spot_img
Homeຂ່າວພາຍ​ໃນລາວເຮົາສ່ຽງມີບັນຫາທາງດ້ານສຸຂະພາບຈິດເພີ່ມຂຶ້ນອັນມາຈາກໄພເງິນເຟີ້ ແລະ ໄພນ້ຳຖ້ວມ

ລາວເຮົາສ່ຽງມີບັນຫາທາງດ້ານສຸຂະພາບຈິດເພີ່ມຂຶ້ນອັນມາຈາກໄພເງິນເຟີ້ ແລະ ໄພນ້ຳຖ້ວມ

Published on

ຜູ້ຊ່ຽວຊານດ້ານສຸຂະພາບຈິດທ່ານໜຶ່ງ ໃນພະແນກສຸຂະພາບຈິດ ໂຮງໝໍມະໂຫສົດ ໄດ້ກັງວົນກ່ຽວກັບ ປະຊາຊົນກຳລັງປະເຊີນບັນຫາສຸຂະພາບຈິດເພີ່ມຂຶ້ນ ທີ່ເກີດມາຈາກອັດຕາເງິນເຟີ້ຂຶ້ນສູງ ແລະ ໄພນ້ຳຖ້ວມພາຍໃນປະເທດ ໃນໄລຍະທີ່ຜ່ານມາ.

ອີງຕາມການລາຍງານຂອງ Vientiane Times ໄດ້ລາຍງານວ່າ: ໃນປີ 2022 ປະຊາຊົນຫຼາຍກວ່າ 70.000 ຄົນ ມີບັນຫາທາງດ້ານສຸຂະພາບຈິດ ແລະ ຄາດວ່າຈະເພີ່ມຂຶ້ນເປັນ 2 ເທົ່າໃນປີນີ້ ສາເຫດຫຼັກກໍແມ່ນຄ່າຄອງຊີບເພີ່ມສູງຂຶ້ນ ທີ່ບໍ່ສາມາດຄວບຄຸມໄດ້.

ໂດຍແພດ ອະທິບາຍວ່າ ຜົນກະທົບທາງດ້ານສຸຂະພາບຈິດບໍ່ໄດ້ຈຳກັດພຽງແຕ່ກຸ່ມຄົນໃດໜຶ່ງ ແຕ່ທຸກໆຄົນສ່ຽງທີ່ປະສົບບັນຫາທາງດ້ານສຸຂະພາບຈິດ ແລະ ຄວາມກັງວົນທາງດ້ານການເງິນໄດ້ ຍິ່ງໄປກວ່ານັ້ນ ສຳລັບປະຊາຊົນທີ່ຈະຕ້ອງປະສົບໄພນ້ຳຖ້ວມ ແລະ ຄວາມທຸກຍາກ ຕ້ອງໄດ້ກັງວົນກ່ຽວກັບຄວາມສາມາດທີ່ຈະຈ່າຍຄ່າອາຫານ ບ່ອນຢູ່ອາໃສ ແລະ ການເບິ່ງແຍງສຸຂະພາບ.

ຕໍ່ກັບສຸຂະພາບຈິດ ເປັນອີກໜຶ່ງທີ່ຕ້ອງເອົາໃຈໃສ່ຄືກັບສຸຂະພາບຮ່າງກາຍ ເພາະມັນຈະສົ່ງຜົນຕໍ່ຄວາມຄິດ ຄວາມຮູ້ສຶກ ແລະ ການຮັບມືບັນຫາຕ່າງໆໃນຊີວິດ.

ບຸກຄົນທີ່ມີບັນຫາທາງດ້ານສຸຂະພາບຈິດ ສາມາດຮັບຄວາມຊ່ວຍເຫຼືອຜ່ານໜ່ວຍງານສຸຂະພາບຈິດທີ່ໂຮງໝໍມະໂຫສົດ ແລະ ໂຮງໝໍ 103 ກອງທັບ.

ບົດຄວາມຫຼ້າສຸດ

ຈັບໄດ້ທັງໝົດແລ້ວ! ກໍລະນີລົດບັນທຸກລິງປີ້ນທີ່ ສ.ອາເມຣິກາ ເຮັດໃຫ້ລິງຕິດເຊື້ອໂຕນໜີເມື່ອສອງອາທິດທີ່ຜ່ານມາ ປັດຈຸບັນ ສາມາດນຳລິງທັງໝົດກັບມາໄດ້ແລ້ວ

ເປັນເວລາກວ່າ 8 ມື້ໃນການໄລ່ຈັບລີງຕິດເຊື້ອ, ກໍລະນີທີ່ເກີດຂຶ້ນ ໃນວັນທີ 28 ເດືອນຕຸລາ 2025 ທີ່ຜ່ານມາ ທີ່ລັດມິດຊີຊິບປີ້ ( Mississippi ), ສະຫະລັດອາເມລິກາ...

ໂຄງການ ASEAN SOAR Together ໄດ້ຮ່ວມແບ່ງປັນເລື່ອງລາວຄວາມສໍາເລັດຂອງ MSME ດິຈິຕ້ອນ ທີ່ງານ ABIS 2025

ສະເຫຼີມສະຫຼອງຜົນສໍາເລັດຂອງການຫັນສູ່ດິຈິຕ້ອນຂອງ MSME ໃນທົ່ວອາຊຽນ ຜ່ານໂຄງການ ASEAN SOAR Together ກົວລາ ລໍາເປີ, 31 ຕຸລາ 2025 – ມູນນິທິ ອາຊຽນ...

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ໄດ້ຄາດ່ານໜອງຄາຍ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ຄາດ່ານໜອງຄາຍ (ດ່ານຂົວມິດຕະພາບແຫ່ງທີ 1) ໃນວັນທີ 3 ພະຈິກ...

ຂໍສະແດງຄວາມຍິນດີນຳ ນາຍົກເນເທີແລນຄົນໃໝ່ ແລະ ເປັນນາຍົກທີ່ເປັນ LGBTQ+ ຄົນທຳອິດ

ວັນທີ 03/11/2025, ຂໍສະແດງຄວາມຍິນດີນຳ ຣອບ ເຈດເທນ (Rob Jetten) ນາຍົກລັດຖະມົນຕີຄົນໃໝ່ຂອງປະເທດເນເທີແລນ ດ້ວຍອາຍຸ 38 ປີ, ແລະ ຍັງເປັນຄັ້ງປະຫວັດສາດຂອງເນເທີແລນ ທີ່ມີນາຍົກລັດຖະມົນຕີອາຍຸນ້ອຍທີ່ສຸດ...