spot_img
Homeຂ່າວພາຍ​ໃນຕິດຕາມກວດກາ ການຈັດຫາງານໃຫ້ເປັນລະບົບ ເຂັ້ມແຂງ ມີປະສິດທະພາບ

ຕິດຕາມກວດກາ ການຈັດຫາງານໃຫ້ເປັນລະບົບ ເຂັ້ມແຂງ ມີປະສິດທະພາບ

Published on

ໃນກອງປະຊຸມສະໄໝສາມັນເທື່ອທີ 5 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 10 ກໍລະກົດ 2023 ໂດຍການເປັນປະທານຂອງ ທ່ານ ຄໍາໃບ ດໍາລັດ ຮອງປະທານສະພາແຫ່ງຊາດ, ທ່ານ ນາງ ໃບຄຳ ຂັດທິຍະ ລັດຖະມົນຕີ ກະຊວງແຮງງານ ແລະ ສະຫວັດດີການສັງຄົມ ໄດ້ສະເໜີຮ່າງກົດໝາຍວ່າດ້ວຍການຈັດຫາງານ (ສ້າງໃໝ່) ເຊິ່ງປະກອບມີ 67 ມາດຕາ, 11 ພາກ ເພື່ອໃຫ້ບັນດາສະມາຊິກສະພາແຫ່ງຊາດ (ສສຊ) ປະຈຳເຂດເລືອກຕັ້ງຕ່າງໆ ໄດ້ປະກອບຄຳຄິດເຫັນໃສ່ຮ່າງກົດໝາຍດັ່ງກ່າວ ໃຫ້ມີເນື້ອໃນຄົບຖ້ວນສົມບູນຖືກຕ້ອງຕາມລະບຽບຫຼັກການ ແລະ ມາດຕະການກ່ຽວກັບການຄຸ້ມຄອງ, ຕິດຕາມກວດກາ ການຈັດຫາງານໃຫ້ເປັນລະບົບ, ເຂັ້ມແຂງ ມີປະສິດທະພາບ ແລະ ປະສິດທິຜົນ.

ທ່ານ ນາງ ໃບຄຳ ຂັດທິຍະ ໄດ້ຍົກໃຫ້ເຫັນເຫດຜົນ ແລະ ຄວາມຈໍາເປັນ ໃນການສ້າງກົດໝາຍ ວ່າດ້ວຍການຈັດຫາງານ ເນື່ອງຈາກສະພາບຂອງການພັດທະນາເສດຖະກິດ-ສັງຄົມ ຢູ່ພາຍໃນປະເທດ , ພາກພື້ນ ແລະ ສາກົນ ໄດ້ມີການປ່ຽນແປງຢ່າງໄວວາ ໂດຍສະເພາະແມ່ນດ້ານຂໍ້ມູນຂ່າວສານ, ເຕັກໂນໂລຊີ ແລະ ນະວັດຕະກໍາ ເຊິ່ງສົ່ງຜົນຕໍ່ການມີວຽກເຮັດງານທໍາ ຂອງກຳລັງແຮງງານລາວ ນັບມື້ນັບເພີ່ມຂຶ້ນ. ແຕ່ນະໂຍບາຍ ແລະ ນິຕິກໍາ ທີ່ກ່ຽວຂ້ອງ ກັບການຈັດຫາງານຂອງປະເທດເຮົາ ຍັງບໍ່ທັນເປັນລະບົບຄົບຊຸດ, ບໍ່ຮັດກຸມ ແລະ ພຽງພໍ ກັບຄວາມຕ້ອງການນຳໃຊ້ເຂົ້າໃນວຽກຕົວຈິງ; ການຈັດຫາງານ ໂດຍສະເພາະລະບົບຂໍ້ມູນຂ່າວສານຕະຫຼາດແຮງງານທີ່ມີໃນປັດຈຸບັນ ຍັງບໍ່ທັນເປັນລະບົບກວ້າງຂວາງ, ພາກລັດ, ພາກທຸລະກິດ, ແຮງງານ ແລະ ສັງຄົມ ຍັງບໍ່ທັນໄດ້ເຂົ້າມາມີສ່ວນຮ່ວມ ແລະ ນໍາໃຊ້, ບໍ່ທັນສາມາດຄຸ້ມຄອງແບບລວມສູນ ເຮັດໃຫ້ການຕິດຕາມຕະຫຼາດແຮງງານ ແລະ ການຄຸ້ມຄອງ ການຈັດຫາງານຍັງບໍ່ທັນມີປະສິດທິພາບ ແລະ ປະສິດທິຜົນເທົ່າທີ່ຄວນ; ການເຂົ້າເຖິງການມີວຽກເຮັດງານທຳທີ່ໝັ້ນຄົງ, ມີລາຍໄດ້ ຫຼື ຄ່າແຮງງານ ທີ່ເໝາະສົມ ແລະ ໄດ້ຮັບການປົກປ້ອງສິດຜົນປະໂຫຍດຕາມກົດໝາຍ ຂອງກໍາລັງແຮງງານລາວ ໃນຂອບເຂດທົ່ວປະເທດຍັງຈໍາກັດ.

