ປັດຈຸບັນ ສປປ ລາວ ກໍຄື ຫຼາຍປະເທດໃນທົ່ວໂລກ ປະສົບກັບບັນຫາຄວາມຫຍຸ້ງຍາກທາງດ້ານເສດຖະກິດ-ການເງິນ ໂດຍໄດ້ສົ່ງຜົນກະທົບຕໍ່ການດຳລົງຊີວິດຂອງຄົນໃນສັງຄົມ ເຊິ່ງສະພາບຄວາມຫຍຸ້ງຍາກດັ່ງກ່າວ ໂດຍສະເພາະຢູ່ປະເທດເຮົາແມ່ນເກີດມາຈາກຫຼາຍສາເຫດ.
ເມື່ອບໍ່ດົນມານີ້, ທ່ານ ກິແກ້ວ ຈັນທະບູຣີ ຮອງປະທານສະຖາບັນວິທະຍາສາດເສດຖະກິດ ແລະ ສັງຄົມ ແຫ່ງຊາດ ໄດ້ໃຫ້ສຳພາດຕໍ່ສື່ມວນຊົນກ່ຽວກັບ ສະພາບຄວາມຫຍຸ້ງຍາກທາງດ້ານເສດຖະກິດ-ການເງິນ ຢູ່ ສປປ ລາວ ໂດຍທ່ານໄດ້ຍົກໃຫ້ເຫັນວ່າ: ສາເຫດຕົ້ນຕໍທີ່ເສດຖະກິດ ຂອງ ສປປ ລາວ ເຕີບໂຕຊ້າລົງ ແມ່ນຍ້ອນພື້ນຖານດ້ານເສດຖະກິດຍັງບໍ່ທັນເຂັ້ມແຂງ ແລະ ຖືກກະທົບງ່າຍ ເນື່ອງຈາກການພັດທະນາເສດຖະກິດຂອງ ສປປ ລາວ ໃນໄລຍະຜ່ານມາ ອີງໃສ່ຂະແໜງຊັບພະຍາກອນທໍາມະຊາດເປັນຫຼັກ ໂດຍສະເພາະການສົ່ງອອກແຮ່ທາດທີ່ເປັນວັດຖຸດິບ ເຊິ່ງໄດ້ຮັບຜົນກະທົບໂດຍກົງຈາກການຫຼຸດລົງຂອງລາຄາແຮ່ທາດ ໃນຕະຫຼາດໂລກນັບແຕ່ປີ 2016 ເປັນຕົ້ນມາ, ໃນຂະນະທີ່ຖານການຜະລິດພາຍໃນຍັງບໍ່ທັນແຂງແຮງ, ບໍ່ມີຈຸດສຸມ, ບໍ່ຕິດພັນກັບອຸດສາຫະກໍາປຸງແຕ່ງ ແລະ ບໍ່ທັນຫຼາກຫຼາຍ, ລວມເຖິງການສົ່ງອອກ ແລະ ການໄຫຼເຂົ້າຂອງເງິນຕາຕ່າງປະເທດ ຍັງບໍ່ທັນສົມຄູ່ກັນ ເມື່ອເກີດເຫດການບັງເອີນຕ່າງໆ ກໍບໍ່ມີທຶນຮອນພຽງພໍ ເພື່ອແກ້ໄຂປົວແປງໃຫ້ກັບຄືນສູ່ສະພາບປົກກະຕິໂດຍໄວ.
ທ່ານ ກິແກ້ວ ຈັນທະບູຣີ ຍັງໃຫ້ຮູ້ອີກວ່າ: ລັດຖະບານ ໄດ້ມີຄວາມພະຍາຍາມປັບປຸງໂຄງສ້າງເສດຖະກິດ ຈາກການເອື່ອຍອີງຂະແໜງຊັບພະຍາກອນທໍາມະຊາດ ໂດຍຫັນໄປສູ່ການຜະລິດທີ່ຫຼາກຫຼາຍ, ຊຶ່ງການຫັນປ່ຽນ ດັ່ງກ່າວຈະຕ້ອງໄດ້ສ້າງສະພາບແວດລ້ອມທີ່ເອື້ອອໍານວຍ ແລະ ຈູງໃຈໃຫ້ແກ່ພາກທຸລະກິດທັງທັງພາຍໃນ ແລະ ຕ່າງປະເທດ ບໍ່ວ່າຈະເປັນການໃຫ້ນະໂຍບາຍ ແລະ ສິດທິພິເສດຕ່າງໆ, ຫຼຸດ ຫຼື ຍົກເວັ້ນພາສີ-ອາກອນ ເຊິ່ງສົ່ງຜົນກະທົບໂດຍກົງຕໍ່ລາຍຮັບຂອງລັດຖະບານ. ນອກນີ້ ດ້ານສີມືແຮງງານ ແລະ ສະພາບແວດລ້ອມດ້ານການ ດໍາເນີນທຸລະກິດຢູ່ປະເທດເຮົາ ກໍຍັງບໍ່ທັນເປັນທີ່ດຶງດູງໃຈໃຫ້ແກ່ນັກລົງທຶນເທົ່າທີ່ຄວນ ເຖິງແມ່ນວ່າບັນດາພາກ ສ່ວນກ່ຽວຂ້ອງໄດ້ມີຄວາມພະຍາຍາມປັບປຸງຫຼາຍແລ້ວກໍຕາມ ແຕ່ກໍເຫັນວ່າຍັງບໍ່ທັນມີລັກສະນະດຶງດູດການລົງທຶນເທົ່າທີ່ຄວນ.
