Homeຂ່າວພາຍ​ໃນຊີ້ແຈງ ກໍລະນີການຫ້າມການຜະລິດແປຮູບໜໍ່ໄມ້ ການເກັບຊື້-ຂາຍໜໍ່ໄມ້ແຫ້ງຢູ່ພາຍໃນເມືອງແອດ

ຊີ້ແຈງ ກໍລະນີການຫ້າມການຜະລິດແປຮູບໜໍ່ໄມ້ ການເກັບຊື້-ຂາຍໜໍ່ໄມ້ແຫ້ງຢູ່ພາຍໃນເມືອງແອດ

Published on

ຈາກກໍລະນີທີ່ ຫ້ອງການກະສິກໍາ ແລະ ປ່າໄມ້ເມືອງແອດ ແຂວງຫົວພັນ ໄດ້ອອກແຈ້ງການ, ສະບັບ ເລກທີ 663 ຫກປມ, ລົງວັນທີ 23 ສິງຫາ 2023 ກ່ຽວກັບການຫ້າມການຜະລິດແປຮູບໜໍ່ໄມ້, ການເກັບຊື້-ຂາຍໜໍ່ໄມ້ແຫ້ງຢູ່ພາຍໃນເມືອງແອດ ເຮັດໃຫ້ສັງຄົມມີຄວາມສົນໃຈ ແລະ ເກີດການວິພາກວິຈານຫຼາຍພໍສົມຄວນ.

​ຕໍ່ບັນຫານີ້, ທ່ານ ທອງສຸກ ສົມພາວັນ, ເຈົ້າເມືອງ ເມືອງແອດ ໄດ້ຊີ້ແຈງຜ່ານລາຍການຮອບບ້ານຜ່ານເມືອງຂອງວິທະຍຸກະຈາຍສຽງແຫ່ງຊາດລາວ ໃນວັນທີ 1 ກັນຍາ 2023 ນີ້ວ່າ: ເນື່ອງຈາກໜໍ່ໄມ້ຕາກແຫ້ງຢູ່ເມືອງແອດປີນີ້ ໄດ້ລາຄາດີ ສະເລ່ຍບໍ່ຫຼຸດ 60.000 ກີບຕໍ່ກິໂລ, ທຽບໃສ່ປີຜ່ານມາເພີ່ມຂຶ້ນທົບເຄິ່ງ. ຈາກສະພາບເສດຖະກິດປັດຈຸບັນ ພົບຄວາມຫຍຸ້ງຍາກຫຼາຍຢ່າງ ເຮັດໃຫ້ປະຊາຊົນພາກັນຫຼັ່ງໄຫຼໄປຫາໜໍ່ໄມ້ຫົກ, ໜໍ່ໄມ້ສາງ ແລະ ໜໍ່ໄມ້ປ່ອງຕາມທໍາມະຊາດຢູ່ເຂດລຽບນໍ້າມ້າ ແລະ ນໍ້າແອດຢ່າງເປັນຂະບວນຟົດຟື້ນກວ່າທຸກປີຜ່ານມາ, ທັງເອົາມາບໍລິໂພກໃນຄອບຄົວ, ເກັບໄວ້ກິນຍາວນານ ແລະ ຕາກແຫ້ງເປັນສິນຄ້າ ໂດຍມີພໍ່ຄ້າ-ແມ່ຄ້າຈາກຫວຽດນາມມາເກັບຊື້ເຖິງທີ່. ຍ້ອນເປັນແນວນັ້ນ ເຮັດໃຫ້ອົງການປົກຄອງເມືອງເປັນຫ່ວງວ່າຖ້າບໍ່ມີການຄຸ້ມຄອງ, ການແບ່ງເຂດ ແລະ ການກໍານົດເວລາໃນການຂຸດຄົ້ນໜໍ່ໄມ້ຢ່າງລະອຽດ ຈະເຮັດໃຫ້ໜໍ່ໄມ້ດັ່ງກ່າວນັບມື້ສູນພັນ ເພາະໜໍ່່ໄມ້ກໍບໍ່ຕ່າງຈາກເຄື່ອງປ່າຂອງດົງຊະນິດອື່ນໆ ຖ້າບໍ່ມີການຄຸ້ມຄອງການຂຸດຄົ້ນທີ່ດີຈະເຮັດໃຫ້ນັບມື້ສູນພັນໄປ.

​ດັ່ງນັ້ນ, ອົງການປົກຄອງເມືອງ ໄດ້ແນະນໍາໃຫ້ຫ້ອງການກະສິກໍາ ແລະ ປ່າໄມ້ເມືອງ ອອກແຈ້ງການແນະນໍາລະອຽດ ເພື່ອໃຫ້ບັນດາບ້ານທີ່ມີການຂຸດຄົ້ນໜໍ່່ໄມ້ ແບ່ງເຂດ ແລະ ກໍານົດເວລາໃນການຂຸດຄົ້ນໜໍ່ໄມ້, ໄປພ້ອມໆ ກັບການຈັດສັນບຸກຄົນ, ນິຕິບຸກຄົນ, ນັກທຸລະກິດ, ທັງພາຍໃນ ແລະ ຕ່າງປະເທດ ທີ່ໄປເກັບຊື້ໄມ້ແຫ້ງພາຍໃນເມືອງໃຫ້ມີການລົງທະບຽນຢ່າງລະອຽດ ເພື່ອຄວາມສະດວກໃນການຄຸ້ມຄອງ ເພາະການເກັບຊື້ໃນໄລຍະຜ່ານມາມີການເອົາປຽບກັນດ້ານລາຄາ ເຮັດໃຫ້ບໍ່ມີຄວາມເປັນລະບຽບຮຽບຮ້ອຍ ແລະ ອື່ນໆ. ຢ່າງໃດກໍຕາມ, ແຕ່ໃນເວລາອອກແຈ້ງການຕົວຈິງ ເຈົ້າໜ້າທີ່ຫ້ອງການກະສິກໍາ ແລະ ປ່າໄມ້ເມືອງ ອາດເຂົ້າໃຈຜິດຫຼາຍຢ່າງ ຈຶ່ງເຮັດໃຫ້ການອອກແຈ້ງການມີຄວາມຜິດພາດ ແລະ ເກີດມີຫາງສຽງໃນທາງທີ່ບໍ່ສ້າງສັນໃນສັງຄົມ.

​ທ່ານ ທອງສຸກ ສົມພາວັນ ກ່າວຕື່ມວ່າ: ເພື່ອແກ້ໄຂບັນຫາທີ່ເກີດຂຶ້ນ, ອົງການປົກຄອງເມືອງ ໄດ້ອອກຂໍ້ຕົກລົງລົບລ້າງແຈ້ງການຂອງຫ້ອງການກະສິກໍາ ແລະ ປ່າໄມ້ເມືອງແອດ, ສະບັບເລກທີ 663 ຫກປມ ລົງວັນທີ 23 ສິງຫາ 2023 ຮຽບຮ້ອຍແລ້ວ ແລະ ໄດ້ມອບໃຫ້ອົງການປົກຄອງບ້ານທີ່ກ່ຽວຂ້ອງພາຍໃນເມືອງກໍານົດຂອບເຂດ ແລະ ເວລາໃນການຂຸດຄົ້ນໜໍ່ໄມ້ຢູ່ບ້ານຂອງຕົນໃຫ້ລະອຽດ ເນື່ອງຈາກທາງເມືອງໄດ້ມອບດິນ-ມອບປ່າໃຫ້ບ້ານເປັນຜູ້ຄຸ້ມຄອງນໍາໃຊ້ໂດຍກົງ, ທັ້ງນີ້ເພື່ອແນໃສ່ເຮັດໃຫ້ໜໍ່ໄມ້ຕາມທໍາມະຊາດມີໂອກາດໄດ້ກາຍເປັນລໍາທົດແທນຕົ້ນເກົ່າໃນຕໍ່ໜ້າ. ພ້ອມນີ້, ໃນການເກັບຊື້ຂອງບຸກຄົນ, ນິຕິບຸກຄົນ, ນັກທຸລະກິດ, ທັງພາຍໃນ ແລະ ຕ່າງປະເທດ ຕ້ອງຫັນເຂົ້າສູ່ລະບຽບການ ແລະ ມີພັນທະຕໍ່ການຄຸ້ມຄອງປ່າໄມ້ ດ້ວຍການຕັ້ງເປັນກຸ່ມເກັບຊື້ໃນແຕ່ລະບ້ານຄ້າຍຄືກັບກຸ່ມເກັບຊື້ເຄື່ອງປ່າຂອງດົງຊະນິດອື່ນໆ ເຊິ່ງຜູ້ເກັບຊື້ຕ້ອງປະກອບເອກະສານຕາມທີ່ຫ້ອງການທີ່ກ່ຽວຂ້ອງຂອງເມືອງກໍານົດຢ່າງລະອຽດ ເພື່ອຮັບປະກັນເຮັດໃຫ້ການເກັບຊື້ໜໍ່ໄມ້ຢູ່ພາຍໃນເມືອງແອດມີຄວາມເປັນລະບຽບຮຽບຮ້ອຍກວ່າເກົ່າ ແລະ ຮັບປະກັນບໍ່ໃຫ້ເກີດການເອົາປຽບດ້ານລາຄາໃນການເກັບຊື້ເກີດຂຶ້ນອີກ.

ບົດຄວາມຫຼ້າສຸດ

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...

ສູນທອນພົດປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X

 ໃນພິທີປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ສອນໄຊ ສີພັນດອນ ປະທານສະພາແຫ່ງຊາດ ໄດ້ກ່າວສູນທອນພົດປິດກອງປະຊຸມວ່າ: ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...