ້ສະແດງຄວາມຍິນດີຕໍ່ຄວາມຄືບໜ້າຂອງການຈັດຕັ້ງປະຕິບັດການເປັນຄູ່ຮ່ວມຍຸດທະສາດຮອບດ້ານ ອາຊຽນ-ອົດສະຕຣາລີ. ພ້ອມນີ້, ກອງປະຊຸມ ໄດ້ຍິນດີທີ່ຈະມີການລົງນາມອານຸສັນຍາ ສະບັບທີ 2 ເພື່ອຍົກລະດັບສັນຍາເຂດການຄ້າເສລີອາຊຽນ-ອົດສະຕຣາລີ-ນິວຊີແລນ (AANZFTA) ພາຍໃນປີ 2023 ແລະ ໄດ້ຮັບຮອງເອົາຖະ ແຫລງການຮ່ວມຂອງຜູ້ນໍາອາຊຽນ-ອົດສະຕຣາລີ ວ່າດ້ວຍການຮ່ວມມືດ້ານຄວາມໝັ້ນຄົງດ້ານສະບຽງອາຫານ ແລະ ໂພຊະນາການ ໃນຍາມມີວິກິດການ ແລະ ເອກະສານແນວຄວາມຄິດ ກ່ຽວກັບກອງປະ ຊຸມສຸດຍອດສະໄໝພິເສດ ເພື່ອສະເຫລີມສະຫລອງ ການພົວພັນຮ່ວມມື ອາຊຽນ-ອົດສະຕຣາລີ ຄົບ ຮອບ 50 ປີ ເພື່ອເປັນທິດທາງໃນການກະກຽມໃຫ້ແກ່ ການຈັດກອງປະຊຸມສຸດຍອດສະໄໝພິເສດດັ່ງກ່າວ ທີ່ຈະຈັດຂຶ້ນໃນວັນທີ 04-06 ມີນາ 2024 ທີ່ ເມວເບີນ, ອົດສະຕຣາລີ ເຊິ່ງນາຍົກລັດ ຖະມົນຕີ ແຫ່ງ ສປປ ລາວ ໃນນາມປະເທດປະສານງານການພົວພັນ ອາຊຽນ-ອົດສະຕຣາລີ ຈະເປັນປະທານຮ່ວມກັບ ນາຍົກລັດຖະມົນຕີ ອົດສະຕຣາລີ.

ກອງປະຊຸມສຸດຍອດ ອາຊຽນ-ສະຫະປະຊາຊາດ(ສປຊ) ຄັ້ງທີ 13 ໄດ້ທົບທວນຄືນການຈັດຕັ້ງປະຕິບັດການຮ່ວມມືອາຊຽນ-ສປຊ ໃນໄລຍະ 1 ປີຜ່ານມາ ໂດຍສະເພາະແມ່ນຄວາມຄືບໜ້າຂອງການ ຈັດຕັ້ງປະຕິບັດບັນດາກິດຈະກໍາ ພາຍໃຕ້ແຜນປະຕິບັດງານອາຊຽນ-ສປຊ (2021-2025) ແລະ ການ ຈັດຕັ້ງປະຕິບັດບັນດາແຜນງານ, ໂຄງການ ພາຍໃຕ້ຂອບການຮ່ວມມື ວ່າດ້ວຍການເສີມສ້າງເຊິ່ງກັນ ແລະ ກັນ ລະຫວ່າງວິໄສທັດປະຊາຄົມອາຊຽນ 2025 ແລະ ບັນດາເປົ້າໝາຍເພື່ອການພັດທະນາແບບຍືນຍົງຂອງອົງການ ສປຊ 2030 ເຊິ່ງທັງໝົດນີ້ ໄດ້ປະກອບສ່ວນສໍາຄັນເຂົ້າໃນການສົ່ງເສີມສັນຕິພາບ, ຄວາມໝັ້ນຄົງ ແລະ ການພັດທະນາໃນພາກພື້ນ ກໍຄື ໃນໂລກ. ພ້ອມນີ້, ກອງປະຊຸມ ຍັງໄດ້ເຫັນດີສືບຕໍ່ຊຸກຍູ້ການຮ່ວມມືທັງໃນລະດັບພາກພື້ນ ແລະ ສາກົນ ແນໃສ່ການຮັບມືກັບຜົນກະທົບຈາກການປ່ຽນແປງຂອງສະພາບດິນຟ້າອາກາດ ທີ່ນັບມື້ນັບຮຸນແຮງ ໂດຍສຸມໃສ່ການສ້າງຂີດຄວາມສາມາດ ແລະ ຄວາມເຂັ້ມແຂງໃນການຮັບມືກັບໄພພິບັດ ໂດຍຜ່ານບັນດາກົນໄກຂອງ ສປຊ ແລະ ອາຊຽນ.

ໃນວັນດຽວກັນ, ທ່ານ ສອນໄຊ ສີພັນດອນ ຍັງໄດ້ພົບປະສອງຝ່າຍ ກັບນາຍົກລັດຖະມົນຕີ ຍີ່ປຸ່ນ ແລະ ປະທານາທິບໍດີ ສ.ເກົາຫລີ.

ໃນໂອກາດນີ້, ທ່ານນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ໄດ້ຮັບເອົາການເປັນປະທານອາຊຽນຂອງ ສປປ ລາວ ສໍາລັບປີ 2024 ຕໍ່ຈາກ ອິນໂດເນເຊຍ. ສປປ ລາວ ຈະເປັນປະທານອາຊຽນ ເລີ່ມແຕ່ວັນທີ 1 ມັງກອນ ຫາ 31 ທັນວາ 2024 ພາຍໃຕ້ຄໍາຂວັນ: “ເພີ່ມທະວີການເຊື່ອມຈອດ ແລະ ຄວາມເຂັ້ມແຂງອາຊຽນ (ASEAN: Enhancing Connectivity and Resilience)”.

ແຫຼ່ງຂ່າວ ກະຊວງການຕ່າງປະເທດ