spot_img
Homeຂ່າວພາຍ​ໃນກອງປະຊູມຄົບຄະນະກາງສະໄໝ ຂອງຄະນະບໍລິຫານງານພັກ ຫສນຍ ສະໄໝ ທີ V

ກອງປະຊູມຄົບຄະນະກາງສະໄໝ ຂອງຄະນະບໍລິຫານງານພັກ ຫສນຍ ສະໄໝ ທີ V

Published on

ພາຍຫຼັງໄດ້ດໍາເນີນ ມາແຕ່ເຊົ້າວັນທີ 12 ກໍລະກົດ ມາຮອດຕອນບ່າຍ ວັນທີ 13 ກໍລະກົດ 2023 ກອງປະຊຸມຄົບຄະນະກາງສະໄໝ ຂອງຄະນະບໍລິຫານງານພັກ ຫ້ອງວ່າການສຳນັກງານນາຍົກລັດຖະ ມົນຕີ (ຫສນຍ) ສະໄໝທີ V ກໍ່ໄດ້ອັດລົງດ້ວຍຜົນສໍາເລັດຢ່າງຈົບງາມ ໂດຍໃຫ້ກຽດເຂົ້າຮ່ວມໂອ້ລົມຕໍ່ກອງປະຊຸມຂອງສະຫາຍ ກິແກ້ວ ໄຂຄໍາພິທູນ ກໍາມະການກົມການ ເມືອງສູນກາງພັກ, ຮອງນາຍົກລັດຖະມົນຕີ; ມີສະຫາຍ ອາລຸນໄຊ ສູນນະລາດ, ກໍາມະການສູນກາງພັກ, ເລຂາຄະນະບໍລິຫານງານພັກ, ລັດຖະມົນຕີ, ຫົວໜ້າ ຫສນຍ, ບັນດາສະຫາຍຄະນະບໍລິຫານງານພັກ ພ້ອມດ້ວຍສະມາຊິກພັກ, ພະນັກງານ ທີ່ມີຕໍາແໜ່ງບໍລິຫານ ຂັ້ນຮອງຫົວໜ້າພະແນກຂຶ້ນໄປ ເຂົ້າຮ່ວມຮັບຟັງການໂອ້ລົມ.

ໃນໂອກາດໂອ້ລົມຕໍ່ກອງປະຊຸມຄັ້ງນີ້ ສະຫາຍ ກິແກ້ວ ໄຂຄໍາພິທູນ ໄດ້ມີຄໍາເຫັນ ເນັ້ນໜັກໃຫ້ຄະນະບໍລິຫານງານພັກ ຫສນຍ ແລະ ຜູ້ເຂົ້າຮ່ວມກອງປະຊຸມ ສືບຕໍ່ເອົາໃຈໃສ່ຕື່ມບາງບັນຫາ ເປັນຕົ້ນ:

1). ຜົນຂອງການດໍາເນີນຊີວິດການເມືອງເທືີ່ອນີ້ ຖືເປັນຜົນສໍາເລັດທີ່ສຳຄັນຫຼາຍ, ເປັນຂໍ້ມູນພື້ນຖານ ສືບຕໍ່ຄົ້ນຄວ້າ, ສໍາຫຼວດກວດກາຄືນຕົນເອງ ອັນໃດມີຄວາມຈິງ, ອັນໃດບໍ່ມີຄວາມຈິງ ເພືີ່ອເປັນເຈົ້າການປັບປຸງແກ້ໄຂໃຫ້ຕົກໄປ ໂດຍມີການໄຈ້ແຍກໃຫ້ຈະແຈ້ງວ່າ ອັນໃດເປັນຄວາມຮັບຜິດຊອບລວມຂອງໝູ່ຄະນະ, ຈຸດສຸມໃນການແກ້ໄຂ, ອັນໃດເປັນຄວາມຮັບຜິດຊອບການເມືອງ ແລະ ບັນຫາສ່ວນຕົວຂອງແຕ່ລະສະຫາຍ ທີ່ຕ້ອງປັບປຸງແກ້ໄຂປ່ຽນແປງໃຫ້ໄດ້.

