HomeນານາສາລະWHO ແນະນຳໃຫ້ຫຼີກລ່ຽງການໃຊ້ສານໃຫ້ຄວາມຫວານແທນນ້ຳຕານເພື່ອຄວບຄຸມນ້ຳໜັກ

WHO ແນະນຳໃຫ້ຫຼີກລ່ຽງການໃຊ້ສານໃຫ້ຄວາມຫວານແທນນ້ຳຕານເພື່ອຄວບຄຸມນ້ຳໜັກ

Published on

ອົງການອະນາໄມໂລກ (WHO) ແນະນຳ ໃຫ້ຫຼີກລ່ຽງການໃຊ້ສານໃຫ້ຄວາມຫວານແທນນ້ຳຕານເພື່ອຄວບຄຸມນ້ຳໜັກ ພ້ອມທັງບອກວ່າ ມັນບໍ່ມີປະໂຫຍດໃນການຊ່ວຍຫຼຸດໄຂມັນ ແລະ ອາດເພີ່ມຄວາມສ່ຽງໃນການເກີດໂຣກເບົາຫວານປະເພດ 2 ໂຣກຫົວໃຈ ແລະ ຫຼອດເລືອດ ແລະ ອາດຮຸນແຮງເຖິງຂັ້ນເສຍຊີວິດໄດ້ ໂດຍສະເພາະໃນກຸ່ມຜູ້ສູງອາຍຸ.

ໃນວັນທີ 15 ພຶດສະພາ 2023 ໂດຍ WHO ໄດ້ອອກມາໃຫ້ຄຳແນະນຳວ່າ ບໍ່ຄວນໃຊ້ສານໃຫ້ຄວາມຫວານແທນນ້ຳຕານເພື່ອຄວບຄຸມນ້ຳໜັກ ໂດຍແນະນຳນີ້ຍັງລວມເຖິງສານໃຫ້ຄວາມຫວານທັງສັງເຄາະ ດັດແປງ ຫຼື ເກີດຕາມເອງທຳມະຊາດອື່ນໆ ທັ້ງນີ້ ທີ່ບໍ່ໄດ້ຈັດຢູ່ໃນປະເພດຂອງນ້ຳຕານເຊັ່ນ Saccharin, Stevia, Aspartame, Advantame, Cyclamate, Acesulfame K ທີໃຫ້ຄວາມຫວານປະມານ 200 ເທົ່າຂອງນ້ຳຕານ, ສ່ວນ Sucralose ທີ່ໃຫ້ຄວາມຫວານປະມານ 600 ເທົ່າຂອງນ້ຳຕານ ຫວານເກືອຍບຄ້າຍນ້ຳຕານ ແລະ Neotame ທີ່ໃຫ້ຄວາມຫວານປະມານ 7.000-13.000 ເທົ່າຂອງນ້ຳຕານ ແລະ ບໍ່ມີພະລັງງານແຄລໍລີ່.

ປັດຈຸບັນ ສານໃຫ້ຄວາມຫວານແທນນ້ຳຕານ ເປັນທີ່ນິຍົມແທນການບໍລິໂພກນ້ຳຕານ ເຊິ່ງມັນຈະມີແຄລໍລີ່ຕ່ຳ ຫຼື ບໍ່ມີເລີຍ ສານນີ້ໄດ້ຮັບການຂາຍໃນຜະລິດຕະພັນຢ່າງແຜ່ຫຼາຍ ໃນຖານະທາງເລືອກທີ່ອາດມີສ່ວນຊ່ວຍໃນການຄວບຄຸມນ້ຳໜັກໃຫ້ຢູ່ເກນປົກກະຕິ.

ບົດຄວາມຫຼ້າສຸດ

ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ ສະກັດກັ້ນອາຊະຍາກໍາທາງໄຊເບີ

ທ່ານ ສັນຕິສຸກ ສິມມາລາວົງ ລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ໄດ້ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ...

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...

ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ເພື່ອເປັນບ່ອນອີງໃຫ້ການຄຸ້ມຄອງວຽກງານຈະລາຈອນທາງບົກໃຫ້ມີປະສິດທິພາບ, ປະສິດທິຜົນ

ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ສະເໜີເຫດຜົນ, ຄວາມຈໍາເປັນທີ່ຕ້ອງໄດ້ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...