Homeຂ່າວພາຍ​ໃນສອງປີຜ່ານມາໂຄງປະກອບເສດຖະກິດ ນວ ມີການຫັນປ່ຽນໄປຕາມທິດກໍານົດໄວ້

ສອງປີຜ່ານມາໂຄງປະກອບເສດຖະກິດ ນວ ມີການຫັນປ່ຽນໄປຕາມທິດກໍານົດໄວ້

Published on

ໃນວາລະກອງປະຊຸມເປີດກວ້າງຄົບຄະນະກາງສະໄໝ ຂອງຄະນະບໍລິຫານງານພັກນະຄອນຫຼວງວຽງຈັນ (ນວ) ສະໄໝທີ VII ວັນທີ 13 ມິຖຸນາ 2023 ສະຫາຍ ອາດສະພັງທອງ ສີພັນດອນ ກໍາມະການສູນກາງພັກ ຮອງເລຂາຄະນະບໍລິຫານງານພັກ ເຈົ້າຄອງ ນວ ໄດ້ສະເໜີກ່ຽວກັບການສະຫຼຸບກາງສະໄໝ ແລະ ທິດທາງທ້າຍສະໄໝຂອງແຜນພັດທະນາເສດຖະກິດ-ສັງຄົມ 5 ປີ ຄັ້ງທີ IX (2021-2025) ຂອງ ນວ ມີບາງຕອນໃຫ້ຮູ້ວ່າ: ໝາກຜົນທີ່ໄດ້ຮັບໃນໄລຍະກາງສະໄໝຂອງແຜນດັ່ງກ່າວຂອງ ນວ ໂດຍສະເພາະດ້ານການເຕີບໂຕເສດຖະກິດ ລວມຍອດຜະລິດຕະພັນພາຍໃນ (GDP) ຂອງ ນວ ໃນໄລຍະ 2 ປີຜ່ານມາ ເພີ່ມຂຶ້ນສະເລ່ຍ 4,48% ຂະແໜງກະສິກໍາ ເພີ່ມຂຶ້ນສະເລ່ຍ 3,59% ຂະແໜງອຸດສາຫະກໍາເພີ່ມຂຶ້ນ ສະເລ່ຍ 6,39% ຂະແໜງບໍລິການເພີ່ມຂຶ້ນສະເລ່ຍ 1,86% ໃນປີ 2022 ລວມຍອດຜະລິດຕະພັນພາຍໃນ ບັນລຸໄດ້ 62.243,93 ຕື້ກີບ ລວມຍອດຜະລິດຕະພັນພາຍໃນສະເລ່ຍຕໍ່ຫົວຄົນ 62,91 ລ້ານກີບ.

ໂຄງປະກອບເສດຖະກິດໄດ້ມີການຫັນປ່ຽນຄື: ກະສິກໍາ ໄດ້ຫຼຸດລົງຈາກ 14,3% ໃນປີ 2020 ມາເປັນ 13,77% ໃນປີ 2022 ທຽບໃສ່ມະຕິສະພາ (ຮອດປີ 2025 ໃຫ້ກວມເອົາ 14% ຂອງ GDP) ອຸດສາຫະກໍາຫຼຸດລົງຈາກ 49,5% ໃນປີ 2020 ມາເປັນ 49,05% ໃນປີ 2022 ທຽບໃສ່ມະຕິສະພາ (ຮອດປີ 2025 ໃຫ້ກວມເອົາ 49% ຂອງ GDP) ການບໍລິການໄດ້ເພີ່ມຂຶ້ນຈາກ 36,2% ໃນປີ 2020 ມາເປັນ 37,18% ໃນປີ 2022 ທຽບໃສ່ມະຕິສະພາ (ຮອດປີ 2025 ໃຫ້ກວມເອົາ 37% ຂອງ GDP) ສັງລວມແລ້ວ ໂດຍພື້ນຖານໂຄງປະກອບເສດຖະກິດໄດ້ມີການຫັນປ່ຽນໄປຕາມທິດທີ່ກໍານົດໄວ້.

