spot_img
Homeຂ່າວພາຍ​ໃນລະວັງຕົກເປັນເຫຍື່ອ ສະແກຼມເມີ ໃນການນຳໃຊ້ສື່ສັງຄົມອອນລາຍ

ລະວັງຕົກເປັນເຫຍື່ອ ສະແກຼມເມີ ໃນການນຳໃຊ້ສື່ສັງຄົມອອນລາຍ

Published on

ນໍາໃຊ້ສື່ສັງຄົມອອນລາຍ (Facebook) ທັງຫຼາຍ ຈົ່ງມີສະຕິຕໍ່ການຫຼອກລວງຜ່ານທາງ Facebook Messenger ໃຫ້ເຫຍື່ອໂອນເງິນໃຫ້ ຫຼື ເວົ້າອີກຢ່າງໝຶ່ງ ແມ່ນການກໍ່ອາຊະຍາກຳທາງລະບົບຄອມພີວເຕີ ຮູບແບບ ສະແກຼມເມີ “Scammer” ທີ່ກຳລັງລະບາດຢູ່ ສປປ ລາວ ໃນປະຈຸບັນ ຄຳວ່າ: ສະແກຼມເມີ (Scammer) ແມ່ນການຫຼອກລວງທາງອິນເຕີເນັດອີກຮູບແບບໝຶ່ງ ເຊັ່ນ: ການຫຼອກລວງໃຫ້ຮ່ວມທຸລະກິດນຳກັນ, ການຫຼອກລວງໃຫ້ກູ້ຢືມເງີນດອກເບ້ຍຕຳ, ການຫຼອກລວງວ່າເປັນຜູ່ໂຊກດີຖືກລາງວັນ, ການຫຼອກລວງໃຫ້ຊ່ວຍເຫຼືອແລ້ວຈະໄດ້ຮັບຄ່າຕອບແທນດ້ວຍເງີນຈຳນວນຫຼາຍ, ການຫຼອກລວງຄວາມຮັກ ໂດຍຄຳເວົ້າກ້ຽວເປັນຊູ້ເປັນແຟນ, ຫຼອກລວງເປັນທາຍາດຂອງມະຫາເສດຖີທີ່ຫາກໍ່ເສຍຊິວິດ. ຫຼັງຈາກຕີສະໜິດໃຊ້ຄຳເວົ້າຊວນເຊື້ອໄດ້ແລ້ວຈະຫຼອກລວງເຫຍື້ອໂອນເງີນໃຫ້ ແຕ່ມີເງື່ອນໄຂວ່າ: ໃຫ້ເຫຍື້ອໂອນເງິນຄ່າທຳນຽມ ຫຼື ຄ່າພາສີຕ່າງໆ ໃນການຮັບເງິນຈຳນວນດັ່ງກ່າວ.

ໃນກໍລະນີນີ້ຈະຍົກຕົວຢ່າງ, ຈາກການຕິດຕາມທາງສື່ສັງຄົມອອນລາຍ ຢູ່ ສປປ ລາວ ໃນປະຈຸບັນ ແມ່ນພົບວ່າມີການແຮັກບັນຊີ Facebook ຂອງຜູ້ໃຊ້ ເພື່ອສົ່ງຂໍ້ຄວາມຕົວະໃຫ້ຄົນໃນຄອບຄົວ ແລະ ໝູ່ເພື່ອນຄົນສະໜິດ ເປັນຕົ້ນແມ່ນ ການຂໍຢືມເງີນ, ການຂໍຢືມບັນຊີ BCEL One ຂອງທະນາຄານການຄ້າຕ່າງປະເທດລາວ ແລະ ອື່ນໆ.

