spot_img
Homeຂ່າວພາຍ​ໃນພິທີເປີດຫ້ອງວິໄຈແຮ່ຫາຍາກ ໃນ ສປປ ລາວ

ພິທີເປີດຫ້ອງວິໄຈແຮ່ຫາຍາກ ໃນ ສປປ ລາວ

Published on

ໃນຕອນເຊົ້າວັນທີ 29 ສິງຫາ 2023, ທີ່ຫ້ອງປະຊຸມ ສະຖາບັນຄົ້ນຄວ້າພະລັງງານ ແລະ ບໍ່ແຮ່ (ບ້ານດົງໝາກຄາຍ) ໄດ້ຈັດ ພິທີເປີດຫ້ອງວິໄຈແຮ່ຫາຍາກລາວ-ຈີນ ຂຶ້ນ, ຊຶ່ງເປັນໂຄງການຮ່ວມມື ສ້າງສູນວິໄຈແຮ່ຫາຍາກ ລະຫວ່າງ ສະຖາບັນຄົ້ນຄວ້າພະລັງງານ ແລະ ບໍ່ແຮ່ ກັບ ບໍລິສັດ ແຮ່ຫາຍາກ ແລະ ໂລຫະ ສປ ຈີນ ຈຳກັດ; ໂດຍໃຫ້ກຽດເຂົ້າຮ່ວມເປັນປະທານໃນພິທີ ຂອງທ່ານ ໂພໄຊ ໄຊຍະສອນ, ກຳມະການສູນກາງພັກ, ເລຂາຄະນະພັກກະຊວງ, ລັດຖະມົນຕີກະຊວງ ພະລັງງານ ແລະ ບໍ່ແຮ່, ພ້ອມດ້ວຍແຂກຈາກ ຫົວໜ້າຫ້ອງການ, ຫົວໜ້າກົມຈັດຕັ້ງ ແລະ ພະນັກງານ ແລະ ພະນັກງານຈາກ ສະຖາບັນຄົ້ນຄວ້າພະລັງງານ ແລະ ບໍ່ແຮ່ ແລະ ພະນັກງານກຳມະກອນ ຈາກ ບໍລິສັດ ແຮ່ຫາຍາກ ແລະ ໂລຫະ ສປ ຈີນ ຈຳກັດ ເຂົ້າຮ່ວມຢ່າງພ້ອມພຽງ.

ໃນໂອກາດທີ່ມີຄວາມໝາຍສຳຄັນນີ້, ທ່ານ ລັດຖະມົນຕີ ໄດ້ກ່າວຄຳເຫັນວ່າ: ວຽກງານທໍລະນີສາດ-ບໍ່ແຮ່ ກໍ່ເປັນວຽກງານໜຶ່ງທີ່ສຳຄັນໃນການປະກອບສ່ວນສ້າງສາພັດທະນາປະເທດຊາດ ໂດຍສະເພາະຊຸກຍູ້ເສດຖະກິດຂອງຊາດໃຫ້ສະຖຽນລະພາບ ແລະໝັ້ນຄົງ, ຕາມບົດສະຫຼຸບແຜນພັດທະນາພະລັງງານ ແລະ ບໍ່ແຮ່ 5 ປີ ຄັ້ງທີ VIII (2016-2020) ຂະແໜງ ທໍລະນີສາດ-ບໍ່ແຮ່ ມີບັນດາບໍລິສັດໄດ້ເຊັນສັນຍາຊອກຄົ້ນ, ສຳຫຼວດ, ຂຸດຄົ້ນ ແລະ ປຸງແຕ່ງແຮ່ທາດກັບລັດຖະບານສປປ ລາວ ມີທັງໝົດ 215 ບໍລິສັດ, ໃນນັ້ນ ຢູ່ໃນຂັ້ນຕອນຊອກຄົ້ນ ສໍາຫຼວດມີ 91 ບໍລິສັດ, ສຶກສາຄວາມເປັນໄປໄດ້ທາງດ້ານເສດຖະກິດ-ເຕັກນິກມີ 43 ບໍລິສັດ ແລະ ຂັ້ນຕອນຂຸດຄົ້ນປຸງແຕ່ງແຮ່ມີ 81 ບໍລິສັດ (ຢູ່ໃນໄລຍະການກໍ່ສ້າງມີ 14 ບໍລິສັດ) ສາມາດສ້າງລາຍຮັບເຂົ້າງົບປະມານແຫ່ງລັດ 838,4 ລ້ານໂດລາສະຫະລັດ ແລະ ຕາມແຜນພັດທະນາພະລັງງານ ແລະ ບໍ່ແຮ່ 5 ປີ ຄັ້ງທີ IX (2021-2025) ຂະແໜງທໍລະນີສາດ-ບໍ່ແຮ່.