2). ໃຫ້ມີຄວາມເຂົ້າໃຈຖືກຕ້ອງ ແລະ ເປັນເອກະພາບ ຕໍ່ຜົນຂອງການທາບທາມ ກໍ່ຄືການປະກອບຄໍາຄິດເຫັນ ຕໍານິສົົ່ງຂ່າວຈາກສະມາຊິກພັກ, ພະນັກງານຫຼັກແຫຼ່ງ ທີີ່ເຂົ້າຮ່ວມທາບທາມນັັ້ນ ຖືວ່າແມ່ນການສະແດງເຖິງຄວາມເປັນຫ່ວງເປັນໄຍ ຕໍ່ການນໍາພາລວມຂອງຄະນະພັກ ແລະ ແຕ່ລະສະຫາຍໃນຄະນະພັກ, ທັງແມ່ນການປະຕິບັດຫຼັກການ ໃຫ້ຂັັ້ນລຸ່ມຕໍານິ, ປະກອບຄໍາເຫັນຕໍ່ຂັັ້ນເທິງ ແລະ ຫຼັກການໃຫ້ມະຫາຊົນ ເຂົ້າຮ່ວມການປັບປຸງກໍ່ສ້າງພັກ, ຄະນະພັກ ແລະ ບຸກຄົນໃນຄະນະພັກ ເພື່ອໃຫ້ບັນດາສະຫາຍສືບຕໍ່ເປັນຫຼັກແຫຼ່ງ, ເປັນແບບຢ່າງ, ເປັນແວ່ນແຍງທີີ່ໃສແຈ້ງ ທົົ່ວອົງຄະນະພັກ.

3). ໃຫ້ນໍາເອົາຄໍາຄິດເຫັນ ຕໍ່ການນໍາພາລວມ ແລະ ຕໍ່ແຕ່ລະສະຫາຍນັ້ນ ໄປຄົ້ນຄວ້າປັບປຸງບົດນໍາພາລວມຂອງຄະນະພັກໃຫ້ເລິກເຊິ່ງຕື່ມ. ສໍາລັບການປະກອບຄໍາເຫັນຕໍ່ແຕ່ລະສະຫາຍນັັ້ນ ກໍ່ໃຫ້ນຳໄປປັບປຸງແກ້ໄຂ, ອັນໃດບໍ່ຖືກ ຫຼື ບໍ່ມີຄວາມຈິງ ກໍ່ເອົາເປັນບົດຮຽນ, ເປັນການເຕືອນໃຫ້ມີສະຕິ ເພືີ່ອຫຼີກລ່ຽງບໍ່ໃຫ້ເກີດຂຶ້ນກັບຕົນເອງ ໃນຕໍ່ໜ້າ.

4). ພາຍຫຼັງດໍາເນີນຊີວິດການເມືອງເທືີ່ອນີ້ ໃຫ້ສືບຕໍ່ປັບປຸງການນໍາພາ ແລະ ວິທີເຮັດວຽກຂອງຄະນະພັກ ໃຫ້ມີວິທະຍາສາດ, ຖືກຕ້ອງຕາມຫຼັກການນໍາພາຂອງພັກ, ແທດເຖິງກັບຕົວຈິງຫຼາຍກວ່າເກົົ່າ, ນໍາພາຢ່າງມີຈຸດສຸມ, ແກ້ໄຂບັນຫາຕ່າງໆໃຫ້ໄວ, ທັນການ ແລະ ມີຜົນສໍາເລັດຢ່າງຂາດຕົວ; ທຸກບັນຫາທີີ່ໄດ້ວາງອອກ ແລະ ຈັດຕັັ້ງນໍາພາປະຕິບັດ ຕ້ອງມີການຕິດຕາມ, ກວດກາ, ຊຸກຍູ້ ແລະ ປະເມີນຜົນ ຢ່າງເປັນປົກກະຕິ ເພືີ່ອເຫັນໄດ້ອັນທີີ່ສໍາເລັດ ແລະ ຄົງຄ້າງ ເພືີ່ອປັບປຸງແກ້ໄຂໃຫ້ທັນເວລາ.

