spot_img
Homeຂ່າວພາຍ​ໃນສືບຕໍ່ການຮັກສາສະຖຽນລະພາບທາງດ້ານເງິນຕາ

ສືບຕໍ່ການຮັກສາສະຖຽນລະພາບທາງດ້ານເງິນຕາ

Published on

ທ່ານ ບຸນເຫຼືອ ສິນໄຊວໍຣະວົງ ຜູ້ວ່າການທະນາຄານແຫ່ງ ສປປ ລາວ ລາຍງານຕໍ່ກອງປະຊຸມສະໄໝສາມັນເທື່ອທີ 5 ຂອງສະພາແຫ່ງຊາດ ຊຸດທີ IX ກ່ຽວກັບການຈັດຕັ້ງປະຕິບັດແຜນເງິນຕາ 6 ເດືອນ ຕົ້ນປີ ແລະ ທິດທາງແຜນການ 6 ເດືອນ ທ້າຍປີ 2023.

ໃນ 6 ເດືອນທ້າຍປີ 2023 ຄາດວ່າ ສະພາບເສດຖະກິດ-ການເງິນໃນສາກົນ ຈະຍັງສືບຕໍ່ຜັນແປຢ່າງສັບສົນ, ອັດຕາເງິນເຟີ້ຍັງຈະຢູ່ໃນລະດັບສູງ ແລະ ຜົນກະທົບຈາກບັນຫາຄວາມຂັດແຍ່ງລະຫວ່າງ ຣັດເຊຍ ແລະ ອູເກຼອີນ ແລະ ການສືບຕໍ່ຟື້ນຕົວຈາກຜົນກະທົບຂອງການແຜ່ລະບາດພະຍາດໂຄວິດ-19 ເຮັດໃຫ້ການບັນລຸໄດ້ບາງຄາດໝາຍແຜນເງິນຕາ ທີ່ໄດ້ກຳນົດໄວ້ໃນມະຕິສະພາແຫ່ງຊາດນັ້ນ ມີຄວາມທ້າທາຍສູງ. ແຕ່ເຖິງຢ່າງໃດກໍ່ຕາມ, ເຫັນວ່າ ສະພາບການພາຍໃນ ຍັງມີປັດໄຈທີ່ເປັນທ່າແຮງທີ່ຊ່ວຍຍູ້ແຮງໃຫ້ເສດຖະກິດ ຄາດວ່າຈະເຕີບໂຕເກີນ 4,5% ເປັນຕົ້ນ ການເປີດປະເທດ ຈະຊ່ວຍດຶງດູດນັກທ່ອງທ່ຽວເຂົ້າມາເພີ່ມຂຶ້ນ, ການຜະລິດກະສິກຳສົ່ງອອກມີລັກສະນະຟົດຟື້ນ, ການສົ່ງອອກແຮ່ທາດບາງຊະນິດເພີ່ມຂຶ້ນ ເປັນຕົ້ນ ແຮ່ເກືອໂປຕັສ, ການປັບປຸງລະບົບຂົນສົ່ງຜ່ານທາງລົດໄຟ ລາວ-ຈີນ, ລະບົບຂົນສົ່ງຜ່ານແດນ ແລະ ລະບົບໂລຈິສຕິກ ຊຶ່ງປັດໄຈເຫຼົ່ານີ້ຈະຊ່ວຍດູດເງິນຕາໄຫຼເຂົ້າສູ່ລະບົບເສດຖະກິດ ໃຫ້ຫຼາຍຂຶ້ນກວ່າປີຜ່ານມາ.

ທະນາຄານແຫ່ງ ສປປ ລາວ ຈະສືບຕໍ່ການຮັກສາສະຖຽນລະພາບທາງດ້ານເງິນຕາ ດ້ວຍການດຳເນີນນະໂຍບາຍເງິນຕາໃນທິດທາງທີ່ຮັດກຸມຫຼາຍຂຶ້ນ ຄື:

