spot_img
Homeຂ່າວຕ່າງປະເທດ"Threads" ແອັບພຣິເຄຊັ່ນໃໝ່ທີ່ຈະເປັນຂູ່ແຂ່ງກັບ Twitter

“Threads” ແອັບພຣິເຄຊັ່ນໃໝ່ທີ່ຈະເປັນຂູ່ແຂ່ງກັບ Twitter

Published on

“Meta” ບໍລິສັດແມ່ຂອງເຟສບຸກ ເປີດໂຕແອັບພຣິເຄຊັ່ນໃໝ່ “Threads” ທີ່ມີຫຼັກການໃຊ້ຄ້າຍຄືກັບ Twitter.

ມາກ ຊັກເຄີເບີກ ຜູ້ບໍລິຫານບໍລິສັດ Meta ກ່າວວ່າ ແອັບພຣິເຄຊັ່ນ Threads ທີ່ຫາກໍເປີດໂຕ ໃນວັນທີ 6 ກໍລະກົດ ມີເປົ້າໝາຍທີ່ຈະແຂ່ງຂັນກັບ Twitter ແລະ ກ່າວວ່າແອັບມີຄົນລົງສະມັກໃຊ້ເຖິງ 5 ລ້ານຄັ້ງ ພາຍໃນ 4 ຊົ່ວໂມງທຳອິດ ແລະ ມີຄົນລົງສະມັກໃຊ້ເຖິງ 10 ລ້ານຄັ້ງ ພາຍໃນ 7 ຊົ່ວໂມງທຳອິດ.

ເຊິ່ງ Threads ເປັນແອັບພຣິເຄຊັ່ນທີ່ສາມາດສົ່ງຂໍ້ຄວາມໂຊຊ່ຽວມີເດຍແບບ text-base ເຊິ່ງຜູ້ໃຊ້ງານສາມາດກົດໄລ້, ແຊຣ໌ ສະແດງຄວາມຄິດເຫັນໄດ້ ແລະ ສາມາດເຜີຍແຜ່ໂພສທີ່ຄວາມຍາວສູງສຸດ 500 ອັກສອນ, ສາມາດແຊຣ໌ລິງຄ໌ ຮູບພາບ ແລະ ວິດີໂອທີ່ມີຄວາມຍາວໄດ້ເຖິງ 5 ນາທີ.

ບົດຄວາມຫຼ້າສຸດ

ສຕລ ປະກາດລາຍຊື່ນັກກິລາທີມຊາດລາວ ຍູ 23 ເຂົ້າຮ່ວມການແຂ່ງຂັນບານເຕະ ຊາຍຊິງແຊ້ມອາຊຽນ ຮຸ່ນອາຍຸບໍ່ເກີນ 23 ປີ ທີ່ປະເທດອິນໂດເນເຊຍ.

ປະກາດ 23 ລາຍຊື່ນັກກິລາທີມຊາດລາວ ຮ່ວມການແຂ່ງຂັນບານເຕະ ຊາຍຊິງແຊ້ມອາຊຽນ ຮຸ່ນອາຍຸບໍ່ເກີນ 23 ປີ ທີ່ປະເທດອິນໂດເນເຊຍ. ໃນວັນທີ 11 ກໍລະກົດ 2025 ສະຫະພັນບານເຕະແຫ່ງຊາດລາວ (ສຕລ)...

ດາວດວງໃໝ່! ສາຍແສງໃນເວທີສາກົນ ອອດສະກ້າ ນັກກິລາໜຸ່ມນ້ອຍລາວ ອອກເດີນທາງຮ່ວມຝຶກຊ້ອມກັບສະໂມສອນ ຄອນເນຢາ

ນ້ອງ ອອດສະກ້າ ອາຍຸ 11 ປີ ໜຸ່ມນ້ອຍແຄ່ງລູກເຂົ້າໜຽວ ອອກເດີນທາງຮ່ວມຝຶກຊ້ອມກັບສະໂມສອນ ຄອນເນຢາ ທີ່ປະເທດແອັດສະປາຍ. ກາຍເປັນອີກຂ່າວດີຂອງວົງການກິລາບານເຕະເຍົາວະຊົນລາວ ອີກໜຶ່ງຜົນງານໃນເວທີສາກົນ ທ້າວ ສີນໄຊ ຫຼວງບຸນເຮືອງ ຫຼື...

ເຈົ້າໜ້າທີ່ຕຳຫຼວດໄທຈັບກຸມ ໜຸ່ມຮັກສັດເລືອກທາງຜິດ ຂາຍຢາບ້າເພື່ອຫາເງິນຊື້ອາຫາານໃຫ້ໝາ-ແມວ

ໜຸ່ມໄທຮັກສັດເລືອກທາງຜິດ ຂາຍຢາບ້າເພື່ອຊື້ອາຫານມາລ້ຽງໝາ-ແມວ 30 ກວ່າໂຕ ສຳນັກຂ່າວໄທລັດລາຍງານໃນວັນທີ 9 ກໍລະກົດ 2025 ຜ່ານມາ, ເຈົ້າໜ້າທີ່ຕຳຫຼວດໄທ ຮ່ວມກັບພາກສ່ວນກ່ຽວຂ້ອງໄດ້ລົງພຶ້ນທີ່ເພື່ອແກ້ໄຂບັນຫາຢາເສບຕິດ ຕາມການລາຍງານຂອງພົນລະເມືອງດີວ່າມີກຸ່ມຄົນຄ້າຂາຍຢາເສບຕິດໃນຊຸມຊົນແຫ່ງໜຶ່ງໃນ ຈັງຫວັດ ສຣະແກ້ວ ປະເທດໄທ. ຕາມການລົງພຶ້ນທີ່ຕົວຈິງຂອງເຈົ້າໜ້າທີ່ໄທສາມາດຈັບຕົວຜູ້ຖືກຫາໄດ້ໜຶ່ງຄົນ...

ມອບ-ຮັບວຽກງານສື່ມວນຊົນ (ວຽກຖະແຫລງຂ່າວ) ມາຂຶ້ນກັບຄະນະໂຄສະນາອົບຮົມສູນກາງພັກ ຢ່າງເປັນທາງການ

ມອບ-ຮັບວຽກງານສື່ມວນຊົນ (ວຽກຖະແຫລງຂ່າວ) ມາຂຶ້ນກັບຄະນະໂຄສະນາອົບຮົມສູນກາງພັກ. ພິທີເຊັນບົດບັກທຶກ ມອບ-ຮັບວຽກງານສື່ມວນຊົນ (ວຽກຖະແຫລງຂ່າວ) ຈາກກະຊວງຖະແຫລງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ ມາຂຶ້ນກັບຄະນະໂຄສະນາອົບຮົມສູນກາງພັກ ຈັດຂຶ້ນໃນວັນທີ 8 ກໍລະກົດ 2025,...