spot_img
Homeຂ່າວພາຍ​ໃນ3 ເດືອນຕົ້ນປີນີ້ GDP ແຂວງອັດຕະປື ຂະຫຍາຍຕົວຢູ່ໃນລະດັບ 2,8%

3 ເດືອນຕົ້ນປີນີ້ GDP ແຂວງອັດຕະປື ຂະຫຍາຍຕົວຢູ່ໃນລະດັບ 2,8%

Published on

ອີງຕາມການລາຍງານເມື່ອວັນທີ 24 ເມສາ 2023 ຂອງສະຫາຍ ທະນູໄຊ ບັນຊາລິດ ຄະນະປະຈໍາພັກແຂວງ ຮອງເຈົ້າແຂວງອັດຕະປື ຕໍ່ກອງປະຊຸມຄົບຄະນະບໍລິຫານງານພັກແຂວງ ຄັ້ງທີ 8 ສະໄໝທີ XI ໃຫ້ຮູ້ວ່າ: ໃນໄລຍະ 3 ເດືອນຕົ້ນປີນີ້ ແຂວງອັດຕະປື GDP ຂະຫຍາຍຕົວຢູ່ໃນລະດັບ 2,8%, ຄິດເປັນມູນຄ່າ 2.654 ຕື້ກີບ, ເທົ່າກັບ 62% ຂອງແຜນການ, ສ່ວນຂະແໜງຕົ້ນຕໍທີ່ຊຸກຍູ້ໃຫ້ເສດຖະກິດຂະຫຍາຍຕົວ ໄດ້ແກ່: ຂະແໜງກະສິກຳ, ຂະແໜງອຸດສາຫະກຳປຸງແຕ່ງ, ຂະແໜງພະລັງງານໄຟຟ້າ ແລະ ບໍ່ແຮ່, ຂະແໜງການຄ້າ ຂາຍຍົກ-ຂາຍຍ່ອຍ ແລະຂະແໜງການທ່ອງທ່ຽວ.

ໃນນີ້ ຂະແໜງກະສິກຳ ໄດ້ສຸມໃສ່ການຜະລິດເພື່ອຄໍ້າປະກັນສະບຽງອາຫານ ແລະ ຜະລິດເປັນສິນຄ້າ ເປັນຕົ້ນ: ການຜະລິດເຂົ້ານາແຊງ ປະຕິບັດໄດ້ 653 ເຮັກຕາ ເທົ່າກັບ 59% ຂອງແຜນການ (ແຜນການ 1.106 ໂຕນ), ການປູກພືດຜັກ ປະຕິບັດໄດ້ 171 ເຮັກຕາ ເທົ່າກັບ 29% ຂອງແຜນການ (ແຜນການ 599 ເຮັກຕາ), ການຂະຫຍາຍຝູງສັດລ້ຽງ: ທົ່ວແຂວງ ມີຈຳນວນສັດລ້ຽງທັງໝົດ 558.513 ໂຕ ຫລຸດແຜນ 81.954 ໂຕ ເທົ່າກັບ 12,8%, ສາມາດການສະໜອງຊີ້ນ, ປາ, ໄຂ່ ໄດ້ທັງໝົດ 2,72 ລ້ານກິໂລ ເທົ່າກັບ 24% ຂອງແຜນການ (ແຜນການ 11,2 ລ້ານກິໂລ), ສະເລ່ຍອັດຕາການບໍລິໂພກ 15,77 ກິໂລ/ຄົນ, ການຜະລິດເປັນສິນຄ້າ ແມ່ນສຸມໃສ່ເກັບກູ້ຜົນຜະລິດມັນຕົ້ນ ໃນປີ 2022 ປະຕິບັດໄດ້ 15.877 ເຮັກຕາ ຜົນຜະລິດມັນດິບ 280.040 ໂຕນ ເປັນເງິນ 293,96 ຕື້ກີບ, ຜົນຜະລິດມັນແຫ້ງ 112.015 ໂຕນ ເປັນເງິນ 313,64 ຕື້ກີບ.

ການສົ່ງອອກຜົນຜະລິດກະສິກຳ ລວມມີໝາກກ້ວຍ, ມັນຕົ້ນ, ໝາກນັດ ແລະ ໜາກໂອ 7.570 ໂຕນ ມູນຄ່າ 3,56 ລ້ານໂດລາ; ການສົ່ງອອກຜະລິດຕະພັນກະສິກຳ: ແປ້ງໝາກກ້ວຍ, ນໍ້າຕານ, ກາກນໍ້າຕານ ແລະ ຢາງພາລາ 8.045 ໂຕນ ມູນຄ່າ 11,23 ລ້ານໂດລາ; ການສົ່ງອອກສັດ: ຄວາຍ 255 ໂຕ, ງົວ 85 ໂຕ ແລະ ປາ 17,6 ໂຕນ. ຂະແໜງອຸດສາຫະກຳ: ການຜະລິດອຸດສາຫະກຳປຸງແຕ່ງ ແລະ ຫັດຖະກຳ: ປະຕິບັດໄດ້ 85,61 ຕື້ກີບ ເທົ່າກັບ 18% ຂອງແຜນ ການ, ຜົນຜະລິດທີ່ພົ້ນເດັ່ນ ແລະ ສ້າງມູນຄ່າເພີ່ມ ລວມມີ ຜະລິດຕະພັນໄມ້, ຜະລິດຕະພັນນໍ້າຕານ ແລະ ຜະລິດຕະພັນຢາງພາລາ.

