spot_img
Homeຂ່າວພາຍ​ໃນສານຂອງ ທ່ານ ນາຍົກລັດຖະມົນຕີ ເນື່ອງໃນໂອກາດ ວັນສິ່ງແວດລ້ອມໂລກ ແລະ ວັນສິ່ງແວດລ້ອມແຫ່ງຊາດ

ສານຂອງ ທ່ານ ນາຍົກລັດຖະມົນຕີ ເນື່ອງໃນໂອກາດ ວັນສິ່ງແວດລ້ອມໂລກ ແລະ ວັນສິ່ງແວດລ້ອມແຫ່ງຊາດ

Published on

ພີ່ນ້ອງຮ່ວມຊາດ ທີ່ຮັກແພງ ທັງຫຼາຍ ປີນີ້ກໍເປັນອີກປີໜຶ່ງ ທີ່ພວກເຮົາໄດ້ຮ່ວມກັບປະຊາຄົມໂລກ ສະເຫຼີມສະຫຼອງວັນສິ່ງແວດລ້ອມໂລກ ແລະ ວັນສິ່ງແວດລ້ອມແຫ່ງຊາດ, ວັນທີ 5 ມິຖຸນາ ປີ 2023 ນີ້ ແມ່ນຄົບຮອບ 50 ປີ ຂອງການສະເຫຼີມສະຫຼອງວັນສ້າງຕັ້ງວັນສິ່ງແວດລ້ອມໂລກ ໃນປີ 1973 ແລະ ຄົບຮອບ 24 ປີ ຂອງການ ສ້າງຕັ້ງວັນສິ່ງແວດລ້ອມແຫ່ງຊາດ. ຈຸດປະສົງ ແມ່ນເພື່ອເປັນການປູກຈິດສໍານຶກ ແລະ ປຸກລະດົມໃຫ້ປວງຊົນລາວບັນດາເຜົ່າ, ບັນດາອົງການຈັດຕັ້ງລັດ, ເອກະຊົນ ແລະ ອົງການຈັດຕັ້ງສັງຄົມ ໃນຂອບເຂດ ທົ່ວປະເທດ ໄດ້ສະແດງຄວາມຮັກ, ຫວງແຫນ, ເຫັນຄວາມສໍາຄັນຂອງສິ່ງແວດລ້ອມ ແລະ ເປັນເຈົ້າການຮ່ວມມືກັນປົກປັກຮັກສາສິ່ງແວດລ້ອມອັນລໍ້າຄ່າຂອງພວກເຮົາ ໂດຍຫົວຂໍ້ວັນສິ່ງແວດລ້ອມປີນີ້ ແມ່ນສຸມໃສ່ການແກ້ໄຂບັນຫາມົນລະພິດຈາກສິ່ງເສດເຫຼືອປລາສະຕິກ.
ພີ່ນ້ອງຮ່ວມຊາດ ທີ່ຮັກແພງ, ສິ່ງແວດລ້ອມ ເປັນປັດໄຈຕົ້ນຕໍ ໃນການດໍາລົງຊີວິດຂອງຄົນເຮົາ ແລະ ເປັນທຸກສິ່ງທຸກຢ່າງ ທີ່ ເຮັດໃຫ້ສິ່ງມີທີ່ຊີວິດ ດໍາລົງຄົງຕົວຢູ່ໄດ້ຕາມສະພາບຂອງມັນ, ໝາຍຄວາມວ່າ ຖ້າຫາກພວກເຮົາມີສິ່ງແວດລ້ອມທີ່ດີ ຄົນ, ສັດ ແລະ ພືດ ກໍມີສຸຂະພາບດີ, ລະບົບນິເວດກໍອຸດົມສົມບູນ, ການດໍາລົງຢູ່ຂອງສິ່ງມີຊີວິດ ມີຄວາມປອດໄພ, ສະອາດ ແລະ ທໍາມະຊາດກໍຂຽວສົດງົດງາມ. ນະໂອກາດນີ້, ຂ້າພະເຈົ້າ ຂໍຖືເປັນກຽດ ຕາງໜ້າ ລັດຖະບານ ແຫ່ງ ສປປ ລາວ ສະແດງຄວາມພາກພູມໃຈ ທີ່ໄດ້ຮ່ວມກັບ ປວງຊົນລາວທັງຊາດ ແລະ ວົງຄະນາຍາດສາກົນ ສະເຫຼີມສະຫຼອງວັນສິ່ງແວດລ້ອມໂລກ ແລະ ວັນສິ່ງແວດລ້ອມແຫ່ງຊາດ ພາຍໃຕ້ຄໍາຂວັນ “ສິ່ງແວດລ້ອມພວກເຮົາຈະດີ ຖ້າຫຼຸດຜ່ອນການນໍາໃຊ້ປລາສຕິກ (BEAT PLASTICPOLLUTION)”.

