Homeຂ່າວຕ່າງປະເທດບັນດາປະເທດທີ່ເປັນໜີ້ປະເທດຈີນຫຼາຍທີ່ສຸດ

ບັນດາປະເທດທີ່ເປັນໜີ້ປະເທດຈີນຫຼາຍທີ່ສຸດ

Published on

ຈາກຂໍ້ມູນຂອງທະນະຄານໂລກ ທີ່ວິເຄາະໂດຍ Statista ໄດ້ລາຍງານວ່າ: ປະເທດຈີນແມ່ນຜູ້ໃຫ້ກູ້ຢືມໃຫ້ແກ່ບັນດາປະເທດທີ່ມີລາຍໄດ້ຕ່ຳ ໂດຍປະເທດທີ່ເປັນໜີ້ຈຳນວນຫຼາຍຕໍ່ຈີນ ສ່ວນຫຼາຍແມ່ນປະເທດທີ່ຢູ່ໃນອາຟຣິກາ ແຕ່ກໍຍັງມີປະເທດທີ່ຢູ່ໃນອາຊີກາງ ອາຊີຕາເວັນອອກສຽງໃຕ້ ແລະ ປາຊີຟິກເຊັ່ນກັນ, ໃນປີ 2020 ຈີນຖື 37% ຂອງໜີ້ສິນຂອງປະເທດເຫຼົ່ານີ້ ແລະ 24% ທີ່ມາຈາກປະເທດອື່ນໆໃນໂລກ.

ໂຄງການເສັ້ນທາງສາຍໄໝ ທີ່ສະໜອງເງິນທຶນໃຫ້ແກ່ໂຄງການກໍ່ສ້າງທ່າເຮືອ, ທາງລົດໄຟ ແລະ ພື້ນຖານໂຄງລ່າງທາງບົກໃນທົ່ວໂລກ ສຳລັບປະເທດທີ່ເຂົ້າຮ່ວມໂຄງການດັ່ງກ່າວ ໄດ້ສ້າງໜີ້ສິນຈຳນວນຫຼາຍຕໍ່ກັບຈີນ. ໃນທ້າຍປີ 2021 ຈາກ 98 ປະເທດທີ່ເປັນໜີ້ຈີນ ມີ ປາກິດສະຖານ (ເປັນໜີ້ຈີນ 27.4 ພັນລ້ານໂດລາ), ອັງໂກລາ (22 ພັນລ້ານໂດລາ), ເອທິໂອເປຍ (7.4 ພັນລ້ານໂດລາ), ເຄັນຍາ (7.4 ພັນລ້ານໂດລາ) ແລະ ສີລັງກາ (7.2 ພັນລ້ານໂດລາ) ທີ່ເປັນໜີ້ຈີນຫຼາຍທີ່ສຸດ, ປະເທດທີ່ມີພາລະໜີ້ສິນຕໍ່ຈີນຫຼາຍທີ່ສຸດ ເມື່ອທຽບກັນແລ້ວ ໄດ້ແກ່ ປະເທດຈິບູຕີ, ອັງໂກລາ, ມານດີວ ແລະ ລາວ ທີ່ໄດ້ເປີດເສັ້ນທາງລົດໄຟ.

ເງິນກູ້ຂອງຈີນ ມີອັດຕາດອກເບ້ຍສູງກວ່າເງິນກູ້ຈາກສະຖາບັນລະຫວ່າງປະເທດເຊັ່ນ: ກອງທຶນການເງິນລະຫວ່າງປະເທດ ຫຼື ທະນາຄານໂລກ ຫຼື ເງິນກູ້ທະວີພາຄີຈາກຕ່າງປະເທດຕ່າງໆ ໃນ Paris Club (ກຸ່ມເຈົ້າໜ້າທີ່ຈາກເຈົ້າໜີ້ລາຍໃຫຍ່ເພື່ອຫາທາງແກ້ບັນຫາການຊຳລະໜີ້ທີ່ະເທດລູກໜີ້ປະສົບຢູ່) ນອກນີ້ ເງິນກູ້ຂອງຈີນຍັງມີໄລຍະເວລາທີ່ຕ້ອງຄືນເງິນສັ້ນກວ່າອີກ.

ບົດຄວາມຫຼ້າສຸດ

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...

ສູນທອນພົດປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X

 ໃນພິທີປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ສອນໄຊ ສີພັນດອນ ປະທານສະພາແຫ່ງຊາດ ໄດ້ກ່າວສູນທອນພົດປິດກອງປະຊຸມວ່າ: ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...