spot_img
Homeຂ່າວພາຍ​ໃນສະພາແຫ່ງຊາດ ເນັ້ນໃຫ້ສານປະຊາຊົນ ແລະ ອົງການໄອຍະການດຳເນີນຄະດີໃຫ້ຖືກຕ້ອງໂປ່ງໃສ

ສະພາແຫ່ງຊາດ ເນັ້ນໃຫ້ສານປະຊາຊົນ ແລະ ອົງການໄອຍະການດຳເນີນຄະດີໃຫ້ຖືກຕ້ອງໂປ່ງໃສ

Published on

ໃນກອງປະຊຸມສະໄໝສາມັນ ເທື່ອທີ 5 ຂອງສະພາແຫ່ງຊາດຊຸດທີ IX ໃນວັນທີ 4 ກໍລະກົດ 2023 ນີ້, ທ່ານ ຄໍາແພງ ວິລະພັນ ປະທານກໍາມາທິການຍຸຕິທໍາ ໄດ້ຂຶ້ນປະກອບຄໍາເຫັນຕໍ່ບົດລາຍງານ ຂອງສານປະຊາຊົນສູງສຸດ ແລະ ອົງການໄອຍະການປະຊາຊົນສູງສຸດ ກ່ຽວກັບການປະເມີນຜົນການຈັດຕັ້ງປະຕິບັດ ກົດໝາຍວ່າດ້ວຍສານປະຊາຊົນ, ກົດໝາຍວ່າດ້ວຍການດໍາເນີນຄະດີແພ່ງ, ກົດໝາຍວ່າດ້ວຍ ອົງການໄອຍະການປະຊາຊົນ ແລະ ກົດໝາຍວ່າດ້ວຍການດໍາເນີນຄະດີອາຍາ ໂດຍທ່ານ ໄດ້ຕາງໜ້າໃຫ້ຄະນະປະຈໍາສະພາແຫ່ງຊາດ ສະເໜີໃຫ້ສານປະຊາຊົນສູງສຸດ ແລະ ອົງການໄອຍະການປະຊາຊົນສູງສຸດ, ລວມເຖິງ ທຸກຂະແໜງການ ທີ່ກ່ຽວຂ້ອງໃນການດຳເນີນຄະດີຕາມຂະບວນການຍຸຕິທໍາປັບປຸງກົນໄກການດຳເນີນຄະດີໃຫ້ຮັບປະກັນຄວາມຖືກຕ້ອງ, ຮອບດ້ານ, ຄົບຖ້ວນ, ພາວະວິໄສ, ມີຄວາມໂປ່ງໃສ ແລະ ເປັນທຳຢ່າງແທ້ຈິງ, ແນໃສ່ເຮັດໃຫ້ຜູ້ກະທໍາຜິດ ຕ້ອງຖືກລົງໂທດຢ່າງເຂັ້ມງວດ ແລະ ຜູ້ບໍລິສຸດເດັດຂາດບໍ່ໃຫ້ຖືກລົງໂທດ.

ທ່ານ ຄໍາແພງ ວິລະພັນ ສະເໜີ ໃຫ້ສານປະຊາຊົນ ແລະ ອົງການໄອຍະການປະຊາຊົນ ເພີ່ມທະວີການໂຄສະນາເຜີຍ ແຜ່ກົດໝາຍ 4 ສະບັບດັ່ງກ່າວ ໂດຍສະເພາະ ກົດໝາຍວ່າດ້ວຍ ການດຳເນີນຄະດີອາຍາ, ກົດໝາຍວ່າດ້ວຍ ການດໍາເນີນຄະດີແພ່ງໃຫ້ກວ້າງຂວາງ, ເລິກເຊິ່ງ, ທົ່ວເຖິງ ແລະ ແທດເໝາະກັບແຕ່ລະເປົ້າໝາຍ ເປັນຕົ້ນ ພະນັກງານທີ່ຮັບຜິດຊອບໃນການດໍາເນີນຄະດີຕາມຂະບວນການຍຸຕິທໍາແນໃສ່ສ້າງຄວາມເຂົ້າໃຈທີ່ຖືກຕ້ອງຕໍ່ເນື້ອໃນຂອງກົດໝາຍ, ຍົກສູງສະຕິເຄົາລົບ ແລະ ປະຕິບັດກົດໝາຍໃນທົ່ວສັງຄົມໃຫ້ສູງຂຶ້ນໂດຍຕິດພັນກັບການວາງມາດຕະການສະກັດກັ້ນ ແລະ ແກ້ໄຂບັນດາປາກົດການ ແລະ ພຶດຕິກໍາທີ່ເປັນການລະເມີດກົດໝາຍຢ່າງເຂັ້ມງວດ, ພ້ອມທັງໃຫ້ຮີບຮ້ອນປະສານສົມທົບກັບພາກສ່ວນທີ່ກ່ຽວຂ້ອງ ຄົ້ນຄວ້າຜັນຂະຫຍາຍບັນດາມາດຕາຂອງແຕ່ລະກົດໝາຍ ທີ່ກໍານົດໃຫ້ອອກເປັນນິຕິກໍາໃຕ້ກົດໝາຍ ເພື່ອເຮັດໃຫ້ມາດຕາເຫລົ່ານັ້ນໄດ້ຮັບການຈັດຕັ້ງປະຕິບັດໂດຍໄວ.

