spot_img
Homeຂ່າວພາຍ​ໃນຜົນສຳເລັດກອງປະຊຸມລັດຖະບານ ສະໄໝສາມັນ ປະຈໍາເດືອນພຶດສະພາ 2023

ຜົນສຳເລັດກອງປະຊຸມລັດຖະບານ ສະໄໝສາມັນ ປະຈໍາເດືອນພຶດສະພາ 2023

Published on

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນພຶດສະພາ 2023 ໄດ້ຈັດຂຶ້ນໃນວັນທີ 23 ພຶດສະພາ 2023 ທີ່ສໍານັກງານນາຍົກລັດຖະມົນຕີ ພາຍໃຕ້ການເປັນປະທານຂອງ ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ, ມີບັນດາທ່ານຮອງນາຍົກລັດຖະມົນຕີ ແລະ ສະມາຊິກລັດຖະບານ, ຜູ້ຕາງໜ້າບັນດາກະຊວງ ເຂົ້າຮ່ວມແບບເຊິ່ງໜ້າ ແລະ ຜູ້ຕາງໜ້າບັັນດາແຂວງ, ນະຄອນຫລວງວຽງຈັນ ເຂົ້າຮ່ວມ ຜ່ານລະບົບກອງປະຊຸມທາງໄກ ເພື່ອຮັບຟັງການລາຍງານສະພາບພົ້ນເດັ່ນ ປະຈຳເດືອນພຶດສະພາ ແລະ ທິດທາງແຜນການ ປະຈຳເດືອນມິຖຸນາ 2023.

ທ່ານ ນາງ ທິບພະກອນ ຈັນທະວົງສາ ຮອງລັດຖະມົນຕີ, ຮອງຫົວໜ້າຫ້ອງວ່າການສຳນັກງານນາຍົກລັດ ຖະມົນຕີ, ຜູ້ປະຕິບັດໜ້າທີ່ໂຄສົກລັດຖະບານ ໄດ້ຖະແຫລງຂ່າວຜົນສຳເລັດ ກອງປະຊຸມລັດຖະບານສະໄໝສາມັນ ປະຈໍາເດືອນພຶດສະພາ 2023 ເຊິ່ງກອງປະຊຸມໄດ້ພ້ອມກັນປຶກສາຫາລື, ຄົົ້ນຄວ້າ ພິຈາລະນາ ບັນດາຫົວຂໍ້ທີ່ສໍາຄັນຄື: ກອງປະຊຸມ ໄດ້ພິຈາລະນາ ແລະ ເຫັນດີດ້ານຫລັກການຮັບຮອງເອົາບົດສະຫລຸບວຽກງານ ປະຈໍາເດືອນພຶດສະ ພາ ແລະ ທິດທາງແຜນການ ປະຈຳເດືອນມິຖຸນາ 2023 ຂອງລັດຖະບານ ກໍຄື ສະພາບພົ້ນເດັ່ນວຽກງານເສດຖະກິດ-ສັງຄົມ, ວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ແລະ ການຕ່າງປະເທດ, ຄວາມຄືບໜ້າການກະກຽມຈັດປີທ່ອງທ່ຽວລາວ ປີ 2024. ກອງປະຊຸມໄດ້ມອບໃຫ້ຫ້ອງວ່າການສໍານັກງານນາຍົກລັດຖະມົນຕີ ປັບ ປຸງຕາມການປະກອບຄຳເຫັນຂອງສະມາຊິກລັດຖະບານ ໃຫ້ມີເນື້ອໃນຄົບຖ້ວນສົມບູນຂຶ້ນຕື່ມ. ພ້ອມນີ້, ກອງປະ ຊຸມ ໄດ້ຊີ້ນຳໃຫ້ບັນດາຂະແໜງການຢູ່ສູນກາງ ແລະ ທ້ອງຖິ່ນ ເອົາໃຈໃສ່ຄຸ້ມຄອງ ແລະ ແກ້ໄຂວຽກງານຈຳນວນໜຶ່ງຢ່າງເຂັ້ມງວດ ແລະ ເດັດຂາດຕາມທີ່ໄດ້ກໍານົດໄວ້ໃນກົດໝາຍ ແລະ ລະບຽບການ ເປັນຕົ້ນ ບັນຫາອັດຕາເງິນເຟີ້, ການຄຸ້ມຄອງອັດຕາແລກປ່ຽນ, ການຄຸ້ມຄອງລາຄາສິນຄ້າ, ການປະຕິບັດນະໂຍບາຍປະຢັດ, ການແກ້ໄຂປະກົດການຫຍໍ້ທໍ້ໃນສັງຄົມ, ການແກ້ໄຂຫາງສຽງບໍ່ດີໃນສັງຄົມ, ແຜນການຄຸ້ມຄອງ ແລະ ແກ້ໄຂບັນຫາໄຟໄໝ້ລາມປ່າ ແຕ່ລະໄລຍະ, ການຕິດຕາມກວດກາ ແລະ ປະເມີນຄືນ ໂຄງການລົງທຶນຕ່າງໆ ລວມທັງການອະນຸຍາດ ໃຫ້ນັກລົງ ທຶນສຳປະທານ ໃນກິດຈະການທີ່ມີເນື້ອທີ່ຫລາຍ ແລະ ອາຍຸສຳປະທານຫລາຍປີ, ການຊົດເຊີຍ ແລະ ສ້າງອາຊີບທີ່ຍືນຍົງ ໃຫ້ແກ່ປະຊາຊົນ ທີ່ຖືກຜົນກະທົບຈາກໂຄງການພັດທະນາ. ນອກນັ້ນ, ໃຫ້ຄະນະຮັບຜິດຊອບກະກຽມ ຈັດປີທ່ອງທ່ຽວລາວ ປີ 2024 ຄົ້ນຄວ້າຈັດສຳມະນາຮ່ວມກັບຜູ້ປະກອບການ ແລະ ຖອດຖອນບົດຮຽນຂອງບັນດາປະເທດ ທີ່ເຮັດໄດ້ດີໃນວຽກງານດັ່ງກ່າວ; ໃຫ້ກະຊວງການຕ່າງປະເທດ ສືບຕໍ່ຕິດຕາມສະພາບການພາກພື້ນ ແລະ ສາກົນ, ລວມທັງການກະກຽມທັດສະນະຕ່າງໆ ຕໍ່ບັນຫາທີ່ເກີດຂຶ້ນຢ່າງທັນການ. ສຳລັບຂໍ້ສະເໜີ ຂອງແຂວງຈຳນວນໜຶ່ງ ແມ່ນໃຫ້ຂະແໜງການກ່ຽວຂ້ອງ ຄົ້ນຄວ້າແກ້ໄຂ ແລ້ວແຈ້ງໃຫ້ແຂວງຊາບ, ຖ້າບັນຫາໃດເກີນສິດ ແມ່ນໃຫ້ຄົ້ນຄວ້າລາຍງານລັດຖະບານ ເພື່ອມີທິດຊີ້ນຳ ໃນຂັ້ນຕໍ່ໄປ.

