spot_img
Homeຂ່າວພາຍ​ໃນເຈົ້າໜ້າທີ່ໃສ່ມາດຕະການຕໍ່ຜູ້ໃຫ້ບໍລິການແລກປ່ຽນເງິນຕາຜິດກົດໝາຍ

ເຈົ້າໜ້າທີ່ໃສ່ມາດຕະການຕໍ່ຜູ້ໃຫ້ບໍລິການແລກປ່ຽນເງິນຕາຜິດກົດໝາຍ

Published on

ກົມນະໂຍບາຍເງິນຕາ ທະນາຄານແຫ່ງ ສປປ ລາວ (ທຫລ) ໃຫ້ຮູ້ວ່າ: ພາຍຫຼັງ ທຫລ ອອກແຈ້ງການຢຸດການອະນຸຍາດດຳເນີນທຸລະກິດແລກປ່ຽນເງິນຕາ ຂອງຮ້ານແລກປ່ຽນເງິນຕາຕົວແທນຂອງທະນາຄານທຸລະກິດ ຈຳນວນ 113 ຮ້ານ, ໃນເດືອນເມສາ 2023 ທະນາຄານແຫ່ງ ສປປ ລາວ ໄດ້ປະສານສົມທົບກັບເຈົ້າໜ້າທີ່ຕຳຫຼວດເສດຖະກິດ ລົງຕິດຕາມກວດກາ ການເຄື່ອນໄຫວແລກປ່ຽນເງິນຕາຜິດກົດໝາຍ ໂດຍສາມາດລົງກວດກາຄືນຈຳນວນ 67 ເປົ້າໝາຍແບບກັບທີ່ ຢູ່ນະຄອນ ຫຼວງວຽງຈັນ 30 ເປົ້າໝາຍ ແລະ ຢູ່ທ້ອງຖິ່ນ 37 ເປົ້າໝາຍ.

อาจเป็นรูปภาพของ 2 คน, เงิน และ ข้อความ

ຜ່ານການລົງກວດກາ ສ່ວນໃຫຍ່ແມ່ນໄດ້ຢຸດຕິການເຄື່ອນໄຫວແລກປ່ຽນເງິນຕາ ແຕ່ຍັງມີຈໍານວນໜຶ່ງທີ່ຍັງເຄື່ອນໄຫວແລກປ່ຽນເງິນຕາແບບຜິດກົດໝາຍ ເປັນຕົ້ນ ມີການເປີດໃຫ້ບໍລິການແລກປ່ຽນເງິນຕາແບບເປີດແປນ ແລະ ບໍ່ມີໜ້າຮ້ານ, ມີການປະກາດໂຄສະນາອັດຕາແລກປ່ຽນ ທັງເປັນບ່ອນຕິດຕໍ່ຊື້-ຂາຍເງິນຕາຢ່າງເປີດແປນຜ່ານສື່ຕ່າງໆ ໂດຍບໍ່ຢ້ານກົວຕໍ່ກົດໝາຍ ເປັນຕົ້ນ Facebook, Whatsapp ແລະ ອື່ນໆ. ຕໍ່ປະກົດການດັ່ງກ່າວ, ຈຶ່ງໄດ້ສຶກສາອົບຮົມພວກກ່ຽວໃຫ້ຮັບຮູ້, ເຂົ້າໃຈຕໍ່ກັບລະບຽບກົດໝາຍ ແລະ ເຮັດບົດບັນທຶກກ່າວເຕືອນໃຫ້ຜູ້ລະເມີດ ຢຸດດຳເນີນທຸລະກິດແລກປ່ຽນເງິນຕາໂດຍທັນທີ, ກໍລະນີ ຫາກພົບເຫັນ ຍັງສືບຕໍ່ເຄື່ອນໄຫວທຸລະກິດແລກປ່ຽນເງິນຕາ ຈະຖືກດຳເນີນມາດຕະການຕ່າງໆທີ່ໜັກກວ່າເກົ່າ ຕາມທີ່ກຳນົດໄວ້ໃນລະບຽບກົດໝາຍກ່ຽວຂ້ອງ.

อาจเป็นรูปภาพของ 2 คน และ ผู้คนกำลังอ่านหนังสือ

ໃນປັດຈຸບັນ ອີງຕາມກົດໝາຍຂອງ ສປປ ລາວ ແມ່ນກຳນົດໃຫ້ທະນາຄານທຸລະກິດ ທີ່ຕັ້ງຢູ່ ສປປ ລາວ ເທົ່ານັ້ນ ທີ່ສາມາດໃຫ້ບໍລິການແລກປ່ຽນເງິນຕາ ຊຶ່ງຕ້ອງປະຕິບັດອັດຕາແລກປ່ຽນຕາມລະບຽບການຂອງທະນາຄານແຫ່ງ ສປປ ລາວ, ການໃຫ້ບໍລິການແລກປ່ຽນເງິນຕາ ໂດຍບໍ່ໄດ້ຮັບອະນຸຍາດ ແລະ ໃຊ້ບໍລິການແລກປ່ຽນເງິນຕາກັບບຸກຄົນອື່ນທີ່ບໍ່ແມ່ນທະນາຄານ ເປັນການລະເມີດຂໍ້ຫ້າມ ມາດຕາ 43 ຂອງກົດໝາຍວ່າດ້ວຍການຄຸ້ມຄອງເງິນຕາຕ່າງປະເທດ(ສະບັບປັບປຸງ) ເລກທີ 15/ສພຊ, ລົງວັນທີ 7 ກໍລະກົດ 2022, ຊຶ່ງຈະຖືກດຳເນີນມາດຕະການສຶກສາອົບຮົມ ແລະ ມາດຕະການປັບໃໝ ຕາມມາດຕາ 54 ແລະ ມາດຕາ 55 ຂອງກົດໝາຍສະບັບດັ່ງກ່າວ ຄື: ປັບໃໝ 10 ສ່ວນຮ້ອຍ ຂອງມູນຄ່າທີ່ລະເມີດ.

อาจเป็นรูปภาพของ 4 คน และ โรงพยาบาล

ຍິ່ງໄປກວ່າກນັ້ນ ບຸກຄົນ ຫຼື ນິຕິບຸກຄົນ ທີ່ປັນປ່ວນອັັດຕາແລກປ່ຽນ ດ້ວຍການສ້າງຂ່າວປອມ, ບິດເບືອນ ຂໍ້ມູນຂ່າວສານ ກ່ຽວກັບບັນດາປັດໄຈທີ່ຈະກະທົບຕໍ່ອັດຕາແລກປ່ຽນ, ກຳນົດອັດຕາແລກປ່ຽນ, ຊື້-ຂາຍ ເງິນຕາໂດຍບໍ່ສອດຄ່ອງກັບລະບຽບການຂອງທະນາຄານແຫ່ງ ສປປ ລາວ, ບໍ່ສອດຄ່ອງກັບສະພາບຄວາມເປັນຈິງ ແລະ ສ້າງຄວາມເສຍຫາຍແກ່ລະບົບເສດຖະກິດ, ການເງິນ ແລະ ເງິນຕາ ຂອງ ສປປ ລາວ ຈະຖືກລົງໂທດຕັດອິດສະລະພາບ ແຕ່ 1 ປີ ຫາ 5 ປີ ແລະ ປັບໃໝ ແຕ່ 50 ລ້ານກີບ ຫາ 100 ລ້ານກີບ; ການໃຫ້ ຫຼື ໃຊ້ບໍລິການແລກປ່ຽນເງິນຕາ ທີ່ຜິດກົດໝາຍ ໄດ້ກໍ່ໃຫ້ເກີດປາກົດການຫຍໍ້ທໍ້ໃນສັງຄົມ ເປັນຕົ້ນ ການກໍານົດອັດຕາແລກປ່ຽນທີ່ບໍ່ສອດຄ່ອງກັບສະພາບຄວາມເປັນຈິງຂອງເສດຖະກິດ, ເປັນການປັ່ນປ່ວນອັດຕາແລກປ່ຽນອັນເຮັດໃຫ້ເກີດຜົນເສຍຫາຍທາງດ້ານເສດຖະກິດ, ເກີດມີການສໍ້ໂກງ, ການຕົວະຍົວະຫຼອກລວງໃນສັງຄົມ ເຮັດໃຫ້ສັງຄົມບໍ່ມີຄວາມສະຫງົບ.