  1. ສຸມໃສ່ປັບປຸງ ແລະ ຈັດຕັ້ງປະຕິບັດກົນໄກການຄຸ້ມຄອງເງິນຕາຕ່າງປະເທດ ຂອງ ສປປ ລາວ ໃຫ້ມີປະສິດທິຜົນ ດ້ວຍການສ້າງເງື່ອນໄຂ ແລະ ສະພາບແວດລ້ອມ ໃຫ້ມີການສະໜອງເງິນຕາຕ່າງປະເທດເຂົ້າມາໃນລະບົບເສດຖະກິດຫຼາຍຂື້ນ ແລະ ຈໍາກັດການແລກປ່ຽນເງິນຕາແບບຊະຊາຍ;
  2. ສືບຕໍ່ຄວບຄຸມປະລິມານ ເງິນໃຫ້ຂະຫຍາຍຕົວໃນຈັງຫວະທີ່ເໝາະສົມ ເພື່ອຄວບຄຸມເງິນເຟີ້;
  3. ປະຕິບັດນະໂຍບາຍອັດຕາແລກປ່ຽນຕາມກົນໄກຕະຫຼາດທີ່ມີການຄຸ້ມຄອງຂອງລັດໃຫ້ຮັດກຸມຍິ່ງຂຶ້ນ;
  4. ພັດທະນາເຄື່ອງມືຊຳລະພາຍໃນ ແລະ ລະຫວ່າງປະເທດໃຫ້ທັນສະໄໝ ແລະ ຮັບປະກັນຄວາມປອດໄພ;
  5. ເພີ່ມທະວີການສົມທົບກັບຂະແໜງການກ່ຽວຂ້ອງໃຫ້ຫຼາຍຂຶ້ນ ເປັນຕົ້ນ ພັດທະນາລະບົບແລກປ່ຽນຂໍ້ມູນຂ່າວສານກັບສື່ມວນຊົນ ແລະ ບູລະນະກົນໄກການປະສານງານ ກໍ່ຄື ການເຊື່ອມໂຍງຖານຂໍ້ມູນກັບຂະແໜງການທີ່ກ່ຽວຂ້ອງ ໃຫ້ເປັນລະບົບປົກກະຕິ, ສອດຄ່ອງ ແລະ ມີປະສິດທິຜົນຫຼາຍຂຶ້ນ.

ການຮັກສາສະຖຽນລະພາບທາງດ້ານເງິນຕາເປັນບັນຫາລວມ ແລະ ຕິດພັນກັບທຸກພາກສ່ວນ. ທະນາຄານແຫ່ງ ສປປ ລາວ ຂໍຮຽກຮ້ອງໃຫ້ບັນດາທ່ານສະມາຊິກສະພາແຫ່ງຊາດ ແລະ ສະມາຊິກສະພາແຂວງເປັນເຈົ້າການຊ່ວຍຊຸກຍູ້ພາກທຸລະກິດ, ສັງຄົມ ຕະຫຼອດຮອດປະຊາຊົນໃນການສຶກສາອົບຮົມ, ຕິດຕາມ, ກວດກາ ແລະ ສົ່ງເສີມການນຳໃຊ້ເງິນກີບ, ຖືຄອງຮັກສາເງິນຕາຕ່າງປະເທດດ້ວຍການຝາກກັບລະບົບທະນາຄານ ແລະ ຄຸ້ມຄອງເງິນຕາຕ່າງປະເທດ ເປັນຕົ້ນການຕິດປ້າຍລາຄາ ແລະ ການຊຳລະຄ່າສິນຄ້າ ແລະ ການບໍລິການ ເປັນເງິນກີບ ໂດຍສະເພາະບັນດາແຂວງ ແລະ ເມືອງທີ່ເລາະລຽບຕາມຊາຍແດນ ຊຶ່ງເຫັນວ່າຕ້ອງໄດ້ຈັດຕັ້ງປະຕິບັດການໂຄສະນາຂົນຂວາຍໃຫ້ປະຊາຊົນຮັບຮູ້ ແລະ ຮູ້ໃນຄຸນຄ່າຂອງເງິນກີບ, ພ້ອມທັງຊຸກຍູ້ສັງຄົມໃຫ້ແລກປ່ຽນເງິນຕາກັບທະນາຄານທຸລະກິດເທົ່ານັ້ນ ແລະ ສົ່ງເສີມການຊົມໃຊ້ສິນຄ້າຜະລິດພາຍໃນ ເພື່ອຫຼຸດຜ່ອນຄວາມຕ້ອງການເງິນຕາຕ່າງປະເທດ ໂດຍບໍ່ຈຳເປັນ.

