spot_img
Homeຂ່າວພາຍ​ໃນຍັງມີການບຸກລຸກປ່າ ແລະ ມີການຂຸດຄົ້ນແຮ່ທາດທີ່ບໍ່ຈະແຈ້ງ

ຍັງມີການບຸກລຸກປ່າ ແລະ ມີການຂຸດຄົ້ນແຮ່ທາດທີ່ບໍ່ຈະແຈ້ງ

Published on

ສະມາຊິກສະພາແຫ່ງຊາດເຂດເລືອກຕັ້ງທີ 18 ແຂວງ​ໄຊ​ສົມ​ບູນ ສະເໜີໃຫ້ລັດຖະບານ ເຮັດ​ແທ້ທຳ​ຈິງ ຕາມ​ລະ​ບຽບ​ກົດ​ໝາຍ ໃນ​ການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ, ແຜນງົບປະມານແຫ່ງລັດ ແລະ ແຜນເງິນຕາ ໃນ​ 6 ເດືອນ​ທ້າຍ​ປີ 2023.

ທ່ານ ແດງ ປະທຸມທອງ ສະມາຊິກສະພາແຫ່ງຊາດ ປະຈຳເຂດເລືອກຕັ້ງທີ 18 ແຂວງໄຊສົມບູນ ໄດ້ມີຄຳເຫັນວ່າ: ໃນໄລຍະ 6 ເດືອນຕົ້ນປີ 2023 ເຫັນວ່າຍັງມີຂໍ້ຄົງຄ້າງ ແລະ ສິ່ງຫຍໍ້ທໍ້ຈຳນວນໜຶ່ງ ສະນັ້ນຈຶ່ງຢາກໃຫ້ລັດຖະບານສືບຕໍ່ແກ້ໄຂ ແລະ ຈັດຕັ້ງປະຕິບັດເປັນຕົ້ນ ໃນຂົງເຂດຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ໂດຍສະເພາະຢູ່ແຂວງໄຊສົມບູນຍັງເຫັນມີສະພາບການບຸກລຸກປ່າ, ຈູດປ່າຫຼາຍກວ່າທຸກປີທີ່ຜ່ານມາ ໂດຍສະເພາະ 3 ປະເພດປ່າ ຊຶ່ງແຂວງໄຊສົມບູນມີ 98 ບ້ານ, ໃນນັ້ນມີ 56 ບ້ານໄປບຸກລຸກປ່າ (1.202 ຄອບຄົວ), ປ່າຖືກທຳລາຍ 3.600 ກວ່າເຮັກຕາ ອັນໄດ້ສົ່ງຜົນກະທົບຕໍ່ເຂື່ອນໄຟ​ຟ້າທີ່ກຳລັງກໍ່ສ້າງ ແລະ ອື່ນໆ ສາເຫດທີ່ເຮັດໃຫ້ປະຊາຊົນເຂົ້າໄປບຸກລຸກປ່ານັ້ນ ເນື່ອງມາຈາກຫຼາຍສາເຫດ ເປັນຕົ້ນບັນຫາເງິນກີບອ່ອນຄ່າ, ລາຄາສິນຄ້າເຄື່ອງອຸປະໂພກບໍລິໂພກແພງ​ຂຶ້ນ ສົ່ງ​ຜົນ​ກະ​ທົບ​ໂດຍ​ກົງ​ຕໍ່ຊີວິດການເປັນຢູ່ຂອງປະ​ຊາ​ຊົນ, ຕໍ່ສະພາບການດັ່ງກ່າວຈຶ່ງເຮັດໃຫ້ປະຊາຊົນໄປຊອກຫາແຫຼ່ງລາຍຮັບເພື່ອປັບປຸງຊີວິດການເປັນຢູ່​ຂອງ​ເຂົາ​ເຈົ້າ ຈຶ່ງໄດ້ເຂົ້າໄປບຸກລຸກປ່າເພື່ອປູກມັນຕົ້ນຂາຍເພື່ອສ້າງລາຍຮັບໃຫ້ແກ່ກັບຄອບຄົວ.

ສຳລັບການຄຸ້ມຄອງຂຸດຄົ້ນແຮ່ທາດຍັງມີການຂຸດຄົ້ນ ແລະ ສຳຫຼວດໄປພ້ອມກັນ, ຫຼາຍບໍລິສັດຍັງບໍ່ທັນມີບົດສຶກສາຄວາມເປັນໄປໄດ້ທາງເສດຖະກິດ, ເຕັກນິກ ແລະ ບົດປະເມີນຜົນຕໍ່ສິ່ງແວດລ້ອມ, ສັງຄົມ ແລະ ທຳມະຊາດ, ບັນຫາການກວດກາຄຸນນະພາບ, ຄວາມເຂັ້ມຂຸ້ນຂອງແຮ່ແມ່ນຍັງບໍ່ທັນມີພະນັກງານລັດເຂົ້າຮ່ວມ, ມີແຕ່ຝ່າຍບໍລິສັດ ໃນນັ້ນຊິງຊັ່ງນໍ້າໜັກ ແລະ ການຄວບຄຸມຊິງຊັ່ງນໍ້າໜັກແຮ່ແມ່ນບໍ່ທັນເປັນຂອງລັດ, ຈຶ່ງ​ເກີດ​ບັນ​ຫາ​ຕາມ​ມາ, ສ່ວນລົດບັນທຸກແຮ່ຍັງມີການບັນທຸກເ​ກີນກຳນົດ ຊຶ່ງໄດ້ສ້າງຄວາມເສຍຫາຍໃຫ້ແກ່ເສັ້ນທາງມີຄວາມເປ່ເພ ໃນນັ້ນປະລິມານການສົ່ງອອກແຮ່ກໍຍັງບໍ່ທັນຈະແຈ້ງ​ເທື່ອ.

