spot_img
Homeຂ່າວພາຍ​ໃນຫັນປ່ຽນຈາກການທຳລາຍສິນຄ້າ ໃຫ້ມາສ້າງຜົນປະໂຫຍດຈາກມັນ

ຫັນປ່ຽນຈາກການທຳລາຍສິນຄ້າ ໃຫ້ມາສ້າງຜົນປະໂຫຍດຈາກມັນ

Published on

ໃນໄລຍະທີ່ຜ່ານມາເຮົາສາມາດພົບການກວດຍຶດທໍາລາຍສິນຄ້າ ລວມໄປເຖິງອາຫານ ທີ່ນຳເຂົ້າຢ່າງຜິດກົດໝາຍ ຫຼື ການໄປຫາປາໃນສະຖານທີ່ສະຫງວນ ຈຶ່ງຖືກການກວດຍຶດທຳລາຍຖິ້ມ.

ຕໍ່ກັບກໍລະນີດັ່ງກ່າວ ເຮັດໃຫ້ປະຊາຊົນອອກມາສະແດງຄວາມຄິດເຫັນອອກເປັນ 2 ດ້ານຄື ການເຫັນດີໃນການທຳລາຍ ຢ່າງໃດກໍຕາມແຕ່ກໍມີປະຊາຊົນຈຳນວນຫຼາຍທີ່ສະແດງຄວາມຄິດເຫັນເລື່ອງການບໍ່ເໝາະສົມທີ່ຈະທຳລາຍສິນຄ້າດັ່ງກ່າວ ເພາະມັນເປັນການທຳລາຍຊັບພະຍາກອນຢ່າງໜຶ່ງຢ່າງບໍ່ມີປະໂຫຍດ ແລະ ສິນຄ້າຈຳນວນດັ່ງກ່າວ ສາມາດນຳເອົາໄປເປັນປະໂຫຍດໄດ້ຫຼາຍຢ່າງ.

ນອກຈາກນີ້ ຈຳນວນກໍອອກມາເວົ້າວ່າ ເຮົາຄວນປັບໃໝຜູ້ກະທຳຜິດໃຫ້ໄປຕາມລະບຽບກົດໝາຍ ແຕ່ສິນຄ້າດັ່ງກ່າວຄວນນຳເອົາໄປໃຊ້ເປັນປະໂຫຍດອື່ນໆ ດ້ວຍການມອບໃຫ້ຜູ້ດ້ອຍໂອກາດ ຜູ້ອຶດຫິວ ຫຼື ຜູ້ທຸກຍາກ.

ຈາກຜົນສຳຫຼວດຂອງ UNICEF Laos ໄດ້ຮູ້ວ່າ: “ໃນ ສປປ ລາວ ມີເດັກນ້ອຍຂາດສານອາຫານປະມານ 60.000 ຄົນ” ນີ້ເປັນພຽງສ່ວນໜຶ່ງຂອງການສຳຫຼວດ, ແຕ່ເຮົາກໍຮູ້ໄດ້ເລີຍວ່າຈຳນວນຂອງປະຊາກອນທີ່ຂາດສານອາຫານນັ້ນບໍ່ແມ່ນຈຳນວນໜ້ອຍເລີຍ.

ສະນັ້ນ, ຈຶ່ງຢາກຂໍໃຫ້ພາກສ່ວນທີ່ກ່ຽວຂ້ອງ ຫັນຈາກການທຳລາຍສິນຄ້າຖິ້ມ ປ່ຽນມາເປັນການນຳເອົາສິນຄ້າດັ່ງກ່າວມາເຮັດໃຫ້ເປັນປະໂຫຍດ.

ບົດຄວາມຫຼ້າສຸດ

ຈັບໄດ້ທັງໝົດແລ້ວ! ກໍລະນີລົດບັນທຸກລິງປີ້ນທີ່ ສ.ອາເມຣິກາ ເຮັດໃຫ້ລິງຕິດເຊື້ອໂຕນໜີເມື່ອສອງອາທິດທີ່ຜ່ານມາ ປັດຈຸບັນ ສາມາດນຳລິງທັງໝົດກັບມາໄດ້ແລ້ວ

ເປັນເວລາກວ່າ 8 ມື້ໃນການໄລ່ຈັບລີງຕິດເຊື້ອ, ກໍລະນີທີ່ເກີດຂຶ້ນ ໃນວັນທີ 28 ເດືອນຕຸລາ 2025 ທີ່ຜ່ານມາ ທີ່ລັດມິດຊີຊິບປີ້ ( Mississippi ), ສະຫະລັດອາເມລິກາ...

ໂຄງການ ASEAN SOAR Together ໄດ້ຮ່ວມແບ່ງປັນເລື່ອງລາວຄວາມສໍາເລັດຂອງ MSME ດິຈິຕ້ອນ ທີ່ງານ ABIS 2025

ສະເຫຼີມສະຫຼອງຜົນສໍາເລັດຂອງການຫັນສູ່ດິຈິຕ້ອນຂອງ MSME ໃນທົ່ວອາຊຽນ ຜ່ານໂຄງການ ASEAN SOAR Together ກົວລາ ລໍາເປີ, 31 ຕຸລາ 2025 – ມູນນິທິ ອາຊຽນ...

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ໄດ້ຄາດ່ານໜອງຄາຍ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ຄາດ່ານໜອງຄາຍ (ດ່ານຂົວມິດຕະພາບແຫ່ງທີ 1) ໃນວັນທີ 3 ພະຈິກ...

ຂໍສະແດງຄວາມຍິນດີນຳ ນາຍົກເນເທີແລນຄົນໃໝ່ ແລະ ເປັນນາຍົກທີ່ເປັນ LGBTQ+ ຄົນທຳອິດ

ວັນທີ 03/11/2025, ຂໍສະແດງຄວາມຍິນດີນຳ ຣອບ ເຈດເທນ (Rob Jetten) ນາຍົກລັດຖະມົນຕີຄົນໃໝ່ຂອງປະເທດເນເທີແລນ ດ້ວຍອາຍຸ 38 ປີ, ແລະ ຍັງເປັນຄັ້ງປະຫວັດສາດຂອງເນເທີແລນ ທີ່ມີນາຍົກລັດຖະມົນຕີອາຍຸນ້ອຍທີ່ສຸດ...