spot_img
Homeຂ່າວພາຍ​ໃນເຮັດວຽກຢູ່ຕ່າງປະເທດແບບຜິດກົດໝາຍ ສ່ຽງຕົກເປັນເຫຍື່ອຂອງການຄ້າມະນຸດ

ເຮັດວຽກຢູ່ຕ່າງປະເທດແບບຜິດກົດໝາຍ ສ່ຽງຕົກເປັນເຫຍື່ອຂອງການຄ້າມະນຸດ

Published on

“ຢ່າໄປເຮັດວຽກຢູ່ຕ່າງປະເທດແບບຜິດກົດໝາຍເດັດຂາດ ຈົ່ງຊອກຫາວຽກເຮັດງານທຳຢູ່ພາຍໃນປະເທດ”

ຂ່າວສານແຮງງານ ແລະ ສະຫວັດດີການສັງຄົມ-ຮສສ ໄດ້ອອກມາລາຍງານໃນວັນທີ 24 ເມສາ 2023 ວ່າ: ຖ້າຜູ້ອອກແຮງງານເຮັດວຽກຢູ່ຕ່າງປະເທດແບບຜິດກົດໝາຍ ກໍ່ອາດຈະມີຄວາມສ່ຽງຄືດັ່ງນີ້: ຖືກນາຍຈ້າງກົດຂີ່ຂູດຮີດແຮງງານ; ໄດ້ຮັບຄ່າຈ້າງບໍ່ເຕັມສ່ວນ; ເສຍຄ່າໃຊ້ຈ່າຍສູງ; ມີຄວາມສ່ຽງຕົກເປັນເຫຍື່ອຂອງການຄ້າມະນຸດ; ບໍ່ສາມາດຮັບປະກັນສິດ ແລະ ຜົນປະໂຫຍດ ໂດຍສະເພາະໃນກໍລະນີວິກິດການຄືກັບສະພາບການແຜ່ລະບາດຂອງພະຍາດໂຄວິດ 19 ຜູ້ອອກແຮງງານຜິດກົດໝາຍບໍ່ໄດ້ຮັບການປິ່ນປົວ, ບໍ່ໄດ້ຮັບວັກຊິນ ແລະ ການບໍລິການອື່ນໆ;ບໍ່ໄດ້ຮັບອຸດໜູນ ແລະ ສະຫວັດດີການຕ່າງໆຕາມລະບົບປະກັນສັງຄົມ; ຮັບຜິດຊອບຕໍ່ໜ້າກົດໝາຍ ແລະ ມີຄວາມຫຍຸ້ງຍາກໃນການຊອກຫາການຊ່ວຍເຫຼືອ ໃນເວລາພົບພໍ້ກັບບັນຫາຕ່າງໆ.

ພ້ອມນີ້, ຂະແໜງແຮງງານ ແລະ ສະຫວັດດີການສັງຄົມ ແມ່ນໄດ້ເພີ່ມທະວີການປະສານງານກັບພາກສ່ວນຕ່າງໆ ໂຄສະນາປະຊາສໍາພັນ ນໍ້າໃຈຮັກຊາດ ຮັກບ້ານເກີດເມືອງນອນ, ມີຄວາມຕື່ນຕົວສະໝັກໃຈຢາກມີອາຊີບ, ຢາກຝຶກສີມືແຮງງານ ແລະ ຢາກເຮັດວຽກພາຍໃນປະເທດ ເພື່ອປະກອບສ່ວນເຂົ້າໃນການພັດທະນາເສດຖະກິດ-ສັງຄົມ. ພ້ອມທັງ ໂຄສະນາປະຊາສຳພັນກ່ຽວກັບການໄປເຮັດວຽກຢູ່ຕ່າງປະເທດແບບຖືກຕ້ອງຕາມກົດໝາຍ ຕາມຂັ້ນຕອນທີ່ກຳນົດໄວ້ ຜ່ານທາງຄລິບສຽງ, ວິດິໂອສັ້ນ, ປື້ມຄູ່ມືແນະນຳ, ແຜ່ນພັບກ່ຽວກັບ, ເຟສບຸກ ແລະ ເວບໄຊຕ່າງໆໃນຫລາຍຊ່ອງທາງນຳອີກ.

ສຳລັບຜູ້ອອກແຮງງານທີ່ຕ້ອງການໄປເຮັດວຽກຢູ່ຕ່າງປະເທດ ແມ່ນໃຫ້ໄປຕາມການຈັດສົ່ງຂອງບໍລິສັດຈັດຫາງານ ພາຍໃຕ້ການອະນຸຍາດ ແລະ ຄຸ້ມຄອງຂອງກະຊວງແຮງງານ ແລະ ສະຫວັດດີການສັງຄົມ ເົ່ານັ້ນ ເພື່ອຊ່ວຍໃຫ້ຜູ້ອອກແຮງງານ ໄດ້ຮັບການປົກປ້ອງສິດ ແລະ ຜົນປະໂຫຍດຕາມກົດໝາຍ ແລະ ລະບຽບການຂອງປະເທດສົ່ງ ແລະ ປະເທດຮັບ.

