ໃນວາລະດຳເນີນ ກອງປະຊຸມສະໄໝສາມັນ ເທື່ອທີ 5 ຂອງສະພາແຫ່ງຊາດຊຸດທີ IX ໃນວັນທີ 3 ກໍລະກົດ 2023 ນີ້, ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ໄດ້ຂຶ້ນຊີ້ແຈງຫຼາຍບັນຫາສຳຄັນ ທີ່ສະມາຊິກສະພາແຫ່ງຊາດ (ສສຊ) ໃຫ້ຄວາມສົນໃຈ ແລະ ຊັກຖາມເປັນສ່ວນຫຼາຍ ເປັນຕົ້ນ ມາດຕະການໃນການແກ້ໄຂອັດຕາເງິນເຟີ້, ການອ່ອນຄ່າຂອງເງິນກີບ, ການຜັນຜວນຂອງອັດຕາແລກປ່ຽນ, ການເພີ່ມສູງຂຶ້ນຂອງລາຄາສິນຄ້າ, ຄ່າຄອງຊີບ, ລວມທັງມາດຕະການດຶງດູດ ການລົງທຶນໂດຍກົງຂອງເອກະຊົນ ທັງພາຍໃນ-ຕ່າງປະເທດ ແລະ ກົນໄກການຄຸ້ມ ຄອງການລົງທຶນຂອງລັດ ລວມເຖິງ ມາດຕະການແກ້ໄຂແຮງງານລາວ ທີ່ຫຼັ່ງໄຫຼໄປເຮັດວຽກຢູ່ຕ່າງປະເທດແບບຜິດກົດໝາຍ ແລະ ບັນຫາການປະລະການຮຽນຂອງນັກຮຽນ, ການລາອອກຈາກການເປັນຄູອາສາສະໝັກ, ບັນຫາພາລະກອນຄູ ແລະ ອື່ນໆ.
ສຳລັບ ມາດຕະການ ໃນການແກ້ໄຂອັດຕາເງິນເຟີ້ ທ່ານ ສອນໄຊ ສີພັນດອນ ຊີ້ແຈງວ່າ: ໃນໄລຍະຜ່ານມາລັດຖະບານ ໄດ້ສຸມທຸກກຳລັງເຂົ້າໃນການແກ້ໄຂ ໂດຍໄດ້ແຕ່ງຕັ້ງຄະນະຮັບຜິດຊອບໃນການແກ້ໄຂ ເຊິ່ງສາເຫດຕົ້ນຕໍທີ່ເກີດຂຶ້ນເບື້ອງຕົ້ນ ກໍເລີ່ມຈາກປັດໄຈພາຍນອກ ທີ່ສືບເນື່ອງມາຈາກຜົນກະທົບການລະບາດຂອງພະຍາດໂຄວິດ-19 ແລະ ສະພາບການຜັນແປຂອງພາກພື້ນ ແລະ ສາກົນ. ລັດຖະບານ ຍັງໄດ້ແຕ່ງຕັ້ງຄະນະສະເພາະກິດແກ້ໄຂບັນຫາເຄັ່ງຮ້ອນຕໍ່ເສດຖະກິດ-ການເງິນ, ບັນຫາເງິນເຟີ້, ອັດຕາແລກປ່ຽນເງິນຕາ, ລາຄາສິນຄ້າ ແລະ ໜີ້ສິນຕ່າງປະເທດ ໂດຍໄດ້ເລັ່ງຄົ້ນຄວ້າແກ້ໄຂບັນຫາໂຄງສ້າງດຸນການຊຳລະລະຫວ່າງປະເທດທີ່ຂາດດຸນໃຫ້ມີຄວາມສົມດູນເທື່ອລະກ້າວ; ສືບຕໍ່ຫັນການແລກປ່ຽນເງິນຕາເຂົ້າສູ່ລະບົບທະນາຄານ ແລະ ໃຫ້ມີໜ່ວຍບໍລິການພຽງພໍຮັບໃຊ້ສັງຄົມເຊັ່ນ: ໜ່ວຍບໍລິການແລກປ່ຽນ, ການແລກປ່ຽນເອເລັກໂຕຣນິກ, ທັງປັບປຸງຕະຫຼາດເງິນຕາຕ່າງປະເທດ ລະຫວ່າງທະນາຄານທຸລະກິດດ້ວຍກັນ; ຄຸ້ມຄອງບັນດາບໍລິສັດນຳເຂົ້າ-ສົ່ງອອກ ແຈ້ງລົງທະບຽນ ແລະ ຊຳລະສະສາງການນຳເຂົ້າ ແລະ ສົ່ງອອກສິນຄ້າຜ່ານບັນຊີທະນາຄານທຸລະກິດທີ່ຕັ້ງຢູ່ ສປປ ລາວ ໂດຍກຳນົດເຂົ້າເປັນເງື່ອນໄຂທີ່ຂາດບໍ່ໄດ້ສຳລັບການສົ່ງອອກ-ນຳເຂົ້າສິນຄ້າຕໍ່ໄປ ເພື່ອສູ້ຊົນໃຫ້ມີເງິນຕາເຂົ້າມາຜ່ານລະບົບທະນາຄານເພີ່ມຫຼາຍກວ່າ 50% ຂຶ້ນໄປ. ສືບຕໍ່ຕິດຕາມບັນດາເປົ້າໝາຍທີ່ປັ່ນປ່ວນ ແລະ ເກງກໍາໄລຈາກການແລກປ່ຽນເງິນຕາດ້ວຍຮູບແບບຕ່າງໆຢ່າງໃກ້ຊິດ, ຖ້າພົບເຫັນແມ່ນດໍາເນີນມາດຕະການຕາມກົດໝາຍ, ພ້ອມທັງຮີບຮ້ອນເລັ່ງທວງບັນດາບໍລິສັດທີ່ມີໜີ້ສິນ ກັບລັດຖະບານ ໃຫ້ຫາແຫຼ່ງທຶນມາຊຳລະຕາມສັນຍາດັດແກ້ທີ່ໄດ້ເຊັນຮ່ວມກັນ ແລະ ກ່ອນກຳນົດໃນສັນຍາເພື່ອຊ່ວຍແກ້ໄຂບັນຫາເຄັ່ງຮ້ອນຂອງລັດຖະບານ.
ເພີ່ມທະວີການຄຸ້ມຄອງເງິນຕາຕ່າງປະເທດ ເພື່ອສ້າງໃຫ້ມີເງິນຕາຕ່າງປະເທດເຂົ້າມາໃນລະບົບໃຫ້ຫຼາຍຂຶ້ນ ໂດຍເນັ້ນໃຫ້ຄຸ້ມຄອງຜູ້ນຳເຂົ້າ-ສົ່ງອອກ ແລະ ຜູ້ລົງທຶນໂດຍກົງຈາກຕ່າງປະເທດ ພ້ອມທັງຈຳກັດການແລກປ່ຽນເງິນຕາຕ່າງປະເທດແບບຊະຊາຍ ບໍ່ຖືກກົດໝາຍ; ຕິດຕາມຄຸ້ມຄອງລາຄາສິນຄ້າ ແລະ ຄ່າບໍລິການທີ່ມີການເໜັງຕີງແຮງໂດຍສະເພາະສິນຄ້າປະເພດໝວດສະບຽງອາຫານ, ໝວດປັດໄຈການຜະລິດກະສິກຳ (ຝຸ່ນ, ອາຫານສັດ, ແນວພັນ). ສຳລັບມາດຕະການດຶງດູດການລົງທຶນລັດຖະບານຈະປັບປຸງກົດໝາຍສົ່ງເສີມການລົງທຶນ ແລະ ບັນດານິຕິກຳລຸ່ມກົດໝາຍ ທີ່ຍັງເປັນບັນຫາຫຍຸ້ງຍາກ ແລະ ອຸປະສັກໃຫ້ແກ່ການດຳເນີນທຸລະກິດ ແລະ ການລົງທຶນຢູ່ ສປປ ລາວ ໃຫ້ໂລ່ງລ່ຽນ ແລະ ມີນະໂຍບາຍດຶງດູດກວ່າເກົ່າ, ພ້ອມທັງປັບປຸງວຽກງານຂົນຂວາຍ ດຶງດູດການລົງທຶນໃຫ້ມີລັກສະນະ “ທ່າບຸກ” ແລະ ຮອບດ້ານດ້ວຍຫຼາຍຮູບແບບ ແລະ ຫຼາຍວິທີ ໃຫ້ແຂງແຮງກວ່າເກົ່າ ເປັນຕົ້ນ ການຈັດສໍາມະນາ, ການວາງສະແດງສິນຄ້າ, ງານຕະຫຼາດນັດຢູ່ພາຍໃນ ແລະ ຕ່າງປະເທດໃຫ້ຫຼາຍຂຶ້ນ.