ພີ່ນ້ອງຮ່ວມຊາດ ທີ່ຮັກແພງ, ປັດຈຸບັນ, ປະຊາກອນໂລກໃນທຸກພາກພື້ນ ກໍາລັງປະເຊີນກັບ ສິ່ງທ້າທາຍຈາກການເສື່ອມໂຊມ ຂອງສິ່ງແວດລ້ອມ, ການສູນເສຍຄວາມຫຼາກຫຼາຍທາງດ້ານຊີວະນາໆພັນ ແລະ ການປ່ຽນແປງຂອງ ສະພາບດິນຟ້າອາກາດ ເປັນຕົ້ນແມ່ນ ບັນຫາມົນລະພິດ, ໄພແຫ້ງແລ້ງ, ໄພນໍ້າຖ້ວມ ແລະ ອາກາດທີ່ຮ້ອນອົບເອົ້າຂຶ້ນນັບມື້. ເນື່ອງຈາກການຂະຫຍາຍຕົວຢ່າງໄວວາຂອງເສດຖະກິດໂລກ ໃນຊຸມປີຜ່ານມາ, ສັງຄົມເຮົາໄດ້ມີການຜະລິດ ແລະ ນໍາໃຊ້ຜະລິດຕະພັນທີ່ເຮັດດ້ວຍປລາສະຕິກ ເພື່ອອໍານວຍຄວາມສະດວກໃນຊີວິດປະຈໍາວັນຫຼາຍຂຶ້ນ ຊຶ່ງເປັນການສ້າງຂີ້ເຫຍື້ອເພີ່ມຂຶ້ນ ແລະ ກາຍເປັນບັນຫາໃຫຍ່ທາງດ້ານສິ່ງແວດລ້ອມ. ອີງຕາມຂໍ້ມູນຈາກ ອົງການສະຫະປະຊາຊາດເພື່ອສິ່ງແວດລ້ອມ, ໃນແຕ່ລະປີ ມີການ ຜະລິດປລາສະຕິກ ຫຼາຍຫວ່າ 400 ລ້ານໂຕນ ໃນທົ່ວໂລກ ຊຶ່ງ 50% ຂອງປລາສະຕິກ ແມ່ນໃຊ້ພຽງ ຄັ້ງດຽວກໍຖິ້ມເປັນຂີ້ເຫຍື້ອ ອັນເຮັດໃຫ້ເກີດມີບັນຫາຂີ້ເຫຍື້ອປລາສະຕິກ ຊຶ່ງໃນທົ່ວໂລກມີປະມານ 6.300 ລ້ານໂຕນ; ໃນນັ້ນ, ປະມານ 9% ຖືກນໍາມາໃຊ້ຄືນໃໝ່, 12% ຖືກຈູດເຜົາ, 79% ແມ່ນຖືກນໍາໄປຖິ້ມໃນສະໜາມຂີ້ເຫຍື້ອ ແລະ ມີຈໍານວນໜຶ່ງຖືກຖິ້ມຊະຊາຍໂດຍບໍ່ມີການກໍາຈັດຢ່າງຖືກວິທີ.