5). ຕ້ອງປັບປຸງ ແລະ ເພີີ່ມທະວີຄວາມສາມັກຄີພາຍໃນຄະນະພັກ, ຄະນະປະຈໍາພັກ ໃຫ້ໜັກແໜ້ນ ແລະ ມີຄວາມເປັນເອກະພາບສູງ, ເປັນໃຈກາງນໍາພາ ເຕົ້າໂຮມຄວາມສາມັກຄີໃນຖັນແຖວ ສະມາຊິກພັກ-ພະນັກງານ ໃຫ້ເປັນປຶກແຜ່ນແໜ້ນໜາຍິ່ງຂຶ້ນ; ຄະນະປະຈໍາພັກ ຕ້ອງເປັນແບບຢ່າງນໍາໜ້າກວ່າໝູ່ ໃນທຸກດ້ານ, ເປັນຫຼັກແຫຼ່ງທີີ່ແຂງແກ່ນ ຍົກສູງນ້ຳໃຈເສຍສະຫຼະ ເດັດດ່ຽວຜ່ານຜ່າອຸປະສັກ ແລະ ຄວາມຫຍຸ້ງຍາກຕ່າງໆ ເພືີ່ອນໍາພາທົົ່ວອົງຄະນະພັກ ສູ້ຊົນປະຕິບັດມະຕິກອງປະຊຸມໃຫຍ່ຂັັ້ນຂອງຕົນ ໃຫ້ບັນລຸຄາດໝາຍທີ່ວາງໄວ້.

6). ສືບຕໍ່ຕິດຕາມ, ເກັບກຳສະພາບການເມືອງແນວຄິດຂອງສະມາຊິກພັກ-ພະນັກງານ, ຖືເອົາວຽກງານການເມືອງແນວຄິດ “ເປັນຄືສະໜາມຮົບໜຶ່ງ” ໂດຍເລີ່ມຈາກຫັນປ່ຽນດ້ານທັດສະນະ, ແນວຄິດ ດ້ວຍການຫັນວິທີຄິດແບບເກົ່າ ໄປສູ່ການປະດິດສ້າງໃໝ່; ແຂ່ງຂັນກັນພັດທະນາ ຢູ່ໃນຕົວບຸກຄົນ ຫຼື ໝູ່ຄະນະ; ສ້າງແນວຄິດຕໍ່ສູ້ປົກປ້ອງແນວທາງຂອງພັກ, ເປັນເຈົ້າການຕອບໂຕ້ ຕໍ່ບັນດາຖ້ອຍທໍານອງບິດເບືອນ, ການໂຄສະນາທັບຖົມໂຈມຕີຂອງອິດທິກຳລັງປໍລະປັກ ໂດຍສະເພາະ ທາງສື່ສັງຄົມອອນລາຍ; ຕ້ານແນວຄິດເອື່ອຍອີງ, ແນວຄິດຄອງຄອຍ, ຮັກສາເດີມ, ອັດຕະວິໄສ, ອາດຍາສິດ, ທັງໃຫ້ຮູ້ແກ້ໄຂຈຸດອ່ອນ, ຂໍ້ຂາດຕົກບົກຜ່ອງ-ຂໍ້ຄົງຄ້າງຕ່າງໆ ໃຫ້ທັນການ. ບັນຫາສໍາຄັນ, ຕ້ອງເຮັດວຽກງານນໍາພາແນວຄິດ ຂອງສະມາຊິກພັກ, ພະນັກງານ ໃຫ້ມີຄວາມອຸ່ນອ່ຽນທຸ່ນທ່ຽງ, ມີຄວາມໜັກແໜ້ນ ແລະ ມີຄວາມເຂົ້າໃຈຕໍ່ກັບສະພາບຄວາມຫຍຸ້ງຍາກທາງດ້ານເສດຖະກິດ-ການເງິນ, ພ້ອມກັນສູ້ຊົນຜ່ານຜ່າ ດ້ວຍການປະຕິບັດໜ້າທີ່ການເມືອງ ຂອງຕົນຢ່າງຕັ້ງໜ້າ.

7). ສືບຕໍ່ເພີ່ມທະວີການປັບປຸງການຈັດຕັ້ງ ໃຫ້ປອດໃສ, ໜັກແໜ້ນ, ເຂັ້ມແຂງ, ແທດເໝາະກັບເງື່ອນໄຂ ໃນສະພາບແວດລ້ອມໃໝ່ ແລະ ສາມາດປະຕິບັດສຳເລັດໜ້າທີ່ການເມືອງຂອງຕົນ; ປະຕິບັດສິດອໍານາດຖືກຕ້ອງຕາມກົດໝາຍ ແລະ ລະບຽບການຕ່າງໆ ທີ່ວາງອອກຢ່າງເຂັ້ມງວດ

