spot_img
Homeຂ່າວພາຍ​ໃນພາສີ ປະຈຳແຂວງເຊກອງ ເກັບລາຍຮັບເຂົ້າງົບປະມານໄດ້ເກີນແຜນການ ໃນ 6 ເດືອນຕົ້ນປີ 2023

ພາສີ ປະຈຳແຂວງເຊກອງ ເກັບລາຍຮັບເຂົ້າງົບປະມານໄດ້ເກີນແຜນການ ໃນ 6 ເດືອນຕົ້ນປີ 2023

Published on

ພາສີ ປະຈຳແຂວງເຊກອງ ແມ່ນການຈັດຕັ້ງໜຶ່ງຂອງກົມພາສີ ກະຊວງການເງິນ, ທີ່ຂຶ້ນກັບການຄຸ້ມຄອງໂດຍກົງທາງດ້ານກົງຈັກການຈັດຕັ້ງ, ບຸກຄະລາກອນ, ວິຊາສະເພາະ-ວິຊາການ, ງົບປະມານ ແລະ ການຄຸ້ມຄອງຊັບສິນລວມສູນເປັນເອກະພາບໃນຂອບເຂດທົ່ວປະເທດ, ເຊິ່ງເຄື່ອນໄຫວຕາມພາລະບົດບາດ, ສິດ ແລະ ໜ້າທີ່ໂດຍ ສະເພາະແມ່ນການຈັດຕັ້ງປະຕິບັດເກັບລາຍຮັບເຂົ້າງົບປະມານແຫ່ງລັດ.

ທ່ານ ແກ້ວອຳພອນ ແສງນວນຈັນ ຫົວໜ້າພາສີ ປະຈຳແຂວງເຊກອງ ໃຫ້ສຳພາດວ່າ: ພາສີ ປະຈຳແຂວງເຊກອງ, ຕາມພາລະບົດບາດ, ສິດ ແລະ ຂອບເຂດຄວາມຮັບຜິດຊອບ, ປະກອບມີ 1 ຂະແໜງ (ຂະແໜງສັງລວມ, ກວດກາ ແລະ ກວດສອບຄືນການແຈ້ງພາສີ) ມີ 1 ດ່ານພາສີສາກົນ ແລະ 3 ດ່ານພາສີປະເພນີ, ມີພະນັກງານ–ລັດຖະກອນທັງໝົດ 12 ທ່ານ, ຍິງ 1 ທ່ານ.

ໃນປີ 2023 ພາສີປະຈຳແຂວງໄດ້ຮັບຕົວເລກແຜນງົບປະມານແຫ່ງລັດຈໍານວນ 10 ຕື້ກີບ, ຕາມແຈ້ງການຂອງກະຊວງການເງິນ ສະບັບເລກທີ 4132/ກງ, ລົງວັນທີ 20 ທັນວາ 2022; ໂດຍຜ່ານການຈັດຕັ້ງປະຕິບັດຕາມແຜນການຈັດເກັບລາຍຮັບໃນ 06 ເດືອນຕົ້ນປີ 2023 ສາມາດຈັດຕັ້ງປະຕິບັດລາຍຮັບໄດ້ 6,07 ຕື້ກີບ, ເທົ່າກັບ 97,99% ຂອງແຜນການ 6 ເດືອນຕົ້ນປີ ແລະ ເທົ່າກັບ 60,75% ຂອງແຜນການປີ. ໃນນັ້ນ, ພາສີ ປະຈໍາແຂວງປະຕິບັດໄດ້ 172 ລ້ານກີບ, ເທົ່າກັບ 27,84% ຂອງແຜນການ 6 ເດືອນຕົ້ນປີ ແລະ ເທົ່າກັບ 17,26% ຂອງແຜນການປີ; ດ່ານພາສີສາກົນດາກຕະອອກປະຕິບັດໄດ້ 5,9 ຕື້ກີບ, ເທົ່າກັບ 105,78% ຂອງແຜນການ 6 ເດືອນຕົ້ນປີ ແລະ ເທົ່າກັບ 65,59% ຂອງແຜນການປີ.