ພ້ອມນີ້, ດ້ານງົບປະມານ ກໍຂາດດູນຊໍ້າເຮື້ອ ຍ້ອນລາຍຮັບບໍ່ພຽງພໍທີ່ຈະສະໜອງໃຫ້ແກ່ຄວາມຕ້ອງການດ້ານພັດທະນາ ຈຶ່ງຈໍາເປັນຕ້ອງກູ້ຢືມຈາກພາຍໃນ ແລະ ຕ່າງປະເທດເພື່ອມາລົງທຶນ ໂດຍສະເພາະການລົງທຶນໃສ່ການກໍ່ສ້າງໂຄງລ່າງພື້ນຖານທາງດ້ານເສດຖະກິດ, ດ້ານລາຍຮັບ-ລາຍຈ່າຍ ຂອງລັດຖະບານ ຍັງບໍ່ທັນດູນດ່ຽງກັນ; ປະເທດເຮົາມີເສດຖະກິດທີ່ບໍ່ເປັນທາງການ ແລະ ເສດຖະກິດນອກລະບົບຫຼາຍ ເຮັດໃຫ້ຫຍຸ້ງຍາກ ໃນການຕິດຕາມ-ຄຸ້ມຄອງ ໂດຍສະເພາະຢູ່ຕາມຊາຍແດນ ເຖິງວ່າໄດ້ໃຊ້ມາດຕະການດ້ານບໍລິຫານ ແຕ່ຍັງສາມາດເລັດລອດໄປໄດ້, ນອກນີ້ ຍັງມີບັນຫາການຫຼັ່ງໄຫຼອອກໄປເຮັດວຽກຢູ່ຕ່າງປະເທດຂອງແຮງງານລາວ ເຮັດໃຫ້ພາກທຸລະກິດ ພາຍໃນປະເທດ ປະເຊີນກັບບັນຫາຂາດແຄນແຮງງານ. ສ່ວນການປັບປຸງສະພາບແວດລ້ອມການດໍາເນີນທຸລະກິດ ຍັງມີຄວາມຄືບໜ້າຊ້າ ເມື່ອທຽບກັບປະເທດອື່ນ ເຫັນໄດ້ຈາກການຈັດອັນດັບຂອງທະນາຄານໂລກໃນປີ 2019 ດັດຊະນີຄວາມສະດວກໃນການດຳເນີນທຸລະກິດຂອງລາວ ຢູ່ອັນດັບທີ 154 ໃນຈໍານວນ 190 ປະເທດ, ຕົກລົງ ມາອີກ 13 ອັນດັບ ຈາກອັນດັບທີ 141 ໃນປີ 2017 ມາຢູ່ອັນດັບທີ 154 ນັບແຕ່ປີ 2018 ເປັນຕົ້ນມາ.
ສໍາລັບ ທ່າແຮງໃນການຂັບເຄື່ອນເສດຖະກິດຂອງ ສປປ ລາວ ໃນຕໍ່ໜ້າ ແມ່ນໄດ້ກຳນົດໄວ້ໃນມະຕິຂອງ ກອງປະຊຸມໃຫຍ່ຄັ້ງທີ 11 ຂອງພັກ ເພື່ອຜັນຂະຫຍາຍເປັນເສດຖະກິດປາຍແຫຼມ ໃນແຜນພັດທະນາເສດຖະກິດ-ສັງຄົມ 5 ປີຄັ້ງທີ 9 ເຊິ່ງລວມມີ ທ່າແຮງດ້ານການປຸງແຕ່ງກະສິກໍາເພື່ອສົ່ງອອກ, ທ່າແຮງດ້ານພະລັງງານໄຟຟ້າ, ທ່າແຮງດ້ານການປຸງແຕ່ງແຮ່ທາດ, ດ້ານການທ່ອງທ່ຽວ, ທ່າແຮງດ້ານທີ່ຕັ້ງການເຊື່ອມໂຍງ-ເຊື່ອມຈອດ, ທ່າແຮງ ດ້ານທີ່ດິນ (ເກັບລາຍຮັບຈາກທີ່ດິນ, ຄ່າສໍາປະທານ, ຄ່າທໍານຽມໃນການໂອນກໍາມະສິດ) ແລະ ທ່າແຮງດ້ານປະຊາກອນໜຸ່ມ.
ແຫຼ່ງຂ່າວ ປະເທດລາວ