spot_img
Homeຂ່າວພາຍ​ໃນສປປ ລາວ ເປັນເຈົ້າພາບ ຈັດກອງປະຊຸມສຸດຍອດ ຄະນະກໍາມາທິການແມ່ນໍ້າຂອງສາກົນ ຄັ້ງທີ 4

ສປປ ລາວ ເປັນເຈົ້າພາບ ຈັດກອງປະຊຸມສຸດຍອດ ຄະນະກໍາມາທິການແມ່ນໍ້າຂອງສາກົນ ຄັ້ງທີ 4

Published on

ກອງປະຊຸມສຸດຍອດ ຄະນະກຳມາທິການແມ່ນໍ້າຂອງສາກົນ (MRC) ຄັ້ງທີ 4 ທີ່ ສປປ ລາວ ໄດ້ຮັບກຽດເປັນເຈົ້າພາບ ໄດ້ເປີດຂຶ້ນຢ່າງເປັນທາງການ ໃນວັນທີ 5 ເມສາ 2023 ຢູ່ຫໍປະຊຸມແຫ່ງຊາດ ນະຄອນຫລວງວຽງຈັນ ໂດຍມີນາຍົກລັດຖະມົນຕີ ແຫ່ງ ສປປ ລາວ, ນາຍົກ ລັດຖະມົນຕີ ສສ ຫວຽດນາມ, ກຳປູເຈຍ ແລະ ຜູ້ແທນຈາກປະເທດສະມາຊິກ MRC, ພ້ອມດ້ວຍຄູ່ຮ່ວມພັດທະນາ, ຄູ່ຮ່ວມເຈລະຈາ, ນັກຄົ້ນຄວ້າ, ຊ່ຽວຊານ ຈາກພາກພື້ນ ແລະ ສາກົນ ເຂົ້າຮ່ວມ.

อาจเป็นรูปภาพของ 1 คน และ กำลังยืน

ກອງປະຊຸມ, ຈັດຂຶ້ນພາຍໃຕ້ຫົວຂໍ້ “ນະວັດຕະກໍາ ແລະ ການຮ່ວມມື ເພື່ອແມ່ນໍ້າຂອງທີ່ໝັ້ນຄົງ ແລະ ຍືນຍົງ” ອັນເປັນຂີດໝາຍສໍາຄັນ ແລະ ເປັນເວທີພົບປະຂອງການນໍາຂັ້ນສູງ ຈາກປະເທດສະມາຊິກ ຄະນະກໍາມາທິການແມ່ນໍ້າຂອງສາກົນ ແລະ ຜູ້ຕາງໜ້າຈາກຄູ່ຮ່ວມເຈລະຈາ, ຄູ່ຮ່ວມພັດທະນາ ແລະ ຄູ່ຮ່ວມງານອື່ນໆ ເພື່ອພ້ອມກັນປຶກສາຫາລືກ່ຽວກັບສະພາບການພັດທະນາ, ສິ່ງທ້າທາຍ ແລະ ກາລະໂອກາດຕ່າງໆ ໃນອ່າງແມ່ນໍ້າຂອງ, ທັງເປັນການແລກປ່ຽນຄວາມຮູ້ດ້ານນະວັດຕະກໍາ ແລະ ເສີມຂະຫຍາຍການຮ່ວມມື ເພື່ອປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນການຄຸ້ມຄອງ ແລະ ພັດທະນາອ່າງແມ່ນໍ້າຂອງໃຫ້ມີຄວາມຍືນຍົງ.

ໂອກາດນີ້, ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ໄດ້ມີຄຳເຫັນ ເປີດກອງປະຊຸມ ວ່າ: ສປປ ລາວ ໄດ້ປະຕິບັດພັນທະສັນຍາແມ່ນໍ້າຂອງ ຢ່າງຕັ້ງໜ້າ ໂດຍສະເພາະ ການປະຕິບັດໜ້າທີ່ ແລະ ພາລະບົດບາດ ຂອງຄະນະກໍາມາທິການແມ່ນໍ້າຂອງສາກົນ ເຊິ່ງມີສຳນັກງານໃຫຍ່ຕັ້ງຢູ່ ສປປ ລາວ ແລະ ຕີລາຄາສູງຕໍ່ກັບຜົນ ສຳເລັດ ທີ່ກອງເລຂາຄະນະກໍາມາທິການແມ່ນໍ້າຂອງສາກົນ ພາຍໃຕ້ການບໍລິຫານຂອງບັນດາຫົວໜ້າກອງເລຂາ ຄະນະກໍາມາທິການແມ່ນໍ້າຂອງສາກົນໃນໄລຍະຜ່ານມາ. ພິເສດ ສປປ ລາວ ມີຄວາມພາກພູມໃຈເປັນຢ່າງຍິ່ງທີ່ຄົນລາວ ໄດ້ຮັບກຽດເປັນຄັ້ງທໍາອິດ ໃນການປະຕິບັດໜ້າທີ່ເປັນຫົວໜ້າກອງເລຂາ ຄະນະກໍາມາທິການແມ່ນໍ້າຂອງສາກົນ. ແມ່ນໍ້າຂອງຖືເປັນໜຶ່ງໃນແມ່ນໍ້າຂະໜາດໃຫຍ່ຂອງໂລກ ທີ່ມີຄວາມອຸດົມສົມ ບູນໄປດ້ວຍລະບົບນິເວດ ແລະ ຊີວະນາໆພັນ ທີ່ຕິດພັນກັບຊີວິດການເປັນຢູ່ ຂອງປະຊາຊົນຫລາຍກວ່າ 60 ລ້ານຄົນ ທີ່ອາໄສໃນອ່າງແມ່ນໍ້າແຫ່ງນີ້ ແລະ ໄດ້ນໍາໃຊ້ຊັບພະຍາກອນ ທໍາມະຊາດດັ່ງກ່າວໃນການດໍາລົງຊີວິດ, ແມ່ນໍ້າຂອງຖືເປັນແມ່ນໍ້າແຫ່ງມິດຕະພາບທີ່ເຊື່ອມໂຍງການພົວພັນຂອງປະຊາຊົນ ໂດຍສະເພາະການແລກປ່ຽນທາງດ້ານເສດຖະກິດ-ສັງຄົມ ແລະ ວັດທະນະທໍາ ຂອງບັນດາປະເທດໃນພາກພື້ນນີ້.

ທ່ານ ສອນໄຊ ສີພັນດອນ ຍັງສະແດງຄວາມຫວັງວ່າ: ບັນດາປະເທດສະມາຊິກ ຈະສືບຕໍ່ໃຫ້ ການສະໜັບສະໜູນກອງເລຂາ ຄະນະກຳມາທິການແມ່ນ້ຳຂອງສາກົນ ໃນການຈັດຕັ້ງປະຕິບັດ ຍຸດທະສາດພັດທະນາອ່າງແມ່ນໍ້າຂອງ ສົກປີ 2021-2030, ບັນດາລະບຽບການ, ບົດແນະນໍາຕ່າງໆທີ່ກ່ຽວຂ້ອງ ແລະ ຖະແຫລງການວຽງຈັນ ທີ່ຈະຮັບຮອງໃນກອງປະຊຸມ ໃນຄັ້ງນີ້, ພ້ອມທັງ ຮຽກຮ້ອງໃຫ້ບັນດາປະເທດໃນອ່າງແມ່ນໍ້າຂອງທັງໝົດ ຈົ່ງຮ່ວມມືກັນໃນການຄຸ້ມຄອງອ່າງແມ່ນໍ້າຂອງ ຕາມຫລັກການເຄົາລົບອະທິປະໄຕຂອງກັນ ແລະ ກັນ ແລະ ເພື່ອຜົນປະໂຫຍດຮ່ວມກັນ ດັ່ງຄຳຂວັນ “ໜຶ່ງແມ່ນໍ້າຂອງ ໜຶ່ງອຸດົມການ”.