ດ້ານງົບປະມານ ສາມາດຈັດເກັບລາຍຮັບໄດ້ທັງໝົດ 11.982,61 ຕື້ກີບ ທຽບໃສ່ມະຕິສະພາ (29.114,05 ຕື້ກີບ) ເທົ່າກັບ 41,16% ໃນນີ້ ພູດສູນກາງຈັດເກັບໄກ້ 8.077,46 ຕື້ກີບ ທຽບໃສ່ມະຕິສະພາ (20.453,84 ຕື້ກີບ) ເທົ່າກັບ 39,49% ແລະ ພູດ ນວ ຈັດເກັບໄດ້ 3.903,49 ຕື້ກີບ ທຽບໃສ່ມະຕິສະພາ (8.660,21 ຕື້ບກີບ) ເທົ່າກັບ 45,07% ພ້ອມນັ້ນປີ 2021 ສາມາດລື່ນແຜນການໄດ້ 183,01 ຕື້ກີບ ແລະ ປີ 2022 ສາມາດລື່ນແຜນການໄດ້ 282,30 ຕື້ກີບ ດ້ານລາຍຈ່າຍປະຕິບັດໄດ້ 1.329,51 ຕື້ກີບ ທຽບໃສ່ແຜນການ 5 ປີ (ສູ້ຊົນບໍ່ໃຫ້ເກີນ 4.204,69 ຕື້ກີບ) ປະຕິບັດໄດ້ 31,62% ໃນນີ້ລາຍຈ່າຍບ້ວງປົກກະຕິ ປະຕິບັດໄດ້ 1.105,91 ຕື້ກີບ ແລະ ລາຍຈ່າຍບ້ວງລົງທຶນປະຕິບັດໄດ້ 223.60 ຕື້ກີບ ສາມາດຫຼຸດຜ່ອນລາຍຈ່າຍຕາມແຜນທີ່ບໍ່ຈໍາເປັນ ແລະ ລາຍຈ່າຍບໍລິຫານຟຸມເຟືອຍໃນປີ 2021 ໄດ້ 8,98 ຕື້ກີບ ແລະ ປີ 2022 ໄດ້ 8,20 ຕື້ກີບ ດຸ່ນດ່ຽງພັນທະໃຫ້ສູນກາງປະຕິບັດໄດ້ 1640,43 ຕື້ກີບ ທຽບໃສ່ແຜນການ 5 ປີ (4.455,52 ຕື້ກີບ) ປະຕິບັດໄດ້ 36,26%.

ດ້ານການລົງທຶນ ເພື່ອການພັດທະນາ ການລະດົມການລົງທຶນທົ່ວສັງຄົມ ປະຕິບັດໄດ້ 78.471,88 ຕື້ກີບ ທຽບໃສ່ມະຕິສະພາ (81.755 ຕື້ກີບ) ເທົ່າກັບ 95.98% ໃນນັ້ນການລົງທຶນຈາກງົບປະມານພາຍໃນ ປະຕິບັດໄດ້ 316,85 ຕື້ກີບ ທຽບໃສ່ມະຕິສະພາ (1.300 ຕື້ກີບ) ເທົ່າກັບ 24,37% ໃນນີ້ ທຶນບ້ວງປົກກະຕິປະຕິບັດໄດ້ 629 ໂຄງການ ລວມມູນຄ່າ 171,87 ຕື້ກີບ ບ້ວງພັດທະນາຊົນນະບົດ ແລະ ລຶບລ້າງຄວາມທຸກຍາກ ປະຕິບັດໄດ້ 13 ໂຄງການ ລວມມູນຄ່າ 20,84 ຕື້ກີບ ງົບປະມານຈາກ ກອງທຶນທາງ 72 ໂຄງການ ລວມມູນຄ່າ 13,07 ຕື້ກີບ ແລະ ໄດ້ຮັບການຊໍາລະໜີ້ສິນໂຄງການລົງທຶນຂອງລັດ (ບ້ວງເງິນເກີນແຜນ ປີ 2020 ແລະ ປີ 2021) ຈໍານວນ 111,60 ຕື້ກີບ.

ທິດທາງແຜນການຕໍ່ໜ້າ ສູ້ຊົນເຮັດໃຫ້ເສດຖະກິດຂະຫຍາຍຕົວເພີ່ມຂຶ້ນສະເລ່ຍ 7-8% ຕໍ່ປີ ລວມຍອດຜະລິດຕະພັນພາຍໃນຮອດປີ 2025 ໃຫ້ບັນລຸໄດ້ 84.916 ຕື້ກີບ ລວມຍອດຜະລິດຕະພັນພາຍໃນ ສະເລ່ຍຕໍ່ຫົວຄົນ (ປີ 2025) ໃຫ້ບັນລຸ 8.750 ໂດລາສະຫະລັດ ສູ້ຊົນໂຄງປະກອບເສດຖະກິດ ຫັນປ່ຽນໄປຕາມທິດທີ່ມີຄຸນນະພາບ ຍືນຍົງ ແລະ ສີຂຽວ ໃນນີ້ ຮອດປີ 2025 ຂະແໜງກະສິກໍາ ກວມເອົາ 14% ຂະແໜງອຸດສາຫະກໍາ ກວມເອົາ 49% ແລະ ຂະແໜງບໍລິການ ກວມເອົາ 37% ຂອງ GDP.

ແຫຼ່ງຂ່າວ Vientiane Mai

ບົດຄວາມຫຼ້າສຸດ

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...

ສູນທອນພົດປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X

 ໃນພິທີປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ສອນໄຊ ສີພັນດອນ ປະທານສະພາແຫ່ງຊາດ ໄດ້ກ່າວສູນທອນພົດປິດກອງປະຊຸມວ່າ: ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...