ນອກຈາກນີ້, ກອງປະຊຸມ ໄດ້ພິຈາລະນາ ແລະ ເຫັນດີດ້ານຫລັກການຮັບຮອງເອົາ ຮ່າງດຳລັດ ວ່າດ້ວຍການເຄື່ອນໄຫວ ຂອງສຳນັກງານຜູ້ຕາງໜ້າ ແຫ່ງ ສປປ ລາວ ປະຈຳຢູ່ຕ່າງປະເທດ ເພື່ອຮັບໃຊ້ການພັດທະນາເສດຖະກິດແຫ່ງຊາດ, ກອງປະຊຸມ ຊີ້ນຳກະຊວງການຕ່າງປະເທດ ໃຫ້ສົມທົບກັບພາກສ່ວນທີ່ກ່ຽວຂ້ອງ ປັບປຸງ ແລະ ຮຽບຮຽງ ຕາມການປະກອບຄຳເຫັນຂອງສະມາຊິກລັດຖະບານ ໃຫ້ມີເນື້ອໃນຮັດກຸມ, ລະອຽດ, ຈະແຈ້ງ ແລະ ຄົບຖ້ວນສົມບູນຂຶ້ນຕື່ມ ລວມທັງຊື່ດຳລັດ ໃຫ້ສັ້ນກະທັດຮັດ ແລະ ສອດຄ່ອງກັັບວຽກງານຕົວຈິງ. ພາຍຫລັງປັບປຸງແລ້ວ ໃຫ້ສະເໜີຂໍຄຳເຫັນຈາກທ່ານ ຮອງນາຍົກລັດຖະມົນຕີ, ຜູ້ຊີ້ນຳວຽກງານຂົງເຂດປົກຄອງ ແລະ ວັດທະນະທຳ-ສັງຄົມ ເພື່ອນໍາສະເໜີຕໍ່ລັດຖະບານ ພິຈາລະນາ ປະກາດນຳໃຊ້ ໃນຂັ້ນຕໍ່ໄປ; ກອງປະຊຸມ ໄດ້ພິຈາລະນາ ແລະ ເຫັນດີດ້ານຫລັກການຮັບຮອງເອົາຮ່າງນິຕິກຳ ກ່ຽວກັບການຈັດຕັ້ງປະຕິບັດການຄຸ້ມຄອງເງິນຕາຕ່າງປະເທດ. ກອງປະຊຸມ ຊີ້ນຳທະນາຄານ ແຫ່ງ ສປປ ລາວ ໃຫ້ສົມທົບກັບພາກສ່ວນທີ່ກ່ຽວຂ້ອງສືບຕໍ່ຄົ້ນຄວ້າ, ປັບປຸງໂຄງຮ່າງ ແລະ ຮຽບຮຽງເນື້ອໃນ ຕາມຄຳເຫັນຂອງສະມາຊິກລັດຖະບານ ເປັນ ຕົ້ນ ຮ່າງນິຕິກຳນີ້ ຈະກຳນົດເປັນນິຕິກຳປະເພດໃດ, ການຈັດລຽງເນື້ອໃນ ກໍຄື ໂຄງຮ່າງນິຕິກຳ, ການກຳນົດເນື້ອໃນ ແມ່ນເນັ້ນໜັກການຄຸ້ມຄອງວຽກງານທີ່ກ່ຽວຂ້ອງ ໃຫ້ມີປະສິດທິພາບ ແລະ ປະສິດທິຜົນ. ພາຍຫລັງປັບປຸງແລ້ວ ໃຫ້ສະເໜີຂໍຄຳເຫັນ ຈາກທ່ານ ຮອງນາຍົກລັດຖະມົນຕີ, ຜູ້ຊີ້ນຳວຽກງານຂົງເຂດປົກຄອງ ແລະ ວັດທະນະທຳ-ສັງຄົມ ແລະ ສະເໜີລັດຖະບານ ພິຈາລະນາ ປະກາດນຳໃຊ້ ໃນຂັ້ນຕໍ່ໄປ; ກອງປະຊຸມ ໄດ້ພິຈາລະນາ ແລະ ເຫັນດີດ້ານຫລັກການຮັບຮອງເອົານິຕິກໍາຂົງເຂດແຮ່ທາດ ຄື: ຮ່າງຍຸດທະສາດການພັດທະນາແຮ່ທາດ 10 ປີ (2021-2030) ແລະ ວິໄສທັດຮອດປີ 2035 ແລະ ຮ່າງດຳລັດ ວ່າດ້ວຍທຶນພັດທະນາຊຸມຊົນ ໃນທຸລະກິດກ່ຽວກັບແຮ່ທາດ. ຕໍ່ສອງຮ່າງນິຕິກຳດັ່ງກ່າວ, ກອງປະຊຸມ ໄດ້ຊີ້ນຳກະຊວງພະລັງງານ ແລະ ບໍ່ແຮ່ ໃຫ້ສົມທົບກັບພາກສ່ວນກ່ຽວຂ້ອງ ປັບປຸງຕາມການປະກອບຄຳເຫັນຂອງສະມາຊິກລັດຖະບານ ເປັນຕົ້ນ ຮ່າງຍຸດທະສາດ ໃຫ້ສອດຄ່ອງ ແລະ ກົມກຽວກັບຍຸດທະສາດ, ກົດໝາຍ ແລະ ນິຕິກຳທີ່ກ່ຽວຂ້ອງ, ເນື້ອໃນຂອງຍຸດທະສາດ ຕ້ອງໃຫ້ກຳນົດແຈ້ງ ກ່ຽວກັບບັນດາປະເພດຂອງແຮ່ທາດ, ສິ່ງສໍາຄັນ ແຮ່ທາດທີ່ສາມາດຂຸດຄົ້ນມານຳໃຊ້ໄດ້ຕ້ອງເປັນແຮ່ທາດ ທີ່ມີເສດ ຖະກິດສູງ, ມີປະລິມານແຮ່ທາດຈໍານວນຫລາຍ ສາມາດນໍາໃຊ້ໄດ້ຍາວນານ, ຮັບປະກັນຄວາມຍືນຍົງ ສິ່ງສໍາຄັນ ແມ່ນມີຜົນກະທົບຕໍ່ສິ່ງແວດລ້ອມໜ້ອຍທີ່ສຸດ, ລວມທັງໃຫ້ປະເມີນການຈັດຕັ້ງປະຕິບັດໂຄງການລົງທຶນ ກ່ຽວກັບແຮ່ທາດ ເພື່ອເປັນຂໍ້ມູນໃນການກຳນົດຍຸດທະສາດ. ສຳລັບຮ່າງດຳລັດ ວ່າດ້ວຍທຶນພັດທະນາຊຸມຊົນ ໃນທຸລະກິດ ກ່ຽວກັບແຮ່ທາດ ແມ່ນໃຫ້ກຳນົດເນື້ອໃນມີຄວາມກົມກຽວໄປລວງດຽວກັນ, ກຳນົດບົດບາດການມີສ່ວນຮ່ວມ ໃນການຄຸ້ມຄອງກອງທຶນ ຂອງຂະແໜງພະລັງງານ ແລະ ບໍ່ແຮ່ແຕ່ລະຂັ້ນ ຢ່າງຈະແຈ້ງ, ພ້ອມນັ້ນ ກໍຊຸກຍູ້ໃຫ້ພາກທຸລະກິດ ແລະ ເຈົ້າຂອງໂຄງການ ເປັນເຈົ້າການປະກອບສ່ວນປະຕິບັດພັນທະໃຫ້ແກ່ລັດຖະບານ ກໍຄື ອົງການປົກ ຄອງທ້ອງຖິ່ນ ໃຫ້ຖືກຕ້ອງຄົບຖ້ວນ ແລະ ສອດຄ່ອງກັບກົດໝາຍ ວ່າດ້ວຍງົບປະມານ ແລະ ນິຕິກຳ ທີ່ກ່ຽວຂ້ອງ.

ສຳລັບແຜນວຽກໃນເດືອນມິຖຸນາ ຈະມາເຖິງນີ້, ລັດຖະບານ ຈະໄດ້ສຸມໃສ່ວຽກງານຕົວຈິງຈຳນວນໜຶ່ງ ເປັນຕົ້ນ ສືບຕໍ່ຈັດຕັ້ງປະຕິບັດແນວທາງປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ທົ່ວປວງຊົນຮອບດ້ານ ດ້ວຍມາດຕະ ການຕ່າງໆຢ່າງຕັ້ງໜ້າ ແລະ ຕໍ່ເນື່ອງ ສາມາດຮັບປະກັນສະຖຽນລະພາບ ທາງດ້ານການເມືອງ, ຄວາມສະຫງົບຕາມບໍລິເວນຊາຍແດນ, ພ້ອມທັງ ສືບຕໍ່ສຸມໃສ່ວຽກງານກໍ່ສ້າງຮາກຖານການເມືອງ ໃຫ້ມີຄວາມໜັກແໜ້ນເຂັ້ມແຂງ. ນອກນັ້ນ, ກໍສືບຕໍ່ຕິດຕາມສະພາບໄຟໄໝ້ລາມປ່າ, ຖ້າເກີດມີຈຸດໃດກໍຮີບຮ້ອນສົມທົບກັບອຳນາດການປົກຄອງທ້ອງຖິ່ນ ມອດໄຟໃຫ້ໄວ; ສືບຕໍ່ເພີ່ມທະວີການຈັດຕັ້ງປະຕິບັດຄຳສັ່ງເລກທີ 27/ນຍ ວ່າດ້ວຍການເພີ່ມທະວີວຽກງານສະກັດກັ້ນ ແລະ ແກ້ໄຂປະກົດການຫຍໍ້ທໍ້ໃນສັງຄົມ ໃຫ້ແຂງແຮງກ່ວາເກົ່າ ເປັນຕົ້ນ ບັນຫາປຸ້ນຈີ້, ຊີງຊັບ, ລັກຊັບ, ຄ້າຂາຍຢາເສບຕິດ, ຄ້າມະນຸດ, ອຸປະຕິເຫດ, ນັກເລງອັນຕະພານ, ກຸ່ມແກ້ງລັກລົດຈັກ ແລະ ຂີ່ລົດກວນເມືອງ ມີລັກສະນະເພີ່ມຂຶ້ນ ແລະ ຮ້າຍແຮງຂຶ້ນ ແບບບໍ່ເກງກົວຕໍ່ກົດໝາຍບ້ານເມືອງ ແລະ ໃຫ້ມີມາດຕະການລົງໂທດໃຫ້ໜັກຂຶ້ນ ໂດຍສະເພາະ ກໍລະນີຜູ້ກະທຳຜິດທີ່ບໍ່ເຂັດບໍ່ຫລາບ; ສືບຕໍ່ສຸມໃສ່ຄຸ້ມຄອງເສດຖະກິດມະຫາພາກ ໃຫ້ມີຄວາມໝັ້ນທ່ຽງ ໂດຍໃຫ້ກະຊວງ-ອົງການກ່ຽວຂ້ອງ ສຸມໃສ່ປະຕິບັດບັນດາໜ້າວຽກສຳຄັນຄື: ສືບຕໍ່ຈັດຕັ້ງຜັນຂະຫຍາຍການຕົກລົງ ແລະ ຊີ້ນຳຂອງລັດຖະບານ ກ່ຽວກັບການແກ້ໄຂໜີ້ສິນພາຍໃນ ແລະ ຕ່າງປະເທດ; ສືບຕໍ່ສຸມໃສ່ການຈັດເກັບລາຍຮັບ ແລະ ຄຸ້ມຄອງລາຍຈ່າຍງົບປະມານ ໃຫ້ໄດ້ຕາມແຜນການທີ່ວາງໄວ້ ຫລື ລື່ນແຜນກວ່າເກົ່າ ໂດຍສຸມໃສ່ການຫັນການເກັບລາຍຮັບ ເປັນທັນສະໄໝ ໂດຍສະເພາະ ການຫັນເປັນທັນສະໄໝ ໃນການເກັບຄ່າທຳນຽມ, ຄ່າບໍລິການ ແລະ ການເກັບລາຍຮັບຢູ່ ດ່ານສາກົນ; ສືບຕໍ່ສຸມໃສ່ປັບປຸງ ແລະ ສ້າງນິຕິກໍາໃໝ່ ກ່ຽວກັບການເກັບຖານລາຍຮັບໃໝ່ ເປັນຕົ້ນ ອາກອນທີ່ດິນ, ຄ່າຊັກພິເສດ ໃນການສົ່ງອອກຊັບພະຍາກອນທໍາມະຊາດ, ອາກອນນໍາເຂົ້າສິນຄ້າຟູມເຟືອຍທີ່ບໍ່ຈໍາເປັນ ແລະ ອື່ນໆ; ສືບຕໍ່ແກ້ໄຂບັນຫາຊ່ອງຫວ່າງລາຍຈ່າຍຊໍ້າຊ້ອນ ທຸກຮູບແບບຢ່າງເຂັ້ມງວດ ແລະ ເດັດຂາດ; ສືບຕໍ່ປັບປຸງບົດລາຍງານ ການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ ຂາດຕົວ 3 ເດືອນ, ຄາດຄະເນ 6 ເດືອນຕົ້ນປີ ແລະ ທິດທາງແຜນວຽກຈຸດສຸມ 6 ເດືອນທ້າຍປີ 2023 ເພື່ອກະກຽມລາຍງານ ຕໍ່ກອງປະຊຸມຄົບຄະນະບໍລິຫານງານສູນກາງພັກ ຄັ້ງທີ 6, ສະໄໝທີ XI ແລະ ລາຍງານຕໍ່ກອງປະຊຸມ ສະໄໝສາມັນເທື່ອທີ 5 ຂອງສະພາແຫ່ງຊາດ ຊຸດທີ IX ທີ່ຈະມາເຖິງນີ້.

ພ້ອມນີ້, ກໍສືບຕໍ່ກະກຽມສະຫລຸບກາງສະໄໝ ການຈັດຕັ້ງປະຕິບັດ ແຜນພັດທະນາເສດຖະກິດ-ສັງຄົມ, ເແຜນງົບປະມານແຫ່ງລັດ ແລະ ແຜນເງິນຕາ 5 ປີ ຄັ້ງທີ IX; ສືບຕໍ່ປະເມີນຄືນໂຄງການແຮ່ທາດທົດລອງ ແລະ ໂຄງການແຮ່ທາດປົກກະຕິ ໃຫ້ສຳເລັດ ແລະ ລາຍງານຜົນການກວດກາໃຫ້ລັດຖະບານຊາບ; ສຸມໃສ່ກວດກາ, ຕິດຕາມ ແລະ ຊຸກຍູ້ການສົ່ງອອກແຮ່ທາດ (ທັງທົດລອງ ແລະ ປົກກະຕິ). ໃນນັ້ນ, ສຸມໃສ່ກວດກາຄຸນນະພາບແຮ່ເຫລັກ ທີ່ສົ່ງອອກ ເພື່ອບໍ່ໃຫ້ມີຊ່ອງຫວ່າງສວຍໃຊ້; ສຸມໃສ່ຊຸກຍູ້ຕິດຕາມການສົ່ງອອກແຮ່ຫາຍາກ ໂດຍໃຫ້ແຕ່ງໜ່ວຍງານຮັບຜິດຊອບຄັກແນ່; ສຸມໃສ່ຊຸກຍູ້ບັນດາໂຄງການພະລັງງານ ຢູ່ເຂດພາກໃຕ້ ເປັນຕົ້ນ ພະລັງງານແສງຕາເວັນ, ພະລັງງານລົມ ພະລັງງານຄວາມຮ້ອນ ທີ່ຈະສົ່ງອອກໃຫ້ກໍາປູເຈຍ ທີ່ໄດ້ເຊັນສັນຍາຊື້-ຂາຍໄຟຟ້າຮ່ວມກັນແລ້ວ; ຄົ້ນຄວ້າມາດຕະການຕ່າງໆ ເພື່ອຄຸ້ມຄອງອັດຕາແລກປ່ຽນ ໃຫ້ໝັ້ນທ່ຽງ; ໃຫ້ຮີບຮ້ອນປັບປຸງ ຮ່າງຄຳສັ່ງຂອງທ່ານ ນາຍົກລັດຖະມົນຕີ ກ່ຽວກັບການຈັດຕັ້ງປະຕິບັດການຄຸ້ມຄອງເງິນຕາຕ່າງປະເທດ ທີ່ຜ່ານກອງປະຊຸມລັດຖະບານເທື່ອນີ້ ໃຫ້ສຳເລັດ ແລະ ເຊັນປະກາດໃຊ້ໄວ. ຄຽງຄູ່ກັນນັ້ນ ກໍໃຫ້ຄົ້ນຄ້ວາມາດຕະການຕົວຈິງ ໃນການບັງຄັບໃຊ້ຄຳສັ່ງດັ່ງກ່າວ ໃຫ້ມີປະສິດທິ ພາບ, ປະສິດທິຜົນ ແລະ ມີຜົນສຳເລັດສູງ; ສືບຕໍ່ສົມທົບກັບພາກສ່ວນກ່ຽວຂ້ອງ ຈັດສຳມະນາລະດົມຄວາມຄິດເຫັນຕໍ່ກັບມາດຕະການຕ່າງໆ ທີ່ປິ່ນອ້ອມໃຫ້ເປັນລະບົບຄົບຊຸດ; ສືບຕໍ່ຄຸ້ມຄອງລາຄາສິນຄ້າ ແລະ ຄ່າບໍລິການ ຢູ່ທັງຂັ້ນສູນກາງ ແລະ ທ້ອງຖິ່ນ ໂດຍມີມາດຕະການຕົວຈິງ ເພື່ອບໍ່ໃຫ້ມີການສວຍໂອກາດ ໂດຍສະເພາະແມ່ນກໍານົດໂຄງປະກອບລາຄາສິນຄ້າ (ຂາຍຍົກ-ຂາຍຍ່ອຍ) ແລະ ລາຍການສິນຄ້າທີ່ຕ້ອງໄດ້ຕິດຕາມການເໜັງຕີງ ຂອງລາຄາສິນຄ້າ ໃຫ້ຮູ້ໄດ້ເຖິງສາເຫດການຂຶ້ນ-ລົງ ເພື່ອມີມາດຕະການແກ້ໄຂໃຫ້ທັນກັບສະພາບການ ລວມທັງເອົາໃຈໃສ່ໃນການສະໜອງນໍ້າມັນເຊື້ອໄຟ; ສືບຕໍ່ໂຄງການຊຸກຍູ້ການຜະລິດເປັນສິນຄ້າທົດແທນການນໍາເຂົ້າ ແລະ ຊຸກຍູ້ການສົ່ງອອກ; ສືບຕໍ່ສຸມໃສ່ຈັດຕັ້ງປະຕິບັດຜົນ ກອງປະຊຸມທຸລະກິດລາວ ປະຈຳປີ 2023 ໃຫ້ເປັນຮູບປະທໍາ ເປັນຕົ້ນ ການແກ້ໄຂຫົວຂໍ້ທີ່ຍັງຄົງຄ້າງ ແລະ ຍັງບໍ່ທັນໄດ້ແກ້ໄຂ, ຄົ້ນຄ້ວາມາດຕະການນຳເຂົ້າສິນຄ້າ ທີ່ພວກເຮົາບໍ່ສົ່ງເສີມ ຫລື ທີ່ພວກເຮົາສາມາດຜະລິດໄດ້ແລ້ວ ໂດຍຄົ້ນຄ້ວາມາດຕະການທາງດ້ານເສດຖະກິດ ທີ່ບໍ່ຂັດກັບລະບຽບການຄ້າສາກົນ ທີ່ເຮົາເປັນພາຄີ.

ສືບຕໍ່ສຸມໃສ່ແກ້ໄຂສະພາບການຫວ່າງງານ ໂດຍເກັບກໍາຂໍ້ມູນຄວາມຕ້ອງການດ້ານແຮງງານ ຂອງແຕ່ລະສາຂາອາຊີບ ເພື່ອຈັດເຂົ້າສູ່ການຈ້າງງານໃຫ້ໄວ ພ້ອມທັງ ຍົກສູງການພັດທະນາສີມືແຮງງານ ຕິດພັນການດຸ່ນດ່ຽງແຮງງານ ເພື່ອສະໜອງຄວາມຕ້ອງການຂອງຕະຫລາດແຮງງານພາຍໃນ ແລະ ຕ່າງປະເທດ ແລະ ຊຸກຍູ້ໃຫ້ເຂົ້າສູ່ລະບົບປະກັນສັງຄົມໃຫ້ຫລາຍຂຶ້ນ; ສືບຕໍ່ສົມທົບກັບພາກສ່ວນກ່ຽວຂ້ອງ ແລະ ຜູ້ປະກອບການທ່ອງທ່ຽວ ເພື່ອຈັດສຳມະນາລະດົມຄວາມຄິດເຫັນ ກ່ຽວກັບວິທີທາງ ແລະ ກິດຈະກຳຕົວຈິງ ໃນປີທ່ອງທ່ຽວລາວ ປີ 2024, ພ້ອມທັງ ສືບຕໍ່ແກ້ໄຂບັນດາປະກົດການຫຍໍ້ທໍ້ ທີ່ຕິດພັນກັບທຸລະກິດການທ່ອງທ່ຽວ; ສືບຕໍ່ຕິດຕາມຫາງສຽງຂອງສັງຄົມ ຜ່ານສື່ມວນຊົນຕ່າງໆ ແລະ ຕອບໂຕ້ຂ່າວປອມທີ່ບິດເບືອນຄວາມຈິງ ລວມທັງຂ່າວທີ່ບໍ່ດີຕໍ່ການທ່ອງທ່ຽວລາວ ໃຫ້ທັນການ ແລະ ຊັດເຈນຂຶ້ນ; ຮີບຮ້ອນສົມທົບກັບພາກສ່ວນກ່ຽວຂ້ອງຄົ້ນຄວ້າມາດຕະການແກ້ໄຂບັນຫາຄູອາສາສະໝັກ ຢູ່ເຂດຊົນນະບົດລາອອກ ແລະ ບັນຫາການປະລະການຮຽນເພີ່ມຂຶ້ນ ເພື່ອລາຍງານຕໍ່ກອງປະຊຸມລັດຖະບານ ເປີດກວ້າງ ຄັ້ງທີ 1 ປີ 2023 ທີ່ຈະຈັດຂຶ້ນໃນທ້າຍເດືອນມິຖຸນາ ນີ້.

ສຳລັບການແກ້ໄຂບັນຫາໄຟໄໝ້ລາມປ່າຮີບຮ້ອນສົມທົບກັບອົງການປົກຄອງທ້ອງຖິ່ນ ເປັນເຈົ້າການຕິດຕາມ, ປະເມີນ ບັນຫາສະພາບໄຟໄໝ້ລາມປ່າ ແລະ ມີມາດຕະການແກ້ໄຂຢ່າງທັນການກວ່າເກົ່າ, ໃຫ້ຖອດຖອນບົດຮຽນບໍ່ໃຫ້ມີສະພາບດັ່ງກ່າວ ເກີດຂຶ້ນອີກ. ພ້ອມກັນນັ້ນ, ກໍໃຫ້ກວດຄືນສາເຫດຂອງໄຟໄໝ້ປ່າໃນແຕ່ລະບ່ອນຜ່ານມາ, ອັນໃດແມ່ນເກີດຈາກການບຸກລຸກປ່າທີ່ກົດໝາຍຫວງຫ້າມ ແມ່ນໃຫ້ມີມາດຕະການເດັດຂາດ ແລະ ເຂັ້ມງວດຕໍ່ຜູ້ທີ່ລະເມີດ; ໃຫ້ອົງການປົກຄອງນະຄອນຫລວງວຽງຈັນ ແລະ ບັນດາແຂວງ ເປັນເຈົ້າການແຈ້ງໃຫ້ບັນດາເມືອງ ແລະ ບ້ານຕ່າງໆ ໃຫ້ມີການເຝົ້າລະວັງ, ພ້ອມທັງເພີ່ມທະວີການປູກຈິດສຳນຶກຂອງປະຊາຊົນ ເຫັນຜົນຮ້າຍ ແລະ ເຜີຍແຜ່ບັນດານິຕິກຳຂອງລັດຖະບານ ໃຫ້ປະຊາ ຊົນຢຸດຕິການຈູດປ່າໃນໄລຍະນີ້້ຢ່າງເດັດຂາດ, ຖ້າເກີດມີເຫດການໄຟໄໝ້ປ່າຢູ່ບ້ານໃດ ກໍມອບໃຫ້ເປັນເຈົ້າການຄວບຄຸມບໍ່ໃຫ້ແຜ່ລາມໄປເຂດອື່ນ, ພ້ອມທັງ ໃຫ້ມີການສືບຮູ້ຜູ້ກະທຳຜິດ ເພື່ອເອົາມາລົງໂທດຕາມກົດໝາຍ ຢ່າງເຂັ້ມງວດ; ໃຫ້ສືບຕໍ່ຕິດຕາມສະພາບພົ້ນເດັ່ນ ທີ່ເກີດຂຶ້ນຢູ່ພາກພື້ນ ແລະ ສາກົນ ໃຫ້ທັນການ ໂດຍສະເພາະບັນຫາທີ່ຈະສົ່ງຜົນກະທົບຕໍ່ລາວເຮົາ ລວມທັງ ບັນຫາທີ່ ສປປ ລາວ ຕ້ອງໄດ້ໃຫ້ທັດສະນະ ຫລື ລົງມະຕິນັ້ນ ເພື່ອລາຍງານຂໍທິດຊີ້ນຳໃຫ້ທັນການ; ສືບຕໍ່ຈັດຕັ້ງຜັນຂະຫຍາຍຜົນກອງປະຊຸມ ສຸດຍອດຄະນະກໍາມາທິການແມ່ນ້ຳຂອງສາກົນ ຄັ້ງທີ IV, ຜົນການພົບປະລະຫວ່າງ ສອງນາຍົກລັດຖະມົນຕີ ລາວ-ຫວຽດນາມ; ກະກຽມການໄປເຄື່ອນໄຫວວຽກງານຕ່າງປະເທດຂອງການນຳຂັ້ນສູງຂອງພັກ, ຂອງລັດ ກໍຄື ການກະກຽມຕ້ອນຮັບການນຳ ແລະ ຄະນະຜູ້ແທນຂັ້ນສູງ ຈາກຕ່າງປະເທດ ທີ່ຈະມາຢ້ຽມຢາມລາວ.

ແຫຼ່ງຂ່າວ ຂປລ

ບົດຄວາມຫຼ້າສຸດ

ພໍ່ເດັກອາຍຸ 14 ທີ່ກໍ່ເຫດກາດຍິງໃນໂຮງຮຽນ ທີ່ລັດຈໍເຈຍຖືກເຈົ້າໜ້າທີ່ຈັບເນື່ອງຈາກຊື້ປືນໃຫ້ລູກ

ອີງຕາມສຳນັກຂ່າວ TNN ລາຍງານໃນວັນທີ 6 ກັນຍາ 2024, ເຈົ້າໜ້າທີ່ຕຳຫຼວດຈັບພໍ່ຂອງເດັກຊາຍອາຍຸ 14 ປີ ທີ່ກໍ່ເຫດການຍິງໃນໂຮງຮຽນທີ່ລັດຈໍເຈຍ ຫຼັງພົບວ່າປືນທີ່ໃຊ້ກໍ່ເຫດເປັນຂອງຂວັນວັນຄິດສະມາສທີ່ພໍ່ຊື້ໃຫ້ເມື່ອປີທີ່ແລ້ວ ແລະ ອີກໜຶ່ງສາເຫດອາດເປັນເພາະບັນຫາຄອບຄົບທີ່ເປັນຕົ້ນຕໍໃນການກໍ່ຄວາມຮຸນແຮງໃນຄັ້ງນີ້ິ. ເຈົ້າໜ້າທີ່ຕຳຫຼວດທ້ອງຖິ່ນໄດ້ຖະແຫຼງວ່າ: ໄດ້ຈັບຕົວ...

ປະທານປະເທດ ແລະ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ຕ້ອນຮັບວ່າທີ່ ປະທານາທິບໍດີ ສ ອິນໂດເນເຊຍ ຄົນໃໝ່

ໃນຕອນເຊົ້າວັນທີ 6 ກັນຍາ 2024, ທີ່ສະພາແຫ່ງຊາດ ແຫ່ງ ສປປ ລາວ, ທ່ານ ທອງລຸນ ສີສຸລິດ ປະທານປະເທດ ແຫ່ງ ສປປ...

ແຕ່ງຕັ້ງປະທານ ຮອງປະທານ ແລະ ກຳມະການ ຄະນະກຳມະການ ປກຊ-ປກສ ແຂວງບໍ່ແກ້ວ

ວັນທີ 5 ກັນຍາ 2024 ແຂວງບໍ່ແກ້ວ ໄດ້ຈັດພິທີປະກາດແຕ່ງຕັ້ງປະທານ ຮອງປະທານ ແລະ ກຳມະການ ຄະນະກຳມະການ ປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ແຂວງບໍ່ແກ້ວ ໂດຍການເຂົ້າຮ່ວມເປັນປະທານຂອງ ພົນເອກ...

ສະຫຼົດ! ເດັກຊາຍຊາວຈໍເຈຍກາດຍິງໃນໂຮງຮຽນ ເຮັດໃຫ້ມີຄົນເສຍຊີວິດ 4 ຄົນ ແລະ ບາດເຈັບ 9 ຄົນ

ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 5 ກັນຍາ 2024 ຜ່ານມາ, ເກີດເຫດການສະຫຼົດຂຶ້ນເມື່ອເດັກຊາຍອາຍຸ 14 ປີກາດຍິງທີ່ໂຮງຮຽນມັດທະຍົມປາຍ ອາປາລາຊີ ໃນເມືອງວິນເດີ ລັດຈໍເຈຍ ໃນວັນພຸດ ທີ 4...