ຂີ້ເຫຍື້ອປລາສະຕິກ ມີການຍ່ອຍສະຫຼາຍຍາກ ຊຶ່ງໂດຍທົ່ວໄປຈະໃຊ້ເວລາປະມານ 400-450 ປີຈຶ່ງຍ່ອຍສະຫຼາຍ ເປັນຕົ້ນ ກວດນໍ້າ, ຈອກນໍ້າ, ກວດໃສ່ສະບູ, ຢາສະຜົມ, ຖົງຢາງປລາສະຕິກ ແລະ ອື່ນໆ. ບັນຫາຂີ້ເຫຍື້ອ ປລາສະຕິກ ສ່ວນໃຫຍ່ແມ່ນກໍ່ໃຫ້ເກີດມົນລະພິດໃນອາກາດ, ດິນ ແລະ ນໍ້າ. ປລາສຕິກ ທີ່ຖືກຖິ້ມ ໃນນ້ໍາ ເມື່ອດົນໄປມັນກໍເປື່ອຍ ກາຍເປັນເມັດຝຸ່ນນ້ອຍໆ ແລ້ວຖືກສະສົມຢູ່ໃນຕົວຂອງສັດນໍ້າ ຊຶ່ງສົ່ງຜົນກະທົບຕໍ່ສຸຂະພາບຄົນເຮົາ ເມື່ອນໍາເອົາສັດນໍ້າດັ່ງກ່າວມາບໍລິໂພກ.

ຢູ່ໃນດິນກໍເຊັ່ນດຽວກັນ, ເມັດຝຸ່ນປລາສະຕິກ ສາມາດກະທົບຕໍ່ໂຄງສ້າງ ແລະ ລະບົບນິເວດຂອງດິນ ແລະ ຍັງເຮັດໃຫ້ນໍ້າໃຕ້ດິນເກີດມີສານປົນເປື້ອນ, ຄຸນນະພາບທັງດິນ ແລະ ນໍ້າ ໃນບໍລິເວນດັ່ງກ່າວຫຼຸດຕໍ່າລົງ ອັນສົ່ງຜົນໃຫ້ປະສິດທິພາບ ຂອງການຜະລິດກະສິກໍາ ແລະ ປະລິມານນໍ້າກິນ-ນໍ້າໃຊ້ທີ່ສະອາດ ນັບມື້ຫຼຸດລົງ. ສ່ວນການຈູດເຜົາປລາສະຕິກ, ນອກຈາກສົ່ງກິ່ນຂິວລົບກວນແລ້ວ ຂໍ້ມູນວິທະຍາສາດຍັງໄດ້ຢັ້ງຢືນວ່າ ມັນມີຜົນກະທົບທາງລົບ ໄລຍະຍາວຕໍ່ລະບົບຮ່າງກາຍຂອງຄົນເຮົາ ເຊັ່ນ: ລະບົບປະສາດ, ຕ່ອມ ແລະ ເຊວຕ່າງໆໃນຮ່າງກາຍ ລວມເຖິງ ລະບົບຫາຍໃຈ, ລະບົບຍ່ອຍອາຫານ ແລະ ລະບົບສືບພັນ ຊຶ່ງໜ້າເປັນຫ່ວງກ່ອນໝູ່ແມ່ນສຸຂະພາບ ແມ່ຍິງຖືພາ, ເດັກນ້ອຍ ແລະ ຜູ້ອາຍຸສູງ. ຍິ່ງໄປກວ່ານັ້ນ, ຍັງເປັນການປ່ອຍອາຍພິດ ທໍາລາຍຊັ້ນບັນຍາກາດ ເຮັດໃຫ້ເກີດພາວະໂລກຮ້ອນ ດັ່ງທີ່ພວກເຮົາປະເຊີນຢູ່ທຸກມື້ນີ້.