ທ່ານ ນາຍົກລັດຖະມົນຕີ ຍັງໃຫ້ຮູ້ອີກວ່າ: ປັດຈຸບັນ ສະພາບການປ່ຽນແປງດິນຟ້າອາກາດນັບມື້ນັບຮຸນແຮງ ເຮັດໃຫ້ສະພາບການຂອງໂລກ ແລະ ພາກພື້ນມີການປ່ຽນແປງ ກໍ່ໃຫ້ເກີດໄພນໍ້າຖ້ວມ, ໄພແຫ້ງແລ້ງ ແລະ ສະພາບອາກາດຜັນແປຮຸນແຮງ ເຊິ່ງໄດ້ສົ່ງຜົນກະທົບຕໍ່ກັບຊີວິດ ແລະ ຊັບສິນ ຂອງປະຊາຊົນ ລວມທັງ ພື້ນຖານໂຄງລ່າງຕ່າງໆ ແລະ ເພື່ອແກ້ໄຂບັນຫາທີ່ດັ່ງກ່າວ, ສປປ ລາວ ໄດ້ເຮັດວຽກຮ່ວມກັບ ຄະນະກໍາມາທິການແມ່ນໍ້າຂອງສາກົນ ແລະ ຄູ່ຮ່ວມງານທີ່ກ່ຽວຂ້ອງໃນການຂະຫຍາຍຕາໜ່າງສະຖານີອຸຕຸນິຍົມ-ອຸທົກກະສາດ, ການປັບປຸງລະບົບພະຍາກອນແຈ້ງເຕືອນໄພນໍ້າຖ້ວມ-ໄພແຫ້ງແລ້ງລ່ວງໜ້າ ເພື່ອຫລຸດຜ່ອນຄວາມສ່ຽງຈາກໄພພິບັດໃນຂອບເຂດທົ່ວປະເທດ.

ສປປ ລາວ ເຫັນວ່າມີຄວາມຈໍາເປັນໃນການຮ່ວມກັນຫາວິທີທາງທີີ່ດີ ແລະ ແທດເໝາະກັບຂົງເຂດຂອງພວກເຮົາ ເພື່ອເຮັດໃຫ້ການພັດທະນາ ເກີດຜົນປະໂຫຍດສູງສຸດ, ພ້ອມທັງ ຫລຸດຜ່ອນຜົນກະທົບຕໍ່ສິ່ງແວດລ້ອມ ແລະ ຕໍ່ຊຸມຊົນທີ່ບອບບາງ ເປັນຕົ້ນ ແມ່ນການເສີມຂະຫຍາຍການນຳໃຊ້ນະວັດຕະກຳໃໝ່ໆ ແລະ ກົນໄກການຮ່ວມມືທີ່ມີປະສິດທິພາບ ເພື່ອອ່າງແມ່ນ້ຳຂອງທີ່ໝັ້ນຄົງ ແລະ ຍືນຍົງ.

ທີ່ມາ ຂປລ

ບົດຄວາມຫຼ້າສຸດ

ໃຊ້ AI ໃຫ້ເປັນປະໂຫຍດ ຊາຍຊາວອາເມລິການໍາໃຊ້ Chat GPT ໃນການສຸ່ມໂຕເລກເພື່ອຊື້ຫວຍ ຖືກລາງວັນ 100,000 ໂດລາ ຫຼື ປະມານ 2.1 ຕື້ກີບ

ເມື່ອບໍ່ດົນມານີ້ ກາຍເປັນກະແສດັງຢູ່ປະເທດອາເມຣິກາ ເມື່ອມີຊາຍຄົນໜຶ່ງ ອາຍຸ 45 ປີ ອາໄສຢູ່ທີ່ເມືອງ Wyandotte ຣັດ Michigan ສ.ອາເມລິກາ ໄດ້ຖືກຫວຍທ້ອງຖິ່ນ Powerball ພາຍຫຼັງນຳໃຊ້ປັນຍາປະດິດ...

