spot_img
Homeຂ່າວພາຍ​ໃນຍັງມີການຄ້າຂາຍເຖື່ອນ ການລັກລອບພາສີ ຍ້ອນບໍ່ມີການຕິດຕາມກວດກາ

ຍັງມີການຄ້າຂາຍເຖື່ອນ ການລັກລອບພາສີ ຍ້ອນບໍ່ມີການຕິດຕາມກວດກາ

Published on

ທ່ານ ພັນໂທ ສອນວິໄລ ຕຸລາທອງ ສະມາຊິກສະພາແຫ່ງຊາດປະຈໍາເຂດເລືອກຕັ້ງທີ 4 ແຂວງອຸດົມໄຊໄດ້ປະກອບຄໍາເຫັນກ່ຽວກັບບົດລາຍງານການປະເມີນຜົນການຈັດຕັ້ງປະຕິບັດກົດໝາຍ ວ່າດ້ວຍອົງການໄອຍະການປະຊາຊົນ ແລະ ກົດໝາຍວ່າດ້ວຍການດຳເນີນຄະດີອາຍາ ຕໍ່ກອງປະຊຸມສະໄໝສາມັນເທື່ອທີ 5 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 5 ກໍລະກົດນີ້, ໂດຍການເປັນປະທານຂອງ ທ່ານ ຈະເລີນ ເຢຍປາວເຮີ ຮອງປະທານສະພາແຫ່ງຊາດ.

ທ່ານ ພັນໂທ ສອນວິໄລ ຕຸລາທອງ ໄດ້ປະກອບຄຳເຫັນຢູ່ໃນມາດຕາ 40 ກ່ຽວກັບການຕິດຕາມກວດກາການປະຕິບັດກົດໝາຍຂອງອົງການສືບສວນ-ສອບສວນ ຊຶ່ງຕະຫຼອດໄລຍະຜ່ານມາ ເຫັນວ່າອົງການໄອຍະການປະຊາຊົນໄດ້ເອົາໃຈໃສ່ຕິດຕາມກວດກາ ການເຄື່ອນໄຫວປະຕິບັດກົດໝາຍຂອງອົງການສືບສວນ-ສອບສວນໄດ້ດີພໍສົມຄວນ. ແຕ່ຜ່ານການຕິດຕາມກວດກາຕົວຈິງ ຍັງເຫັນວ່າທາງອົງການໄອຍະການປະຊາຊົນສ່ວນຫຼວງຫຼາຍ ແມ່ນຕິດຕາມກວດກາອົງການສືບສວນ-ສອບສວນຂອງເຈົ້າໜ້າທີ່ຕໍາຫຼວດເທົ່ານັ້ນ, ສ່ວນອົງການສືບສວນ-ສອບສວນອົງການອື່ນເຊັ່ນ: ອົງການສືບສວນ-ສອບສວນເຈົ້າໜ້າທີ່ປ່າໄມ້, ເຈົ້າໜ້າທີ່ພາສີ ສ່ວນຫຼາຍແມ່ນບໍ່ໄດ້ຮັບການຕິດຕາມກວດກາ, ສະພາບການທຳລາຍປ່າໄມ້, ການທຳລາຍສັດນໍ້າ-ສັດປ່າ, ການຄ້າຂາຍເຖື່ອນ, ການລັກລອບພາສີຢູ່ ສປປ ລາວ ຍັງມີຫຼາຍ, ແຕ່ອົງການທີ່ກ່ຽວຂ້ອງ ທີ່ກ່າວມານັ້ນແມ່ນບໍ່ໄດ້ຮັບການແກ້ໄຂ.

ປັດຈຸບັນສະພາບລົດເຖື່ອນ, ສິນຄ້າເຖື່ອນມີຢ່າງຫຼວງຫຼາຍ ຊຶ່ງເປັນການທຳລາຍພື້ນຖານເສດຖະກິດ ເຮັດໃຫ້ເສດຖະກິດຂອງພັກ-ລັດ ພົບກັບບັນຫາຄືປັດຈຸບັນ.