ໃນເປົ້າໝາຍທີ 8: ການກໍານົດນະໂຍບາຍ ກ່ຽວການການບໍລິຫານຄຸ້ມຄອງ ແລະ ພັດທະນາແຮ່ທາດໃຫ້ເກີດປະໂຫຍດສູງສຸດ, ໃນນັ້ນ ຄາດໝາຍສູ້ຊົນ ແລະ ວຽກຈຸດສຸມທີ່ສຳຄັນຄື ຊຸກຍູ້ສົ່ງເສີມ ແລະ ຄັດເລືອກເອົາບັນດາບໍລິສັດລົງທຶນດ້ານແຮ່ທາດຂອງຕ່າງປະເທດ ໂດຍສະເພາະ ສປ ຈີນ ທີ່ມີຖານະທາງດ້ານການເງິນທີ່ໝັ້ນຄົງ ແລະ ມີວີຊາການທີ່ຊຳນານງານເປັນຂອງຕົນເອງ ເພື່ອສຶກສາ ແລະ ພັດທະນາແຮ່ທາດຫາຍາກໃນສປປລາວ, ມາຮອດປະຈຸບັນ ລັດຖະບານ ສປປລາວໄດ້ອະນຸຍາດໃຫ້ບັນດາບໍລິສັດລົງທຶນຊອກຄົ້ນ-ສຳຫຼວດແຮ່ຫາຍາກ ມີທັງໝົດ 21 ບໍລິສັດ ແລະ ຂຸດຄົ້ນທົດລອງ 12 ບໍລິສັດ,ໃນການຄຸ້ມຄອງບໍລິຫານວຽກງານທໍລະນີສາດ-ບໍ່ແຮ່, ວຽກງານໜຶ່ງທີ່ສຳຄັນ ແລະ ຂາດບໍ່ໄດ້ ຄື ວຽກງານວິໄຈແຮ່ທາດ. ສະນັ້ນ ເພື່ອຜັນຂະຫຍາຍນະໂຍບາຍ ແລະ ເຈດຕະນາລົມຂອງສອງພັກ-ລັດ ລາວ-ຈີນໃຫ້ເຂົ້າສູ່ລວງເລິກ.

ສະຖາບັນຄົ້ນຄວ້າພະລັງງານ ແລະ ບໍ່ແຮ່ ແລະ ບໍລິສັດ ແຮ່ຫາຍາກ ແລະ ໂລຫະ ສປ ຈີນ ຈຳກັດ ຈຶ່ງໄດ້ພົວພັນປະສານງານ ແລະ ປຶກສາຫາລືກັນ ພາຍໃຕ້ທິດຊີ້ນຳ ຂອງລັດຖະບານກໍ່ຄືການນໍາຂອງ ກະຊວງພະລັງງານ ແລະ ບໍ່ແຮ່ ເພື່ອຮ່ວມມືສ້າງຫ້ອງວິໄຈແຮ່ຫາຍາກ ເພື່ອບໍລິການ ແລະ ກວດສອບວິໄຈຄຸນນະພາບແຮ່ຍາກ ເພື່ອເປັນຂໍ້ມູນໃຫ້ແກ່ລັດຖະບານ ໃນການສົມທຽບ ປະເມີນປະລິມານສະສົມ ແລະ ຕີລາຄາໃນການຊື້-ຂາຍແຮ່ (ໃນໄລຍະຜ່ານມາ ສະຖາບັນຄົ້ນຄວ້າພະລັງງານ ແລະ ບໍ່ແຮ່ ຍັງບໍ່ເຄີຍມີເຄື່ອງວິໄຈ, ບໍ່ໄດ້ຝຶກອົບຮົມ ແລະ ວິໄຈແຮ່ຫາຍາກ ມາກ່ອນ), ຜ່ານການປຶກສາຫາລື ເຫັນດີເປັນເອກະພາບຮ່ວມກັນ ຈຶ່ງເຮັດໃຫ້ໂຄງການຖືກຈັດຕັ້ງປະຕິບັດ ແລະ ສ້າງສຳເລັດຕາມແຜນການ ແລະ ເວລາທີ່ກຳນົດ.