ຕໍ່ກັບບັນຫາສິ່ງແວດລ້ອມດັ່ງກ່າວ, ວົງຄະນະຍາດສາກົນ ໄດ້ສະແດງຄວາມກັງວົນ ແລະ ມີຄວາມພະຍາຍາມໃນການແກ້ໄຂ ຊຶ່ງປັດຈຸບັນນີ້ ລັດພາຄີຂອງສະຫະປະຊາຊາດ 175 ປະເທດ ໄດ້ເຫັນດີ ພ້ອມໃຈກັນສ້າງຂໍ້ຕົກລົງຮ່ວມ ທີ່ຈະມີຜົນບັງຄັບໃຊ້ທາງດ້ານກົດໝາຍກ່ຽວກັບມົນລະພິດຈາກປລາສະຕິກ ໃນປີ 2024 ເພື່ອເປັນການຊຸກຍູ້ອັນສໍາຄັນໃນການຫຼຸດຜ່ອນການປ່ອຍທາດອາຍພິດເຮືອນແກ້ວ ຈາກການຜະ ລິດ, ການນໍາໃຊ້ ແລະ ການກໍາຈັດປລາສະຕິກ ທັງເປັນການປະກອບສ່ວນຕໍ່ເປົ້າໝາຍສາກົນ ເພື່ອຫຼຸດຜ່ອນບັນຫາໂລກຮ້ອນ ໂດຍຈໍາກັດບໍ່ໃຫ້ອຸນຫະພູມສະເລ່ຍຂອງໂລກ ສູງຂຶ້ນບໍ່ເກີນ 1,5 ອົງສາເຊ.

ສໍາລັບ ສປປ ລາວ, ພວກເຮົາ ກໍກໍາລັງປະເຊີນໜ້າກັບຜົນກະທົບຕໍ່ສິ່ງແວດລ້ອມ ຊຶ່ງໃນປີນີ້ ໜັກ ໜ່ວງກວ່າໝູ່ແມ່ນ ບັນຫາໝອກຄວັນ (ຝຸ່ນລະອອງຂະໜາດນ້ອຍ) ຫຼື PM 2.5 ທີ່ມີສາເຫດມາຈາກ ໄຟ ໄໝ້ປ່າ, ອາຍຄວັນເຜົາໄໝ້ຈາກຫຼາຍແຫຼ່ງ ເຊັ່ນ: ໂຮງຈັກໂຮງງານ, ພາຫະນະ ແລະ ຈາກການຈູດຂີ້ເຫຍື້ອຊະຊາຍ ເປັນຕົ້ນແມ່ນ ຂີ້ເຫຍື້ອປລາສະຕິກ ຊຶ່ງນອກຈາກປ່ອຍອາຍພິດໃນອາກາດແລ້ວ ຍັງສົ່ງກິ່ນລົບກວນ ເຮັດໃຫ້ເກີດມີຂໍ້ຂັດແຍ່ງໃນຊຸມຊົມທີ່ດໍາລົງຊີວິດຮ່ວມກັນໃນບໍລິເວນໃກ້ຄຽງ.

ນອກນີ້, ປະຊາຊົນລາວຈໍານວນຫຼາຍ ຍັງມີຄວາມຊິນເຄີຍໃນການນໍາໃຊ້ປລາສະຕິກ ເພື່ອຮັບໃຊ້ໃນການດໍາລົງລົງຊີວິດປະຈໍາວັນ ແລະ ການສະເຫຼີມສະຫຼອງງານບຸນປະເພນີຕ່າງໆ ຊຶ່ງມີການບໍລິການ ແລະ ການຊົມໃຊ້ສິນຄ້າເຮັດດ້ວຍປລາສະຕິກທີ່ໃຊ້ພຽງຄັ້ງດຽວ ນັບມື້ມີຈໍານວນເພີ່ມຂຶ້ນ. ນອກຈາກນັ້ນ, ຢູ່ຄົວເຮືອນ, ສໍານັກງານ, ຫ້າງຮ້ານ, ຮ້ານອາຫານ ແລະ ຕາມສະຖານທີ່ທ່ອງທ່ຽວ ກໍມີການນໍາໃຊ້ ປລາສະຕິກ ນັບມື້ນັບຫຼາຍຂຶ້ນເຊັ່ນກັນ. ການນໍາເຂົ້າສິນຄ້າທີ່ເຮັດດ້ວຍ ປລາສະຕິກ ຂອງ ສປປ ລາວ ແມ່ນກວມເອົາຈໍານວນຫຼາຍກວ່າສິນຄ້າປະເພດອື່ນ ດ້ວຍມູນຄ່າຫຼາຍກວ່າ 200 ລ້ານໂດລາ ໃນປີ 2022.

