spot_img
Homeຄວາມງາມ9 ວິທີແກ້ບັນຫາ ໜັງຫົວ ມັນແບບງ່າຍໆ

9 ວິທີແກ້ບັນຫາ ໜັງຫົວ ມັນແບບງ່າຍໆ

Published on

km-120611155440

ໃນ​ບັນດາ​ຜູ້​ທີ່​ມີ​ບັນຫາ​ຜົມ​ຫລົ່ນ ຜົມ​ບາງ ແລະ ​ຫົວ​ລ້ານ ໂດຍ​ສ່ວນ​ຫລາຍ​ແລ້ວ​ຈະ​ມີ​ບັນຫາ ໜັງ​ຫົວ ມັນ​ຮ່ວມ​ນໍາ ເຊິ່ງ​ສາ​ເຫດ​ຂອງ​ຜູ້​ທີ່​ຜົມ​ຫລົ່ນ ພ້ອມໆ​ ກັບ ໜັງ​ຫົວມັນ​ນັ້ນ ມີ​ບາງ​ສາ​ເຫດ​ທີ່​ເຮັດໃຫ້​ເກີດ​ພາ​ວະ​ຜົມ​ຫລົ່ນ ​ແລະ ໜັງ​ຫົວມັນ ​ທັງ​ສອງ​ຢ່າງ​ພ້ອມ​ກັນ ການ​ຈະ​ປ້ອງ​ກັນ​ປິ່ນປົວ​ໃຫ້​ໄດ້​ຜົນດີີ ກໍ​ຈຳ​ເປັນ​ຈະ​ຕ້ອງ​ເຮັດ​ຄວາມ​ເຂົ້າໃຈ​ກ່ອນ​ປິ່ນປົວ

ໂດຍ​ທົ່ວ​ໄປ​ຜົມ​ທີ່​ມັນ​ດ້ວຍ​ໂຕ​ຂອງ​ມັນ​ເອງ​ຕາມ​ທຳມະຊາດ ບໍ່​ເຮັດໃຫ້​ເກີດ​ຜົມ​ຫລົ່ນ​ຫລາຍ​ຂຶ້ນ ແຕ່​ການ​ມີ​ໄຂ​ມັນ​ບໍລິເວນ ໜັງ​ຫົວຫລາຍ​ຂຶ້ນ ອາດຈະ​ເກີດ​ການ​ສະ​ສົມ​ ແລະ​ໄປ​ອຸດ​ຕັນ​ບໍລິເວນ​ອ້ອມຮອບ​ຮາກ​ຜົມ ເຮັດໃຫ້​ການ​ໄຫລ​ວຽນ​ຂອງ​ເລືອດ ການ​ນຳ​ພາ​ສານ​ອາຫານ ແລະ ​ອອກ​ຊິ​ເຈນ​ໄປ​ລ້ຽງ​ຮາກ​ຜົມ​ໄດ້​ບໍ່​ດີ ນອກ​ຈາກ​ນີ້​ການ​ມີ​ໄຂ​ມັນ​ບໍລິເວນ ໜັງ​ຫົວ ຫລາຍ​ເຮັດໃຫ້​ເຊື້ອ​ພະຍາດ​ປະຈຳ​ຖິ່ນ​ບໍລິເວນ ໜັງ​ຫົວ ມີ​ຫລາຍ​ຂຶ້ນ ເຮັດໃຫ້​ການເຮັດວຽກງານ​ຂອງ​ຮາກ​ຜົມ​ຜິດ​ປົກກະຕິ​ໄປ ເກີດ​ອາການ​ຜົມ​ຫລົ່ນ ແລະ ​ຜົມ​ຂຶ້ນ​ໃໝ່​ໄດ້​ໜ້ອຍ​ລົງ ເຮັດໃຫ້​ຜົມ​ບາງ​ລົງ​ເລື່ອຍ​ໆ ເກີດ​ຫົວ​ລ້ານ​ນໍາມາ​ໄດ້​ໃນ​ທີ່​ສຸດ