ແຮງງານລາວມີຄວາມສົນໃຈຢາກເຮັດວຽກຢູ່ພາຍໃນປະເທດ ແມ່ນໃຫ້ພົວພັນກັບ ພະແນກແຮງງານ ແລະສະຫວັດດີການສັງຄົມ ແຂວງ ແລະ ນະຄອນຫຼວງ ໄດ້ຈັດຕັ້ງການຂຶ້ນທະບຽນແຮງງານ ດ້ວຍລະບົບອອນລາຍ, ອັອຟລາຍ ແລະ ຂຶ້ນທະບຽນຊຶ່ງໜ້າໃນ 3 ເປົ້າໝາຍຄື: ຜູ້ຊອກຫາວຽກເຮັດງານທຳພາຍໃນ ແລະ ໄປຕ່າງປະເທດ, ຜູ້ຕ້ອງການຝຶກສີມືແຮງງານ ແລະ ຄວາມຕ້ອງການແຮງງານພາຍໃນປະເທດ (ຕຳແໜ່ງງານວ່າງ). ຊຶ່ງຜູ້ຊອກຫາວຽກເຮັດງານທຳ ແລະ ຫົວໜ່ວຍແຮງງານສາມາດພົວພັນກັບຈຸດບໍລິການຈັດຫາງານທີ່ທ່ານຢູ່ໃກ້ ຫຼື ເຂົ້າໃຊ້ບໍລິການຜ່ານຕາມເວບໄຊຂໍ້ມູນຂ່າວສານຕະຫຼາດແຮງງານ (www.lmis.gov.la).

ການມີວຽກເຮັດງານທຳຢູ່ພາຍໃນປະເທດ ຈະເຮັດໃຫ້ມີເວລາຢູ່ກັບຄອບຄົວ, ມີຄວາມອົບອຸ່ນ, ບໍ່ໄດ້ເສຍຄ່າໃຊ້ຈ່າຍສູງໃນການດຳເນີນເອກະສານເພື່ອເຂົ້າເຖິງການມີວຽກເຮັດງານທຳ, ມີຄວາມສ່ຽງໜ້ອຍຕໍ່ການຕົກເປັນເຫຍື່ອຂອງການຄ້າມະນຸດ ແລະ ການກົດຂີ່ຂູດຮີດແຮງງານ ເພາະບໍ່ໄດ້ຕິດພັນກັບການເດີນທາງຂ້າມປະເທດ ມີຄວາມສະດວກໃນການເຂົ້າເຖິງການບໍລິການທາງດ້ານສັງຄົມ ແລະ ແຫຼ່ງທຶນຕ່າງໆ ເຊັ່ນ: ການແກ້ໄຂຂໍ້ຂັດແຍ່ງແຮງງານ, ມີລະບົບປະກັນສັງຄົມຮອງຮັບ, ການເຂົ້າເຖິງແຫຼ່ງກອງທຶນຕ່າງໆ ເພື່ອປະກອບອາຊີບອິດສະຫຼະ, ບໍ່ມີຄວາມຫຍຸ້ງຍາກທາງດ້ານພາສາ ຫຼື ການປັບຕົວເຂົ້າກັບສັງຄົມ ເຊິ່ງເປັນສິ່ງທີ່ຜູ້ອອກແຮງງານລາວ ປະເຊີນໃນເວລາໄປເຮັດວຽກຢູ່ຕ່າງປະເທດ.

ພາຍຫຼັງການຜ່ອນ ຄາຍຂອງພະຍາດໂຄວິດ 19 ກະຊວງແຮງງານ ແລະ ສະຫວັດດີການສັງຄົມ ຮ່ວມກັບກະຊວງແຮງງານໄທ ໄດ້ເລີ່ມຈັດສົ່ງແຮງງານລາວໄປເຮັດວຽກຢູ່ຣາຊະອານາຈັກໄທ ຕາມລະບົບ MOU ນັບແຕ່ເດືອນມີນາ ເຖິງເດືອນທັນວາ 2022 ໄດ້ທັງໝົດຈຳນວນ 53,711 ຄົນ ແລະ ແຮງງານລາວທີ່ເຮັດວຽກແບບຜິດກົດໝາຍຢູ່ຣາຊະອານາຈັກໄທ ຮອດວັນທີ 5 ກໍລະກົດ 2022 ຂອງທາງການໄທ ມີສູງເຖິງ 152.424 ຄົນ ແລະ ຍັງມີແຮງງານລາວອີກຈຳນວນຫຼາຍ ທີ່ເຮັດວຽກຢູ່ຣາຊະອານາຈັກໄທແບບຜິດກົດໝາຍ ຍັງບໍ່ທັນໄປຂຶ້ນທະບຽນນຳທາງການໄທ.