ຖ້າທ່ານໄດ້ຕິດຕາມທາງສື່ສັງຄົມອອນລາຍທ່ານຈະເຫັນວ່າການຫຼອກລວງໃນປັດຈຸບັນແມ່ນມີຫຼາກຫຼາຍຮູບແບບ ແລະ ຫຼາຍທາງ ທີ່ເປັນສື່ທາງສື່ສັງຄົມອອນລາຍ ບໍ່ວ່າຈະເປັນອີເມວ (Email), ເຟັສບຸກ (Feacbook), ວອດແອັບ (WhatsApp), ວີແຊັດ (Wechat), ລາຍ (Line), ເມັດເຊັນເຈີ (Messenger), ອິນຕຣາແກຼມ (Instagram), ຕິກຕ໋ອກ (TikTok) ແລະ ທະວິດເຕີ (Twitter) ແລະ ອື່ນໆ. ສະນັ້ນ, ເຮົາທຸກຄົນຈະຕ້ອງມີສະຕິລະວັງຕົວໃນການນໍາໃຊ້ສື່ສັງຄົມອອນລາຍດັ່ງກ່າວ ເພື່ອບໍ່ໃຫ້ຕົນເອງຕົກເປັນເຫຍື່ອຂອງຜູ້ບໍ່ຫວັງດີທາງໄຊເບີ.

ຂໍ້ແນະນໍາໃນການປ້ອງກັນ ແລະ ແກ້ໄຂ

ຈາກເຫດການທີ່ກ່າວມານັ້ນ ເຫັນໄດ້ວ່າ ສາເຫດຕົ້ນຕໍແມ່ນການຖືກແຮັກບັນຊີ Facebook. ດັ່ງນັ້ນ, ເຮົາຄວນຕ້ອງປ້ອງກັນຕັ້ງແຕ່ຕົ້ນເຫດ ກໍ່ຄືການປ້ອງກັນບັນຊີ Facebook ຂອງເຮົາບໍ່ໃຫ້ຖືກແຮັກນັ້ນເອງ ແລະ ວິທີ ທີ່ທາງເຮົາຈະແນະນໍາໃນການປ້ອງກັນໃນເບື້ອງຕົ້ນມີດັ່ງນີ້:

  1. ຕັ້ງລະຫັດຜ່ານເຂົ້ານໍາໃຊ້ Facebook ໃຫ້ຄາດເດົາໄດ້ຍາກ ແລະ ປະສົມປະສານລະຫວ່າງຕົວເລກ, ຕົວອັກສອນ ແລະ ສັນຍາລັກຕ່າງໆ ທີ່ມີຄວາມຍາວຢ່າງໜ້ອຍ 8 ຫຼັກ ຍິ່ງຫຼາຍເທົ່າໃດ ຍິ່ງດີ;
  2. ໝັ່ນປ່ຽນລະຫັດຜ່ານບັນຊີໃນທຸກໆເດືອນ;
  3. ບໍ່ຄວນບັນທຶກລະຫັດຜ່ານໄວ້ກັບບຣາວເຊີ (Browser) ເພາະອາດຈະມີຄົນສວມຮອຍໃຊ້ເຄື່ອງ ຄອມພິວເຕີດຽວກັນກັບເຮົາໄດ້;
  4. ຕັ້ງຄ່າການເຂົ້າລະບົບສອງຂັ້ນຕອນ (Two-Factor Authentication);
  5. ເພີ່ມເບີໂທລະສັບບຸກຄົນອື່ນທີ່ເຮົາໄວ້ໃຈໄດ້ ໃນບັນຊີ Facebook ເພື່ອໄວ້ໃຊ້ໃນກໍລະນີລືມລະຫັດຜ່ານ;
  6. ໃນກໍລະນີມືຖືສູນຫາຍ ໃຫ້ຮີບເຂົ້າບັນຊີ Facebook ຂອງຕົນເອງຈາກເຄື່ອງອື່ນ ເພື່ອອອກຈາກລະບົບບັນຊີ Facebook ຂອງມືຖືທີ່ສູນຫາຍນັ້ນ;
  7. ບໍ່ຄວນແບ່ງປັນບັນຊີ Facebook ຂອງຕົນເອງໃຫ້ກັບບຸກຄົນອື່ນນໍາໃຊ້ ບໍ່ວ່າຈະສະໜິດສະໜົມກັນພຽງໃດກໍ່ຕາມ;

