spot_img
Homeຂ່າວພາຍ​ໃນຈັບເປົ້າໝາຍຢາເສບຕິດ ແລະ ມີອາວຸດເສິກ

ຈັບເປົ້າໝາຍຢາເສບຕິດ ແລະ ມີອາວຸດເສິກ

Published on

ວັນທີ 14 ສິງຫາ ທີ່ຜ່ານມາ, ເຈົ້າໜ້າທີ່ ປກສ ເມືອງຫາດຊາຍຟອງ ໄດ້ສົມທົບກັບພາກສ່ວນທີ່ກ່ຽວຂ້ອງ ເຂົ້າຈັບເປົ້າໝາຍການຂົນສົ່ງຢາບ້າ ແລະ ມີລະເບີດໄວ້ໃນຄອບຄອງ ແຕ່ມີຄົນໜຶ່ງໜີໄປໄດ້.

ພັທ ເກດສະໜາ ພິຈິດ ຫົວໜ້າພະແນກຕໍາຫຼວດ ປກສ ເມືອງຫາດຊາຍຟອງ ໃຫ້ຮູ້ວ່າ: ໃນວັນທີ 14 ສິງຫາ 2023, ເວລາ 15:50ໂມງ ເຈົ້າໜ້າທີ່ໜ່ວຍງານສະກັດກັ້ນ ແລະ ຕ້ານຢາເສບຕິດ ໄດ້ສົມທົບກັບພາກສ່ວນທີ່ກ່ຽວຂ້ອງ ລົງແກ້ໄຂເປົ້າໝາຍການຂົນສົ່ງຢາເສບຕິດ (ຢາບ້າ) ແລະ ການມີອາວຸກເສີກໄວ້ໃນຄອບຄອງ (ລະເບີດ) ຢູ່ບ້ານທ່າເດື່ອ ເມືອງຫາດຊາຍຟອງ ນະຄອນຫຼວງວຽງຈັນ ສາມາດຈັບຕົວເປົ້າໝາຍໄດ້ 1 ຄົນຊື່ ທ້າວ ທະນາໂຊກ ທໍາມະຄູນ ຫຼື ຫຼ້າ ອາຍຸ 27 ປີ ອາຊີບກໍາມະກອນ ຢູ່ບ້ານໂຊກຄໍາ ເມືອງໄຊເສດຖາ ນະຄອນຫຼວງວຽງຈັນ.

ສ່ວນເປົ້າໝາຍອີກຜູ້ໜຶ່ງແມ່ນໄດ້ເອົາຕົວຫຼົບໜີຈາກການຈັບກຸມຂອງເຈົ້າໜ້າທີ່ ຜ່ານການກວດຄົ້ນພົບເຫັນຢາບ້າ 1 ມັດເທົ່າກັບ 2.000 ເມັດ, ວັດຖຸລະເບີດລັກສະນະຄືໝາກຂຽບ ຈໍານວນ 1 ໜ່ວຍ, ໂທລະສັບ Redmi ສີດໍາ ຈໍານວນ 1 ໜ່ວຍ ແລະ ລົດກະບະ TOYOTA VIGO ສີປອນເງີນ ປ້າຍທະບຽນ ກອ 0510 ກໍາແພງນະຄອນ.

ບົດຄວາມຫຼ້າສຸດ

ປະຫວັດ ທ່ານ ສຸຣິຍະ ຈຶງຮຸ່ງເຮືອງກິດ ຮັກສາການນາຍົກລັດຖະມົນຕີ ແຫ່ງຣາຊະອານາຈັກໄທ

ທ່ານ ສຸຣິຍະ ຈຶງຮຸ່ງເຮືອງກິດ ຮັກສາການນາຍົກລັດຖະມົນຕີ ແຫ່ງຣາຊະອານາຈັກໄທ ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 1 ກໍລະກົດ 2025, ພາຍຫຼັງສານລັດຖະທຳມະນູນຮັບຄຳຮ້ອງ ສະມາຊິກວຸດທິສະພາ ປະເມີນສະຖານະພາບ ທ່ານ ນາງ ແພທອງທານ...

ສານລັດຖະທຳມະນູນ ເຫັນດີຮັບຄຳຮ້ອງ ຢຸດການປະຕິບັດໜ້າທີ່ ຂອງ ທ່ານ ນາງ ແພທອງ ຊິນນະວັດ ນາຍົກລັດຖະມົນຕີແຫ່ງຣາຊະອານາຈັກໄທ ເລີ່ມແຕ່ມື້ນີ້ເປັນຕົ້ນໄປ

ສານລັດຖະທຳມະນູນ ເຫັນດີຮັບຄຳຮ້ອງຢຸດການປະຕິບັດໜ້າທີ່ຂອງ ທ່ານ ນາງ ແພທອງທານ ຊິນນະວັດ ນາຍົກລັດຖະມົນຕີແຫ່ງຣາຊະອານາຈັກໄທ ຕັ້ງແຕ່ວັນທີ 1 ກໍລະກົດ 2025 ເປັນຕົ້ນໄປ. ອີງຕາມເວັບໄຊ້ຂ່າວ Channel News...

ສານຂອງ ທ່ານນາຍົກລັດຖະມົນຕີ ເນື່ອງໃນໂອກາດວັນສາກົນຕ້ານຢາເສບຕິດ ຄົບຮອບ 38 ປີ

ສານຂອງ ທ່ານນາຍົກລັດຖະມົນຕີ ເນື່ອງໃນໂອກາດວັນສາກົນຕ້ານຢາເສບຕິດ ຄົບຮອບ 38 ປີ ເນື່ອງໃນໂອກາດ ວັນສາກົນຕ້ານຢາເສບຕິດ ຄົບຮອບ 38 ປີ (26 ມິຖຸນາ 1987 -...

ສານຫວຽດນາມ ດຳເນີນຄະດີຜູ້ຕ້ອງສົງໃສພະນັກງານລັດ 41 ຄົນ ໃນຂໍ້ຫາສໍ້ລາດບັງຫຼວງ ສ້າງຄວາມເສຍຫາຍ 45 ລ້ານໂດລາ

ສານຫວຽດນາມໄດ້ເປີດການພິຈາລະນາຄະດີສໍ້ລາດບັງຫຼວງ ແລະ ຮັບສິນບົນ ມູນຄ່າ ເກືອບ 1,500 ລ້ານບາດ ຫຼື ປະມານ 45 ລ້ານໂດລາ. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 24 ມິຖຸນາ 2025,...