Homeຂ່າວການພັດທະນາການຫັນປ່ຽນພະລັງງານໃນ ສປປ ລາວ ແລະ ໂອກາດຄວາມເປັນໄປໄດ້ການນໍາໃຊ້ພະລັງງານທາງເລືອກໃນອານາຄົດ

ການຫັນປ່ຽນພະລັງງານໃນ ສປປ ລາວ ແລະ ໂອກາດຄວາມເປັນໄປໄດ້ການນໍາໃຊ້ພະລັງງານທາງເລືອກໃນອານາຄົດ

Published on

ໃນຕອນເຊົ້າ ຂອງວັນທີ 27 ມີນາ 2023 ທີ່ຜ່ານມາ, ທີ່ຫ້ອງປະຊຸມຂອງໂຮງແຮມ ຄລາວພລາຊາ, ນະຄອນຫຼວງວຽງຈັນ, ກະຊວງ ພະລັງງານ ແລະ ບໍ່ແຮ່ ໄດ້ຈັດກອງປະຊຸມຂື້ນ ໃນຫົວຂໍ້ “ການຫັນປ່ຽນພະລັງງານໃນ ສປປ ລາວ ແລະ ໂອກາດຄວາມເປັນໄປໄດ້ການນໍາໃຊ້ພະລັງງານໄຮໂດຣເຈນ-ເອມໂມເນຍ ສີຂຽວ ໃນ ສປປ ລາວ” ຂື້ນ, ກອງປະຊຸມດັ່ງກ່າວ ໄດ້ຮັບກຽດເຂົ້າຮ່ວມເປັນປະທານຂອງທ່ານ ນາງ ຈັນສະຫວາດ ບຸບຜາ, ຮອງລັດຖະມົນຕີກະຊວງ ພະລັງງານ ແລະ ບໍ່ແຮ່, ໃນນັ້ນ ມີຜູ້ເຂົ້າຮ່ວມຈາກຫົວໜ້າກົມ, ສະຖາບັນອ້ອມຂ້າງກະຊວງ ແລະ ບັນດາກົມທີ່ກ່ຽວຂ້ອງ ຈາກກະຊວງອ້ອມຂ້າງສູນກາງ ເຂົ້າຮ່ວມ, ກວ່າ 50 ທ່ານ.

อาจเป็นรูปภาพของ 8 คน, ผู้คนกำลังยืน และ สถานที่ในร่ม

ທ່ານ ປະທານຍັງໃຫ້ຮູ້ຕື່ມວ່າ: ກອງປະຊຸມສຳມະນາກ່ຽວກັບການສືກສາຄວາມເປັນໄປໄດ້ ໃນການຫັນປ່ຽນພະລັງງານໃນ ສປປ ລາວ-ໂອກາດຄວາມເປັນໄປໄດ້ການນໍາໃຊ້ພະລັງງານໄຮໂດຣເຈນ-ເອມໂມເນຍ ສີຂຽວ ໃນ ສປປ ລາວ, ເຊິ່ງເປັນພະລັງງານທາງເລືອກໃນອານາຄົດ, ເນື່ອງຈາກສະພາບການປ່ຽນແປງດີນຟ້າອາກາດ, ສະພາບການຂອງໂລກມີການປ່ຽນແປງ ໂດຍສະເພາະດ້ານພະລັງງານທີ່ມີເໜັງຕີງຢ່າງຕໍ່ເນື່ອງ, ບັນດາປະເທດໃນໂລກໄດ້ມີນະໂຍບາຍ ແລະ ທິດທາງການນໍາໃຊ້ພະລັງງານສະອາດເປັນມິດກັບສີ່ງແວດລ້ອມ ໂດຍສະເພາະພະລັງງານໄຮໂດຣເຈນ, ເຊິ່ງໃນດ້ານເຕັກໂນໂລຊີແລ້ວ ໄດ້ມີການພັດທະນາຢ່າງຕໍ່ເນື່ອງ ມີແນວໂນມເປັນທີ່ຍອມຮັບຂອງຕະຫລາດ ແລະ ລາຄາສາມາດແຂ່ງຂັນໄດ້, ຄວາມຕ້ອງການພະລັງງານດັ່ງກ່າວໄດ້ມີທ່າອຽງຫລາຍຂື້ນໂດຍສະເພາະ ຢູ່ບັນດາປະເທດເກົາຫລີໃຕ້, ຍີ່ປຸ່ນ ແລະ ສປ ຈີນ, ສໍາລັບ ສປປ ລາວ ພວກເຮົາລັດຖະບານໄດ້ມີຍຸດທະສາດ ກ່ຽວກັບການສະໜອງພະລັງງານສະອາດໃຫ້ແກ່ຂະແໜງຄົມມະນາຄົມຂົນສົ່ງ ໂດຍສະເພາະພະລັງງານໄຣໂດຣເຈນ ພ້ອມດຽວກັນນັ້ນ, ລັດຖະບານກຳລັງຮ່າງຍຸດທະສາດ ກ່ຽວກັບ ພະລັງງານໄຮໂດຣເຈນ ແລະ ເອກະສານດ້ານນິຕິກຳທີ່ກ່ຽວຂ້ອງ ເພື່ອສົ່ງເສີມວຽກງານດັ່ງກ່າວໃຫ້ໄດ້ຮັບການປະຕິບັດຜົນເປັນຈິງເທື່ອລະກ້າວ.