ໃນນະຄອນຫຼວງວຽງຈັນ, ການຜະລິດຂີ້ເຫຍື້ອແມ່ນ 500-600 ໂຕນ/ວັນ, ແຕ່ສາມາດເກັບ ແລະ ຂົນຖ່າຍ ໄປກໍາຈັດຢູ່ສະໜາມຂີ້ເຫຍື້ອໄດ້ພຽງແຕ່ 300-350 ໂຕນ/ວັນ, ສ່ວນທີ່ຍັງເຫຼືອ ປະມານ 250-300 ໂຕນ ແມ່ນຖືກປະປ່ອຍ ແລະ ທໍາລາຍແບບຊະຊາຍ. ໃນເຂດຊົນນະບົດ ເຖິງວ່າປະລິມານຂອງຂີ້ເຫຍື້ອຍັງບໍ່ຫຼາຍ ແຕ່ຄວາມສາມາດໃນການໃຫ້ການບໍລິການເກັບມ້ຽນຂີ້ເຫຍື້ອ ຍັງບໍ່ທັນທົ່ວເຖິງ, ຍັງມີການຖິ້ມຂີ້ເຫຍື້ອຊະຊາຍຕາມແຫຼ່ງຕ່າງໆ ແລະ ຈູດທໍາລາຍພາຍໃນຄົວເຮືອນ.

ໃນສະພາບການດັ່ງທີ່ກ່າວມານີ້, ລັດຖະບານ ກໍໄດ້ພະຍາຍາມຂົນຂວາຍຫຼາຍວິທີທາງ ເພື່ອກໍາຈັດຂີ້ເຫຍື້ອໃຫ້ຖືກຕ້ອງຕາມເຕັກນິກວິທີການ ແລະ ນໍາກັບມາໃຊ້ຄືນໃຫ້ເກີດປະໂຫຍດ ເພື່ອຫຼຸດຜ່ອນບັນຫາສິ່ງແວດລ້ອມ ໂດຍໄດ້ຮ່ວມມືກັບ ພາກເອກະຊົນ ແລະ ຄູ່ຮ່ວມງານສາກົນ ສ້າງເປັນແຜນງານ, ໂຄງການເພື່ອຈັດຕັ້ງປະຕິບັດ ແລະ ໄດ້ ຂະຫຍາຍການບໍລິການເກັບຂີ້ເຫຍື້ອໃຫ້ເພີ່ມຂຶ້ນ. ໃນດ້ານນະໂຍບາຍ ກໍໄດ້ມີການຜັນຂະຫຍາຍບັນດາ ສັນຍາສາກົນ ໂດຍສ້າງເປັນກົດໝາຍ ແລະ ນິຕິກໍາລຸ່ມກົດໝາຍເພື່ອຄຸ້ມຄອງສິ່ງເສດເຫຼືອ ຊຶ່ງອັນພົ້ນເດັ່ນກວ່າໝູ່ແມ່ນໄດ້ສ້າງແຜນດໍາເນີນງານແຫ່ງຊາດ ກ່ຽວກັບການຄຸ້ມຄອງສິ່ງເສດເຫຼືອຈາກປລາສະຕິກ ຂອງ ສປປ ລາວ 2022-2030 ແລະ ສົ່ງເສີມເສດຖະກິດໝູນວຽນ ຊຶ່ງເປັນລະບົບເສດຖະກິດ ເພື່ອຫຼຸດຜ່ອນສິ່ງເສດເຫຼືອ ແລະ ໃຊ້ຊັບພະຍາກອນທີ່ມີຢູ່ໃຫ້ເກີດປະໂຫຍດສູງສຸດ ແລະ ໃຫ້ມີຄວາມຍືນຍົງ.