ບົດຄວາມຫຼ້າສຸດ

ຮຽນວາງຢາພິດໂດຍຖາມ ChatGPT ສາວອາເມລິກາໃຊ້ເວລາສຶກສາກວ່າ 3 ເດືອນ ເພື່ອວາງຢາຜົວ ສຸດທ້າຍຖືກເຈົ້າໜ້າທີ່ກັກໂຕ

ມີລາຍງານຈາກສຳນັກຂ່າວຕ່າງປະເທດ ໃນວັນທີ 10/10/2025 ທີ່ຜ່ານມາທີ່ລັດໂຄໂລໄລນາ, ສະຫະລັດອາເມລິກາ ເຈົ້າໜ້າທີ່ໄດ້ເຂົ້າກັກໂຕຍິງ ອາຍຸ 43 ປີ ໃນຂໍ້ຫາພະຍາຍາມຈົບຊີວິດຜົວຂອງຕົນເອງ ໂດຍການໃຊ້ສານປົນເປື້ອນໃນອາຫານ ແລະ ເຄື່ອງດື່ມ. ຈາກການສືບສວນຂອງເຈົ້າໜ້າທີ່ໄດ້ຮູ້ວ່າ ໃນລະຫວ່າງ...

ໄລຍະ 3 ເດືອນ ຄະນະກຳມະການສົ່ງເສີມ ແລະ ຄຸ້ມຄອງການລົງທຶນ ສາມາດດຶງດູດການລົງທຶນໄດ້ 1 ຕື້ກວ່າໂດລາ

ທ່ານ ສະເຫຼີມໄຊ ກົມມະສິດ, ຮອງນາຍົກລັດຖະມົນຕີ, ປະທານຄະນະກຳມະການສົ່ງເສີມ ແລະ ຄຸ້ມຄອງການລົງທຶນ ໄດ້ລົງຊີ້ນຳວຽກງານ ຫ້ອງການ ຄະນະກຳມະການສົ່ງເສີມ ແລະ ຄຸ້ມຄອງການລົງທຶນ. ໃນຕອນເຊົ້າຂອງ ວັນທີ 13...

ເສຍຊີວິດຢ່າງນ້ອຍ 4 ຄົນ ເກີດເຫດກວດຍິງຢູ່ບາແຫ່ງໜຶ່ງ ໃນລັດເຊົາແຄໂລໄລນາ ສະຫະລັດອາເມລິກາ

ເກີດເຫດກວດຍິງຢູ່ບາແຫ່ງໜຶ່ງ ໃນລັດເຊົາແຄໂລໄລນາ ສະຫະລັດອາເມລິກາ ສຳນັກຂ່າວຕ່າງປະເທດລາຍງານໃນຊ່ວງຕອນເຊົ້າຂອງວັນອາທິດ 12 ຕຸລາ 2025 ເກີດເຫດເຫດການກວດຍິງ ພາຍໃນ ບາແຫ່ງໜຶ່ງ ເຊິ່ງເປັນບາທີ່ໄດ້ຮັບຄວາມນິຍົມຢູ່ໃນລັດເຊົາແຄໂລໄລນາ ສະຫະລັດອາເມລິກາ ເຊິ່ງເຫດການດັ່ງກ່າວເຮັດໃຫ້ມີຄົນເສຍຊີວິດຢ່າງນ້ອຍ 4 ຄົນ...

ເລີ່ມ! ວັນທີ 1 ພະຈິກ 2025 ທ່ານ ໂດນັລ ທຣຳ ປະທານນາທິບໍດີ ສະຫະລັດອາເມລິກາ ຈະຮຽກເກັບພາສີນຳເຂົ້າສິນຄ້າຈາກຈີນ ເພີ່ມອີກ 100%

ລາຍງານຈາກສຳນັກຂ່າວຕ່າງປະເທດ ໃນວັນທີ 10/10/2025 ທີ່ຜ່ານມາ ທ່ານ ໂດນັລ ທຣຳ ປະທານນາທິບໍດີ ສະຫະລັດອາເມລິກາ ໄດ້ອອກຄໍາສັ່ງ ຈະຮຽກເກັບພາສີນຳເຂົ້າສິນຄ້າຈາກຈີນ ເພີ່ມອີກ 100% ຈາກທີ່ປັດຈຸບັນສະຫະລັດເກັບພາສີສິນຄ້າຈີນຢູ່ທີ່...