 

ບົດຄວາມຫຼ້າສຸດ

ໄລຍະ 3 ເດືອນ ຄະນະກຳມະການສົ່ງເສີມ ແລະ ຄຸ້ມຄອງການລົງທຶນ ສາມາດດຶງດູດການລົງທຶນໄດ້ 1 ຕື້ກວ່າໂດລາ

ທ່ານ ສະເຫຼີມໄຊ ກົມມະສິດ, ຮອງນາຍົກລັດຖະມົນຕີ, ປະທານຄະນະກຳມະການສົ່ງເສີມ ແລະ ຄຸ້ມຄອງການລົງທຶນ ໄດ້ລົງຊີ້ນຳວຽກງານ ຫ້ອງການ ຄະນະກຳມະການສົ່ງເສີມ ແລະ ຄຸ້ມຄອງການລົງທຶນ. ໃນຕອນເຊົ້າຂອງ ວັນທີ 13...

ເສຍຊີວິດຢ່າງນ້ອຍ 4 ຄົນ ເກີດເຫດກວດຍິງຢູ່ບາແຫ່ງໜຶ່ງ ໃນລັດເຊົາແຄໂລໄລນາ ສະຫະລັດອາເມລິກາ

ເກີດເຫດກວດຍິງຢູ່ບາແຫ່ງໜຶ່ງ ໃນລັດເຊົາແຄໂລໄລນາ ສະຫະລັດອາເມລິກາ ສຳນັກຂ່າວຕ່າງປະເທດລາຍງານໃນຊ່ວງຕອນເຊົ້າຂອງວັນອາທິດ 12 ຕຸລາ 2025 ເກີດເຫດເຫດການກວດຍິງ ພາຍໃນ ບາແຫ່ງໜຶ່ງ ເຊິ່ງເປັນບາທີ່ໄດ້ຮັບຄວາມນິຍົມຢູ່ໃນລັດເຊົາແຄໂລໄລນາ ສະຫະລັດອາເມລິກາ ເຊິ່ງເຫດການດັ່ງກ່າວເຮັດໃຫ້ມີຄົນເສຍຊີວິດຢ່າງນ້ອຍ 4 ຄົນ...

ເລີ່ມ! ວັນທີ 1 ພະຈິກ 2025 ທ່ານ ໂດນັລ ທຣຳ ປະທານນາທິບໍດີ ສະຫະລັດອາເມລິກາ ຈະຮຽກເກັບພາສີນຳເຂົ້າສິນຄ້າຈາກຈີນ ເພີ່ມອີກ 100%

ລາຍງານຈາກສຳນັກຂ່າວຕ່າງປະເທດ ໃນວັນທີ 10/10/2025 ທີ່ຜ່ານມາ ທ່ານ ໂດນັລ ທຣຳ ປະທານນາທິບໍດີ ສະຫະລັດອາເມລິກາ ໄດ້ອອກຄໍາສັ່ງ ຈະຮຽກເກັບພາສີນຳເຂົ້າສິນຄ້າຈາກຈີນ ເພີ່ມອີກ 100% ຈາກທີ່ປັດຈຸບັນສະຫະລັດເກັບພາສີສິນຄ້າຈີນຢູ່ທີ່...

ອຸທາຫອນ! ແມ່ຕູ້ຊາວຈີນມີຄວາມເຊື່ອແປກ ຕັດສິນໃຈກິນກົບສົດໆລົງທ້ອງ ຫວັງໃຫ້ເຊົາເຈັບຫຼັງ ແຕ່ສຸດທ້າຍອາການໜັກ

ເມື່ອປວດຫຼັງຫຼາຍຄົນອາດຈະເລືອກກິນຢາ ຫຼື ໄປຫາແພດ ແມ່ນບໍ່, ແຕ່ມີລາຍງານຂ່າວຈາກເມືອງຫາງໂຈ ປະເທດຈີນ, ເມືອບໍ່ດົນມານີ້ ວ່າ ມີແມ່ຕູ້ຄົນໜຶ່ງ ມີອາການເຈັບຫຼັງ ແລະເລືອກວິທີຮັກສາຕາມຄວາມເຊື່ອຂອງຕົນ ໂດຍການກືນກິນກົບສົດລົງທ້ອງ ຈົນເຮັດໃຫ້ເຊື້ອພະຍາດເຂົ້າສູ່ຮ່າງກາຍ. ເຊິ່ງກ່ອນເກີດເຫດແມ່ຕູ້ໄດ້ຂໍໃຫ້ພີ່ນ້ອງໄປຈັບກົບຂະໜາດນ້ອຍມາໃຫ້ ໂດຍບໍ່ໄດ້ບອກວ່າຈະເອົາໄປເຮັດຫຍັງ,...