ທ່ານ ພູວຽງ ແກ້ວບຸບຜາ ຫົວໜ້າສະຖາບັນຄົ້ນຄວ້າພະລັງງານ ແລະ ບໍ່ແຮ່ ໄດ້ໃຫ້ຮູ້ວ່າ: ໂດຍປະຕິບັດ ຕາມແຈ້ງການ ຂອງຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ສະບັບເລກທີ 1959/ຫສນຍ ລົງວັນທີ 30 ທັນວາ 2022 ທີ່ມີເນື້ອໃນຂອງເອກະສານ ທັງສອງສະບັບໄດ້ລະບຸໄວ້ໃນຂໍ້ທີ 3 ຄື: ຮ່ວມກັນສ້າງສູນວິໄຈແຮ່ຫາຍາກ ແລະ ຂໍ້ທີ 4: ສ້າງຄວາມເຂັ້ມແຂງດ້ານເຕັກນິກວິຊາການແຮ່ຫາຍາກໃຫ້ບຸກຄະລາກອນ ຂອງຂະ ແໜງພະລັງງານ ແລະ ບໍ່ແຮ່.

ສະຖາບັນຄົ້ນຄວ້າພະລັງງານ ແລະ ບໍ່ແຮ່ ແລະ ຕ່າງໜ້າກຸ່ມບໍລິສັດ ແຮ່ຫາຍາກ ສປ ຈີນ ຈໍາກັດ ກໍ່ໄດ້ພົວພັນ, ປະສານງານ ແລະ ປຶກສາຫາລືຮ່ວມກັນຫຼາຍໆຄັ້ງ ເພື່ອວາງແຜນຈັດຕັ້ງປະຕິບັດວຽກງານໂຄງການຮ່ວມມືໃຫ້ທັນກັບເວລາທີ່ກຳນົດໄວ້ ໂດຍສະເພາະ ຂັ້ນຕອນການນຳເຂົ້າວັດຖຸ ອຸປກອນ, ເຄື່ອງວິໄຈ ແລະ ສານເຄມີຈໍານວນໜຶ່ງທີ່ຈໍາເປັນ ຈາກ ສປ ຈີນ ລວມທັງ ພ້ອມທັງໄດ້ປຶກສາຫາລືເລືອກສະຖານທີ່ທີ່ຈະປັບປຸງ ແລະ ສ້ອມແປງເປັນຫ້ອງວິໄຈແຮ່ຫາຍາກ, ຄະນະສະຖາບັນຄົ້ນຄວ້າພະລັງງານ ແລະ ບໍ່ແຮ່ ແລະ ຕາງໜ້າກຸ່ມບໍລິສັດ ແຮ່ຫາຍາກ ສປຈີນ ຈໍາກັດ ກໍ່ໄດ້ຕົກລົງເຫັນດີ ປັບປຸງ ແລະ ສ້ອມແປງເອົາຫ້ອງວິໄຈ Biogas ແລະ Solar cell ເປັນຫ້ອງວິໄຈແຮ່ຫາຍາກ ພາຍຫຼັງ ເອກະພາບກັນແລ້ວ, ທາງກຸ່ມບໍລິສັດ ແຮ່ຫາຍາກ ສປ ຈີນ ຈໍາກັດ (ຄູ່ຮ່ວມມືຝ່າຍຈີນ) ກໍ່ໄດ້ວາງແຜນ ແລະ ກຳນົດເວລາໃນການຈັດຕັ້ງປະຕິບັດແຕ່ລະໜ້າວຽກ, ຊຶ່ງວຽກປັບປຸງ ສ້ອມແປງຫ້ອງວິໄຈ ແລະ ຕິດຕັ້ງເຄື່ອງວິໄຈ ໄດ້ເລີ່ມລົງມືແຕ່ກາງເດືອນເມສາ 2023, ມາຮອດປະຈຸບັນ ວຽກງານດັ່ງກ່າວໄດ້ເຮັດສຳເລັດ.

ແຫຼ່ງຂ່າວ ສະຖາບັນຄົ້ນຄວ້າພະລັງງານ ແລະ ບໍ່ແຮ່

ບົດຄວາມຫຼ້າສຸດ

ຍີ່ປຸ່ນກຽມຮັບມື! ສຶນາມິສູງເຖິງ 3 ແມັດ ຫຼັງຈາກເກີດເຫດແຜ່ນດິນໄຫວລະດັບ 8.7 ຣິກເຕີ.