ກົມນະໂຍບາຍເງິນຕາ ຍັງໃຫ້ຮູ້ອີກວ່າ: ເພື່ອບໍ່ເປັນການສະໜັບສະໜູນ ການເຄື່ອນໄຫວທຸລະກິດຜິດກົດໝາຍ ເພື່ອຄວາມປອດໄພບໍ່ໃຫ້ຕົກເປັນເຫຍື່ອ ຂອງກຸ່ມຄົນບໍ່ດີຕົວະຕົ້ມ ຈຶ່ງຮຽກຮ້ອງເຖິງບັນດາພໍ່ແມ່ປະຊາຊົນ ທົ່ວສັງຄົມ ກໍລະນີຫາກມີຄວາມຕ້ອງການແລກປ່ຽນເງິນຕາ ທ່ານຈະຕ້ອງເຂົ້າໃຊ້ບໍລິການແລກປ່ຽນເງິນຕາ ກັບທະນາຄານທຸລະກິດເທົ່ານັ້ນ, ຫາກທ່ານພົບເຫັນຂໍ້ມູນການໃຫ້ບໍລິການແລກປ່ຽນເງິນຕາ ທີ່ບໍ່ແມ່ນການບໍລິການຂອງທະນາຄານ ທ່ານສາມາດແຈ້ງ ຫຼື ສະໜອງຂໍ້ມູນດັ່ງກ່າວໃຫ້ກັບເຈົ້າໜ້າທີ່ຕຳຫຼວດ (ເບີໂທ: 020 312401) ຫຼື ທະນາຄານແຫ່ງ ສປປ ລາວ (ເບີໂທ 021 264 590) ເພື່ອເປັນຂໍ້ມູນດໍາເນີນການຕິດຕາມກວດກາ ແລະ ດໍາເນີນມາດຕະການຕໍ່ພາກສ່ວນດັ່ງກ່າວຕາມກົດໝາຍ, ການຮ່ວມມືຂອງພໍ່ແມ່ປະຊາຊົນ ເປັນການປະກອບສ່ວນສ້າງສັງຄົມໃຫ້ມີຄວາມເປັນລະບຽບຮຽບຮ້ອຍ ມີຄວາມສະຫງົບປອດໄພ ແລະ ການຮັກສາສະຖຽນລະພາບເງິນຕາແຫ່ງຊາດໃຫ້ມີຄວາມໝັ້ນຄົງ ແລະ ເຂັ້ມແຂງຍິ່ງຂຶ້ນ.

ທີ່ມາ ກົມນະໂຍບາຍເງິນຕາ

ບົດຄວາມຫຼ້າສຸດ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ໄດ້ຄາດ່ານໜອງຄາຍ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ຄາດ່ານໜອງຄາຍ (ດ່ານຂົວມິດຕະພາບແຫ່ງທີ 1) ໃນວັນທີ 3 ພະຈິກ...

ຂໍສະແດງຄວາມຍິນດີນຳ ນາຍົກເນເທີແລນຄົນໃໝ່ ແລະ ເປັນນາຍົກທີ່ເປັນ LGBTQ+ ຄົນທຳອິດ

ວັນທີ 03/11/2025, ຂໍສະແດງຄວາມຍິນດີນຳ ຣອບ ເຈດເທນ (Rob Jetten) ນາຍົກລັດຖະມົນຕີຄົນໃໝ່ຂອງປະເທດເນເທີແລນ ດ້ວຍອາຍຸ 38 ປີ, ແລະ ຍັງເປັນຄັ້ງປະຫວັດສາດຂອງເນເທີແລນ ທີ່ມີນາຍົກລັດຖະມົນຕີອາຍຸນ້ອຍທີ່ສຸດ...

ຫຸ່ນຍົນທຳລາຍເຊື້ອມະເຮັງ ຄວາມຫວັງໃໝ່ຂອງວົງການແພດ ຄາດວ່າຈະໄດ້ນໍາໃຊ້ໃນປີ 2030

ເມື່ອບໍ່ດົນມານີ້, ຜູ້ຊ່ຽວຊານຈາກ Karolinska Institutet ປະເທດສະວີເດັນ, ໄດ້ພັດທະນາຮຸ່ນຍົນທີ່ມີຊື່ວ່າ ນາໂນບອດທີ່ສ້າງຂຶ້ນຈາກດີເອັນເອ ສາມາດເຄື່ອນທີ່ເຂົ້າຜ່ານກະແສເລືອດ ແລະ ປ່ອຍຢາ ເພື່ອກຳຈັດເຊື້ອມະເຮັງທີ່ຢູ່ໃນຮ່າງກາຍ ເຊັ່ນ: ມະເຮັງເຕົ້ານົມ ແລະ...

ຝູງລີງຕິດເຊື້ອຫຼຸດ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລີງຈຳນວນໜຶ່ງຫຼຸດອອກ ຢູ່ລັດມິສຊິສຊິບປີ ສະຫະລັດອາເມລິກາ

ລັດມິສຊິສຊິບປີ ລະທຶກ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລິງຈຳນວນໜຶ່ງຫຼຸດອອກໄປໄດ້. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 28 ຕຸລາ 2025, ລົດບັນທຸກຂົນຝູງລີງທົດລອງທີ່ອາດຕິດເຊື້ອໄວຣັສ ໄດ້ເກີດອຸບັດຕິເຫດປິ້ນລົງຂ້າງທາງ ຢູ່ເສັ້ນທາງຫຼວງລະຫວ່າງລັດໝາຍເລກ 59 ໃນເຂດແຈສເປີ ລັດມິສຊິສຊິບປີ...