ໃນຕອນເຊົ້າຂອງວັນທີ 13 ເມສາ 2023 ທີ່ ທະນາຄານແຫ່ງ ສປປ ລາວ (ທຫລ) ໄດ້ຈັດກອງປະຊຸມລະຫວ່າງ ທຫລ, ບັນດາທະນາຄານທຸລະກິດ, ສະຖາບັນການເງິນ ແລະ ສື່ມວນຊົນ ເພື່ອເປັນການລາຍງານສະພາບເສດຖະກິດການເງິນ-ເງິນຕາ ໃນໄລຍະໄຕມາດທີ 1 ຂອງປີ 2023 ໂດຍການເປັນປະທານຂອງ ທ່ານ ສຸລິສັກ ທຳນຸວົງ ຫົວໜ້າກົມນະໂຍບາຍເງິນຕາ ໄດ້ລາຍງານໃຫ້ຊາບເຖິງສະພາບເສດຖະກິດຂອງ ສປປ ລາວ ທີ່ຍັງສືບຕໍ່ປະເຊີນກັບສິ່ງທ້າທາຍຫຼາຍດ້ານຢ່າງຕໍ່ເນື່ອງຈາກທັງພາຍນອກ ແລະ ພາຍໃນ ໂດຍສະເພາະການສືບຕໍ່ປັບເພີ່ມອັດຕາດອກເບ້ຍຂອງທະນາຄານກາງ ສ.ອາເມລິກາ (Fed) ເພຶ່ອຄວມຄຸມອັດຕາເງິນເຟີ້ທີ່ຍັງຢູ່ໃນລະດັບສູງ ຊຶ່ງຈະສົ່ງຜົນເຮັດໃຫ້ຄ່າເງິນໂດລາມີທ່າອ່ຽງສືບຕໍ່ແຂງຄ່າທຽບກັບຫຼາຍສະກຸນ; ສະພາບລາຄານ້ຳມັນໂລກທີ່ມີທ່າອ່ຽງເພີ່ມຂຶ້ນຄືນ ຫຼັງຈາກທີ່ໄດ້ມີລາຄາຫຼຸດລົງໃນໄລຍະໜຶ່ງ; ຄວາມບໍ່ແນ່ນອນຂອງລະບົບທະນາຄານໃນທົ່ວໂລກ ພາຍຫຼັງການລົ້ມລະລາຍຂອງທະນາຄານທຸລະກິດຂະໜາດໃຫຍ່ສອງແຫ່ງຂອງ ສ.ອາເມລິກາຄື ທະນາຄານຊີລີຄອນວາເລ (Silicon Valley Bank) ແລະ ທະນາຄານຊິກເນເຈີ (Signature Bank) ແລະ ປັດໃຈອື່ນໆ.
ຈາກສະພາບການດັ່ງກ່າວ ໄດ້ກາຍເປັນແຮງກົດດັນໃຫ້ການພັດທະນາເສດຖະກິດ-ສັງຄົມ ຂອງ ສປປ ລາວ ໃຫ້ມີຄວາມຫຍຸ້ງຍາກ, ແຕ່ເຖິງຢ່າງໃດກໍ່ຕາມສະພາບເສດຖະກິດພາຍໃນກໍຄ່ອຍມີທ່າອ່ຽງດີຂຶ້ນຈາກການເປີດປະເທດ ແລະ ການເອົາໃຈໃສ່ແກ້ໄຂບັນຫາຂອງລັດຖະບານໃນຊຸມປີຜ່ານມາ ຊຶ່ງເຫັນໄດ້ຈາກອັດຕາການຂະຫຍາຍຕົວຂອງເສດຖະກິດ ກໍຄາດວ່າຈະຂະຫຍາຍຕົວຂຶ້ນຢູ່ໃນລະດັບ 4,5% ໃນປີ 2023 ຈາກລະດັບ 4,4% ໃນປີ 2022; ສຳລັບອັດຕາເງິນເຟີ້ ເຖິງວ່າຈະຍັງຢູ່ໃນລະດັບສູງ ແຕ່ກໍມີທ່າອ່ຽງຫຼຸດລົງໃນເດືອນມີນາ 2023 ແມ່ນໄດ້ຫຼຸດລົງມາທີ່ລະດັບ 40,97% ຈາກລະດັບ 41,26% ໃນເດືອນກຸມພາ 2023. ແຕ່ເຖິງຢ່າງໃດກໍຕາມ, ເພື່ອຮັກສາສະຖຽນລະພາບການເງິນ-ເງິນຕາແຫ່ງຊາດ ໃຫ້ໝັ້ນທ່ຽງ, ຫຼຸດຜ່ອນຜົນກະທົບຕໍ່ການດໍາລົງຊີວິດຂອງປະຊາຊົນ ແລະ ບັນລຸຕາມເປົ້າໝາຍທີ່ສະພາແຫ່ງຊາດໄດ້ກໍານົດໄວ້, ໃນຕໍ່ໜ້າ ປິ 2023 ທຫລ ຈະດໍາເນີນນະໂຍບາຍເງິນຕາໃນທິດທາງທີ່ຮັດກຸມກວ່າເກົ່າ ແລະ ຄຸ້ມຄອງການແລກປ່ຽນເງິນຕາ ໃຫ້ເຂັ້ມງວດຂຶ້ນ. ນອກຈາກນີ້, ຍັງຈະໄດ້ສຸມໃສ່ສ້າງສະພາບແວດລ້ອມໃນການເພີ່ມການສະໜອງເງິນຕາຕ່າງປະເທດໃຫ້ເຂົ້າສູ່ລະບົບເສດຖະກິດໃຫ້ຫຼາຍຂຶ້ນ ຄຽງຄູ່ກັບການຄຸ້ມຄອງການແລກປ່ຽນເງິນຕາຕ່າງ ປະເທດແບບຊະຊາຍ ແລະ ມາດຕະການການຄວບຄຸມລາຄາສິນຄ້າ. ຊຶ່ງໃນປັດຈຸບັນ, ລັດຖະບານໄດ້ມີການແຕ່ງຄະນະ ໂດຍກະຊວງອຸດສາຫະກໍາ ແລະ ການຄ້າ ເປັນໃຈກາງ ແລະ ມີກະຊວງກ່ຽວຂ້ອງ ລວມທັງ ທຫລ ເປັນຜູ້ຄົ້ນຄວ້າກໍານົດໂຄງສ້າງລາຄາສິນຄ້າແຕ່ລະປະເພດ ທີ່ກະທົບໄວຕໍ່ກະຕ່າ CPI ແລະ ສິນຄ້ານໍາເຂົ້າ ໂດຍສະເພາະສິນຄ້າໝວດສະບຽງອາຫານ ໝວດການຜະລິດກະສິກໍາ.
ນອກຈາກນີ້, ທຫລ ຍັງໄດ້ມີການປະສານສົມທົບກັບບັນດາຂະແໜງການກ່ຽວຂ້ອງ ເພື່ອດຳເນີນມາດຕະການຕິດຕາມແກ້ໄຂການຕິດປະກາດ ການໂຄສະນາລາຄາສິນຄ້າ ແລະ ການບໍລິການ ໃຫ້ເປັນເງິນກີບ; ການຄຸ້ມຄອງລາຍຮັບຈາກການສົ່ງອອກເພື່ອໃຫ້ກະແສເງິນຕາເຂົ້າສູ່ລະບົບສົມຄູ່ກັບຕົວເລກການສົ່ງອອກຕົວຈິງ ແລະ ຊຸກຍູ້ສົ່ງເສີມການປະຢັດເງິນຕາ ເປັນຕົ້ນການຈໍາກັດການນໍາເຂົ້າສິນຄ້າຟຸມເຟືອຍ ບົນພື້ນຖານບໍ່ໃຫ້ຂັດກັບຫຼັກການການຄ້າສາກົນ.
ພ້ອມດຽວກັນນີ້, ທ່ານຫົວໜ້າກົມນະໂຍບາຍເງິນຕາ ຍັງໄດ້ຮຽກຮ້ອງໃຫ້ທຸກພາກສ່ວນ ຈົ່ງຮ່ວມແຮງຮ່ວມໃຈກັນໃນການປົກປັກຮັກສາສະກຸນເງິນຂອງຊາດ ໂດຍປະຕິບັດຕາມກົດລະບຽບທີ່ ທຫລ ວາງອອກ ຢ່າງເຂັ້ມງວດ, ສື່ມວນຊົນ ແລະ ທຸກຄົນໃນສັງຄົມ ຕ້ອງເປັນເຈົ້າການ ແລະ ກະບອກສຽງຊ່ວຍກັນໃນການປົກປັກຮັກສາຄ່າເງິນກີບຂອງຊາດ ໃຫ້ສົມກັບຄຳຂວັນທີ່ວ່າ “ຢູ່ເມືອງລາວໃຊ້ແຕ່ເງິນກີບ”.