ແຕ່​ໃນ​ບາງ​ຄົົນທີ່​ຜົມ​ຫລົ່ນ​ຈາກ​ກຳມະພັນ ມັກ​ຈະ​ມີ​ອາການ ໜັງ​ຫົວມັນ​ເປັນ​ຂອງ​ຄູ່​ກັນ ເພາະ​ມີ​ສາ​ເຫດ​ທີ່​ມາ​ແບບ​ດຽວ​ກັນ ຄື ຈາກ​ຄວາມ​ຜິດ​ປົກກະຕິ​ຂອງ​ຮໍ​ໂມນ ແລະ ​ຈາກ​ການ​ທີ່​ຕ່ອມ​ໄຂ​ມັນ​ເທິງ ໜັງ​ຫົວ ຜະລິດ​ໄຂ​ມັນ​ອອກ​ມາ​ຫລາຍກວ່າ​ປົກກະຕິ ໄຂ​ມັນ​ທີ່​ວ່າ​ນີ້​ ມີ​ຄວາມ​ຈຳ​ເປັນ​ຕໍ່​ການ​ຄົງ​ຄວາມ​ແຂງ​ແຮງ​ຂອງ​ເສັ້ນ​ຜົມ ປ້ອງ​ກັນ​ບໍ່​ໃຫ້​ຜົມ​ແຫ້ງ ແຕກ ແຕ່​ມີ​ປັດ​ໄຈ​ບາງຢ່າງ ເຊັ່ນ ກໍາມະພັນ ການ​ປ່ຽນ​ແປງ​ຮໍໂມນ ການ​ກິນ​ອາຫານ​ບໍ່​ຖືກ​ສ່ວນ ແລະ ​ສິ່ງ​ແວດ​ລ້ອມ​ທີ່​ຖືກ​ກະຕຸ້ນ​ໂດຍ​ຄວາມ​ຮ້ອນ​ ແລະ ​ຄວາມ​ຊຸ່ມ ທີ່​ເຮັດໃຫ້​ການ​ຜະລິດ​ໄຂ​ມັນ​ບໍລິເວນ ໜັງ​ຫົວ ຫລາຍ​ຂຶ້ນ ເມື່ອ​ຫລາຍ​ເກີນ​ໄປ​ໄຂ​ມັນ​ກໍ​ໄປ​​ຕັນ​ທີ່​ຮູ​ຂຸມ​ຂົນ ເລືອດ​ຈຶ່ງ​ໄປ​ລ້ຽງ​ບໍລິເວນ​ຮາກ​ຜົມ​ໄດ້​ໜ້ອຍ​ລົງ

ເຊິ່ງ​ການ​ຈະ​ແກ້​ໄຂ​ບັນຫາ​ຜົມ​ຫລົ່ນ​ໃຫ້​ໄດ້​ຜົນດີີ​ຕ້ອງ​ກຳຈັດ​ ຫລື ​ຄວບ​ຄຸມ​ພາ​ວະ  ໜັງ​ຫົວມັນ​ໃຫ້​ໄດ້​ກ່ອນ ​ດ້ວຍ​ເພາະ​ຕາບ​ໃດ​ຖ້າ​ຄາບ​ໄຂ​ມັນ​ທີ່​ອຸດ​ຕັນ​ໃນ​ຮູຂຸມ​ຂົນ​ຍັງ​ແຂງ​ເປັນ​ກ້ອນ​ໄຂ​ມັນ ຈະ​ລ້າງ​ອອກ​ຍາກ ກ້ອນ​ໄຂ​ມັນ​ທີ່​ວ່າ​ ຈະ​ໄປ​ກົດ​ເອົາ​ຮາກ​ຜົມ​ເຮັດໃຫ້​ເລືອດ​ໄປ​ລ້ຽງ​ຮາກ​ຜົມ​ໄດ້​ໜ້ອຍ​ ຜົມ​ຈຶ່ງ​ຫລຸດ​ຫລົ່ນ​ງ່າຍ​ກວ່າ​ປົກຕິ

9 ວິທີ​ແກ້​ບັນຫາ ໜັງ​ຫົວ ມັນ​ແບບ​ງ່າຍ

ຫລັກ​ການ​ງ່າຍໆ​ໃນ​ການ​ແກ້​ບັນຫາ​ປ້ອງ​ກັນ ໜັງ​ຫົວມັນ​ ຫລື​ ຜົມ​ມັນ​ໃຫ້​ປະຕິບັດ​ດັ່ງນີ້

