spot_img
Homeຂ່າວພາຍ​ໃນມາດຕະການໃນການແກ້ໄຂໄພເງິນເຟີ້ທີ່ມອບໝາຍໃຫ້ທະນາຄານແຫ່ງ ສປປ ລາວ ປະຕິບັດ

ມາດຕະການໃນການແກ້ໄຂໄພເງິນເຟີ້ທີ່ມອບໝາຍໃຫ້ທະນາຄານແຫ່ງ ສປປ ລາວ ປະຕິບັດ

Published on

ຄຳສັ່ງນາຍົກລັດຖະມົນຕີ ສະບັບເລກທີ 13/ນຍ ໃນວັນທີ 29 ສິງຫາ 2023 ໄດ້ວາງມາດມາດຕະການໃນການແກ້ໄຂໄພເງິນເຟີ້ ໃນນັ້ນ ໄດ້ມອບໃຫ້ທະນາຄານແຫ່ງ ສປປ ລາວ ປະຕິບັດຄືດັ່ງນີ້:

1) ຄຸ້ມຄອງປະລິມານເງິນ M2 ໃຫ້ຢູ່ໃນຂອບທີ່ສາມາດຄວບຄຸມໄດ້; ຄຸ້ມຄອງ, ຕິດຕາມ ແລະ ຈໍາກັດການເພີ່ມຂຶ້ນ ຂອງອັດຕາເງິນເຟີ້ ເຮັດໃຫ້ຫຼຸດລົງ. ພ້ອມທັງ ສຸມໃສ່ຄວບຄຸມລາຄາສິນຄ້າທີ່ສົ່ງຜົນກະທົບໄວຕໍ່ເງິນເຟີ້ຂອງ ສປປ ລາວ ແລະ ຊີວິດການເປັນຢູ່ຂອງປະຊາຊົນ.

2) ຄຸ້ມຄອງການເຄື່ອນໄຫວທາງດ້ານການເງິນ ຂອງບັນດາທະນາຄານທຸລະກິດ ຢ່າງໃກ້ຊິດ, ຮັບປະກັນບໍ່ໃຫ້ມີການປັ່ນປ່ວນ ແລະ ແລກປ່ຽນເງິນຕາທີ່ຜິດກົດໝາຍ; ພ້ອມນີ້, ໃຫ້ນໍາໃຊ້ມາດຕະການທີ່ເດັດຂາດຕໍ່ຜູ້ລະເມີດ ແລະ ກະທໍາ ຜິດຕໍ່ກົດໝາຍ, ຕໍ່ຜູ້ສວຍໃຊ້ໜ້າທີ່ ເພື່ອຫາຜົນປະໂຫຍດທີ່ບໍ່ຊອບທໍາ ແລະ ຜິດກົດຫມາຍ ໂດຍບໍ່ມີການຍົກເວັ້ນ.

3) ຄຸ້ມຄອງ, ຕິດຕາມ, ກວດກາ ແລະ ແກ້ໄຂການແລກປ່ຽນເງິນຕາ ທີ່ບໍ່ຖືກຕ້ອງ ແລະ ດໍາເນີນຄະດີ ຕໍ່ບຸກຄົນ, ນິຕິບຸກຄົນ ຜູ້ທີ່ຍັງເຄື່ອນໄຫວແລກປ່ຽນເງິນຕາແບບຊະຊາຍ ສ້າງຄວາມປັ່ນປ່ວນ; ພ້ອມທັງ ກຸ່ມເປົ້າໝາຍ ທີ່ມີການນໍາໃຊ້ບັນຊີສ່ວນຕົວ ເຂົ້າໃນການແລກປ່ຽນເງິນຕາແບບຜິດກົດໝາຍ, ຖ້າພົບເຫັນພະນັກງານ ແລະ ເຈົ້າຫນ້າທີ່ສວຍໃຊ້ ໜ້າທີ່ອໍານວຍຄວາມສະດວກ ຕ້ອງໄດ້ດໍາເນີນຕາມຂະບວນການຂອງກົດໝາຍ ຢ່າງເຂັ້ມງວດ.

ບົດຄວາມຫຼ້າສຸດ

ໃນປີ 2026 ລັດຖະບານຈະປັບເງິນເດືອນ ພະນັກງານລັດຖະກອນບໍ່ຫຼຸດ 3,000,000 ກີບ/ເດືອນ ເພື່ອແກ້ໄຂສະພາບການເປັນຢູ່ຂອງພະນັກງານ

ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ ໄດ້ຊີ້ແຈງຕໍ່ການຊັກຖາມຂອງສະມາຊິກສະພາແຫ່ງຊາດ ໃນກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 13 ພະຈິກ...

ຈັບໄດ້ທັງໝົດແລ້ວ! ກໍລະນີລົດບັນທຸກລິງປີ້ນທີ່ ສ.ອາເມຣິກາ ເຮັດໃຫ້ລິງຕິດເຊື້ອໂຕນໜີເມື່ອສອງອາທິດທີ່ຜ່ານມາ ປັດຈຸບັນ ສາມາດນຳລິງທັງໝົດກັບມາໄດ້ແລ້ວ

ເປັນເວລາກວ່າ 8 ມື້ໃນການໄລ່ຈັບລີງຕິດເຊື້ອ, ກໍລະນີທີ່ເກີດຂຶ້ນ ໃນວັນທີ 28 ເດືອນຕຸລາ 2025 ທີ່ຜ່ານມາ ທີ່ລັດມິດຊີຊິບປີ້ ( Mississippi ), ສະຫະລັດອາເມລິກາ...

ໂຄງການ ASEAN SOAR Together ໄດ້ຮ່ວມແບ່ງປັນເລື່ອງລາວຄວາມສໍາເລັດຂອງ MSME ດິຈິຕ້ອນ ທີ່ງານ ABIS 2025

ສະເຫຼີມສະຫຼອງຜົນສໍາເລັດຂອງການຫັນສູ່ດິຈິຕ້ອນຂອງ MSME ໃນທົ່ວອາຊຽນ ຜ່ານໂຄງການ ASEAN SOAR Together ກົວລາ ລໍາເປີ, 31 ຕຸລາ 2025 – ມູນນິທິ ອາຊຽນ...

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ໄດ້ຄາດ່ານໜອງຄາຍ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ຄາດ່ານໜອງຄາຍ (ດ່ານຂົວມິດຕະພາບແຫ່ງທີ 1) ໃນວັນທີ 3 ພະຈິກ...