Homeຂ່າວຄວາມສະຫງົບເຈົ້າໜ້າທີ່ຕໍາຫຼວດກອງບັນຊາການ ປກສ ເມືອງໂພນໂຮງ ກັກຕົວຜູ້ຖືກຫາລັກຊັບພົນລະເມືອງ

ເຈົ້າໜ້າທີ່ຕໍາຫຼວດກອງບັນຊາການ ປກສ ເມືອງໂພນໂຮງ ກັກຕົວຜູ້ຖືກຫາລັກຊັບພົນລະເມືອງ

Published on

ພາຍຫຼັງເຈົ້າໜ້າທີ່ໜ່ວຍງານວິຊາສະເພາະຄະດີອາຍາ ປກສ ເມືອງໂພນໂຮງແຂວງວຽງຈັນ ໄດ້ຮັບແຈ້ງຄວາມຈາກຜູ້ເສຍຫາຍວ່າ: ມີຄົນບໍ່ດີເຄື່ອນໄຫວເຂົ້າມາລັກຊັບຢູ່ທີ່ເຮືອນຂອງຜູ້ເສຍຫາຍ ບ້ານນໍ້າແຈ້ງ ສະນັ້ນເຈົ້າໜ້າທີ່ໜ່ວຍງານວິຊາສະເພາະຄະດີອາຍາ ກອງບັນຊາການ ປກສ ເມືອງໂພນໂຮງ ຈຶ່ງໄດ້ລົງເກັບກໍາຂໍ້ມູນພ້ອມທັງສົມທົບກັບອໍານາດການປົກຄອງບ້ານນໍ້າແຈ້ງ ເລັ່ງຕິດຕາມຂື້ນເປົ້າໝາຍຜູ້ລັກຊັບພົນລະເມືອງ ຈຶ່ງສາມາດກັກຕົວເປົ້າໝາຍໄດ້ 1 ຄົນ ຄື: ທ້າວ ແອນ້ອຍ ອາຍຸ 40 ປີ ປະຊາຊົນຢູ່ບ້ານນໍ້າແຈ້ງ ເມືອງ ໂພນໂຮງ ແຂວງວຽງຈັນ ກັກຕົວຄັ້ງວັນທີ 18 ພຶດສະພາ 2023 ໃນຂໍ້ກ່າວຫາລັກຊັບພົນລະເມືອງ ມາທຳການສຶບສວນ-ສອບສວນ.