  1. ເລືອກ​ໃຊ້​ຢາສະຜົມ​ສຳຫລັບ​ຜົມ​ມັນ ຫລີກ​ລ້ຽງ​ຢາສະຜົມ​ທີ່​ຂຽນ​ສັບ​ພະຄຸນ​ວ່າ 2 in 1 ແລະ ​ຄວນ​ສະ​ຜົມ​ທຸກ​ມື້​ຢ່າງ​ນ້ອຍ​ມື້​ລະ 1 ເທື່ອ ຄຳ​ແນະ​ນຳ​ໃນ​ການ​ສະ​ຜົມ​ນັ້ນ ເວລາ​ສະ​ຜົມ​ຄວນ​ຖິ້ມ​ຢາສະຜົມ​ໄວ້​ 5 ນາ​ທີ​ກ່ອນ​ລ້າງ​ອອກ
  2. ບໍ່​ຄວນ​ໃຊ້​ນ້ຳ​ຮ້ອນ​ສະ​ຜົມ ຄວນ​ສະ​ຜົມ​ດ້ວຍ​ນ້ຳ​ອຸນຫະພູມ​ປົກກະຕິ
  3. ບໍ່​ຄວນ​ໃສ່ຄີມ​ນວດ​ຜົມ ຫລື​ ຖ້າຫາກ​ມີ​ຜົມ​ແຫ້ງ​ທີ່​ປາຍ​ຜົມ ຄວນ​ໃຊ້​ຄີມ​ນວດ​ຜົມ​ທີ່​ປາຍ​ຜົມ​ເທົ່າ​ນັ້ນ
  4. ຫລີກ​ລ້ຽງ​ການ​ຫວີ​ຜົມ ​ຫລື ​ແປງ​ຜົມ​ເລື້ອຍໆ ເພາະ​ການ​ຫວີ​ຜົມ​ ຫລື ​ແປງ​ຜົມ​ຈະ​ກະຕຸ້ນ ໜັງ​ຫົວ ໃຫ້​ຜະລິດ​ນ້ຳ​ມັນ​ອອກມາ​ຫລາຍ​ຂຶ້ນ
  5. ຫລີກ​ລ້ຽງ​ຜະລິດຕະພັນ​ທີ່​ເຮັດໃຫ້​ຜົມ​ເບິ່ງ​ມັນ​ຫລາຍ​ຂຶ້ນ ເຊັ່ນ ເຈວ​ແຕ່ງ​ຜົມ ຫລື​ຜະລິດຕະພັນ​ທີ່​ເພີ່ມ​ຄວາມ​ເປັນ​ປະ​ກາຍ​ໃຫ້​ກັບ​ເສັ້ນ​ຜົມ
  6. ຫລີກ​ລ້ຽງ​ການ​ເຂົ້າໄປ​ຢູ່ໃນ​ສິ່ງ​ແວດ​ລ້ອມ​ທີ່​ພູ​ມ​ອາ​ກາດ​ປ່ຽນ​ແປງ​ເລື້ອຍໆ ໂດຍ​ສະເພາະ​ອາ​ກາດ​ຮ້ອນ​ຊຸ່ມ ເພາະ​ຈະ​ເຮັດໃຫ້​ຜົມ​ມັນ​ຫລາຍ​ຂຶ້ນ
  7. ຫລຸດ​ຄວາມ​ຄຽດ ຫາ​ເວລາ​ພັກ​ຜ່ອນ ແລະ​ ຜ່ອນ​ຄາຍ ເນື່ອງ​ຈາກ​ຄວາມ​ຄຽດ​ຈະ​ສົ່ງ​ຜົນ​ໂດຍ​ລວມ​ຕໍ່​ສຸຂະພາບ ແລະ​ ຫລຸດ​ປະລິມານ​ເລືອດ​ໄປ​ລ້ຽງໜັງ​ຫົວ
  8. ກິນ​ອາຫານ​ໃຫ້​ຖືກ​ສ່ວນ ຫລຸດ​ການ​ກິນ​ອາຫານ​ທີ່​ມັນ​ຫລາຍ​ໆ ເພີ່ມ​ການ​ກິນ​ອາຫານ​ພວກ​ວິ​ຕາ​ມິນ​ບີ ເກືອ​ແຮ່ ເຊັ່ນ ຜັກ​ໃບ​ຂຽວ ຫມາກໄມ້ ນົມ​ຖົ່ວ​ເຫລືອງ ພືດ​ຕະກູນ​ຖົ່ວ
  9. ຫາ​ຕົວ​ຊ່ວຍ​ໃນ​ການ​ໝັກ​ຜົມ ຖ້າ​ຜົມ​ມັນ​ຫລາຍ​ໆ ອາດຈະ​ໃຊ້​ໝາກ​ນາວ 1 ໜ່ວຍ ບີບ ​ແລະ ​ປະສົມ​ກັບ​ໄຂ່​ຂາວ 2 ໜ່ວຍ ແລ້​ວທາ​ລົງ​ເສັ້ນ​ຜົມ ຕັ້ງ​ແຕ່​ກົກ​ຜົມ​ຈົນ​ເຖິງ​ປາຍ​ຜົມ

ບົດຄວາມຫຼ້າສຸດ

ສຕລ ປະກາດລາຍຊື່ນັກກິລາທີມຊາດລາວ ຍູ 23 ເຂົ້າຮ່ວມການແຂ່ງຂັນບານເຕະ ຊາຍຊິງແຊ້ມອາຊຽນ ຮຸ່ນອາຍຸບໍ່ເກີນ 23 ປີ ທີ່ປະເທດອິນໂດເນເຊຍ.

