spot_img
Homeນານາສາລະອາຫານທີ່ບໍ່ຄວນເອົາເຂົ້າໄມໂຄເວັບເດັດຂາດ

ອາຫານທີ່ບໍ່ຄວນເອົາເຂົ້າໄມໂຄເວັບເດັດຂາດ

Published on

ໄມໂຄເວັບ ເປັນອຸປະກອນໄຟຟ້າທີ່ໃຊ້ພາຍໃນເຮືອນຄົວ ໂດຍປັດຈຸບັນຫຼາຍຄອບຄົວກໍໄດ້ນຳໃຊ້ອຸປະກອນນີ້ເພື່ອສ້າງຄວາມສະດວກໃນການແຕ່ງກິນຫຼາຍຂຶ້ນເຊັ່ນ ອຸ່ນອາຫານ ຫຼື ແຕ່ງກິນ ເປັນຕົ້ນ, ເຖິງຢ່າງໃດກໍຕາມ ອາຫານບາງຢ່າງກໍບໍ່ສາມາດເອົາເຂົ້າໄມໂຄເວັບໄດ້ ໃນນັ້ນມີຄື:

1. ໄຂ່

ໝາຍເຖິງ ນຳໄຂ່ ເອົາເຂົ້າໄປເປັນໜ່ວຍທັງເປືອກ ໂດຍບໍ່ໄດ້ຕອກໄຂ່ໃນພາຊານະ ບໍ່ຄວນເອົາເຂົ້າໄມໂຄເວັບເພາະວ່າ ຄື້ນໃນໄມໂຄເວັບເຮັດໃຫ້ຂອງແຫຼວພາຍໃນໄຂ່ຮ້ອນ ສຸກ ເມື່ອເຮົານຳອອກມາແລ້ວຈະມາຕອກໄຂ່ຢູ່ດ້ານນອກ ມັນອາດຈະລະເບີດໃຫ້ໜ້າເຮົາ ຫຼື ມັນອາດຈະລະເບີດພາຍໃນໄມໂຄເວັບ.

2. ນ້ຳ

ນ້ຳລ້າທຳມະດານີ້ອັນຕະລາຍກວ່ານ້ຳອື່ນເມື່ອເອົາເຂົ້າໄມໂຄເວັບ ມັນກໍ່ຈະເກີດຄວາມຮ້ອນສູງຈົນເຮັດໃຫ້ເກີດເປັນອາຍນ້ຳພ້ອມກັນ ແລ້ວເກີດລະເບີດຈາກແກ້ວນ້ຳໄດ້.

3. ນົມແມ່

ໃຜທີ່ລ້ຽງລູກດ້ວຍນົມແມ່ ຫ້າມອຸ່ນນົມດ້ວຍໄມໂຄເວັບຢ່າງເດັດຂາດ ເພາະໄມໂຄເວັບຈະເຮັດໃຫ້ເຊື້ອແບັກທີເລຍໃນນ້ຳນົມຂະຫຍາຍໂຕຂຶ້ນ ອາດຈະເປັນອັນຕະລາຍຕໍ່ສຸຂະພາບເດັກນ້ອຍໄດ້.

4. ຜັກ

ຜົນຈາກການວິໄຈພົບວ່າ ຜັກ ທີ່ມາປຸງຜ່ານຄວາມຮ້ອນຈາກເຕົາໄມໂຄເວັບ ເຮັດໃຫ້ຄຸນຄ່າທາງສານອາຫານໃນຜັກຫຼຸດລົງຫຼາຍກວ່າ ການຕົ້ມ ຜັດ ແກງ ຫຼື ທອດ ໂດຍສະເພາະ ບັອກໂຄລີ່ ທີ່ຈະເສຍຄຸນຄ່າສານອາຫານໄປຫຼາຍເຖິງ 97%.

5. ໝາກໄມ້ແຊ່ແຂັງ

ໝາກໄມ້ແຊ່ແຂັງຈາກຊຸບເປີມາເກັດ ຫຼື ຮ້ານຄ້າທົ່ວໄປ ເຊັ່ນ ສະຕໍເບີລີ່ແຊ່ແຂັງ ຖ້ານຳມາປຸງຜ່ານເຕົາໄມໂຄເວັບ ຈະເຮັດໃຫ້ນ້ຳຕານໃນໝາກໄມ້ທີ່ເປັນປະໂຫຍດຕໍ່ຮ່າງກາຍ ປ່ຽນມາເປັນສານກໍ່ມະເຮັງໃນທັນທີ.