ພີ່ນ້ອງຮ່ວມຊາດ ທີ່ຮັກແພງທັງຫຼາຍ, ນອກຈາກບັນຫາຂີ້ເຫຍື້ອຈາກ ປລາສະຕິກ ຍັງມີບັນຫາສິ່ງແວດລ້ອມ ທີ່ເກີດຈາກບັນດາໂຄງການ ພັດທະນາຕ່າງໆ ຊຶ່ງລັດຖະບານ ໄດ້ກໍານົດໃຫ້ປະຕິບັດມາດຕະການຫຼຸດຜ່ອນ ແລະ ແກ້ໄຂຢ່າງເປັນ ລະບົບ ພ້ອມທັງໄດ້ມີການຕິດຕາມກວດກາຢ່າງເຂັ້ມງວດ, ໄດ້ມີການປັບປຸງນະໂຍບາຍ ແລະ ນິຕິກໍາ ໃຫ້ແທດເໝາະກັບສະພາບການພັດທະນາເສດຖະກິດ-ສັງຄົມໃນແຕ່ລະໄລຍະ; ພ້ອມກັນນັ້ນ, ກໍໄດ້ເຊື່ອມ ສານວຽກງານສິ່ງແວດລ້ອມ ເຂົ້າໃນແຜນພັດທະນາຂອງຂະແໜງການຕ່າງໆ ເປັນຕົ້ນ: ພື້ນຖານໂຄງລ່າງ, ກະສິກໍາ, ບໍ່ແຮ່, ພະລັງງານ, ການທ່ອງທ່ຽວ ແລະ ອື່ນໆ. ມະຕິກອງປະຊຸມໃຫຍ່ຄັ້ງທີ XI ຂອງພັກ ໄດ້ ກໍານົດວຽກງານຈຸດສຸມ, ເສີມຂະຫຍາຍທຸກຄວາມສາມາດ ແລະ ທ່າແຮງບົ່ມຊ້ອນ, ຮັບປະກັນການ ພັດທະນາແບບຍືນຍົງ ແລະ ເປັນເຈົ້າຕົນເອງ, ເພີ່ມທະວີການປົກປັກຮັກສາ ແລະ ແກ້ໄຂບັນຫາ ສິ່ງແວດລ້ອມ ຊຶ່ງນະໂຍບາຍ ແລະ ທິດທາງດັ່ງກ່າວ ແມ່ນໄດ້ຮັບການຜັນຂະຍາຍຢ່າງກວ້າງຂວາງ ຢູ່ໃນ ແຜນພັດທະນາເສດຖະກິດ-ສັງຄົມ ແຫ່ງຊາດ 5 ປີຄັ້ງທີ IX (2021-2025) ແລະ ແຜນພັດທະນາຂອງຂະແຫນງການຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ ໂດຍເນັ້ນໜັກໃສ່ການນາໃຊ້ຊັບພະຍາ ກອນທໍາມະຊາດ ໃຫ້ເກີດປະໂຫຍດສູງສຸດ ແລະ ມີຄວາມຍືນຍົງ, ສິ່ງແວດລ້ອມໄດ້ຮັບການປົກ ປັກຮັກສາ ແລະ ປາສະຈາກມົນລະພິດ. ທັງໝົດເຫຼົ່ານີ້, ໄດ້ຢັ້ງຢືນໃຫ້ເຫັນຢ່າງເດັ່ນຊັດເຖິງທິດທາງການພັດທະນາຂອງ ສປປ ລາວ ຕາມທິດສີຂຽວ, ຍືນຍົງ ແລະ ເປັນມິດກັບສິ່ງແວດລ້ອມ ຢ່າງສະເໝີຕົ້ນສະເໝີປາຍ. ຂ້າພະເຈົ້າ ເຊື່ອໝັ້ນວ່າ ເສດຖະກິດ-ສັງຄົມ ທີ່ຈະເລີນຮຸ່ງເຮືອງ ຄຽງຄູ່ກັບການມີສິ່ງແວດລ້ອມທີ່ດີ ແມ່ນຄວາມມຸ່ງມາດປາຖະໜາອັນແຮງກ້າຂອງປະຊາຊົນລາວທັງຊາດ.
ເນື່ອງໃນໂອກາດ ວັນສິ່ງແວດລ້ອມໂລກ ແລະ ວັນສິ່ງແວດລ້ອມແຫ່ງຊາດ ປີ 2023 ນີ້, ຂ້າພະເຈົ້າ ຂໍຕາງໜ້າລັດຖະບານ ເຊີນຊວນທຸກພາກສ່ວນ, ທຸກຊັ້ນຄົນ ປະກອບສ່ວນເຂົ້າໃນການໂຄສະນາ, ສ້າງຂະບວນການ, ສ້າງຈິດສໍານຶກຕ່າງໆ, ພ້ອມກັນເປັນເຈົ້າການ ປະຕິບັດມາດຕະການຫຼຸດຜ່ອນຜົນກະທົບຕໍ່ສິ່ງແວດລ້ອມໃນທຸກຂົງເຂດຢ່າງຕັ້ງໜ້າ. ພິເສດ, ເພື່ອແກ້ໄຂໄດ້ບັນດາຜົນກະທົບ ທີ່ຢັ້ງຢືນດ້ວຍຂໍ້ມູນ ວິທະຍາສາດ ດັ່ງທີ່ ຂ້າພະເຈົ້າ ໄດ້ກ່າວມານັ້ນ, ພວກເຮົາ ຈົ່ງຮ່ວມແຮງຮ່ວມໃຈກັນ ຫັນປ່ຽນຈິນຕະນາການ ແລະ ປັບປ່ຽນພຶດຕິກໍາໃນການດໍາລົງຊີວິດ, ການຜະລິດ ແລະ ການຊົມໃຊ້ເຄື່ອງອຸປະໂພກ-ບໍລິໂພກ ໃຫ້ເປັນມິດກັບສິ່ງແວດລ້ອມ. ສິ່ງສໍາຄັນ, ແມ່ນຕ້ອງປະຕິບັດຕາມລະບຽບກົດໝາຍ ແລະ ບັນດາຂໍ້ແນະນໍາທີ່ຂະແຫນງການຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ ໄດ້ວາງອອກ ຢ່າງເຂັ້ມງວດ.