ຂໍ້ແນະນໍາທີ່ກ່າວມານີ້ເປັນພຽງສ່ວນໜຶ່ງ ທີ່ສາມາດປ້ອງກັນໂຕທ່ານຈາກການຖືກແຮັກໄດ້ເທົ່ານັ້ນ ແຕ່ກໍ່ເປັນວິທີປ້ອງກັນທີ່ດີທີ່ຄວນຕ້ອງໄດ້ປະຕິບັດ ເພາະໃນປັດຈຸບັນການຫຼອກລວງເພື່ອຫວັງແຮັກບັນຊີ Facebook ແມ່ນມີຫຼາຍຮູບແບບ ຖ້າເຮົາມີສະຕິລະວັງຕົວຫຼາຍພຽງພໍ ວິທີການເຫຼົ່ານີ້ກໍ່ຈະຊ່ວຍໃຫ້ທ່ານບໍ່ຕົກເປັນເຫຍື່ອຂອງຜູ້ບໍ່ຫວັງດີໄດ້. ສໍາລັບໝູ່ເພື່ອນ ແລະ ຄົນໃກ້ຊິດ ຂອງຜູ້ທີ່ຖືກແຮັກນັ້ນ ກໍ່ຕ້ອງໄດ້ມີສະຕິໃນເວລາທີ່ໄດ້ຮັບຂໍ້ຄວາມ ຄວນພິຈາລະນາເຖິງພຶດຕິກຳ ຫຼື ລັກສະນະຂອງຂໍ້ຄວາມວ່າ: ມີຄວາມຜິດປົກກະຕິ ຫຼື ບໍ່, ຖ້າບໍ່ແນ່ໃຈ ແມ່ນໃຫ້ໂທຖາມກັບຜູ້ກ່ຽວໂດຍກົງ ເພື່ອຢືນຢັນຄວາມຖືກຕ້ອງ.

ແຫຼ່ງຂ່າວ ຄວາມສະຫງົບ

ບົດຄວາມຫຼ້າສຸດ

ລາຍຊື່ 23 ນັກເຕະທີມຊາດລາວຊຸດໃຫຍ່ ລຸຍບານເຕະ ຊີງແຊ້ມອາຊີ 2027 ຮອບຄັດເລືອກ (ຮອບສຸດທ້າຍ)

ສຕລ ປະກາດລາຍຊື່ 23 ນັກເຕະທີມຊາດລາວຊຸດໃຫຍ່ ລຸຍບານເຕະ ຊີງແຊ້ມອາຊີ 2027 ຮອບຄັດເລືອກ (ຮອບສຸດທ້າຍ) ທີມຊາດລາວ ຊຸດໃຫຍ່ ພາຍໃຕ້ການຄຸມທີມຂອງ ທ່ານ ຮາ ຮອກ...

ເຂົ້າກັກໂຕທັນທີ! ເຈົ້າໜ້າທີ່ກັກໂຕໜຸ່ມລາວ ໃນຂໍ້ຫາມີພຶດຕິກຳໃຊ້ບັນຊີ ຮັບ-ຖອນເງິນ ໃຫ້ກຸ່ມສະແກມເມີ

ອີງຕາມການລາຍງານຈາກສຳນັກຂ່າວປະເທດໄທ, ເຈົ້າໜ້າທີ່ກວດຄົນເຂົ້າເມືອງໜອງຄາຍ ປະເທດໄທ ໄດ້ເຂົ້າກັກໂຕໜຸ່ມຄົນລາວ ທີ່ມີຊື່ວ່າ ທ ເຈມບອນ ອາຍຸ 31 ປີ ຢູ່ທີ່ດ່ານຊາຍແດນຂົວມິດຕະພາບລາວ-ໄທ ແຫ່ງທີ 1 ໃນວັນທີ...

ພິທີເປີດງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025 ຢ່າງເປັນທາງການ

ເປີດຂຶ້ນຢ່າງເປັນທາງການແລ້ວ ງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025. ມະຫະກຳກິລາ ແຫ່ງຊາດ ຄັ້ງທີ XII ຫຼື ນະຄອນຫຼວງວຽງຈັນເກມ ທີ່ນະຄອນຫຼວງວຽງຈັນ ເປັນເຈົ້າພາບ ໄດ້ເປີດຂຶ້ນຢ່າງເປັນທາງການ...

ໃນປີ 2026 ລັດຖະບານຈະປັບເງິນເດືອນ ພະນັກງານລັດຖະກອນບໍ່ຫຼຸດ 3,000,000 ກີບ/ເດືອນ ເພື່ອແກ້ໄຂສະພາບການເປັນຢູ່ຂອງພະນັກງານ

ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ ໄດ້ຊີ້ແຈງຕໍ່ການຊັກຖາມຂອງສະມາຊິກສະພາແຫ່ງຊາດ ໃນກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 13 ພະຈິກ...