ປະກາດ 23 ລາຍຊື່ນັກກິລາທີມຊາດລາວ ຮ່ວມການແຂ່ງຂັນບານເຕະ ຊາຍຊິງແຊ້ມອາຊຽນ ຮຸ່ນອາຍຸບໍ່ເກີນ 23 ປີ ທີ່ປະເທດອິນໂດເນເຊຍ. ໃນວັນທີ 11 ກໍລະກົດ 2025 ສະຫະພັນບານເຕະແຫ່ງຊາດລາວ (ສຕລ)...

ດາວດວງໃໝ່! ສາຍແສງໃນເວທີສາກົນ ອອດສະກ້າ ນັກກິລາໜຸ່ມນ້ອຍລາວ ອອກເດີນທາງຮ່ວມຝຶກຊ້ອມກັບສະໂມສອນ ຄອນເນຢາ

ນ້ອງ ອອດສະກ້າ ອາຍຸ 11 ປີ ໜຸ່ມນ້ອຍແຄ່ງລູກເຂົ້າໜຽວ ອອກເດີນທາງຮ່ວມຝຶກຊ້ອມກັບສະໂມສອນ ຄອນເນຢາ ທີ່ປະເທດແອັດສະປາຍ. ກາຍເປັນອີກຂ່າວດີຂອງວົງການກິລາບານເຕະເຍົາວະຊົນລາວ ອີກໜຶ່ງຜົນງານໃນເວທີສາກົນ ທ້າວ ສີນໄຊ ຫຼວງບຸນເຮືອງ ຫຼື...

ເຈົ້າໜ້າທີ່ຕຳຫຼວດໄທຈັບກຸມ ໜຸ່ມຮັກສັດເລືອກທາງຜິດ ຂາຍຢາບ້າເພື່ອຫາເງິນຊື້ອາຫາານໃຫ້ໝາ-ແມວ

ໜຸ່ມໄທຮັກສັດເລືອກທາງຜິດ ຂາຍຢາບ້າເພື່ອຊື້ອາຫານມາລ້ຽງໝາ-ແມວ 30 ກວ່າໂຕ ສຳນັກຂ່າວໄທລັດລາຍງານໃນວັນທີ 9 ກໍລະກົດ 2025 ຜ່ານມາ, ເຈົ້າໜ້າທີ່ຕຳຫຼວດໄທ ຮ່ວມກັບພາກສ່ວນກ່ຽວຂ້ອງໄດ້ລົງພຶ້ນທີ່ເພື່ອແກ້ໄຂບັນຫາຢາເສບຕິດ ຕາມການລາຍງານຂອງພົນລະເມືອງດີວ່າມີກຸ່ມຄົນຄ້າຂາຍຢາເສບຕິດໃນຊຸມຊົນແຫ່ງໜຶ່ງໃນ ຈັງຫວັດ ສຣະແກ້ວ ປະເທດໄທ. ຕາມການລົງພຶ້ນທີ່ຕົວຈິງຂອງເຈົ້າໜ້າທີ່ໄທສາມາດຈັບຕົວຜູ້ຖືກຫາໄດ້ໜຶ່ງຄົນ...

ມອບ-ຮັບວຽກງານສື່ມວນຊົນ (ວຽກຖະແຫລງຂ່າວ) ມາຂຶ້ນກັບຄະນະໂຄສະນາອົບຮົມສູນກາງພັກ ຢ່າງເປັນທາງການ

ມອບ-ຮັບວຽກງານສື່ມວນຊົນ (ວຽກຖະແຫລງຂ່າວ) ມາຂຶ້ນກັບຄະນະໂຄສະນາອົບຮົມສູນກາງພັກ. ພິທີເຊັນບົດບັກທຶກ ມອບ-ຮັບວຽກງານສື່ມວນຊົນ (ວຽກຖະແຫລງຂ່າວ) ຈາກກະຊວງຖະແຫລງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ ມາຂຶ້ນກັບຄະນະໂຄສະນາອົບຮົມສູນກາງພັກ ຈັດຂຶ້ນໃນວັນທີ 8 ກໍລະກົດ 2025,...