ສິ່ງແວດລ້ອມ ບໍ່ແມ່ນເລື່ອງໄກຕົວຂອງພວກເຮົາທຸກຄົນ, ພວກເຮົາຈົ່ງເລີ່ມຈາກການຫັນມາຊົມໃຊ້ຜະລິດຕະພັນທີ່ເປັນມິດກັບສິ່ງແວດລ້ອມ ເຊັ່ນ: ຖົງຜ້າ, ກວດແກ້ວ, ຈອກແກ້ວ ລວມທັງວັດສະດຸທໍາມະຊາດທີ່ຍ່ອຍສະຫຼາຍໄດ້ງ່າຍ ມາແທນທີ່ການນໍາໃຊ້ປລາສະຕິກພຽງຄັ້ງດຽວ ແລ້ວຖິ້ມເປັນຂີ້ເຫຍື້ອ. ພວກເຮົາ ຕ້ອງເດັດດ່ຽວ ຢຸດການຖິ້ມ, ຢຸດການຈູດຂີ້ເຫຍື້ອຊະຊາຍ ແລະ ຫັນມາສົ່ງເສີມການປູກຕົ້ນໄມ້ ໃນບໍລິເວນພື້ນທີ່ຂອງຕົນ ແລະ ສະຖານທີ່ສາທາລະນະ ຕາມທີ່ໄດ້ກໍານົດໄວ້ໃຫ້ຫຼາຍຂຶ້ນ ເພື່ອຊ່ວຍໃຫ້ ອາກາດເຢັນລົງກວ່ານີ້. ທັງໝົດນີ້ ກໍເພື່ອເຮັດໃຫ້ການດໍາລົງຊີວິດຂອງພວກເຮົາສະດວກສະບາຍຂຶ້ນ ແລະ ຊ່ວຍປະກອບສ່ວນ ສ້າງປະເທດລາວອັນສວຍງາມ ແລະ ແສນຮັກຂອງພວກເຮົາ ໃຫ້ເຕັມໄປດ້ວຍສີຂຽວ, ມີອາກາດສົດຊື່ນ, ສະອາດ, ເປັນລະບຽບຮຽບຮ້ອຍ ແລະ ສວຍງາມກວ່າເກົ່າ.

