Homeຂ່າວພາຍ​ໃນຄົ້ນພົບກະດູກຄົນທີ່ມີອາຍຸເຖິງ 86.000 ປີ ໃນຖ້ຳຢູ່ແຂວງຫົວພັນ

ຄົ້ນພົບກະດູກຄົນທີ່ມີອາຍຸເຖິງ 86.000 ປີ ໃນຖ້ຳຢູ່ແຂວງຫົວພັນ

Published on

ນັກບູຮານຄະດີຄົ້ນພົບກະດູກຄົນ ທີ່ມີອາຍຸເຖິງ 86.000 ປີ ໃນຖ້ຳຢູ່ແຂວງຫົວພັນ.

ໂດຍນັກບູຮານຄະດີຍັງບໍ່ຮູ້ວ່າບຸກຄົນນີ້ ໄດ້ອາໄສຢູ່ບ່ອນນັ້ນ ຫຼື ເປັນພຽງແຕ່ນັກເດີນທາງ ແຕ່ການພົບຊາກກະດູກຂອງພວກເຂົາໃນຖ້ຳ ມັນຊ່ວຍໃຫ້ນັກບູຮານຄະດີສ້າງແຜນທີ່ ການເດີນທາງຂອງຄົນໃນສະໄໝທີ່ເດີນທາງອອກຈາກອາຟຣິກາ ແລະ ມາຍັງພູມີພາກອາຊີ.

ໃນວາລະສານ Nature Communications ໄດ້ລາຍງານວ່າ: ນັກວິໄຈນາໆຊາດລາຍງານການຄົ້ນພົບຊາກດຶກດຳບັນຫົວກະໂຫຼກຂອງຄົນ ແລະ ເສດສ່ວນກະດູກຂາ ຢູ້ຖ້ຳຜາລິງ ເມືອງຮ້ຽມ ແຂວງຫົວພັນ.

ໂດຍພວກເຂົາກ່າວວ່າ ກະດູກບາງອັນມີອາຍຸຫຼາຍເຖິງ 86.000 ປີ ເຊິ່ງເກົ່າແກ່ທີ່ສຸດຂອງຄົນສະໄໝ Homo sapiens ທີ່ພົບໃນອາຊີຕາເວັນອອກສຽງໃຕ້.

ທາງເຂົ້າຖ້ຳເປັນທາງສູງຊັນ ໂດຍນັກວິໄຈເຊື່ອວ່າກະດູກພັດລົງມາຖ້ຳຜາລິງ (Fabrice Demeter) ແລະ ນີ້ບໍ່ແມ່ນຄັ້ງທຳອິດທີ່ພົບຊາກກະດູດຂອງຄົນສະໄໝກ່ອນ ທີ່ຖ້ຳຜາລິງ.

ໃນປີ 2012 ພວກເຂົາລາຍງານວ່າ ພົບຊິ້ນສ່ວນຂອງຫົວກະໂຫຼກ ທີ່ມີອາຍຸຢ່າງໜ້ອຍ 46.000 ປີ ໃນຖ້ຳດຽວກັນນີ້.

ໃນປີຕໍ່ມາ ພວກເຂົາໄດ້ຂຸດລົງໄປເລິກກວ່າເກົ່າ ຈົນເຫັນຂີ້ຕົມສີແດງຂອງພື້ນຖ້ຳ ແລະ ຄົ້ນພົບກະດູກທີ່ມີອາຍຸຫຼາຍກວ່າ ລວມທັງກະດູກຂ້າງ ແລະ ກະດູກຄາງ ທີ່ມີອາຍຸຫຼາຍເຖິງ 73.000 ປີ.

ໃນຂະນະທີ່ຊິ້ນສ່ວນຫົວກະໂຫຼກມີອາຍຸລະຫວ່າງ 67.000-73.000 ປີ ກະດູກຂາທີ່ມາຈາກບຸກຄົນທີ່ມີຊີວິດຢູ່ລະຫວ່າງ 68.000-86.000 ປີ.

ສາສະດາຈານທາງດ້ານມະນຸດວິທະຍາ ແຫ່ງມະຫາວິທະຍາໄລ Urbana-Champaign ກ່າວວ່າ: ຕອນນີ້ ພວກເຮົາມີຊາກກະດູກ 7 ອັນ ທີ່ລະບຸວ່າເປັນຂອງຄົນຢ່າງແນ່ນອນ, ຈາກການຄົ້ນພົບຫຼ້າສຸດ ກະດູກທີ່ພົບໃນຖ້ຳມີອາຍຸຕັ້ງແຕ່ 35.000-86.000 ປີ.

ຕອນນີ້ໄດ້ຮູ້ວ່າ ຄົນຢູ່ໃນອາຊີຕາເວັນອອກສຽງໃຕ້ເປັນເວລາຢ່າງໜ້ອຍ 50.000 ປີ ແລ້ວ, ແຕ່ຢ່າງໃດກໍຕາມ ທີມວິໄຈຍັງບໍ່ຮູ້ວ່າຊີ້ນສ່ວນກະດູກທີ່ພົບທັງ 2 ແມ່ນມາຈາກຄົນດຽວກັນຫຼືບໍ່.

ແຫຼ່ງຂ່າວ ABC Australia

ບົດຄວາມຫຼ້າສຸດ

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...

ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ເພື່ອເປັນບ່ອນອີງໃຫ້ການຄຸ້ມຄອງວຽກງານຈະລາຈອນທາງບົກໃຫ້ມີປະສິດທິພາບ, ປະສິດທິຜົນ

ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ສະເໜີເຫດຜົນ, ຄວາມຈໍາເປັນທີ່ຕ້ອງໄດ້ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...

2026 ຍທຂ ໄດ້ຮັບຈັດສັນງົບປະມານກອງທຶນທາງ 2,000 ຕື້ກີບ ສະເລ່ຍປັບປຸງເສັ້ນທາງເບຕົງ ຫຼື ອັດສະຟານ 5-10 ກິໂລແມັດ ໃນແຕ່ລະແຂວ

ໃນກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ຂຶ້ນຊີ້ແຈ້ງຕໍ່ຄຳຊັກຖາມຂອງສະມາຊິກສະພາແຫ່ງຊາດ ກ່ຽວກັບບັນຫາ ທີ່ຕິດພັນກັບການຈັດຕັ້ງປະຕິບັດວຽກງານຂອງຂະແໜງໂຍທາທິການ...