ທົ່ວແຂວງ ມີໂຮງງານອຸດສາຫະກໍາປຸງແຕ່ງ ທັງໝົດ 255 ຫົວໜ່ວຍ ມູນຄ່າການລົງທືນ 2.182 ຕື້ກີບ; ໃນນີ້ ໂຮງງານຂະໜາດໃຫຍ່ ມີ 17 ຫົວໜ່ວຍ, ຂະໜາດກາງ 25 ຫົວໜ່ວຍ, ຂະໜາດນ້ອຍ 99 ຫົວໜ່ວຍ ແລະ ແບບຄອບຄົວ 114 ຫົວໜ່ວຍ, ຂະແໜງບໍລິການ: ມູນຄ່າການສົ່ງອອກ-ນໍາເຂົ້າ: ປະຕິບັດໄດ້ 19,6 ລ້ານໂດລາ ເທົ່າກັບ 12,65% ຂອງແຜນການ, ໃນນີ້: ມູນຄ່າການສົ່ງອອກ ປະຕິບັດໄດ້ 18,5 ລ້ານໂດລາ ເທົ່າກັບ 12,2% ຂອງແຜນການ, ປະເພດສິນຄ້າສົ່ງອອກມີ ກະແສໄຟຟ້າ, ນໍ້າຕານຊາຍ, ກາກນໍ້າຕານ, ຢາງພາລາແຫ້ງ, ຜະລິດຕະພັນໄມ້ ແລະ ສິນຄ້າກະສິກຳ. ການນຳເຂົ້າ (ຜ່ານດ່ານ) ປະຕິບັດໄດ້ 1,09 ລ້ານໂດລາ ເທົ່າກັບ 32% ຂອງແຜນການ, ສິນຄ້າການນໍາເຂົ້າມີ ພະຫະນະຮັບໃຊ້ໂຄງການ. ການຈໍລະຈອນສິນຄ້າ (ຂາຍຍົກ-ຂາຍຍ່ອຍ): ປະຕິບັດໄດ້ 2.344,29 ຕື້ກີບ ເທົ່າກັບ 41% ຂອງແຜນ ການ, ໃນນີ້ ໝວດສິນຄ້າທີ່ຊົມໃຊ້ຫລາຍແມ່ນໝວດນໍ້າມັນເຊື້ອໄຟ-ອາຍແກັດ ແລະ ໝວດສະບຽງອາຫານ.

ທີ່ມາ ຂ່າວສານອອນລາຍ ອັດຕະປື 

ບົດຄວາມຫຼ້າສຸດ

ມີໃຜຊື່ຍາວກວ່ານີ້ບໍ່? ຊາຍຊາວນິວຊີແລນມີຊື່ຍາວທີ່ສຸດໃນໂລກ ໃຊ້ເວລາອ່ານ 20 ນາທີ ຈຶ່ງອ່ານແລ້ວ

ມາຮູ້ຈັກກັບຊາຍຜູ້ທີ່ມີຊື່ທີ່ຍາວທີ່ສຸດໃນໂລກ, ລໍເລນ ວອດກິນ (Laurence Watkins) ອາຍຸ 60 ປີ, ອາໄສຢູ່ເມືອງໂອດແລນ ປະເທດນິວຊີແລນ ລາວມີຈໍານວນຊື່ຍາວເຖິງ 2,253 ຄໍາ. ຜ່ານມາຊາຍຄົນນີ້ຫຼົງໄຫຼໃນລາຍການ Ripley's...

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄຂຂຶ້ນຢ່າງເປັນທາງການ

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄດ້ເປີດຂຶ້ນໃນວັນທີ 21 -...

ກຳນົດຈັດງານ 5 ວັນ ບຸນນະມັດສະການພຣະທາດຫຼວງວຽງຈັນ ຈະຈັດຂຶ້ນໃນລະຫວ່າງວັນທີ 1-5 ພະຈິກ 2025

ໃນວັນທີ 21 ຕຸລາ 2025 ພິທີຖະແຫຼງຂ່າວ ງານປະເພນີບຸນນະມັດສະການ ພຣະທາດຫຼວງ ແລະ ງານວາງສະແດງສິນຄ້າ ປະຈຳປີ ຄສ 2025 ຈັດຂຶ້ນ ທີ່ເດີ່ນພຣະທາດຫຼວງວຽງຈັນ...

ຍີ່ປຸ່ນ ຊ່ວຍເຫຼືອລ້າໂຄງການເກັບກູ້ລະເບີດບໍ່ທັນແຕກ ຢູ່ແຂວງ ຈຳປາສັກ ສາລະວັນ ແລະ ເຊກອງ ມູນຄ່າ 4,5 ລ້ານໂດລາສະຫະລັດ

ລັດຖະບານຍີ່ປຸ່ນສືບຕໍ່ໃຫ້ການຊ່ວຍເຫຼືອວຽກງານ ລບຕ ຢູ່ພາກໃຕ້ຂອງລາວ ໃນວັນທີ 20 ຕຸລາ 2025 ທີ່ນະຄອນຫຼວງວຽງຈັນ ສປປ ລາວ ກະຊວງການຕ່າງປະເທດ ຮ່ວມກັບ ສະຖານເອກອັກຄະລັດຖະທູດຍີ່ປຸ່ນ ປະຈໍາລາວ ໄດ້ຈັດພິທີລົງນາມເອກະ...