Homeຂ່າວພາຍ​ໃນສິນຄ້າຍັງແພງ ເຖິງວ່າອັດຕາເງິນເຟີ້ຈະຫຼຸດລົງ

ສິນຄ້າຍັງແພງ ເຖິງວ່າອັດຕາເງິນເຟີ້ຈະຫຼຸດລົງ

Published on

ປະເທດລາວເປັນປະເທດປິດ ທີ່ມີການນຳເຂົ້າຫຼາຍກວ່າສົ່ງອອກ ຍ້ອນຫຼາຍໆປັດໄຈຄື ປະຊາກອນໃນປະເທດລາວມີໜ້ອຍ ເຮັດໃຫ້ມີຄວາມຫຍຸ້ງຍາກໃນການຜະລິດສິນຄ້າ ສະນັ້ນຈຶ່ງມີການນຳເຂົ້າສິນຄ້າຫຼາຍກວ່າ, ໃນການນຳເຂົ້າສິນຄ້າຫຼາຍສົ່ງຜົນໃຫ້ປະເທດຂາດດຸນການຄ້າ ເຊິ່ງນຳໄປສູ່ໄພເງິນເຟີ້ ແລະ ສ້າງວິກິດໃນເສດຖະກິດຂອງປະເທດ.

ໄພເງິນເຟີ້ໄດ້ສົ່ງຜົນກະທົບທາງອ້ອມ ແລະ ທາງກົງຕໍ່ປະຊາຊົນ ພໍ່ຄ້າຊາວຂາຍພາຍໃນປະເທດ ບໍ່ວ່າຈະແມ່ນສິນຄ້າມີລາຄາສູງຂຶ້ນ ເຮັດໃຫ້ປະຊາຊົນທີ່ມີລາຍໄດ້ເທົ່າເດີມ ແຕ່ມີຄວາມສາມາດໃນການຊື້ສິນຄ້າໄດ້ໜ້ອຍລົງ ແລະ ອັດຕາແລກປ່ຽນທີ່ນັບມື້ນັບເພີ່ມຂຶ້ນ ເຖິງວ່າລັດຖະບານຈະມີມາດຕະການຄວບຄຸມກໍຕາມ ແຕ່ກໍຍັງເພີ່ມຂຶ້ນຢູ່ເລື່ອຍໆ ກົງກັນຂ້າມກັບອັດຕາເງິນເຟີ້ທີ່ທາງລັດຖະບານໄດ້ລາຍງານ ນັບຕັ້ງແຕ່ເດືອນກຸມພາ 2023 ເປັນຕົ້ນມາ ອັດຕາເງິນເຟີ້ໄດ້ມີການຫຼຸດລົງໃນແຕ່ລະເດືອນ.

ອີງຕາມສູນສະຖິຕິແຫ່ງຊາດໃຫ້ຮູ້ວ່າ: ອັດຕາເງິນເຟີ້ປະຈຳເດືອນພຶດສະພາ ຢູ່ທີ່ 38,86% ມາໃນເດືອນມິຖຸນາແມ່ນ 28,64% ຫຼຸດລົງຫຼາຍເຖິງ 10,22% ເມື່ອທຽບໃສ່ເດືອນພຶດສະພາ 2023. ຈາກພໍ່ແມ່ປະຊາຊົນໃນສື່ສັງຄົມອອນລາຍ ກໍໄດ້ໃຫ້ຄວາມຄິດເຫັນກ່ຽວກັບກໍລະນີດັ່ງກ່າວຄື ສ່ວນໃຫຍ່ກໍກ່າວວ່າສິນຄ້າຍັງແພງຢູ່ ບໍ່ວ່າຈະເປັນເຄື່ອງອຸປະໂພກ-ບໍລິໂພກ ເມື່ອທຽບກັບລາຍຮັບຂອງພວກເຂົາ ເຊິ່ງກະທົບຊີວິດການເປັນຢູ່ໃນແຕ່ລະມື້, ຕົວຢ່າງ ເດືອນເມສາເຝີຖ້ວຍລະ 20.000 ກີບ ຕົກມາໃນເດືອນມິຖຸນາ 2023 ເຝີກ້ວຍລະ 30.000 ກີບ, ພຽງເວລາ 2 ເດືອນ ເຫັນວ່າລາຄາລື່ນກັນ 10.000 ກີບ. ດັ່ງນັ້ນ, ຈຶ່ງເຫັນໄດ້ວ່າເງິນເຟີ້ແມ່ນ ສະພາບທີ່ລາຄາສິນຄ້າເພີ່ມສູງຂຶ້ນຕໍ່ເນື່ອງ.

ບົດຄວາມຫຼ້າສຸດ

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...

ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ເພື່ອເປັນບ່ອນອີງໃຫ້ການຄຸ້ມຄອງວຽກງານຈະລາຈອນທາງບົກໃຫ້ມີປະສິດທິພາບ, ປະສິດທິຜົນ

ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ສະເໜີເຫດຜົນ, ຄວາມຈໍາເປັນທີ່ຕ້ອງໄດ້ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...

2026 ຍທຂ ໄດ້ຮັບຈັດສັນງົບປະມານກອງທຶນທາງ 2,000 ຕື້ກີບ ສະເລ່ຍປັບປຸງເສັ້ນທາງເບຕົງ ຫຼື ອັດສະຟານ 5-10 ກິໂລແມັດ ໃນແຕ່ລະແຂວ

ໃນກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ຂຶ້ນຊີ້ແຈ້ງຕໍ່ຄຳຊັກຖາມຂອງສະມາຊິກສະພາແຫ່ງຊາດ ກ່ຽວກັບບັນຫາ ທີ່ຕິດພັນກັບການຈັດຕັ້ງປະຕິບັດວຽກງານຂອງຂະແໜງໂຍທາທິການ...