ຕໍ່​ກໍ​ລະ​ນີ​ທີ່​ບໍ​ລິ​ສັດ​ສຳ​ປະ​ທານ​ຂຸດ​ຄົ້ນ​ແຮ່​ທາດ, ​ມີບາງບໍລິສັດຂຸດຄົ້ນອອກຊື່ຄົນລາວ ແຕ່ຜູ້ເຮັດຕົວຈິງຊ້ຳພັດບໍ່ແມ່ນຄົນລາວ ອາດຈະແມ່ນຫຸ້ນສ່ວນ ຫຼື ວ່າຈ້າງຜູ້ອື່ນມາຂຸດຄົ້ນຕໍ່ບັນຫາດັ່ງກ່າວເຮັດໃຫ້ພວກເຮົາສູນເສຍລາຍຮັບ ແລະ ການສ້າງ​ແລວທາງໄປຫາເຂດຂຸດຄົ້ນ ແລະ ບໍລິເວນຂຸດຄົ້ນຍັງພາໃຫ້ເກີດມີຜົນເສຍຫາຍຕໍ່ປ່າໄມ້ ແລະ ມີຜົນກະທົບຕໍ່ດິນນາ, ດິນສວນຕໍ່ສາຍນໍ້າ ແລະ ອື່ນໆ.

ແຫຼ່ງຂ່າວ ປະຊາຊົນ

ບົດຄວາມຫຼ້າສຸດ

ຄົບຮອບ 70 ປີ ສປປ ລາວ ເຂົ້າເປັນສະມາຊິກ ອົງການ ສປຊ ຊຶ່ງກາຍເປັນຮາກຖານໃຫ້ແກ່ ສປປ ລາວ ກ້າວໄປສູ່ການຫຼຸດພົ້ນອອກຈາກ ສະຖານະພາບດ້ອຍພັດທະນາ

ພິທີສະເຫຼີມສະຫຼອງ ຄົບຮອບ 70 ປີ ສປປ ລາວ ເຂົ້າເປັນສະມາຊິກ ອົງການສະຫະປະຊາຊາດ (ສປຊ) ຈັດຂຶ້ນໃນວັນທີ 20 ພະຈິກ 2025 ພາຍໃຕ້ຄຳຂວັນ:...

ລາຍຊື່ 23 ນັກເຕະທີມຊາດລາວຊຸດໃຫຍ່ ລຸຍບານເຕະ ຊີງແຊ້ມອາຊີ 2027 ຮອບຄັດເລືອກ (ຮອບສຸດທ້າຍ)

ສຕລ ປະກາດລາຍຊື່ 23 ນັກເຕະທີມຊາດລາວຊຸດໃຫຍ່ ລຸຍບານເຕະ ຊີງແຊ້ມອາຊີ 2027 ຮອບຄັດເລືອກ (ຮອບສຸດທ້າຍ) ທີມຊາດລາວ ຊຸດໃຫຍ່ ພາຍໃຕ້ການຄຸມທີມຂອງ ທ່ານ ຮາ ຮອກ...

ເຂົ້າກັກໂຕທັນທີ! ເຈົ້າໜ້າທີ່ກັກໂຕໜຸ່ມລາວ ໃນຂໍ້ຫາມີພຶດຕິກຳໃຊ້ບັນຊີ ຮັບ-ຖອນເງິນ ໃຫ້ກຸ່ມສະແກມເມີ

ອີງຕາມການລາຍງານຈາກສຳນັກຂ່າວປະເທດໄທ, ເຈົ້າໜ້າທີ່ກວດຄົນເຂົ້າເມືອງໜອງຄາຍ ປະເທດໄທ ໄດ້ເຂົ້າກັກໂຕໜຸ່ມຄົນລາວ ທີ່ມີຊື່ວ່າ ທ ເຈມບອນ ອາຍຸ 31 ປີ ຢູ່ທີ່ດ່ານຊາຍແດນຂົວມິດຕະພາບລາວ-ໄທ ແຫ່ງທີ 1 ໃນວັນທີ...

ພິທີເປີດງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025 ຢ່າງເປັນທາງການ

ເປີດຂຶ້ນຢ່າງເປັນທາງການແລ້ວ ງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025. ມະຫະກຳກິລາ ແຫ່ງຊາດ ຄັ້ງທີ XII ຫຼື ນະຄອນຫຼວງວຽງຈັນເກມ ທີ່ນະຄອນຫຼວງວຽງຈັນ ເປັນເຈົ້າພາບ ໄດ້ເປີດຂຶ້ນຢ່າງເປັນທາງການ...