ແຫຼ່ງຂ່າວ ທະນາຄານແຫ່ງ ສປປ ລາວ

ບົດຄວາມຫຼ້າສຸດ

ໃຊ້ AI ໃຫ້ເປັນປະໂຫຍດ ຊາຍຊາວອາເມລິການໍາໃຊ້ Chat GPT ໃນການສຸ່ມໂຕເລກເພື່ອຊື້ຫວຍ ຖືກລາງວັນ 100,000 ໂດລາ ຫຼື ປະມານ 2.1 ຕື້ກີບ

ເມື່ອບໍ່ດົນມານີ້ ກາຍເປັນກະແສດັງຢູ່ປະເທດອາເມຣິກາ ເມື່ອມີຊາຍຄົນໜຶ່ງ ອາຍຸ 45 ປີ ອາໄສຢູ່ທີ່ເມືອງ Wyandotte ຣັດ Michigan ສ.ອາເມລິກາ ໄດ້ຖືກຫວຍທ້ອງຖິ່ນ Powerball ພາຍຫຼັງນຳໃຊ້ປັນຍາປະດິດ...

ເສຍຊີວິດສອງຄົນ ເຮືອບິນຂົນສົ່ງສິນຄ້າຂອງສາຍການບິນ ເອມິເຣດ ລຸດອອກນອກລັນເວ ທີ່ສະໜາມບິນຮົງກົງ

ອຸບັດຕິເຫດເຮືອບິນຂົນສົ່ງສິນຄ້າ ເອມິເຣດ ໄຫຼອອກນອກລັນເວ ທີ່ສະໜາມບິນຮົງກົງ ເຮັດໃຫ້ເສຍຊີວິດສອງຄົນ. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 20 ຕຸລາ 2025 ນີ້ວ່າ: ເກີດເຫດເຮືອບິນຂົນສົ່ງສິນຄ້າຂອງສາຍການບິນ ເອມິເຣດ ໄຫຼອອກນອກລັນເວຕຳກັບລົດຈົນຕົກທະເລ ທີ່ສະໜາມບິນຮົງກົງ ເຊິ່ງເຫດການດັ່ງກ່າວມີເຈົ້າທີ່ເສຍຊີວິດສອງຄົນ. ຕາມການລາຍງານລະບຸວ່າ:...

ຈະເປີດໃຫ້ບໍລິການໃນປີ 2030 ທາງລົດໄຟວຽງຈັນ-ໜອງຄາຍ ໂດຍຈະເລີ່ມລົງມືກໍ່ສ້າງໃນປີ 2027

ກອງ​ປະຊຸມ​ໄດ້​ຈັດ​ຂຶ້ນ​ຢູ່​ກະຊວງ​ໂຍທາ​ທິການ ​ແລະ ຂົນ​ສົ່ງ ​ແຫ່ງ ສປປ ລາວ ​ໃນ​ວັນ​ທີ 17 ຕຸລາ 2025 ​ເພື່ອ​ປຶກສາ​ຫາລື​ກ່ຽວ​ກັບ​ການ​ກໍ່ສ້າງ​ຂົວ​ທາງ​ລົດ​ໄຟ​ຂ້າມ​ແມ່ນ້ຳຂອງ​ແຫ່ງ​ໃໝ່. ກອງ​ປະຊຸມ​ຄັ້ງ​ນີ້​ໄດ້​ເປັນ​ປະທານ​ຮ່ວມ​ຂອງ​ທ່ານ ທ່ານ ຈັນທອນ...

ຍີ່ປຸ່ນໃຫ້ທຶນຊ່ວຍເຫຼືອ 88,546 ໂດລາ ໃນໂຄງການກໍ່ສ້າງໂຮງຮຽນປະຖົມສົມບູນ ບ້ານຫາດສະ ເມືອງປາກທາ ແຂວງບໍ່ແກ້ວ ເພື່ອຍົກລະດັບສະພາບແວດລ້ອມການສຶກສາຮ່ຳຮຽນ

ໃນວັນທີ 15 ຕຸລາ 2025 ທີ່ຜ່ານມາ, ລັດຖະບານຍີ່ປຸ່ນໄດ້ໃຫ້ການຊ່ວຍເຫຼືອເປັນມູນຄ່າປະມານ 88,546 ໂດລາສະຫະລັດ ໃນ ໂຄງການກໍ່ສ້າງໂຮງຮຽນປະຖົມສົມບູນບ້ານຫາດສະ ເຊິ່ງແມ່ນໂຄງການທີ່ຢູ່ພາຍໃຕ້ກອບຮ່ວມມືທີ່ມີຊື່ວ່າ ໂຄງການເສີມສ້າງຄວາມໝັ້ນຄົງຂອງມະນຸດຂັ້ນຮາກຖານ (GGP). ໂຄງການດັ່ງກ່າວແມ່ນການສະໜັບສະໜູນທຶນຮອນເພື່ອກໍ່ສ້າງອາຄານຮຽນໃໝ່, ຫ້ອງນໍ້າ...