ພ້ອມກັນນີ້, ກໍໃຫ້ສືບຕໍ່ຄົ້ນຄວ້າ ແລະ ປັບປຸງເນື້ອໃນບາງພາກ, ໝວດ ແລະ ມາດຕາ ຂອງແຕ່ລະກົດໝາຍ ທີ່ເຫັນວ່າ ບໍ່ທັນສອດຄ່ອງ ຫລື ຊໍ້າຊ້ອນກັບມາດຕາຂອງກົດ ໝາຍສະບັບອື່ນ ເພື່ອເຮັດໃຫ້ບັນດາກົດໝາຍດັ່ງກ່າວ, ມີເນື້ອໃນຮັດກຸມ, ຈະແຈ້ງ, ສອດຄ່ອງ, ກົມກຽວ ແລະ ສາ ມາດປະຕິບັດໄດ້. ພ້ອມນັ້ນ, ກໍໃຫ້ ສານປະຊາຊົນ, ອົງການໄອຍະການປະຊາຊົນ ແລະ ອົງການທີ່ຮັບຜິດຊອບການດຳເນີນຄະດີ ຕາມຂະບວນການຍຸຕິທຳ ຕ້ອງໄດ້ເອົາໃຈໃສ່ປັບປຸງກົງຈັກການຈັດຕັ້ງແຕ່ລະຂັ້ນ ຕິດພັນກັບການກຳ ນົດພາລະບົດບາດ, ສິດ, ໜ້າທີ່ ແລະ ແບບແຜນວິທີເຮັດວຽກ ໃຫ້ຖືກຕ້ອງ, ສອດຄ່ອງກັບສະພາບຄວາມເປັນຈິງ ແຕ່ລະໄລຍະ ເພື່ອຮັບປະກັນໃຫ້ແກ່ການປະຕິບັດໜ້າທີ່ວຽກງານມີປະສິດທິພາບ ແລະ ປະສິດທິຜົນ. ພ້ອມດຽວ ກັນນີ້, ກໍໃຫ້ເພີ່ມທະວີ ການບຳລຸງສ້າງ ຖັນແຖວບຸກຄະລາກອນ ທີ່ຮັບຜິດຊອບການດຳເນີນຄະດີ ຕາມຂະບວນການຍຸຕິທຳ ໃຫ້ມີຄຸນທາດການເມືອງ, ຄຸນສົມບັດສິນທຳປະຕິວັດ, ຈັນຍາບັນ ແລະ ຈັນຍາທຳໃຫ້ໜັກແໜ້ນ, ມີຄວາມຮູ້ຄວາມສາມາດ, ຄວາມຊຳນິຊຳນານງານ ແລະ ມີຄວາມຮັບຜິດຊອບສູງ ຕໍ່ການປະຕິບັດໜ້າທີ່ວຽກງານ, ພ້ອມທັງຊຸກຍູ້ຕິດຕາມກວດກາການປະຕິບັດໜ້າທີ່ ແຕ່ລະໄລຍະແນໃສ່ສະກັດກັ້ນພະຍາດອາດຍາສິດ, ການສວຍໃຊ້ໜ້າທີ່ຕຳແໜ່ງ ເພື່ອຫາຜົນປະໂຫຍດສ່ວນຕົວ, ແກ້ໄຂຫາງສຽງ ແລະ ປະກົດການຫຍໍ້ທໍ້ທີ່ເກີດຂຶ້ນພາຍໃນໃຫ້ຫລຸດລົງຢ່າງເປັນຮູບປະທໍາ.

