Homeຂ່າວພາຍ​ໃນກອງປະຊຸມຄົບຄະນະບໍລິຫານງານສູນກາງພັກ ຄັ້ງທີ 6 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI

ກອງປະຊຸມຄົບຄະນະບໍລິຫານງານສູນກາງພັກ ຄັ້ງທີ 6 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI

Published on

ກອງປະຊຸມຄົບຄະນະຄັ້ງທີ 6 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄດ້ຈັດຂຶ້ນໃນລະຫວ່າງວັນທີ 5-9 ມິຖຸນາ 2023 ນີ້, ໂດຍການເປັນປະທານຂອງ ສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ ປະຊາຊົນປະຕິວັດລາວ, ໂດຍມີບັນດາສະຫາຍກຳມະການກົມການເມືອງສູນກາງພັກ, ຄະນະເລຂາທິການສູນກາງພັກ, ບັນດາສະຫາຍກຳມະການສູນກາງພັກ ສົມບູນ ແລະ ສຳຮອງ, ບັນດາສະຫາຍເລຂາຄະນະພັກ ກະຊວງ, ອົງການ, ເລຂາຄະນະພັກແຂວງຈຳນວນໜຶ່ງ ເຂົ້າຮ່ວມ.

ກອງປະຊຸມຄັ້ງນີ້, ໄດ້ພ້ອມກັນຕີລາຄາການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ, ແຜນງົບປະມານ-ເງິນຕາ 6 ເດືອນຕົ້ນປີ ແລະ ໃຫ້ທິດຊີ້ນໍາຕໍ່ທິດທາງ, ແຜນວຽກຈຸດສຸມ ສໍາລັບ 6 ເດືອນທ້າຍປີ 2023, ຕິດພັນກັບການປະຕິບັດສອງວາລະແຫ່ງຊາດ; ໄດ້ຕີລາຄາການຜັນຂະຫຍາຍ ແລະ ຈັດຕັ້ງປະຕິບັດມະຕິ ສໍາຄັນ 2 ສະບັບ ຄື: ມະຕິ ຂອງກົມການເມືອງສູນກາງພັກ ວ່າດ້ວຍການເພີ່ມທະວີວຽກງານປ້ອງກັນຄວາມສະຫງົບ ໃນສະພາບການໃໝ່ ແລະ ມະຕິ ຂອງຄະນະເລຂາທິການສູນກາງພັກ ວ່າດ້ວຍວຽກງານພົວພັນຄົນເຊື້ອຊາດລາວ ຢູ່ຕ່າງປະເທດ; ໄດ້ປຶກສາຫາລື ແລະ ໃຫ້ທິດຊີ້ນໍາ ຕໍ່ການກະກຽມ ແລະ ດໍາເນີນກອງປະຊຸມໃຫຍ່ 3 ຂັ້ນ ຂອງພັກ.

ນອກນັ້ນ ຍັງໄດ້ປຶກສາຫາລື ແລະ ເປັນເອກະພາບໃຫ້ທິດຊີ້ນໍາຕໍ່ບັນດາເອກະສານສໍາຄັນ ຂອງພັກເຮົາ, ບົນພື້ນຖານຖອດຖອນບົດຮຽນຈາກພຶດຕິກຳຕົວຈິງ ຂອງການປະຕິບັດແນວທາງການປ່ຽນແປງໃໝ່ ຂອງພັກ ກໍຄື ບົດຮຽນອັນດີຈາກປະເທດເພື່ອນມິດ. ກອງປະຊຸມໄດ້ມີຄວາມເປັນເອກະພາບສູງ ໃນການສືບຕໍ່ຍູ້ແຮງການຜັນຂະຫຍາຍແນວທາງປ່ຽນແປງໃໝ່ຮອບດ້ານມີຫລັກການຂອງພັກສູ່ລວງເລິກ, ສ້າງການຫັນປ່ຽນທີ່ແຂງແຮງ, ເລິກເຊິ່ງ ແລະ ຮອບດ້ານ; ກະກຽມສ້າງ ໂຄງການການເມືອງ ຂອງພັກ ເພື່ອກຳນົດວິໄສທັດ, ຍຸດທະສາດ, ແນວທາງ ແລະ ເສັ້ນທາງເດີນຂອງປະເທດຊາດກ້າວຂຶ້ນສູ່ຈຸດໝາຍສັງຄົມນິຍົມຢ່າງໜັກແໜ້ນ.