ບົດຄວາມຫຼ້າສຸດ

ພະແນກການເງິນ ນວ ສະເໜີຄົ້ນຄວ້າເງິນອຸດໜູນຄ່າຄອງຊີບຊ່ວຍ ພະນັກງານ-ລັດຖະກອນໃນປີ 2025

ທ່ານ ວຽງສາລີ ອິນທະພົມ ຫົວໜ້າພະແນກການເງິນ ນະຄອນຫຼວງວຽງຈັນ ( ນວ ) ໄດ້ຂຶ້ນລາຍງານ ໃນກອງປະຊຸມສະໄໝສາມັນ ເທື່ອທີ 8 ຂອງສະພາປະຊາຊົນ ນະຄອນຫຼວງ...

ປະທານປະເທດຕ້ອນຮັບ ລັດຖະມົນຕີກະຊວງການຕ່າງປະເທດ ສສ ຫວຽດນາມ

ວັນທີ 17 ທັນວາ 2024 ທີ່ຫ້ອງວ່າການສູນກາງພັກ ທ່ານ ທອງລຸນ ສີສຸລິດ ປະທານປະເທດ ໄດ້ຕ້ອນຮັບການເຂົ້າຢ້ຽມຄຳນັບຂອງ ທ່ານ ບຸຍ ແທງ ເຊີນ...

ແຂວງບໍ່ແກ້ວ ປະກາດອະໄພຍະໂທດ 49 ນັກໂທດ ເນື່ອງໃນວັນຊາດທີ 2 ທັນວາ

ແຂວງບໍ່ແກ້ວ ປະກາດການໃຫ້ອະໄພຍະໂທດ ຫຼຸດຜ່ອນໂທດ ແລະ ປ່ອຍຕົວນັກໂທດ ເນື່ອງໃນໂອກາດວັນຊາດທີ 2 ທັນວາ ຄົບຮອບ 49 ປີ ພິທີແມ່ນໄດ້ຈັດຂຶ້ນໃນວັນທີ 16 ທັນວາ...

ຍທຂ ນວ ຊີ້ແຈງ! ສິ່ງທີ່ສັງຄົມສົງໄສ ການກໍ່ສ້າງສະຖານີລົດເມ BRT ມາຕັ້ງໄວ້ກາງທາງ

ທ່ານ ບຸນຍະວັດ ນິລະໄຊຍ໌ ຫົວຫນ້າພະແນກໂຍທາທິການ ແລະ ຂົນສົ່ງ ນະຄອນຫຼວງວຽງຈັນ ໄດ້ຂຶ້ນລາຍງານ ໃນກອງປະຊຸມສະໄຫມສາມັນ ເທື່ອທີ 8 ຂອງສະພາປະຊາຊົນ ນະຄອນຫຼວງວຽງຈັນ ຊຸດທີ...