Homeຂ່າວພາຍ​ໃນວິທີກຽມພ້ອມຮັບມືກັບໄພນ້ຳຖ້ວມ ເມື່ອມີການແຈ້ງເຕືອນ

ວິທີກຽມພ້ອມຮັບມືກັບໄພນ້ຳຖ້ວມ ເມື່ອມີການແຈ້ງເຕືອນ

Published on

ໄພທຳມະຊາດເປັນສິ່ງທີ່ເຮົາບໍ່ຄາດຄິດ ບໍ່ສາມາດຄວບຄຸມໄດ້ ແລະ ສາມາດເກີດຂຶ້ນໄດ້ທຸກບ່ອນ ສະນັ້ນ ເຮົາທຸກຄົນຄວນກຽມພ້ອມຮັບມືກັບສະຖານະການດັ່ງກ່າວ ໂດຍສະເພາະເຂດທີ່ມີນ້ຳຖ້ວມເປັນປະຈຳ ແລະ ຜູ້ທີ່ອາໄສຢູ່ໃກ້ແຄມນ້ຳຍິ່ງຕ້ອງລະວັງ.

ການວາງແຜນກຽມພ້ອມຮັບມືກັບນ້ຳຖ້ວມ ພາຍຫຼັງມີແຈ້ງເຕືອນ ມີຄືດັ່ງນີ້:

  1. ກຽມແຜນທີ່ຕ້ອງປະເຊີນກັບນ້ຳຖ້ວມ ເພື່ອຫາວິທີໜີໄດ້ທັນ ໂດຍຕ້ອງເນັ້ນຄວາມປອດໄພຂອງຊີວິດຄົນໃນຄອບຄົວເປັນຫຼັກ ໂດຍສະເພາະແມ່ນເຮືອນທີ່ມີຜູ້ອາຍຸສູງ, ເດັກນ້ອຍ, ຜູ້ຍິງຖືພາ, ຜູ້ປ່ວຍຕິດຕຽງ ແລະ ຄົນພິການ ຕ້ອງໃຫ້ພວກເຂົາຢູ່ບ່ອນສູງ ເພື່ອຄວາມປອດໄພ.
  2. ຂົນຍ້າຍເຄື່ອງຂຶ້ນບ່ອນສູງ ຖ້າເຮືອນມີ 2 ຊັ້ນ ແມ່ນໃຫ້ກຽມໄວ້ຊັ້ນທີ 2 ເລີຍ ເມື່ອເວລາທີ່ເຮົາພົບກັບນ້ຳຖ້ວມຈຶ່ງບໍ່ໃຫ້ເກີດຄວາມເສຍຫາຍຕໍ່ຊັບສິນຫຼາຍ.
  3. ຕັດກະແສໄຟຟ້າ ປິດສະວິດໄຟ ເພື່ອປ້ອງກັນກະແສໄຟຟ້າຮົ່ວ.
  4. ປິດອຸປະກອນເຄື່ອງໃຊ້ໄຟຟ້າ ແລະ ແກ໊ສ.
  5. ກຽມອຸປະກອນທີ່ຈຳເປັນເຊັ່ນ ເຊືອກ, ຖົງຢາງດຳ, ເຈ້ຍອະນາໄມ, ມີດ ແລະ ອຸປະກອນຕ່າງໆທີ່ຄາດວ່າຈຳເປັນ ໃຫ້ກຽມພ້ອມໃນເວລາປະສົບໄພ.
  6. ກຽມເອກະສານສຳຄັນຕ່າງໆເຊັ່ນ ບັດປະຊາຊົນ, ໜັງສືຜ່ານແດນ, ໃບຕາດິນ, ສຳມະໂນຄົວ, ປຶ້ມບັນຊີທະນາຄານ ສິ່ງເຫຼົ່ານີ້ຄວນເກັບໄວ້ໃນຊອງທີ່ເປັນຊິບລັອກກັນນ້ຳເຂົ້າ ແລະ ຄວນເອົາໄວ້ບ່ອນທີ່ຄາດວ່າຈະບໍ່ຖືກນ້ຳຖ້ວມ.
  7. ສຳຮອງອາຫານແຫ້ງ ນ້ຳດື່ມ ກຽມໄວ້ໃຫ້ພໍກັບຄອບຄົວທີ່ຕ້ອງກິນ ແລະ ສາມາດກິນໄດ້ຢ່າງໜ້ອຍ 3 ມື້.
  8. ກຽມຢາສາມັນປະຈຳບ້ານເຊັ່ນ: ຢາແກ້ປວດ, ຢາແກ້ໄຂ້, ຢາດີໄອ, ຢາໃສ່ບາດ ແລະ ຢາທີ່ກິນປະຈຳ ສຳລັບຜູ້ທີ່ມີພະຍາດປະຈຳຕົວ ຕ້ອງເກັບໄວ້ໃນທີ່ປອດໄພ ກັນນ້ຳເຂົ້າ.
  9. ຈັດກຽມລະບົບໄຟສຳຮອງເຊັ່ນ ໄຟສາຍ, ທຽນ, ກັບໄຟ ເປັນຕົ້ນ.
  10. ຈົດເບີສຸກເສີນ ເພື່ອຂໍຄວາມຊ່ວຍເຫຼືອໃນພາວະສຸກເສີນເຊັ່ນ ອົງການກາແດງປະຈຳແຂວງ ຫຼື ໜ່ວຍກູ້ໄພປະຈຳແຂວງ ເປັນຕົ້ນ.
  11. ຖ້ານ້ຳຖ້ວມສູງບໍ່ສາມາດອາໄສພາຍໃນບ້ານໄດ້ ໃຫ້ລັອກປະຕູບ້ານ ແລະ ອົບພະຍົບຂຶ້ນບ່ອນສູງ ຖ້າບໍ່ມີບ່ອນສູງ ໃຫ້ຟັງວິທະຍຸ ຫຼື ເພຈຂ່າວປະຈຳແຂວງ ກ່ຽວກັບສະຖານທີ່ພັກ ໃນເວລາປະສົບໄພ.

ບົດຄວາມຫຼ້າສຸດ

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...

ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ເພື່ອເປັນບ່ອນອີງໃຫ້ການຄຸ້ມຄອງວຽກງານຈະລາຈອນທາງບົກໃຫ້ມີປະສິດທິພາບ, ປະສິດທິຜົນ

ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ສະເໜີເຫດຜົນ, ຄວາມຈໍາເປັນທີ່ຕ້ອງໄດ້ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...

2026 ຍທຂ ໄດ້ຮັບຈັດສັນງົບປະມານກອງທຶນທາງ 2,000 ຕື້ກີບ ສະເລ່ຍປັບປຸງເສັ້ນທາງເບຕົງ ຫຼື ອັດສະຟານ 5-10 ກິໂລແມັດ ໃນແຕ່ລະແຂວ

ໃນກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ຂຶ້ນຊີ້ແຈ້ງຕໍ່ຄຳຊັກຖາມຂອງສະມາຊິກສະພາແຫ່ງຊາດ ກ່ຽວກັບບັນຫາ ທີ່ຕິດພັນກັບການຈັດຕັ້ງປະຕິບັດວຽກງານຂອງຂະແໜງໂຍທາທິການ...