6. ຊີ້ນສັດແຊ່ແຂັງ

ຖ້ານຳເອົາຊີ້ນສັດທີ່ແຊ່ແຂັງແລ້ວ ເອົາມາອຸ່ນຜ່ານເຕົາໄມໂຄເວັບ ອຸນຫະພູມອຸ່ນໆຂອງໄມໂຄເວັບເຮັດໃຫ້ເຊື້ອພະຍາດທີ່ຢູ່ໃນຊີ້ນນັ້ນຈະຂະຫຍາຍໂຕຂຶ້ນ ພ້ອມຍັງເສຍຄຸນຄ່າທາງດ້ານອາຫານ ສະນັ້ນ ຄວນອຸ່ນ ຫຼື ລະລາຍຊີ້ນແຊ່ແຂງດ້ວຍການເອົາມາໄວ້ຊ່ອງທຳມະດາໃນຕູ້ເຢັນ 1 ຄືນກ່ອນເອົາມາແຕ່ງກິນ ຫຼື ດ້ວຍການເອົາຊີ້ນສັດແຊ່ແຂັງໃສ່ຖົງຢາງແລ້ວຈຶ່ງມາແຊ່ໃນນ້ຳເພື່ອເລັ່ງການລະລາຍຂອງຊີ້ນ.

ເຕົາໄມໂຄເວັບມີປະໂຫຍດຫຼາຍຢ່າງ ແຕ່ຄວນໃຊ້ໃຫ້ຖືກວິທີ ແລະ ຄວນເບິ່ງໃຫ້ລະອຽດວ່າອັນໃດທີ່ສາມາດເອົາໃສ່ໄມໂຄເວັບໄດ້ ຫຼື ອັນໃດບໍ່ຄວນ.

ທີ່ມາ Food Network

ບົດຄວາມຫຼ້າສຸດ

ລາຍຊື່ 23 ນັກເຕະທີມຊາດລາວຊຸດໃຫຍ່ ລຸຍບານເຕະ ຊີງແຊ້ມອາຊີ 2027 ຮອບຄັດເລືອກ (ຮອບສຸດທ້າຍ)

ສຕລ ປະກາດລາຍຊື່ 23 ນັກເຕະທີມຊາດລາວຊຸດໃຫຍ່ ລຸຍບານເຕະ ຊີງແຊ້ມອາຊີ 2027 ຮອບຄັດເລືອກ (ຮອບສຸດທ້າຍ) ທີມຊາດລາວ ຊຸດໃຫຍ່ ພາຍໃຕ້ການຄຸມທີມຂອງ ທ່ານ ຮາ ຮອກ...

ເຂົ້າກັກໂຕທັນທີ! ເຈົ້າໜ້າທີ່ກັກໂຕໜຸ່ມລາວ ໃນຂໍ້ຫາມີພຶດຕິກຳໃຊ້ບັນຊີ ຮັບ-ຖອນເງິນ ໃຫ້ກຸ່ມສະແກມເມີ

ອີງຕາມການລາຍງານຈາກສຳນັກຂ່າວປະເທດໄທ, ເຈົ້າໜ້າທີ່ກວດຄົນເຂົ້າເມືອງໜອງຄາຍ ປະເທດໄທ ໄດ້ເຂົ້າກັກໂຕໜຸ່ມຄົນລາວ ທີ່ມີຊື່ວ່າ ທ ເຈມບອນ ອາຍຸ 31 ປີ ຢູ່ທີ່ດ່ານຊາຍແດນຂົວມິດຕະພາບລາວ-ໄທ ແຫ່ງທີ 1 ໃນວັນທີ...

ພິທີເປີດງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025 ຢ່າງເປັນທາງການ

ເປີດຂຶ້ນຢ່າງເປັນທາງການແລ້ວ ງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025. ມະຫະກຳກິລາ ແຫ່ງຊາດ ຄັ້ງທີ XII ຫຼື ນະຄອນຫຼວງວຽງຈັນເກມ ທີ່ນະຄອນຫຼວງວຽງຈັນ ເປັນເຈົ້າພາບ ໄດ້ເປີດຂຶ້ນຢ່າງເປັນທາງການ...

ໃນປີ 2026 ລັດຖະບານຈະປັບເງິນເດືອນ ພະນັກງານລັດຖະກອນບໍ່ຫຼຸດ 3,000,000 ກີບ/ເດືອນ ເພື່ອແກ້ໄຂສະພາບການເປັນຢູ່ຂອງພະນັກງານ

ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ ໄດ້ຊີ້ແຈງຕໍ່ການຊັກຖາມຂອງສະມາຊິກສະພາແຫ່ງຊາດ ໃນກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 13 ພະຈິກ...