ນອກຈາກນີ້, ຄວາມເປັນເຈົ້າການ ໃນການສະໜອງຂໍ້ມູນຂ່າວສານ ທາງດ້ານຕໍາແໜ່ງງານ ຫຼື ຄວາມຕ້ອງການແຮງ ງານ ຂອງແຜນພັດທະນາເສດຖະກິດ-ສັງຄົມ, ແຜນພັດທະນາຂອງຂະແໜງການທັງສູນກາງ ແລະ ທ້ອງຖິ່ນ, ຫົວໜ່ວຍແຮງງານ ແລະ ໂຄງການລົງທຶນຕ່າງໆ ລວມທັງຂໍ້ມູນດ້ານກຳລັງແຮງງານລາວ ຢູ່ພາຍໃນປະເທດ ຍັງບໍ່ທັນພຽງພໍ ແລະ ທັນກັບສະພາບຄວາມຕ້ອງການຕົວຈິງ; ການສ້າງນະໂຍບາຍ ແລະ ກົນໄກໃນການຊຸກຍູ້, ສົ່ງເສີມ ແລະ ສ້າງແຮງງຈູງໃຈ ໃຫ້ຜູ້ຢູ່ນອກກຳລັງແຮງງານ ໃຫ້ເຂົ້າສູ່ຕະ ຫລາດແຮງງານພາຍໃນ ຍັງມີຄວາມຈໍາເປັນອັນຮີບດ່ວນເພື່ອຊ່ວຍໃນການຂັບເຄື່ອນການພັດທະນາ ເສດຖະກິດ- ສັງຄົມ ຂອງປະເທດ; ທັງແກ້ໄຂປະກົດການຫຍໍ້ທໍ້ຂອງສັງຄົມ ທີ່ເກີດຈາກການບໍ່ມີວຽກເຮັດງານທໍາ ຂອງຊາວໜຸ່ມລາວ ລວມທັງການຕົກເຂົ້າສູ່ຂະບວນການຄ້າມະນຸດ ແລະ ຂູດຮີດແຮງງານ ທີີ່ເກີດຈາກການໃຫ້ບໍລິການຈັດຫາງານທີ່ບໍ່ຖືກຕ້ອງຕາມກົດໝາຍ ແລະ ການຖືກຫຼອກລວງ ທັງຢູ່ພາຍໃນ ແລະ ຕ່າງປະເທດ.

ກົດໝາຍໃນດ້ານການຈັດຫາງານ ມີເຄື່ອງມືທີ່ໜັກແໜ້ນຂຶ້ນຕື່ມ, ເປັນບ່ອນອີງທີ່ໄດ້ມາດຕະຖານ ທັງພາຍໃນ ແລະ ສາກົນ ໃຫ້ແກ່ການຈັດຕັ້ງປະຕິບັດ, ການຕິດຕາມ, ກວດກາ ແລະ ຄຸ້ມຄອງວຽກງານການຈັດຫາງານ ຢ່າງເປັນລະບົບ ເອກະພາບ, ມີປະສິດທິພາບ, ປະສິດທິຜົນ, ມີຄວາມໂປ່ງໃສ ແລະ ຍຸຕິທໍາ; ເຮັດໃຫ້ອົງການຈັດຕັ້ງລັດທຸກຂັ້ນ ລວມທັງອົງການປົກຄອງທ້ອງຖິ່ນ, ບັນດາຫົວໜ່ວຍທຸລະກິດ, ການຜະລິດ ແລະ ການບໍລິການຂອງທຸກພາກສ່ວນເສດຖະກິດ-ສັງຄົມ ກໍຄືແຮງງານລາວ ເຂົ້າໃຈ, ເຂົ້າເຖິງ ແລະ ເຂົ້າຮ່ວມ ໃນວຽກງານການຈັດຫາງານ ໄດ້ຢ່າງເປັນລະບົບ ແລະ ຫຼາຍຂຶ້ນ; ການມີລະບົບການຈັດຫາງານ ເຊິ່ງກວມເອົາລະບົບຂໍ້ມູນ ຂ່າວສານຕະຫຼາດແຮງງານທີ່ດີ ສາມາດນໍາໃຊ້ເຂົ້າໃນການແກ້ໄຂ ບັນດາປະກົດການຫຍໍ້ທໍ້ ກ່ຽວກັບວຽກງານການຈັດຫາງານ ທີ່ເກີດຂຶ້ນໃນສັງຄົມ ໃນໄລຍະຜ່ານມາ ແລະ ປັດຈຸບັນ ເຊັ່ນ: ການວ່າງງານ, ການຂາດແຄນແຮງງານ ແລະ ການວາງແຜນສ້າງ ແລະ ພັດທະນາກໍາລັງແຮງງານ ໃນອະນາຄົດ; ສ້າງຄວາມເຊື່ອໝັ້ນໃຫ້ອົງການຈັດຕັ້ງສາກົນ ຕໍ່ກັບລະບົບການຈັດຫາງານ, ການປົກປ້ອງ ແລະ ສົ່ງເສີມສິດ ແລະ ຜົນປະໂຫຍດ ອັນຊອບທໍາຂອງແຮງງານລາວ.