ຍີ່ປຸ່ນສັ່ງອົບພະຍົບປະຊາຊົນຫຼາຍພັນຄົນ ພາຍຫຼັງພົບຄຶ້ນສຶນາມິພັດເຂົ້າຝັ່ງ ເຈົ້າໜ້າທີ່ຄາດວ່າຄຶ້ນອາດຈະສູງເຖິງ 3 ແມັດ. ສຳນັກຂ່າວໃນປະເທດຍີ່ປຸ່ນລາຍງານໃນວັນທີ 30 ກໍລະກົດ 2025 ຜ່ານມາ, ຍີ່ປຸ່ນກຍມຮັບມືກັບສຶນາມິທີ່ເລີ່ມພັດເຂົ້າຊາຍຝັ່ງອີກຮອບ ໂດຍຄາດການວ່າ: ຄຶ້ນອາດຈະສູງເຖິງ 3 ແມັດ,...

ລາຄານໍ້າປະປາ ຢູ່ແຂວງວຽງຈັນເພີ່ມຂຶ້ນ ເນື່ອງຈາກລາຄານຳເຂົ້າອຸປະກອນ ເພີ່ມຂຶ້ນເທົ່າຕົວ

ປັບລາຄາຂຶ້ນຄັ້ງທຳອິດ! ລາຄານໍ້າປະປາ ຢູ່ແຂວງວຽງຈັນເພີ່ມຂຶ້ນ ເນື່ອງຈາກລາຄານຳເຂົ້າອຸປະກອນ ເພີ່ມຂຶ້ນເທົ່າຕົວ. ແຫຼ່ງຂ່າວຈາກ ແຂວງວຽງຈັນ ໃຫ້ຮູ້ວ່າ: ປັດຈຸບັນ ໄດ້ເກີດມີຫາງສຽງຈົ່ມວ່າ ຈາກພໍ່ແມ່ປະຊາຊົນ ກໍຄືສື່ສັງຄົມອອນລາຍ ກ່ຽວກັບການປັບຂຶ້ນລາຄາຄ່ານ້ຳປະປາ ຢູ່ພາຍໃນແຂວງວຽງຈັນ, ຕໍ່ກັບບັນຫາດັ່ງກ່າວ,...

ຣັດເຊຍເກີດແຜ່ນດິນໄຫວຮຸນແຮງລະດັບ 8.7 ຣິກເຕີ ທາງດ້ານຍີ່ປຸ່ນກຽມຮັບມືກັບຄຶ້ນໃຫຍ່ສຶນາມິ

ທາງການຣັດເຊຍເປີດເຜີຍ: ຄຶ້ນສຶນາມິສູງ 3-4 ແມັດ ພັດເຂົ້າສູ່ແຄມຝັ່ງທາງຕາເວັນອອກ ຫຼັງເກີດແຜ່ນດິໄຫວລະດັບ 8.7 ຣິກເຕີ ເບື້ອງຕົ້ນບໍ່ມີລາຍງານຜູ້ເສຍຊີວິດ ແລະ ບາດເຈັບ. ອີງຕາມສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 30 ກໍລະກົດ 2025,...

ເສຍຫາຍຫຼາຍສົມຄວນ! ປະເມີນຜົນກະທົບຈາກໄພພິບັດ ແລະ ແນວທາງການຊ່ວຍເຫຼືອຟື້ນຟູ

ລາວໄດ້ຮັບຜົນກະທົບທັງໝົດ 34 ເມືອງ ແລະ ເສຍຊີວິດ 4 ຄົນ ຈາກຜົນກະທົບຈາກພາຍຸວິພາ ຄະນະກຳມະການຄຸ້ມຄອງໄພພິບັດຂັ້ນສູນກາງ ຈັດກອງປະຊຸມເພື່ອປຶກສາຫາລືກ່ຽວກັບການປະເມີນຜົນກະທົບ, ຜົນເສຍຫາຍ ແລະ ແນວທາງຟື້ນຟູສຸກເສີນ ບັນດາແຂວງທີ່ໄດ້ຮັບຜົນກະທົບຈາກພາຍຸວິພາ ໃນວັນທີ...