ກອງປະຊຸມໄດ້ເຫັນດີເປັນເອກະພາບ ຕໍ່ວຽກງານຈໍານວນໜຶ່ງ ຂອງຄະນະບໍລິຫານງານສູນກາງພັກ ທີ່ຕ້ອງສຸມໃສ່ນໍາພາຊີ້ນໍາ ເປັນຕົ້ນ ເອົາໃຈໃສ່ວຽກງານສຶກສາອົບຮົມການເມືອງ-ແນວຄິດ ພາຍໃນຄະນະພັກ, ສະມາຊິກພັກ, ຖັນແຖວພະນັກງານ, ທະຫານ, ຕໍາຫລວດ ແລະ ທົ່ວປວງຊົນ ສືບຕໍ່ຮັກສາຄວາມສາມັກຄີພາຍໃນ ໃຫ້ໜັກແໜ້ນ, ຜ່ານຜ່າຄວາມຫຍຸ້ງຍາກດ້ານເສດຖະກິດ-ການເງິນ; ຄະນະພັກທຸກຂັ້ນ ຕ້ອງເພີ່ມທະວີຄວາມມີສະຕິລະວັງຕົວ, ນໍາພາວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ໃຫ້ແທດຕົວຈິງ, ຮັກສາຄວາມເປັນລະບຽບຮຽບຮ້ອຍ ແລະ ສະພາບແວດລ້ອມທີ່ອໍານວຍ ໃຫ້ແກ່ການການສ້າງສາພັດທະນາເສດຖະກິດ-ສັງຄົມ; ຍູ້ແຮງຂະບວນການແຂ່ງຂັນ ຮັກຊາດ ແລະ ພັດທະນາ, ສ້າງໃຫ້ໄດ້ຫລາຍຕົວແບບ ຂອງການພັດທະນາ, ການຜະລິດເປັນສິນຄ້າ ເພື່ອແກ້ໄຂຄວາມທຸກຍາກ, ສ້າງລາຍຮັບໃຫ້ປະຊາຊົນເພີ່ມຫລາຍຂຶ້ນ; ວາງມາດຕະການລະອຽດ, ຮັດກຸມຕື່ມອີກ ໃນການຄຸ້ມຄອງເສດຖະກິດມະຫາພາກ ເພື່ອແກ້ໄຂບັນຫາໃຫ້ຖືກຕ້ອງ ແລະ ໄປຖືກທິດ, ຮັບປະກັນຄວາມມີສະຖຽນລະພາບ ຢ່າງໜັກແໜ້ນ; ຕັ້ງໜ້າຂຸດຄົ້ນ ແລະ ສ້າງຖານລາຍຮັບໃໝ່, ສະກັດກັ້ນຊ່ອງຫວ່າງການຮົ່ວໄຫລຂອງງົບປະມານ, ພ້ອມນັ້ນ ກໍເຂັ້ມງວດໃນການຄຸ້ມຄອງລາຍຈ່າຍໃຫ້ຮັດກຸມບົນຈິດໃຈປະຢັດ; ຊຸກຍູ້ສົ່ງເສີມການຜະລິດດ້ວຍນະໂຍບາຍທີ່ຖືກຕ້ອງ, ສອດຄ່ອງກວ່າເກົ່າ; ເອົາໃຈໃສ່ຄຸ້ມຄອງຕະຫລາດ; ດຶງດູດການທ່ອງທ່ຽວ, ກະຕຸ້ນເສດຖະກິດ ກໍຄື ການຜະລິດ ແລະ ການບໍລິການ ຂອງປະຊາຊົນ ໃຫ້ແຂງແຮງຂຶ້ນກວ່າເກົ່າ; ຊີ້ນໍາການດໍາເນີນກອງປະຊຸມສະຫລຸບຕີລາຄາກາງສະໄໝ ຂອງບັນດາອົງຄະນະພັກ ກະຊວງ, ອົງການ ແລະ ທ້ອງຖິ່ນ ໃຫ້ໄປຕາມແຜນ ແລະ ມີຜົນສໍາເລັດ, ເຊິ່ງຖືເປັນບັ້ນດໍາເນີນຊີວິດການເມືອງທີ່ສໍາຄັນ, ຊອກໃຫ້ເຫັນບັນຫາ ແລະ ສາເຫດທີ່ແທ້ຈິງ, ພ້ອມທັງວາງມາດຕະການ ແລະ ວິທີປັບປຸງແກ້ໄຂໃຫ້ຖືກຕ້ອງ; ປັບປຸງ ລະບອບ, ກົນໄກ, ວິທີເຮັດວຽກ ແລະ ການແບ່ງງານ, ແບ່ງຄວາມຮັບຜິດຊອບຊີ້ນໍາ ຂອງກົມການເມືອງ, ຄະນະເລຂາທິການສູນກາງພັກ ກໍຄື ຂອງຄະນະປະຈໍາພັກ, ຄະນະພັກ ຢູ່ແຕ່ລະບ່ອນ ເພື່ອແນໃສ່ຍົກສູງປະສິດທິຜົນ ໃນການນໍາພາຊີ້ນໍາ, ຕີຈັງຫວະ ແລະ ແກ້ໄຂບັນຫາ ໃຫ້ແທດເຖິງຕົວຈິງ; ສືບຕໍ່ປະຕິບັດແນວທາງການຕ່າງປະເທດຢ່າງຕັ້ງໜ້າ; ຍາດແຍ່ງການຮ່ວມມື, ການຊ່ວຍເຫລືອ ຈາກປະເທດເພື່ອນມິດ ແລະ ອົງການຈັດ ຕັ້ງສາກົນ ເຂົ້າໃນການພັດທະນາ, ການຟື້ນຟູ ແລະ ຂະຫຍາຍເສດຖະກິດ, ການຜະລິດ-ທຸລະກິດ ຂອງປະເທດເຮົາ ໃຫ້ແຂງແຮງ; ສືບຕໍ່ວຽກງານພົວພັນຄົນເຊື້ອຊາດລາວຢູ່ຕ່າງປະເທດ ເພື່ອເພີ່ມທະວີປະກອບສ່ວນເຂົ້າໃນການພັດທະນາປະເທດຊາດໃຫ້ຫລາຍຂຶ້ນ.

ພາບ: ຂັນໄຊ

ບົດຄວາມຫຼ້າສຸດ

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...

ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ເພື່ອເປັນບ່ອນອີງໃຫ້ການຄຸ້ມຄອງວຽກງານຈະລາຈອນທາງບົກໃຫ້ມີປະສິດທິພາບ, ປະສິດທິຜົນ

ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ສະເໜີເຫດຜົນ, ຄວາມຈໍາເປັນທີ່ຕ້ອງໄດ້ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...

2026 ຍທຂ ໄດ້ຮັບຈັດສັນງົບປະມານກອງທຶນທາງ 2,000 ຕື້ກີບ ສະເລ່ຍປັບປຸງເສັ້ນທາງເບຕົງ ຫຼື ອັດສະຟານ 5-10 ກິໂລແມັດ ໃນແຕ່ລະແຂວ

ໃນກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ຂຶ້ນຊີ້ແຈ້ງຕໍ່ຄຳຊັກຖາມຂອງສະມາຊິກສະພາແຫ່ງຊາດ ກ່ຽວກັບບັນຫາ ທີ່ຕິດພັນກັບການຈັດຕັ້ງປະຕິບັດວຽກງານຂອງຂະແໜງໂຍທາທິການ...