Homeຂ່າວພາຍ​ໃນປ່ອຍລູກກິນເຫຼົ້າປັ່ນຈົນເມົາແບບບໍ່ເປັນທ່າ

ປ່ອຍລູກກິນເຫຼົ້າປັ່ນຈົນເມົາແບບບໍ່ເປັນທ່າ

Published on

ຈາກກໍລະນີແມ່ປ່ອຍລູກກິນເຫຼົ້າປັ່ນຈົນເມົາ ເຮັດໃຫ້ສັງຄົມອອນລາຍບາງກຸ່ມກໍເຫັນວ່າມັນບໍ່ສົມ ແລະ ບາງກຸ່ມກໍເຫັນວ່າເປັນເລື່ອງຕະລົກ.

ທ່ານຮູ້ຫຼືບໍ່ວ່າ ເມື່ອເດັກນ້ອຍກິນເຄື່ອງດື່ມທີ່ມີທາດເຫຼົ້າມັນຈະສົ່ງຜົນເສຍຕໍ່ຮ່າງກາຍຂອງເດັກນ້ອຍຫຼາຍກວ່າຜູ້ໃຫຍ່, ທັ້ງນີ້ ລາວໂພສ ຈະມາແນະນຳກ່ຽວກັບຄວາມອັນຕະລາຍ ເມື່ອເດັກນ້ອຍດື່ມເຄື່ອງດື່ມທີ່ມີທາດເຫຼົ້າ.

ອີງຕາມ ກະຊວງສາທາລະນະສຸກຕ່າງປະເທດ ໃຫ້ຮູ້ວ່າ: ທາດເຫຼົ້າ ຫຼື ເຄື່ອງດື່ມທີ່ມີທາດເຫຼົ້າປະສົມຢູ່ ເປັນເຄື່ອງດື່ມທີ່ບໍ່ເໝາະສົມສຳລັບເດັກນ້ອຍ ຖ້າຫາກວ່າດື່ມເຂົ້າສູ່ຮ່າງກາຍ ຈະສົ່ງຜົນຕໍ່ຮ່າງກາຍເດັກນ້ອຍຫຼາຍກວ່າຜູ້ໃຫຍ່ຫຼາຍເທົ່າ ທັງເປັນການທຳລາຍສະໝອງ ແລະ ລະບົບຕ່າງໆໃນຮ່າງກາຍ, ສົ່ງຜົນໃນໄລຍະຍາວຕໍ່ການພັດທະນາສະໝອງ ຈະເຮັດໃຫ້ເດັກນ້ອຍເສຍຄວາມສາມາດໃນການຈື່ຈຳ, ຄວາມຄິດສ້າງສັນຖືກທຳລາຍ.

ເຫຼົ້າ ຫຼື ເບຍ ເປັນເຄື່ອງດື່ມທີ່ມີແອລກໍຮໍ ຫຼື ທາດເຫຼົ້າເປັນສ່ວນປະກອບທີ່ສຳຄັນ ມັນຈະອອກລິດກົດລະບົບປະສາດສ່ວນກາງ ເມື່ອດື່ມເຂົ້າໄປສູ່ຮ່າງກາຍ ຈະຖືກດູດຊຶມ ແລະ ກະຈາຍໄປທຸກສ່ວນຂອງຮ່າງກາຍໃນເວລາ 5 ນາທີ.

ຢ່າງໃດກໍຕາມການດື່ມເຄື່ອງດື່ມທີ່ມີທາດເຫຼົ້າ ເປັນເລື່ອງອັນຕະລາຍຕໍ່ຮ່າງກາຍຂອງເດັກນ້ອຍຫຼາຍ ເພາະມັນຈະສົ່ງຜົນຕໍ່ການສ້າງສານໂດຕາມີນ (dopamine) ເພີ່ມຂຶ້ນໄວວາ ໂດຍສານນີ້ມີຜົນຕໍ່ການກົດ ແລະ ທຳລາຍສະໝອງສ່ວນຄິດ ເຊິ່ງເປັນສາເຫດທີ່ເຮັດໃຫ້ເດັກນ້ອຍມີບັນຫາເລື່ອງການພັດທະນາຂອງສະໝອງ ອາດສົ່ງຜົນໃຫ້ເດັກນ້ອຍຄິດວິເຄາະບໍ່ໄດ້ ລວມທັງສົ່ງຜົນຮ້າຍຕໍ່ອະໄວຍະວະໃນຮ່າງກາຍເຊັ່ນ ຕັບ ໄຕ ເປັນຕົ້ນ.

ທັ້ງນີ້ ການທີ່ສະມາຊິກໃນຄອບຄົວດື່ມເຄື່ອງດື່ມທີ່ມີທາດເຫຼົ້າໃຫ້ເດັກນ້ອຍເຫັນເປັນປະຈຳ ອາດເຮັດໃຫ້ເດັກນ້ອຍ ຈະໃຫຍ່ມາເປັນຄົນທີ່ມັກດື່ມເຫຼົ້າ-ເບຍຫຼາຍກວ່າປົກກະຕິ ຖ້າພໍ່ແມ່ຜູ້ປົກຄອງຍົວະໃຫ້ດື່ມ ຍິ່ງເປັນການສົ່ງເສີມໃຫ້ລູກ ກາຍເປັນຄົນທີ່ມັກດື່ມເຫຼົ້າ-ເບຍໄວຍິ່ງຂຶ້ນ.

ສະນັ້ນ ຈຶ່ງຂໍເນັ້ນຍ້ຳເຖິງບັນດາ ພໍ່ແມ່ຜູ້ປົກຄອງທີ່ຄິດຈະໃຫ້ເດັກນ້ອຍທົດລອງດື່ມເຫຼົ້າ-ເບຍ ພຽງເພາະຢອກເທົ່ານັ້ນ ພຶດຕິກຳເຫຼົ້ານີ້ຈະສົ່ງຜົນຕໍ່ສຸຂະພາບຂອງລູກຫຼານ, ຢ່າຄິດວ່າແຕ່ມັນເປັນເລື່ອງຕະຫຼົກ ຫຼື ຢອກ ເພາະມັນອັນຕະລາຍຕໍ່ຮ່າງກາຍເດັກນ້ອຍຫຼາຍເທົ່າ.

ບົດຄວາມຫຼ້າສຸດ

ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ ສະກັດກັ້ນອາຊະຍາກໍາທາງໄຊເບີ

ທ່ານ ສັນຕິສຸກ ສິມມາລາວົງ ລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ໄດ້ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ...

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...

ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ເພື່ອເປັນບ່ອນອີງໃຫ້ການຄຸ້ມຄອງວຽກງານຈະລາຈອນທາງບົກໃຫ້ມີປະສິດທິພາບ, ປະສິດທິຜົນ

ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ສະເໜີເຫດຜົນ, ຄວາມຈໍາເປັນທີ່ຕ້ອງໄດ້ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...