Homeຂ່າວພາຍ​ໃນກະຊວງການເງິນແນະນໍາການສ້າງແຜນໄລຍະກາງງົບປະມານປີ 2024

ກະຊວງການເງິນແນະນໍາການສ້າງແຜນໄລຍະກາງງົບປະມານປີ 2024

Published on

ໃນວັນທີ 8 ສິງຫາ 2023 ທີ່ສະຖາບັນການເງິນ-ການບັນຊີ, ກົມງົບປະມານແຫ່ງລັດ ກະຊວງການເງິນໄດ້ຈັດກອງປະຊຸມແນະນໍາການນໍາໃຊ້ ຊຸດຕາຕະລາງສ້າງແຜນໄລຍະກາງ, ສໍາລັບກະຊວງ-ອົງການຂັ້ນສູນກາງ ໂດຍການເປັນປະທານຂອງທ່ານ ພູວົງ ກິດຕະວົງ ຫົວໜ້າກົມງົບປະມານແຫ່ງລັດ ກະຊວງການເງິນ, ມີຄະນະກົມ, ຄະນະພະແນກ, ພ້ອມດ້ວຍວິຊາການຂອງບັນດາກະຊວງ-ອົງການ, ພະນັກງານຫຼັກແຫຼ່ງຂອງກົມງົບປະມານແຫ່ງລັດ ແລະ ຊ່ຽວຊານຈາກທະນາຄານພັດທະນາອາຊີ ແລະ ທະນາຄານໂລກເຂົ້າຮ່ວມ.

ໂດຍປະຕິບັດຕາມຂໍ້ຕົກລົງ ຂອງລັດຖະມົນຕີກະຊວງການເງິນ ສະບັບເລກທີ 2218/ກງ, ລົງວັນທີ 24 ກໍລະກົດ 2023 ໃນການອະນຸມັດໃຫ້ນໍາໃຊ້ຊຸດຕາຕະລາງສ້າງແຜນໄລຍະກາງ ແລະ ໃຫ້ກົມງົບປະມານແຫ່ງລັດ ເປີດກອງປະຊຸມແນະນໍາການນໍາໃຊ້ຊຸດຕາຕະລາງສ້າງແຜນ, ສໍາລັບກະຊວງ-ອົງການ ຂັ້ນສູນກາງ ເພື່ອເປັນການຍົກລະດັບການສ້າງແຜນລະອຽດແຕ່ຫົວທີ ໃຫ້ມີຄວາມຊັດເຈນ, ສອດຄ່ອງກັບ ແຜນພັດທະນາເສດຖະກິດ-ສັງຄົມ 5 ປີ ແລະ ວຽກງານຈຸດສຸມຂອງຂະແໜງການຕາມກົດໝາຍ ວ່າດ້ວຍງົບປະມານ ແລະ ຄໍາແນະນໍາການສ້າງແຜນງົບປະມານ.

ໃນກອງປະຊຸມດັ່ງກ່າວ, ທ່ານ ພູວົງ ກິດຕະວົງ ຫົວໜ້າກົມງົບປະມານແຫ່ງລັດ ໄດ້ມີຄໍາເຫັນວ່າ: ການແນະນໍາໃນຄັ້ງນີ້, ໄດ້ພ້ອມກັນລົງເລິກຄົ້ນຄວ້າຮຽນຮູ້ການນໍາໃຊ້ຊຸດຕາຕະລາງສ້າງແຜນຂອບໄລຍະກາງ ໃຫ້ມີຄວາມເປັນເອກະພາບໃນຂອບເຂດທົ່ວປະເທດ ເພື່ອເປັນການລົງເລິກເປັນອັນລະອຽດ ໃຫ້ເຫັນໄດ້ບັນດາວຽກຈຸດສຸມ, ແຜນວຽກ, ແຜນງານ, ກິດຈະກໍາຕ່າງໆທີ່ຕິດພັນກັບແຜນພັດທະນາເສດຖະກິດ-ສັງຄົມ ແລະ ເພື່ອເປັນການຍົກລະດັບການສ້າງແຜນໃຫ້ມີປະສິດທິພາບ, ປະສິດທິຜົນ, ສອດຄ່ອງກັບນະໂຍບາຍການປະຢັດ ແລະ ຕ້ານການຟຸມເຟືອຍກັບບັນດານິຕິກໍາທີ່ມີ, ພ້ອມກັນຄົ້ນຄວ້າລົງເລິກ ສຶກສາໃນການນໍາໃຊ້ຕາຕະລາງດັ່ງກ່າວ ເພື່ອໃຫ້ມີຄວາມເຂົ້າໃຈຢ່າງເລິກເຊິ່ງ ແລະ ນໍາໃຊ້ຢ່າງຖືກຕ້ອງຕາມວິທີການ ແລະ ລະບຽບຫຼັກການທີ່ໄດ້ກໍານົດໄວ້.

ສຳລັບການຄົ້ນຄ້ວາສ້າງແຜນໄລຍະກາງ ແມ່ນບົນພື້ນຖານ ການຄົ້ນຄ້ວາດ້ານວິຊາການພາຍໃນກົມ ສົມທົບກັບຊ່ຽວຊານທະນາຄານໂລກ ໃນການນໍາເອົາບາງບົດຮຽນຂອງສາກົນ ເຂົ້າມາມີສ່ວນຮ່ວມ ໃນການສ້າງແຜນໃຫ້ລະອຽດແຕ່ຫົວທີ ເຊິ່ງຄາດວ່າຈະເຮັດໃຫ້ການສ້າງແຜນງົບປະມານແຫ່ງລັດນັບມື້ນັບດີຂື້ນ ແລະ ສາມາດຕອບສະໜອງຂໍ້ມູນທີ່ຈໍາເປັນ ໃນການສະເໜີແຜນງົບປະມານ ໃຫ້ມີຄວາມລະອຽດ ຕໍ່ລັດຖະບານ ແລະ ສະພາແຫ່ງຊາດ ເພື່ອພິຈາລະນາຮັບຮອງ ເຊິ່ງຜົນຂອງການສ້າງແຜນລະອຽດແຕ່ຫົວທີ ຈະເຮັດໃຫ້ການປະຕິບັດງົບປະມານມີຄວາມຄ່ອງຕົວ, ທັງເປັນການມອບຄວາມຮັບຜິດຊອບໃຫ້ກະຊວງ-ອົງການຫຼາຍຂຶ້ນ ໃນການຄຸ້ມຄອງງົບປະມານ ແລະ ກົມງົບປະມານແຫ່ງລັດຈະໄດ້ເລີ່ມຫັນໄປສູ່ການຫຼຸດຜ່ອນການອະນຸມັດ ແລະ ລົງເລິກໃສ່ວຽກງານກວດກາຫຼັງຈ່າຍ ຕາມວິໄສທັດ ແລະ ພາລະບົດບາດຂອງກົມງົບປະມານແຫ່ງລັດຢ່າງເຂັ້ມງວດ.

ແຫຼ່ງຂ່າວ ປະເທດລາວ

ບົດຄວາມຫຼ້າສຸດ

ກອງປະຊຸມພົບປະ ແລະ ເຮັດວຽກລະຫວ່າງ ກະຊວງໂຍທາທິການ ແລະ ຂົນສົ່ງ ແລະ ອົງການປົກຄອງແຂວງຜົ້ງສາລີ

ໃນວັນທີ 28 ຕຸລາ 2026 ທີ່ຫ້ອງວ່າການປົກຄອງແຂວງຜົ້ງສາລີທ່ານເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງ ໂຍທາທິການ ແລະຂົນສົ່ງ ພ້ອມຄະນະ ເຂົ້າຮ່ວມປະຊຸມປຶກສາຫາລືວຽກງານນຳການນຳແຂວງຜົ້ງສາລີ ໂດຍການຕ້ອບຮັບຂອງພົນຕີ ສົມພອນ ມິດຕະພອນເລຂາພັກແຂວງປະທານສະພາປະຊາຊົນແຂວງຜົ້ງສາລີ,...

ກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ 2026 ສະຫຼຸບສະພາບພົ້ນເດັ່ນ ແລະ ວຽກງານຈຸດສຸມຮີບດ່ວນ

ໃນຕອນແລງຂອງວັນທີ 23 ຕຸລາ 2026 ທ່ານ ປອ. ຄໍາຜາ ພິມມະສອນ, ຮອງລັດຖະມົນຕີ, ຮອງຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ໄດ້ຖະແຫຼງຂ່າວ ຕໍ່ສື່ມວນຊົນ ກ່ຽວກັບຜົນກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ...

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...