Homeຂ່າວພາຍ​ໃນຊາຍຄົນຈີນທຳທ່າມາຊື້ເຄື່ອງເພື່ອລັກເງິນຕາມຮ້ານຄ້າຕ່າງໆ

ຊາຍຄົນຈີນທຳທ່າມາຊື້ເຄື່ອງເພື່ອລັກເງິນຕາມຮ້ານຄ້າຕ່າງໆ

Published on

ຍັງຈັບບໍ່ໄດ້ ຊາຍຄົນຈີນເລາະລັກເງິນຕາມຮ້ານຄ້າຕ່າງໆໃນນະຄອນຫຼວງວຽງຈັນ.

ໃນໄລຍະທີ່ຜ່ານມາ ຫຼາຍຮ້ານຄ້າຖືກໂຈນລັກເງິນ ໂດຍໂຈນຄົນນີ້ສ່ວນຫຼາຍແມ່ນມາໃນລັກສະນະຂອງການຊື້ເຄື່ອງ ແລ້ວເອົາເງິນຕາຕ່າງປະເທດໃບໃຫຍ່ຈ່າຍເພື່ອທີ່ຈະໃຫ້ຮ້ານທອນເງິນໃຫ້ ເມື່ອເຈົ້າຂອງຮ້ານທອນເປັນສະກຸນເງິນກີບ ທາງໂຈນກໍຈະເອົາເປັນເງິນຕາຕ່າງປະເທດ ເມື່ອໃຫ້ເປັນເງິນຕາຕ່າງປະເທດກໍຈະເອົາເງິນກີບເພື່ອໃຫ້ເຈົ້າຂອງຮ້ານຄ້າຊັບສົນ.

ໃນຂະນະທີ່ນັ້ນໂຈນກໍໄດ້ເຂົ້າມາວຸ່ນກັບໂຕະເງິນ ຫຼື ເຄົ້າເຕີ້ບໍລິການ ເມື່ອເຈົ້າຂອງຮ້ານຍັງຊັບສົນ ໂຈນກໍອາໃສຈັງຫວະນີ້ລັກເອົາເງິນແບບບໍ່ຮູ້ໂຕ.

ຄືກັບກໍລະນີນີ້ ກໍຖືກໂຈນສວຍໂອກາດເຂົ້າມາລັກເງິນຕາມກົນອຸບາຍທີ່ເຄີຍເຮັດມາໃນແຕ່ລະເທື່ອ ຕາມພາບດັ່ງນີ້.

ທັ້ງນີ້ ໂຈນໄດ້ອາໄສລັກມາແລ້ວຫຼາຍຮ້ານ ສ່ວນຫຼາຍແມ່ນສາມາດລັກເງິນໄປໄດ້ ບາງສ່ວນກໍມີໄຫວພິບຮູ້ໂຕທັນຈຶ່ງບໍ່ເສຍເງິນໄປ, ນອກນີ້ ໂຈນຄົນນີ້ກໍມີກົນອຸບາຍອື່ນໆ ຫວັງລັກເງິນຈາກປະຊາຊົນອີກດ້ວຍ ແລະ ຂໍໃຫ້ທຸກໆທ່ານລະມັດລະວັງໂຕ ມີສະຕິ ເພື່ອບໍ່ຕົກເປັນເຫຍື່ອຂອງໂຈນ.

ບົດຄວາມຫຼ້າສຸດ

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...

ສູນທອນພົດປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X

 ໃນພິທີປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ສອນໄຊ ສີພັນດອນ ປະທານສະພາແຫ່ງຊາດ ໄດ້ກ່າວສູນທອນພົດປິດກອງປະຊຸມວ່າ: ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...