ສະພາແຫ່ງຊາດ ຍັງສະເໜີລັດຖະບານເພີ່ມທະວີຊີ້ນຳອົງການສືບສວນ-ສອບສວນ ຂອງເຈົ້າໜ້າທີ່ຕຳຫລວດ, ພາສີ, ປ່າໄມ້ ແລະ ອົງການປະຕິບັດຄໍາຕັດສິນຂອງສານ ຍົກສູງຄວາມຮັບຜິດຊອບ ໃນການປະຕິບັດພາລະບົດບາດ, ສິດ ແລະ ໜ້າທີ່ ຂອງຕົນຕາມທີ່ໄດ້ກຳນົດໄວ້ໃນກົດໝາຍໃຫ້ມີປະສິດທິພາບ, ປະສິດທິຜົນ ແລະ ຄົ້ນຄວ້າ ເພີ່ມຈຳນວນລັດຖະກອນ, ງົບປະມານ, ອຸປະກອນ ແລະ ເຕັກນິກທີ່ຈຳເປັນໃຫ້ແກ່ອົງການທີ່ຮັບຜິດຊອບ ໃນການດຳເນີນຄະດີຕາມຂະບວນການຍຸຕິທຳ ໂດຍສະເພາະແມ່ນສານປະຊາຊົນ ແລະ ອົງການໄອຍະການປະຊາຊົນຂັ້ນຕ່າງໆໃຫ້ສາມາດຕອບສະໜອງໜ້າທີ່ການເມືອງແຕ່ລະໄລຍະ. ພ້ອມນີ້, ສະພາແຫ່ງຊາດ ແລະ ສະພາປະຊາຊົນຂັ້ນແຂວງຈະເພີ່ມທະວີການຕິດຕາມ, ກວດກາການເຄົາລົບ ແລະ ປະຕິບັດ ກົດໝາຍຂົງເຂດຍຸຕິທຳໃຫ້ເປັນລະບົບຕໍ່ເນື່ອງ, ຕິດຕາມກວດກາ ແລະ ຊຸກຍູ້ການປະເມີນຜົນການຈັດຕັ້ງປະຕິບັດກົດໝາຍ ໃນຂົງເຂດຕ່າງໆເພື່ອລາຍງານຕໍ່ກອງປະຊຸມສະໄໝສາມັນຂອງສະພາແຫ່ງຊາດແຕ່ລະໄລຍະ.

ແຫຼ່ງຂ່າວ ປະເທດລາວ

ບົດຄວາມຫຼ້າສຸດ

ຝູງສິງໂຕລຸມກັດກິນເຈົ້າໜ້າທີ່ສວນສັດຈົນເສຍຊີວິດ ຂະນະທີ່ເພື່ອນຮ່ວມງານເປີດເຜີຍຜູ້ເສຍຊີວິດບໍ່ເຄີຍລະເມີດກົດລະບຽບມາກ່ອນ

ສະຫຼົດ! ຝູງໂຕສິງລຸມກັດກິນເຈົ້າໜ້າທີ່ສວນສັດຈົນເສຍຊີວິດ ທີ່ສວນສັດແຫ່ງໜຶ່ງໃນກຸງເທບມະຫານະຄອນ ປະເທດໄທ. ສຳນັກຂ່າວໄທລາຍງານ ວັນທີ 10 ກັນຍາ 2025 ຜ່ານມາ, ກ່ຽວກັບເຫດການສຸດສະຫຼົດ ເມື່ອເຈົ້າທີ່ດູແລສວນສັດ ຖືກຝູງໂຕສິງລຸມກັດກິນ ຢູ່ສວນສັດຊາຟາລີເວີດ ໃນກຸງເທບມະຫານະຄອນ...

ສະຫະລັດເດືອດ! ຊາລີ ເຄິກ ນັກເຄື່ອນໄຫວຜູ້ສະໜັບສະໜູນ ທຣຳ ຜູ້ນຳສະຫະລັດ ຖືກລັກລອບຍິງເສຍຊີວິດ

ຊາລີ ເຄິກ ນັກເຄື່ອນໄຫວຜູ້ສະໜັບສະໜູນ ທຣຳ ຜູ້ນຳສະຫະລັດ ຖືກລັກລອບຍິງເສຍຊີວິດ ໃນຂະນະຮ່ວມງານໃນມະຫາວິທະຍາໄລ ຍູທາ. ສຳນັກຂ່າວ ບີບີຊີ ລາຍງານ ໃນວັນທີ 11 ກັນຍາ 2025...

ລາວກຽມພ້ອມພັດທະນາ ແບບຈຳລອງປັນຍາປະດິດ ເພື່ອໃຫ້ AI ປະມວນຜົນພາສາລາວໄດ້ຢ່າງຖືກຕ້ອງ

ເພື່ອພັດທະນາກໍ່ສ້າງແບບຈໍາລອງປັນຍາປະດິດຂະໜາດໃຫຍ່ ສໍາລັບ ສປປ ລາວ ແລະ ກໍ່ສ້າງຖານຂໍ້ມູນພາສາລາວໃຫ້ຄົບຖ້ວນ, ຖືກຕ້ອງ, ຊັດເຈນ ແລະ ສາມາດນໍາໃຊ້ເປັນພື້ນຖານສໍາລັບ AI ແລະ ການນໍາໃຊ້ດີຈີຕອນໃນ ສປປ...

ສຶກສາອົບຮົມສາວບໍລິການ ແລະ ເຈົ້າຂອງຮ້ານ ຢູ່ ເມືອງສີໂຄດຕະບອງ ແລະ ເມືອງນາຊາຍທອງ ນະຄອນຫຼວງວຽງຈັນ

ເຈົ້າໜ້າທີ່ລົງກວດກາສຶກສາອົບຮົມສາວບໍລິການ 33 ຄົນ ແລະ ເຈົ້າຂອງຮ້ານ 04 ຄົນ ຢູ່ ບ້ານໜອງແຕ່ງເໜືອ, ບ້ານວຽງຄຳ, ບ້ານດົງນາໂຊກ, ເມືອງສີໂຄດຕະບອງ ແລະ ບ້ານກາງແສນ,...