ແຫຼ່ງຂ່າວ ປະເທດລາວ

ບົດຄວາມຫຼ້າສຸດ

ທັງໜ້າຕາດີ ທັງຈິດໃຈດີ Felix Stray kids ໃນ 2 ປີທີ່ (2024-2025) Felix ໄດ້ບໍລິຈາກໃຫ້ປະເທດລາວ ລວມມູນຄ່າທັງໝົດປະມານ 3 ຕື້ກີບ

ທັງໜ້າຕາດີ ທັງຈິດໃຈດີ Felix Stray kids ຂອບໃຈທີ່ໃຫ້ການສະໜັບສະໜູນມາຕະຫຼອດ 2 ປີ (2024-2025) ທີ່ໄດ້ເຂົ້າມາຊ່ວຍເຫຼືອເດັກນ້ອຍໃນປະເທດລາວໃຫ້ມີຊີວິດການເປັນຢູ່ ແລະ ສະພາບເວດລ້ອມທີ່ດີຂຶ້ນ, ໃນ 2...

ຕ້ອງກະກຽມຂໍ້ມູນຫຍັງແນ່ ເພື່ອຂຽນປະກອບເອກະສານເຮັດບັດປະຈໍາຕົວດິຈິຕອນ ກຽມພ້ອມໄວ້ ເພື່ອຄວາມສະດວກ ແລະ ວ່ອງໄວ

ໃນປັດຈຸບັນໃນນະຄອນຫຼວງວຽງຈັນສາມາດເຮັດບັດປະຈໍາຕົວໄດ້ແລ້ວ ຢູ່ທີ່ກົມຄຸ້ມຄອງສຳມະໂນຄົວ ແລະ ກໍ່ສ້າງຮາກຖານ ບ້ານແສງສະຫວ່າງ ເມືອງໄຊເສດຖາ ນະຄອນຫຼວງວຽງຈັນ ເຊິ່ງກ່ອນທີ່ຈະເຮັດບັດປະຈຳຕົວດິຈິຕອນແມ່ນ ຕ້ອງໄດ້ຊື້ແບບຟອມປະກອບຂໍ້ມູນ ລາຄາ 30,000 ກີບ ແລະ ຈະເປີດບໍລິການເຮັດບັດປະຈຳຕົວໃນທົ່ວປະເທດໃນຕົ້ນເດືອນຕຸລາ...

ອົບພະຍົບຫຼາຍກວ່າ 1,000 ຄົນ ເຫດໄຟໄໝ້ເຂດຊຸມຊົນແອອັດ ໃນນະຄອນຫຼວງມະນິລາ ປະເທດຟິລິປິນ

ເກີດເຫດໄຟໄໝ້ຮຸນແຮງຢູ່ເຂດຊຸມຊົນແອອັດ ໃນເມືອງຫຼວງຂອງຟິລິບປິນ ປະຊາຊົນຫຼາຍກວ່າ 500 ຄອບຄົວບໍ່ມີທີ່ຢູ່ອາໄສ. ສຳນັກຂ່າວຕ່າງປະເທດລາຍງານວ່າ: ໃນວັນທີ 15 ກັນຍາ 2025 ຜ່ານມາ, ເກີດເຫດໄຟໄໝ້ຮຸນແຮງໃນຊ່ວງກາງຄືນໃນດເຂດຊຸມຊົນ ແຮບປີ້ແລນ ເຮັດໃຫ້ອາຄານບ້ານເຮຶືອນໄດ້ຮັບຄວາມເສຍຫາຍຫຼາຍຮ້ອຍຫຼັງ ເຮັດໃຫ້ປະຊາຊົນກວ່າ...

ງົດງາມທີ່ສຸດຈາກທົ່ວໂລກ ຕາດກວາງຊີ ແຂວງຫຼວງພະບາງ ຖືຈັດຢູ່ໃນ 21 ນໍ້າຕົກທີ່ສວຍງາມຈາກທົ່ວໂລກ ປີ 2025

ວາລະສານ ການທ່ອງທ່ຽວຊື່ດັງຂອງໂລກ Travel + Leisure ໄດ້ຈັດອັນດັບ Top 21 Most Beautiful Waterfalls in the World...