ພໍ່ຕູ້ອາຍຸ 70 ປີ ຕົກບໍ່ແຂ້ ຖືກແຂ້ລຸມກັດເສຍຊີວິດ

0
1862

ພໍ່ຕູ້ອາຍຸ 70 ປີ ຕົກບໍ່ແຂ້ ຖືກແຂ້ລຸມກັດເສຍຊີວິດ ທີ່ເມືອງເສຍມາຣາດ ປະເທດກຳປູເຈຍ ໃນເວລາ 05: 45 ນາທີ ຂອງວັນທີ 26 ພຶດສະພາ 2023.

ຕາມການບອກເລົ່າຂອງເມຍຜູ້ເສຍຊີວິດໄດ້ລະບຸວ່າ: ຕົນເອງ ແລະ ຜູ້ເສຍຊີວິດໄດ້ໄປຢ່າງຫຼິ້ນໃນຊ່ວງຕອນເຊົ້າ ໃນບໍ່ແຂ້ຫຼັງບ້ານ, ແຕ່ຕົນເອງໄດ້ເຂົ້າໄປບ້ານກ່ອນ, ເຊິ່ງຜູ້ເສຍຊີວິດໄດ້ໃຊ້ໄມ້ໄຜ່ໄລ່ແຂ້ໃນບໍ່ ແຕ່ແຂ້ໄດ້ງັບໄມ້ໄຜ່ ແລະ ສະບັດເຮັດໃຫ້ພໍ່ຕູ້ຕົກລົງໄປໃນບໍ່ແຂ້ ແລະ ຖືກແຂ້ລຸມກັດຈົນເສຍຊີວິດ.

ຜູ້ເຫັນເຫດການໄດ້ເອີ້ນໃຫ້ປະຊາຊົນແຖວນັ້ນມາຊ່ວຍ ແລະຜູ້ເປັນເມຍກັບລູກກໍໄດ້ໄລ່ແຂ້ທີ່ກຳລັງລຸມກັດອອກຈາກຜູ້ເສຍຊີວິດ ແຕ່ສຸດທ້າຍພໍ່ຕູ້ກໍທົນຄວາມເຈັບປວດບໍ່ໄຫວ ແລະ ເສຍຊີວິດ.