ຜ່ານການສືບສວນ – ສອບສອນຂອງເຈົ້າໜ້າທີ່ ທ້າວ ແອນ້ອຍ ໄດ້ໃຫ້ການຮັບສາລະພາບວ່າ: ໃນຄັ້ງວັນທີ 03 ພຶດສະພາ 2023 ຜູ້ກ່ຽວແມ່ນໄດ້ປິນເຂົ້າປ່ອງຢ້ຽມແລ້ວເຂົ້າໄປລັກເອົາເງິນ ແລະ ວັດຖຸຄ້າຍຄືຄໍາ ຢູ່ທີ່ບ້ານນໍ້າແຈ້ງ ເມືອງໂພນໂຮງ ຢູ່ໃນກະເປົາເທິງຕູ້ຫົວຕຽງນອນຢ່າງແທ້ຈິງ, ສ່ວນວິທີການ ແລະ ແຮງຈູງໃຈໃນການກໍ່ເຫດໃນຄັ້ງນີ້ຍ້ອນວ່າ: ໄລຍະເດືອນຜ່ານມາຜູ້ກ່ຽວແມ່ນໄດ້ສັງເກດເຫັນຜູ້ເສຍຫາຍໃສ່ເຄື່ອງປະດັບ (ປະເພດສາຍຄໍາເສັ້ນໃຫຍ່) ແລ້ວຈື່ງມີແນວຄິດຢາກໄດ້ ຫຼັງຈາກນັ້ນຜູ້ກ່ຽວຈຶ່ງໄດ້ວາງແຜນ, ຕິດຕາມ, ຫາໂອກາດໄດ້ປະມານ 05 ມື້ ຜູ້ກ່ຽວແມ່ນໄດ້ຍ່າງກັບມາແຕ່ຮ້ານພໍຍ່າງຮອດໜ້າເຮືອນຜູ້ເສຍຫາຍ ໃນເວລານັ້ນຜູ້ກ່ຽວໄດ້ສັງເກດເຫັນເຈົ້າຂອງເຮືອນໄປນັ່ງຫຼີ້ນຢູ່ຫຼັງບ້ານ ຕອນນັ້ນໃນເຮືອນກໍ່ບໍ່ມີໃຜຢູ່ ຈາກນັ້ນຜູ້ກ່ຽວຈຶ່ງໄດ້ສວຍໂອກາດປິນເຂົ້າທາງປ່ອງຢ້ຽມເຮືອນຄົວແລ້ວເຂົ້າໄປໃນເຮືອນໃຫຍ່ ແລະ ໄດ້ຍ່າງເຂົ້າໄປໃນຫ້ອງນອນແລ້ວເຫັນກະເປົາທີ່ວ່າງຢູ່ໃນຕູ້ຫົວຕຽງນອນຈຶ່ງໄດ້ຈັບເອົາ ແລ້ວກໍ່ຍ່າງອອກມາພ້ອມທັງເຊື່ອງກະເປົາໄວ້ໃນເສື້ອນຸ່ງ ຫຼັງຈາກນຜູ້ກ່ຽວມາຮອດເຮືອນຈຶ່ງໄດ້ກວດເບິ່ງໃນກະເປົາເຫັນວ່າມີ ເງິນກີບທະນາຄານ ຈໍານວນ 6,000,000 ກີບ, ວັດຖຸຄ້າຍຄືຄໍາຈໍານວນ 02 ເສັ້ນພ້ອມກີ້ພຣະ 01 ອັນ ແລະ ສາຍແຂນຄ້າຍຄືຄໍາຈໍານວນ 01 ເສັ້ນ, ຈາກນັ້ນຜູ້ກ່ຽວໄດ້ເອົາເງີນໄວ້ຖົງໂສ້ງ ສ່ວນວັດຖຸຄ້າຍຄືຄໍາແມ່ນເອົາໄປເຊືອງໄວ້ຕູ້ເສື້ອຜ້າໃນຫ້ອງນອນຂອງຜູ້ກ່ຽວ, ຕົກມາຮອດວັນທີ 06 ພຶດສະພາ 2023 ຜູ້ກ່ຽວໄດ້ເອົາເງີນທີ່ລັກມາຈໍນວນ 2,000,000 ກີບ ໄປຈ່າຍຫຼີ້ນກີນູມເຟື່ອຍຈົນໜົດ, ວັນທີ 09 ພຶດສະພາ 2023 ເມຍຂອງຜູ້ກ່ຽວບໍ່ມີເງີນຊື້ເຄື່ອງເຂົ້າຮ້ານ ແລ້ວຜູ້ກ່ຽວກໍ່ໄດ້ເອົາໃຫ້ຈໍານວນ 2,000,000 ກີບ ໃນເວລານັ້ນເມຍຂອງຜູ້ກ່ຽວກໍ່ໄດ້ຖາມວ່າ ເງິນເອົາມາແຕ່ໃສ່ ຜູ້ກ່ຽວຈຶ່ງໄດ້ຕອບເມຍວ່າ ເອົາມາແຕ່ໃສ່ກະຢ່າຖາມ ເອົາໃຫ້ລະຮີບເອົາ, ສ່ວນເງິນທີ່ຍັງເຫຼືອແມ່ນຜູ້ກ່ຽວເອົາໄວ້ຫຼີ້ນກີນຟູມເຟື້ອຍຈົນຫໜົດ, ຕົກມາຮອດ ວັນທີ 17 ພຶດສະພາ 2023 ຜູ້ກ່ຽວໄດ້ຊວນເມຍເອົາຄໍາ(ປະເພດສາຍແຂນ)ໄປຂາຍຢູ່ຕະຫຼາດເມືອງປາກຊັນ ແຂວງບໍລິຄໍາໄຊ ໄດ້ເງິນຈໍານວນ 12,500,000 ກີບ ຫຼັງຈາກໄດ້ເງີນແລ້ວຜູ້ກ່ຽວກໍ່ໄດ້ກັບບ້ານ ແຕ່ຍ້ອນຄວາມເອົາໃຈໃສ່ຂອງເຈົ້າໜ້າທີ່ຕໍາຫຼວດໃນການຕິດຕາມເປົ້າໜາຍ, ເກັບກໍາຂໍ້ມູນໃນທີ່ສຸດກໍ່ສາມາດຈັບຕົວທ້າວ ແອນ້ອຍ ໄດ້ໃນຄັ້ງວັນທີ 18 ພຶດສະພາ 2023 ມາດໍາເນີນຄະດີຕາມລະບຽບກົດໜາຍ.

ຜ່ານການສືບສວນ-ສອບສວນ ເກັບກຳຂໍ້ມູນຂອງເຈົ້າໜ້າທີ່ ເຫັນວ່າ ທ້າວ ແອນ້ອຍ ແມ່ນມີເຈດຕະນາເຄື່ອນໄຫວລັກຊັບພົນລະເມືອງ ຢ່າງແທ້ຈິງ, ການກະທຳດັ່ງກ່າວນັ້ນໄດ້ແຕະຕ້ອງເຖິງຊັບສິນຂອງບຸກຄົນ ແລະ ສັງຄົມມີຄວາມເສຍຫາຍ, ສ້າງຄວາມບໍ່ເປັນລະບຽບຮຽບຮ້ອຍຕໍ່ສັງຄົມ ເຊິ່ງການກະທຳຜິດດັ່ງກ່າວແມ່ນຜິດຕໍ່ກົດໝາຍອາຍາໃນມາດຕາ 231 ສະຖານລັກຊັບພົນລະເມືອງປະຈຸບັນເຈົ້າໜ້າທີ່ກອງບັນຊາການ ປກສ ເມືອງໂພນໂຮງ ໄດ້ສັງລວມຂໍ້ມູນຫຼັກຖານເພື່ອດຳເນີນຄະດີໃນຂັ້ນຕໍ່ໄປ.

ບົດຄວາມຫຼ້າສຸດ

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...

ສູນທອນພົດປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X

 ໃນພິທີປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ສອນໄຊ ສີພັນດອນ ປະທານສະພາແຫ່ງຊາດ ໄດ້ກ່າວສູນທອນພົດປິດກອງປະຊຸມວ່າ: ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...