ເສຍຊີວິດສອງຄົນ ເຮືອບິນຂົນສົ່ງສິນຄ້າຂອງສາຍການບິນ ເອມິເຣດ ລຸດອອກນອກລັນເວ ທີ່ສະໜາມບິນຮົງກົງ

ອຸບັດຕິເຫດເຮືອບິນຂົນສົ່ງສິນຄ້າ ເອມິເຣດ ໄຫຼອອກນອກລັນເວ ທີ່ສະໜາມບິນຮົງກົງ ເຮັດໃຫ້ເສຍຊີວິດສອງຄົນ. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 20 ຕຸລາ 2025 ນີ້ວ່າ: ເກີດເຫດເຮືອບິນຂົນສົ່ງສິນຄ້າຂອງສາຍການບິນ ເອມິເຣດ ໄຫຼອອກນອກລັນເວຕຳກັບລົດຈົນຕົກທະເລ ທີ່ສະໜາມບິນຮົງກົງ ເຊິ່ງເຫດການດັ່ງກ່າວມີເຈົ້າທີ່ເສຍຊີວິດສອງຄົນ. ຕາມການລາຍງານລະບຸວ່າ:...

ຈະເປີດໃຫ້ບໍລິການໃນປີ 2030 ທາງລົດໄຟວຽງຈັນ-ໜອງຄາຍ ໂດຍຈະເລີ່ມລົງມືກໍ່ສ້າງໃນປີ 2027

ກອງ​ປະຊຸມ​ໄດ້​ຈັດ​ຂຶ້ນ​ຢູ່​ກະຊວງ​ໂຍທາ​ທິການ ​ແລະ ຂົນ​ສົ່ງ ​ແຫ່ງ ສປປ ລາວ ​ໃນ​ວັນ​ທີ 17 ຕຸລາ 2025 ​ເພື່ອ​ປຶກສາ​ຫາລື​ກ່ຽວ​ກັບ​ການ​ກໍ່ສ້າງ​ຂົວ​ທາງ​ລົດ​ໄຟ​ຂ້າມ​ແມ່ນ້ຳຂອງ​ແຫ່ງ​ໃໝ່. ກອງ​ປະຊຸມ​ຄັ້ງ​ນີ້​ໄດ້​ເປັນ​ປະທານ​ຮ່ວມ​ຂອງ​ທ່ານ ທ່ານ ຈັນທອນ...

ຍີ່ປຸ່ນໃຫ້ທຶນຊ່ວຍເຫຼືອ 88,546 ໂດລາ ໃນໂຄງການກໍ່ສ້າງໂຮງຮຽນປະຖົມສົມບູນ ບ້ານຫາດສະ ເມືອງປາກທາ ແຂວງບໍ່ແກ້ວ ເພື່ອຍົກລະດັບສະພາບແວດລ້ອມການສຶກສາຮ່ຳຮຽນ

ໃນວັນທີ 15 ຕຸລາ 2025 ທີ່ຜ່ານມາ, ລັດຖະບານຍີ່ປຸ່ນໄດ້ໃຫ້ການຊ່ວຍເຫຼືອເປັນມູນຄ່າປະມານ 88,546 ໂດລາສະຫະລັດ ໃນ ໂຄງການກໍ່ສ້າງໂຮງຮຽນປະຖົມສົມບູນບ້ານຫາດສະ ເຊິ່ງແມ່ນໂຄງການທີ່ຢູ່ພາຍໃຕ້ກອບຮ່ວມມືທີ່ມີຊື່ວ່າ ໂຄງການເສີມສ້າງຄວາມໝັ້ນຄົງຂອງມະນຸດຂັ້ນຮາກຖານ (GGP). ໂຄງການດັ່ງກ່າວແມ່ນການສະໜັບສະໜູນທຶນຮອນເພື່ອກໍ່ສ້າງອາຄານຮຽນໃໝ່, ຫ້ອງນໍ້າ...