ອີກບັນຫາໜຶ່ງ, ແມ່ນກໍລະນີກະທຳຜິດເຊິ່ງໜ້າຮີບດ່ວນ ຊຶ່ງເຈົ້າໜ້າທີ່ສາມາດເຫັນໄດ້ວ່າ: ມີຂໍ້ມູນ, ມີຫຼັກຖານຮັດກຸມໜັກແໜ້ນວ່າເປົ້າໝາຍໄດ້ເອົາເຄື່ອງຂອງກາງຄະດີ ຫຼື ສິ່ງທີ່ຜິດກົດໝາຍມາຊຸກເຊື່ອງໄວ້ໃນສະຖານທີ່ດັ່ງກ່າວ, ແຕ່ກໍບໍ່ມາມາດດຳເນີນການກວດຄົ້ນໄດ້ທັນທີ ຍ້ອນວ່າຈໍາເປັນຕ້ອງມີຄຳສັ່ງກວດຄົ້ນຈາກອົງ ການໄອຍະການ ຫຼື ສານປະຊາຊົນ, ແຕ່ວ່າສະຖານທີ່ນັ້ນ, ເມືອງນັ້ນ, ພັດບໍ່ມີໄອຍະການປະຈໍາຢູ່ ເຮັດໃຫ້ການດຳເນີນການກວດຄົ້ນໄດ້ຍາກ. ດັ່ງນັ້ນ, ເປົ້າໝາຍໄດ້ເອົາເຄື່ອງຂອງກາງ ຫຼື ສິ່ງທີ່ຜິດກົດໝາຍໜີໄປ ຫຼື ທໍາລາຍ. ກ່ຽວກັບຂອງກາງຄະດີໃນກົດໝາຍກໍໄດ້ເວົ້າວ່າ: ພາຍຫຼັງເຈົ້າໜ້າທີ່ສືບສວນ – ສອບສວນສໍາເລັດ ຫຼື ສຳເລັດການດຳເນີນຄະດີຂັ້ນເຈົ້າໜ້າທີ່ຕໍາຫຼວດແລ້ວ ຕ້ອງໄດ້ສົ່ງຂອງກາງໃຫ້ປະຊາຊົນ. ແຕ່ວ່າຜ່ານມາສ່ວນຫຼາຍສົ່ງແຕ່ສຳນວນຄະດີ ແລະ ຂອງກາງທີ່ເປັນເງິນ, ເປັນຄໍາ, ແຕ່ວ່າຂອງກາງທີ່ເປັນສິ່ງເສບຕິດ, ເປັນວັດຖຸລະເບີດຕ່າງໆບໍ່ໄດ້ສົ່ງເຮັດໃຫ້ການປົກປັກຮັກສາການຄຸ້ມຄອງພົບກັບຄວາມຫຍຸ້ງຍາກຫຼາຍເປັນຕົ້ນແມ່ນພາຫະນະ, ສະຖານທີ່ເກັບມ້ຽນບ່ອນປົກປັກຮັກສາກໍບໍ່ຮັບປະກັນ ຈຶ່ງເຮັດໃຫ້ຄຸນຄ່າຂອງກາງຄະດີເສຍຫາຍໃນຕົວເລີຍ, ສໍາລັບໃນມາດຕາ 142 ທີ່ກັກຂັງພາງ ຕະຫຼອດໄລຍະຜ່ານມາ, ອົງການໄອຍະການປະຊາຊົນໄດ້ເອົາໃຈໃສ່ຕິດຕາມກວດກາ ແຕ່ວ່າສ່ວນຫຼາຍແມ່ນຕິດຕາມກວດກາອົງການສືບສວນ-ສອບສວນຢູ່ແຕ່ຂັ້ນແຂວງ, ແຕ່ວ່າຢູ່ຂັ້ນເມືອງຈໍານວນໜຶ່ງຍັງມີການເຄື່ອນໄຫວລະເມີດມາດຕາດັ່ງກ່າວ, ບາງຄັ້ງບໍ່ມີຮອດຄໍາສັ່ງບໍ່ໄດ້ຂໍຄໍາສັ່ງ, ບໍ່ໄດ້ເຮັດບົດລາຍງານໃຫ້ໄອຍະການເປັນເດືອນ-ສອງເດືອນກໍມີ.

ສະນັ້ນ, ສະເໝີມາຍັງອົງການທີ່ກ່ຽວຂ້ອງຈົ່ງສືບຕໍ່ເອົາໃຈໃສ່ໃນການຕິດຕາມກວດກາການເຄື່ອນ ໄຫວອົງການສືບສວນ-ສອບສວນຢູ່ແຕ່ລະເມືອງໃຫ້ເຂັ້ມງວດກວ່າເກົ່າ.

ແຫຼ່ງຂ່າວ ປະຊາຊົນ

ບົດຄວາມຫຼ້າສຸດ

ກອງປະຊຸມສຸດຍອດອາຊຽນ ຄັ້ງທີ 47 ແລະ ບັນດາກອງປະຊຸມສຸດຍອດທີ່ກ່ຽວຂ້ອງ

ນາຍົກລັດຖະມົນຕີ ເຂົ້າຮ່ວມກອງປະຊຸມສຸດຍອດອາຊຽນ ຄັ້ງທີ 47 ແລະ ບັນດາກອງປະຊຸມສຸດຍອດທີ່ກ່ຽວຂ້ອງ ໃນວັນທີ 26 ຕຸລາ 2025 ທີ່ກົວລາລໍາເປີ ປະເທດ ມາເລເຊຍ, ທ່ານ ສອນໄຊ...

ມີໃຜຊື່ຍາວກວ່ານີ້ບໍ່? ຊາຍຊາວນິວຊີແລນມີຊື່ຍາວທີ່ສຸດໃນໂລກ ໃຊ້ເວລາອ່ານ 20 ນາທີ ຈຶ່ງອ່ານແລ້ວ

ມາຮູ້ຈັກກັບຊາຍຜູ້ທີ່ມີຊື່ທີ່ຍາວທີ່ສຸດໃນໂລກ, ລໍເລນ ວອດກິນ (Laurence Watkins) ອາຍຸ 60 ປີ, ອາໄສຢູ່ເມືອງໂອດແລນ ປະເທດນິວຊີແລນ ລາວມີຈໍານວນຊື່ຍາວເຖິງ 2,253 ຄໍາ. ຜ່ານມາຊາຍຄົນນີ້ຫຼົງໄຫຼໃນລາຍການ Ripley's...

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄຂຂຶ້ນຢ່າງເປັນທາງການ

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄດ້ເປີດຂຶ້ນໃນວັນທີ 21 -...

ກຳນົດຈັດງານ 5 ວັນ ບຸນນະມັດສະການພຣະທາດຫຼວງວຽງຈັນ ຈະຈັດຂຶ້ນໃນລະຫວ່າງວັນທີ 1-5 ພະຈິກ 2025

ໃນວັນທີ 21 ຕຸລາ 2025 ພິທີຖະແຫຼງຂ່າວ ງານປະເພນີບຸນນະມັດສະການ ພຣະທາດຫຼວງ ແລະ ງານວາງສະແດງສິນຄ້າ ປະຈຳປີ ຄສ 2025 ຈັດຂຶ້ນ ທີ່ເດີ່ນພຣະທາດຫຼວງວຽງຈັນ...