ຄຽງຄູ່ກັນນີ້, ຍັງພ້ອມກັນສຸມໃສ່ບັນດາມາດຕະການ, ວຽກຈຸດສຸມໃນ 06 ເດືອນທ້າຍປີ ແລະ ປະສານສົມທົບກັບຂະແໜງການທີ່ກ່ຽວຂ້ອງ…ໂດຍປະສານສົມທົບກັບພາສີປະຈຳຈຸດປະສານງານຫ້ວຍຂຽວ ໃນການສະກັດກັັ້ນ ການລັກລອບໜີພາສີທັງໃນດ່ານ ແລະ ນອກດ່ານຢ່າງເຂັ້ມງວດ; ຕິດຕາມ, ກວດກາການເຄື່ອນຍ້າຍສິນຄ້າເຄື່ອງຂອງພາຍໃນ, ຕິດຕາມການເຄື່ອນຍ້າຍນໍ້າມັນເຊື້ອໄຟທີເຄື່ອນຍ້າຍມາຈາກຕ່າງແຂວງ ຫຼື ເຄື່ອນຍ້າຍແຕ່ແຂວງເຊກອງໄປຫາຫາແຂວງອື່ນໆ.

ແຫຼ່ງຂ່າວ: ກະຊວງການເງິນ

ບົດຄວາມຫຼ້າສຸດ

ຈັບໄດ້ທັງໝົດແລ້ວ! ກໍລະນີລົດບັນທຸກລິງປີ້ນທີ່ ສ.ອາເມຣິກາ ເຮັດໃຫ້ລິງຕິດເຊື້ອໂຕນໜີເມື່ອສອງອາທິດທີ່ຜ່ານມາ ປັດຈຸບັນ ສາມາດນຳລິງທັງໝົດກັບມາໄດ້ແລ້ວ

ເປັນເວລາກວ່າ 8 ມື້ໃນການໄລ່ຈັບລີງຕິດເຊື້ອ, ກໍລະນີທີ່ເກີດຂຶ້ນ ໃນວັນທີ 28 ເດືອນຕຸລາ 2025 ທີ່ຜ່ານມາ ທີ່ລັດມິດຊີຊິບປີ້ ( Mississippi ), ສະຫະລັດອາເມລິກາ...

ໂຄງການ ASEAN SOAR Together ໄດ້ຮ່ວມແບ່ງປັນເລື່ອງລາວຄວາມສໍາເລັດຂອງ MSME ດິຈິຕ້ອນ ທີ່ງານ ABIS 2025

ສະເຫຼີມສະຫຼອງຜົນສໍາເລັດຂອງການຫັນສູ່ດິຈິຕ້ອນຂອງ MSME ໃນທົ່ວອາຊຽນ ຜ່ານໂຄງການ ASEAN SOAR Together ກົວລາ ລໍາເປີ, 31 ຕຸລາ 2025 – ມູນນິທິ ອາຊຽນ...

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ໄດ້ຄາດ່ານໜອງຄາຍ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ຄາດ່ານໜອງຄາຍ (ດ່ານຂົວມິດຕະພາບແຫ່ງທີ 1) ໃນວັນທີ 3 ພະຈິກ...

ຂໍສະແດງຄວາມຍິນດີນຳ ນາຍົກເນເທີແລນຄົນໃໝ່ ແລະ ເປັນນາຍົກທີ່ເປັນ LGBTQ+ ຄົນທຳອິດ

ວັນທີ 03/11/2025, ຂໍສະແດງຄວາມຍິນດີນຳ ຣອບ ເຈດເທນ (Rob Jetten) ນາຍົກລັດຖະມົນຕີຄົນໃໝ່ຂອງປະເທດເນເທີແລນ ດ້ວຍອາຍຸ 38 ປີ, ແລະ ຍັງເປັນຄັ້ງປະຫວັດສາດຂອງເນເທີແລນ ທີ່ມີນາຍົກລັດຖະມົນຕີອາຍຸນ້ອຍທີ່ສຸດ...