Homeຂ່າວພະຍາກອນອາກາດລະດັບນ້ຳຂອງເພີ່ມຂຶ້ນຢ່າງໄວວາ ແລະ ຄາດວ່າຍັງຈະເພີ່ມຂຶ້ນອີກ

ລະດັບນ້ຳຂອງເພີ່ມຂຶ້ນຢ່າງໄວວາ ແລະ ຄາດວ່າຍັງຈະເພີ່ມຂຶ້ນອີກ

Published on

ອົງການແມ່ນໍ້າຂອງ (MRC) ກ່າວວ່າລະດັບນໍ້າໃນແມ່ນໍ້າຂອງຕອນລຸ່ມ (LMB) ໄດ້ເພີ່ມຂຶ້ນຢ່າງໄວວາ ແລະ ຄາດວ່າຈະເພີ່ມຂຶ້ນ ໃນອີກ 5 ມື້ຕໍ່ໜ້າ ໂດຍສະເພາະນ້ຳຂອງຈາກ ຊຽງຄານ ຫາ ໂຂງຈຽມ ຂອງໄທ ແລະ ວຽງຈັນ ຫາ ສະຫວັນນະເຂດ ໃນ ສປປ ລາວ.

ໃນວັນທີ 9 ສິງຫາ 2023 ອົງການແມ່ນໍ້າຂອງ ໄດ້ລາຍງານວ່າ:  ຈາກຂໍ້ມູນລະດັບນ້ຳ ຂອງອົງການແມ່ນໍ້າຂອງ ແລະ ຂໍ້ມູນປະລິມານນ້ຳຝົນ, ເນື່ອງຈາກຝົນຕົກໜັກໃນທົ່ວພາກພື້ນແມ່ນ້ຳຂອງ ເຊິ່ງເລີ່ມແຕ່ວັນທີ 5 ສິງຫາ ເປັນຕົ້ນມາ ເຮັດໃຫ້ປະລິມານນ້ຳທີີ່ວັດແທກໄດ້ສູງກວ່າປົກກະຕິ.

ທ່ານ ດຣ Sothea Khem ຜູ້ຊ່ຽວຊານດ້ານການພະຍາກອນນໍ້າຖ້ວມ ຂອງກອງເລຂາ MRC ກ່າວວ່າ “ໃນເດືອນສິງຫາພຽງເດືອນດຽວ ຈະມີປະລິມານນ້ຳຝົນສູງຂຶ້ນເຖິງ 40% ສູງກວ່າປີ 2021 ແລະ 2022.”

ບາງ​ສ່ວນ​ຂອງ ສປປ ລາວ ​ແລະ ​ໄທ ​ໄດ້​ຮັບ​ຜົນ​ກະທົບ​ຢ່າງ​ໜັກໜ່ວງ​ຈາກ​ໄພ​ນ້ຳ​ຖ້ວມ​ ໃນ​ທ້າຍ​ອາທິດ​ຜ່ານ​ມາ, ສະພາບ​ການ​ດັ່ງກ່າວ​ໄດ້​ເຮັດ​ໃຫ້​ລະດັບ​ນ້ຳ​ເພີ່ມ​ຂຶ້ນ ​ແລະ ສົ່ງ​ຜົນ​ກະທົບ​ຕໍ່​ຊັບ​ສິນ ​ແລະ ການ​ດຳລົງ​ຊີວິດຂອງປະຊາຊົນ.

ຢູ່ແຂວງຊຽງຄານຂອງໄທ, ລະດັບນໍ້າໄດ້ເພີ່ມຂຶ້ນຈາກລະດັບ 7,70 ແມັດ ເປັນ 12,26 ແມັດ ໃນລະຫວ່າງວັນທີ 1-8 ສິງຫາ. ໃນໄລຍະ 5 ວັນຕໍ່ໜ້ານີ້ ຄາດວ່າຈະມີລະດັບຄວາມສູງຕື່ມອີກ 0,50 ແມັດ ໂດຍມີລະດັບເຕືອນໄພແມ່ນ 14,5 ແມັດ.