ສປປ ລາວ ເປັນປະເທດທີ່ນໍາເຂົ້ານ້ຳມັນເຊື້ອໄຟ 100%, ໃນປີ 2021 ນໍາເຂົ້ານໍ້າມັນເຊື້ອໄຟປະມານ 1,4 ລ້ານລິດ ຊື່ງລວມເປັນມູນຄ່າປະມານ 803 ລ້ານໂດລາສະຫະລັດ ແລະ ນໍາເຂົ້າປຸຍເຄມີ ຈາກຕ່າງປະເທດ ໃນປີ 2022 ປະມານ 450 ລ້ານໂດລາສະຫະລັດ ເພີ່ມຂື້ນປະມານ 4 ເທື່ອທຽບໃສ່ປີ 2020 ເນື່ອງຈາກວ່າລາຄາຕົ້ນທຶນປຸຍເຄມີໄດ້ເພີ່ມຂື້ນ ຖ້າທຽບໃສ່ປີດຽວກັນ ພ້ອມດຽວກັນນັ້ນ, ພວກເຮົາກໍມີທ່າແຮງດ້ານພະລັງງານຫຼາຍດ້ານເປັນຕົ້ນ: ໄຟຟ້ານໍ້າຕົກ, ພະລັງງານແສງຕາເວັນ, ພະລັງງານລົມ, ທີ່ສາມາດຫັນປ່ຽນມາເປັນພະລັງງານທາງເລືອກໃໝ່ ເພື່ອທົດແທນການນໍາໃຊ້ພະລັງ ງານຈາກຟໍຊີວ.

ໂຄງການສືກສານີ້ ເຫັນວ່າມີຄວາມໝາຍຄວາມສຳຄັນ ແລະ ຄວາມຈຳເປັນ ສຳລັບພວກເຮົາໃນການກຳນົດຍຸດທະສາດກ່ຽວກັບພະລັງງານດັ່ງກ່າວໃນອານາຄົດ ທັງໄລຍະສັ້ນ ແລະ ໄລຍະຍາວ ເປັນຕົ້ນແມ່ນລະບົບການເກັບຮັກສາ, ຄວາມປອດໄພ, ການຜະລິດໄຟຟ້າ, ຂະແໜງຄົມມະນາຄົມຂົນສົ່ງທີ່ມີຕົ້ນທືນຕໍ່າ, ຂະແໜງອຸດສາຫະກຳບໍ່ແຮ່-ອຸດສາຫະກຳໜັກ ແລະ ຂະແໜງກະສິກຳ ແລະ ຂະແໜງອື່ນໆ ເພື່ອປະກອບສ່ວນການໃນຫລຸດຜ່ອນມົນລະພາວະຕາມນະໂຍບາຍການປ່ຽນແປງດີນຟ້າອາກາດ ແລະ ການພັດທະນາສີຂຽວຕາມທິດຍືນຍົງ.

ກອງປະຊຸມສຳມະນາໃນຄັ້ງນີ້, ເຫັນວ່າມີຄວາມໝາຍຄວາມສຳຕໍຄັນ ທີ່ພວກເຮົາຈະຕ້ອງໄດ້ມີການປືກສາຫາລືກັນ, ຄົ້ນຄວ້ານໍາກັນຢ່າງເລີກເຊີງ ກັບບັນດາຊ່ຽວຊານ ເພື່ອຖອດຖອນບົດຮຽນຈາກຕ່າງປະເທດ ແລະ ການສຶກສາຄວາມເປັນໄປໄດ້ໃນການພັດທະນາພະລັງງານດັ່ງກ່າວ ແລະ ບົນພື້ນຖານການສຶກສານີ້ ຈະເປັນຂໍ້ມູນອັນສຳຄັນໃຫ້ແກ່ກະຊວງພວກເຮົາ ກໍຄືລັດຖະບານ ເພື່ອກຳນົດທິດທາງ ແລະ ນະໂຍບາຍ ການຫັນໄປສູ່ການຈັດຕັ້ງປະຕິບັດໃຫ້ປະກົດຜົນເປັນຈີງໃນອານາຄົດ.

ແຫຼ່ງຂ່າວ  ກົມສົ່ງເສີມ ແລະ ປະຢັດພະລັງງານ

 

ບົດຄວາມຫຼ້າສຸດ

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...

ສູນທອນພົດປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X

 ໃນພິທີປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ສອນໄຊ ສີພັນດອນ ປະທານສະພາແຫ່ງຊາດ ໄດ້ກ່າວສູນທອນພົດປິດກອງປະຊຸມວ່າ: ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...