ສ່ວນກົນໄກການຄຸ້ມຄອງການລົງທຶນຂອງລັດ ໃຫ້ມີປະສິດທິພາບ ແລະ ປະສິດທິຜົນນັ້ນ, ລັດຖະບານ ໄດ້ມີຄວາມພະຍາຍາມສູງໃນການປັບປຸງການລົງທຶນຂອງລັດໃຫ້ມີປະສິດທິຜົນ ໂດຍໄດ້ຄົ້ນຄວ້ານໍາສະເໜີຕໍ່ສະພາແຫ່ງຊາດຮັບຮອງກົດໝາຍ ແລະ ນິຕິກໍາກ່ຽວຂ້ອງທັງໄດ້ກຳນົດຂອດ, ຂັ້ນ, ສິດ ແລະ ໜ້າທີ່ໃນຄວາມຮັບຜິດຊອບຂອງທຸກຂະແໜງການ ແລະ ທ້ອງຖິ່ນ.
ສຳລັບ ບັນຫາພາລະກອນຄູ, ນະໂຍບາຍຕໍ່ນັກຮຽນ ແລະ ຄູ, ລັດຖະບານ ຈະສະໜອງໂກຕາ ໃຫ້ພຽງພໍຕາມຄວາມຕ້ອງການຄູໃນແຕ່ລະຊັ້ນ, ສາຍ ແລະ ລາຍວິຊາ ເພື່ອແກ້ໄຂບັນຫາຄູອາສາສະໝັກ ແລະ ເພື່ອບັນຈຸໃສ່ໂຮງຮງຮຽນທີ່ບໍ່ມີລັດຖະກອນຄູ, ທົດແທນຈໍານວນຄູທີ່ສູນເສຍໃນຮູບການຕ່າງໆ, ພ້ອມທັງປະຕິບັດດໍາລັດວ່າດ້ວຍລັດຖະກອນຄູ ກໍຄື ພິຈາລະນາສະໜອງຕົວເລກທົດແທນຄູ ທີ່ສິ້ນສຸດການເປັນຄູດ້ວຍຮູບແບບຕ່າງໆໃນແຕ່ລະປີ ທັງຫັນການສ້າງແຜນຄວາມຕ້ອງການຄູ, ການຄັດເລືອກ, ການບັນຈຸ, ການປະເມີນ ແລະ ແຕ່ງຕັ້ງຄູ ຕາມທິດສາມສ້າງ ແລະ ໃຫ້ຂະແໜງສຶກສາຮ່ວມກັບຂະແໜງການອື່ນ ເພື່ອຊ່ວຍສິດສອນຢູ່ຊາຍແດນ ແລະ ເຂດທຸລະກັນດານ, ພ້ອມທັງສືບຕໍ່ລະດົມ ແລະ ສຶກສາອົບຮົມແນວຄິດຄູ ໃຫ້ມີຄວາມອຸ່ນອຽນທຸ່ນທ່ຽງ, ມີຄວາມຮັບຜິດຊອບ ແລະ ຄວາມເສຍສະຫຼະໃນການປະຕິບັດໜ້າທີ່ ການສິດສອນໃຫ້ຫຼາຍຂຶ້ນ, ພ້ອມທັງສືບຕໍ່ຊຸກຍູ້ການຈັດຕັ້ງ, ຊຸມຊົນ ແລະ ສັງຄົມປະຕິບັດນະໂຍບາຍຕໍ່ຄູອາສາສະໝັກ ເປັນຕົ້ນ ທີ່ພັກອາໄສ, ເບິ່ງແຍງຊີວິດການເປັນຢູ່ ແລະ ອື່ນໆ.
ພ້ອມນັ້ນ, ລັດຖະບານ ຍັງຈະສືບຕໍ່ຄົ້ນຄວ້າ ໂຮມໂຮງຮຽນຂະໜາດນ້ອຍເຂົ້າກັນໃນບ່ອນທີ່ມີເງື່ອນໄຂ, ຄົ້ນຄວ້າສ້າງສິ່ງຈູງໃຈ ແລະ ປະຕິບັດນະໂຍບາຍໃຫ້ແກ່ຄູຢ່າງເໝາະສົມ, ສ້າງນິຕິກຳກ່ຽວກັບພາລະກອນ ໂດຍສະເພາະແມ່ນພາລະກອນຂອງຂະແໜງສຶກສາຢູ່ບ່ອນທີ່ມີເງື່ອນໄຂ, ພ້ອມທັງປັບປຸງນະໂຍບາຍກ່ຽວກັບຄູ, ແຜນກໍ່ສ້າງ ແລະ ນຳໃຊ້ໄລຍະຍາວໃຫ້ແທດເໝາະກັບແຜນຄວາມຕ້ອງການນໍາໃຊ້ຕົວຈິງ.
ແຫຼ່ງຂ່າວ ປະເທດລາວ