ທີ່ນະຄອນຫຼວງວຽງຈັນ ເຫັນວ່າລະດັບນໍ້າຂອງເພີ່ມຂຶ້ນ 4,30 ແມັດ ເມື່ອທຽບໃສ່ໄລຍະດຽວກັນຂອງປີກາຍນີ້, ເພີ່ມຂຶ້ນປະມານ 40%. ໃນໄລຍະ 5 ວັນຕໍ່ໜ້ານີ້, ຄາດຄະເນລະວ່າ ດັບນໍ້າຂອງຈະສູງຂຶ້ນລະຫວ່າງ 2,34-3,32 ແມັດ. ການເພີ່ມຂຶ້ນຂອງນ້ຳຢູ່ທີ່ 11,5 ແມັດ ຈະມີການແຈ້ງເຕືອນໄພ, ໂດຍທີ່ການເຕືອນໄພນໍ້າຖ້ວມແມ່ນ 12,5 ແມັດ.

ຈາກນະຄອນພະນົມຂອງໄທ ຫາ ນະຄອນປາກເຊ ໃນ ສປປ ລາວ, ລະດັບນໍ້າຂອງໄດ້ເພີ່ມຂຶ້ນຫຼາຍກວ່າ 2,50 ແມັດ ແລະ ອາດຈະເພີ່ມຂຶ້ນອີກ ປະມານ 2 ແມັດ ໃນ 5 ມື້ຕໍ່ໜ້າ. ດັ່ງນັ້ນ, ລະດັບນໍ້າຂອງນະຄອນພະນົມ ຈະຂຶ້ນສູ່ລະດັບເຕືອນໄພ 11,5 ແມັດ ໃນວັນທີ 10 ສິງຫາ ແລະ ລະດັບນໍ້າຖ້ວມ 12 ແມັດ ໃນວັນທີ 11 ສິງຫາ.

ຢ່າງໃດກໍຕາມ ເຂື່ອນໃນ ສປປ ລາວ ກໍໄດ້ມີການປ່ອຍນ້ຳອອກເຂື່ອນເພື່ອຄວບຄຸມລະດັບນ້ຳໄວ້ ໂດຍຈະມີການແຈ້ງແບບສຸກເສີນ ຫຼື ແຈ້ງໃນໄລຍະສັ້ນ ພ້ອມກຽມຮັບມືກັບການປ່ຽນແປງຂອງລະດັບນ້ຳ.

ແຫຼ່ງຂ່າວ ອົງການແມ່ນໍ້າຂອງ (MRC)

ບົດຄວາມຫຼ້າສຸດ

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...

ສູນທອນພົດປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X

 ໃນພິທີປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ສອນໄຊ ສີພັນດອນ ປະທານສະພາແຫ່ງຊາດ ໄດ້ກ່າວສູນທອນພົດປິດກອງປະຊຸມວ່າ: ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...

ສສຊ ເຂດ 4 ສະເໜີ ໃຫ້ກວດລ້າງໃສ່ໂທດ ຕໍ່ຜູ້ກະທຳຜິດ ແລະຜູ້ທີ່ຊ່ວຍເຫຼືອເອື້ອອຳນວຍຄວາມສະດວກ ໃຫ້ກຸ່ມສະແກມເມີ ທັງພາຍໃນ ແລະ ຕ່າງປະເທດ

ທ່ານ ນາງ ມະນີຈູ່ ຢາຈົງວາ ສສຊ ປະຈຳເຂດເລືອກຕັ້ງທີ4 ແຂວງອຸດົມໄຊໄດ້ປະກອບຄຳເຫັນຕໍ່ຮ່າງກົດໝາຍ ວ່າດ້ວຍການຕ້ານ ແລະ ສະ ກັດກັ້ນອາຊະຍາກໍາທາງໄຊເບີ (ສະບັບປັບປຸງ) ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ...