Homeຂ່າວຕ່າງປະເທດເສັ້ນທາງລົດໄຟລາວ-ຈີນ ໄດ້ຮັບຄວາມນິຍົມໃນການສົ່ງອອກສິນຄ້າ

ເສັ້ນທາງລົດໄຟລາວ-ຈີນ ໄດ້ຮັບຄວາມນິຍົມໃນການສົ່ງອອກສິນຄ້າ

Published on

ເສັ້ນທາງລົດໄຟລາວ-ຈີນ ໄດ້ຮັບຄວາມນິຍົມຫຼາຍຂຶ້ນ ໃນການສົ່ງອອກສິນຄ້າ ໂດຍສະເພາະການຂົນສົ່ງຖົ່ວລຽນຈາກ ໄທໄປຈີນ ໃນປີ 2022 ຈີນເປັນຕະຫຼາດນຳເຂົ້າຖົ່ວລຽນຈາກໄທຫຼາຍທີ່ສຸດ ໂດຍຈີນໄດ້ນຳເຂົ້າໝາກຖົ່ວລຽນ 780.000 ໂຕນ ເຊິ່ງໄດ້ກວມ 95% ຂອງຍອດຈຳນວນນຳເຂົ້າໝາກຖົ່ວລຽນຂອງຈີນ ແລະ ມີມູນຄ່າເຖິງ 4 ຕື້ໂດລາ. ໃນໄລຍະດຽວກັນ ຍອດມູນຄ່ານຳເຂົ້າໝາກໄມ້ຂອງຈີນເປັນພຽງ 14,6 ຕື້ໂດລາເທົ່ານັ້ນ, ໝາກຖົ່ວລຽນໄດ້ກວມເຖິງ 27,3%, ເປັນໝາກໄມ້ທີ່ນຳເຂົ້າຫຼາຍທີ່ສຸດໃນຕະຫຼາດຈີນ.

ແທ້ຈິງແລ້ວ ລາຄາໝາກຖົ່ວລຽນ “ແພງ” ບໍ່ແມ່ນຍ້ອນວ່າມີຜົນຜະລິດໜ້ອຍ, ຫາກແມ່ນຍ້ອນວ່າ ການຄົມມະນາຄົມບໍ່ສະດວກ ຈຶ່ງເຮັດໃຫ້ນັບແຕ່ໄດ້ເປີດນຳໃຊ້ທາງລົດໄຟຈີນ-ລາວແລ້ວ, ການຂົນສົ່ງໝາກຖົ່ວລຽນເຂົ້າຕະຫຼາດຈີນໃຊ້ເວລາໜ້ອຍລົງຫຼາຍ, ແຕ່ກ່ອນຂົນສົ່ງທາງທະເລຈະຕ້ອງການເວລາປະມານ 7 ມື້ ແລະ ຂົນສົ່ງທາງບົກປະມານ 5 ມື້, ດຽວນີ້ຂົນສົ່ງຜ່ານທາງລົດໄຟໄປເຖິງ ນະຄອນຄຸນມິງຂອງປະເທດຈີນ ໃຊ້ເວລາພຽງແຕ່ 3 ວັນເທົ່ານັ້ນ. ຕາມຂ່າວແຈ້ງວ່າ, “ຂະບວນລົດໄຟໝາກຖົ່ວລຽນ” ຈາກສະຖານີມາບຕາພຸດຂອງປະເທດໄທ ຫາ ນະຄອນກວາງໂຈ່ວຂອງຈີນ ໄດ້ໃຊ້ເວລາສັ້ນທີ່ສຸດໃນການຂົນສົ່ງໝາກໄມ້ຈາກປະເທດໄທຫາປະເທດຈີນ, ອັດຕາເສຍຫາຍໃນການຂົນສົ່ງກໍໄດ້ຫຼຸດລົງ ປະສິດທິພາບໃນການຂົນສົ່ງໄດ້ເພີ່ມຂຶ້ນຢ່າງຫຼວງຫຼາຍ ແລະ ຕົ້ນທຶນການຂົນສົ່ງກໍໄດ້ຫຼຸດລົງ 30% ຫາ 50%.

ທັ້ງນີ້ ປະເທດລາວເຮົາ ກໍມີການປູກຖົ່ວລຽນເພື່ອສົ່ງອອກທັງພາຍໃນ ແລະ ຕ່າງປະເທດ ໂດຍສະເພາະແມ່ນສົ່ງອອກໄປຫາປະເທດຈີນ ແຕ່ຍັງບໍ່ສາມາດຕອບສະໜອງຄວາມຕ້ອງການຂອງຕະຫຼາດທັງພາຍໃນ ແລະ ຕ່າງປະເທດໄດ້ເທື່ອ.

ທີ່ມາ ວິເຄາະສະຖານະການ, xinhua

ບົດຄວາມຫຼ້າສຸດ

ກອງປະຊຸມພົບປະ ແລະ ເຮັດວຽກລະຫວ່າງ ກະຊວງໂຍທາທິການ ແລະ ຂົນສົ່ງ ແລະ ອົງການປົກຄອງແຂວງຜົ້ງສາລີ

ໃນວັນທີ 28 ຕຸລາ 2026 ທີ່ຫ້ອງວ່າການປົກຄອງແຂວງຜົ້ງສາລີທ່ານເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງ ໂຍທາທິການ ແລະຂົນສົ່ງ ພ້ອມຄະນະ ເຂົ້າຮ່ວມປະຊຸມປຶກສາຫາລືວຽກງານນຳການນຳແຂວງຜົ້ງສາລີ ໂດຍການຕ້ອບຮັບຂອງພົນຕີ ສົມພອນ ມິດຕະພອນເລຂາພັກແຂວງປະທານສະພາປະຊາຊົນແຂວງຜົ້ງສາລີ,...

ກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ 2026 ສະຫຼຸບສະພາບພົ້ນເດັ່ນ ແລະ ວຽກງານຈຸດສຸມຮີບດ່ວນ

ໃນຕອນແລງຂອງວັນທີ 23 ຕຸລາ 2026 ທ່ານ ປອ. ຄໍາຜາ ພິມມະສອນ, ຮອງລັດຖະມົນຕີ, ຮອງຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ໄດ້ຖະແຫຼງຂ່າວ ຕໍ່ສື່ມວນຊົນ ກ່ຽວກັບຜົນກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ...

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...