Homeຂ່າວພາຍ​ໃນອຸດົມໄຊສົ່ງອອກທາດແປ້ງມັນຕົ້ນ ຈຳນວນ ຈຳນວນ 1700 ໂຕນ ໄປ ສປຈີນ

ອຸດົມໄຊສົ່ງອອກທາດແປ້ງມັນຕົ້ນ ຈຳນວນ ຈຳນວນ 1700 ໂຕນ ໄປ ສປຈີນ

Published on

ມັນຕົ້ນຖືວ່າເປັນສິນຄ້າຫຼັກທີ່ ສປປ ລາວໄດ້ສົ່ງອອກຫຼາຍທີ່ສຸດ ໃນນັ້ນແຂວງອຸດົມໄຊກໍໄດ້ກຽມສົ່ງອອກທາດແປ້ງມັນຕົ້ນ ຈຳນວນ ຈຳນວນ 1700 ໂຕນ ໄປຫາ ສປຈີນ.

ບໍ່ເທົ່າໃດມື້ທີ່ຜ່ານມາ ທ່ານ ທ່ານ ຊັ້ນວັນຟູ ອຳນວຍການບໍລິສັດ ເຕັກໂນໂລຊີ ຊິວະພາບພົງຟົງອຸດົມໄຊຈຳກັດ ໄດ້ໃຫ້ຮູ້ວ່າ: ບໍລິສັດແມ່ນໄດ້ສ້າງຕັ້ງຂື້ນ ແລະ ສ້າງຕັ້ງໂຮງງານຜະລິດແປ້ງມັນຕົ້ນສຳເລັດໃນປີ 2022, ທີ່ເລືອກມາລົງທືນທີ່ແຂວງອຸດົມໄຊກໍ່ຍ້ອນວ່າ ແຂວງອຸດົມໄຊ ແມ່ນມີສະພາບດີນຟ້າອາກາດທີ່ດີ ເໝາະສົມແກ່ການປູກມັນຕົ້ນ ສະນັ້ນບໍລິສັດຈື່ງໄດ້ເຂົ້າມາລົງທືນ ສົ່ງເສີມໃຫ້ປະຊາຊົນຢູ່ ເມືອງໄຊ ແລະ ເມືອງແບງ ປູກມັນຕົ້ນແນວພັນ ເພື່ອເປັນສິນຄ້າ.

ປັດຈຸບັນ ບໍລິສັດແມ່ນໄດ້ສົ່ງເສີມໃຫ້ປະຊາຊົນປູກມັນຕົ້ນແນວພັນຢູ່ 50 ກ່ວາບ້ານ ໃນເນື້ອທີ່ 820 ເຮັກຕາ, ເກັບຊື້ມັນຕົ້ນດີບ ສົດ ໄດ້ຫຼາຍກ່ວາ 6000 ໂຕນ ສ້າງລາຍຮັບທາງດ້ານເສດຖະກິດ ໃຫ້ແກ່ປະຊາຊົນ 72 ຕື້ກີບ, ປີ 2022 ບໍລິສັດໄດ້ສ້າງຕັ້ງໂຮງງານສຳເລັດ ມີຂະໜາດການຜະລິດ 30 000 ໂຕນຕໍ່ປີ ແລະ ໄດ້ທົດລອງຜະລິດທາດແປງມັນຕົ້ນໃນລະດູຜ່ານມາໄດ້ 1700 ກ່ວາໂຕນ ແລະ ພ້ອມທີ່ຈະສົ່ງອອກຂາຍ ໄປ ສປຈີນ ໃນເດືອນ ມີນາ2023 ນີ້ ແລະ ແຜນການໃນປີ 2024 ນີ້ ທາງບໍລິສັດແມ່ນຕ້ອງການເນື້ອທີ່ປູກມັນຕົ້ນຈໍານວນ 10000 ເຮັກຕາ, ມັນຕົ້ນສົດ ຈໍານວນ 200,000 ກ່ວາໂຕນ, ເພື່ອເພີ້ມລາຍຮັບໃຫ້ແກ່ແຂວງອຸດົມໄຊ 300 ຕື້ກ່ວາກີບສີ່ງສໍາຄັນ ແມ່ນສາມາດແກ້ໄຂບັນຫາໄພຫວ່າງງານໃຫ້ແກ່ຊາວໜຸ່ມ ໃນທ່ອງຖີ່ນຈຳນວນ 60 ຄົນ ພ້ອມທັງຝຶກອົບຮົມດ້ານເຕັກນິກໃຫ້ແກ່ພະນັກງານໃຫ້ມີຄວາມຊຳນານໃນວຽກງານດັ່ງກ່າວຕື່ມອີກ.

ທີ່ມາ Media Laos

 

ບົດຄວາມຫຼ້າສຸດ

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...

ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ເພື່ອເປັນບ່ອນອີງໃຫ້ການຄຸ້ມຄອງວຽກງານຈະລາຈອນທາງບົກໃຫ້ມີປະສິດທິພາບ, ປະສິດທິຜົນ

ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ສະເໜີເຫດຜົນ, ຄວາມຈໍາເປັນທີ່ຕ້ອງໄດ້ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...

2026 ຍທຂ ໄດ້ຮັບຈັດສັນງົບປະມານກອງທຶນທາງ 2,000 ຕື້ກີບ ສະເລ່ຍປັບປຸງເສັ້ນທາງເບຕົງ ຫຼື ອັດສະຟານ 5-10 ກິໂລແມັດ ໃນແຕ່ລະແຂວ

ໃນກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ຂຶ້ນຊີ້ແຈ້ງຕໍ່ຄຳຊັກຖາມຂອງສະມາຊິກສະພາແຫ່ງຊາດ ກ່ຽວກັບບັນຫາ ທີ່ຕິດພັນກັບການຈັດຕັ້ງປະຕິບັດວຽກງານຂອງຂະແໜງໂຍທາທິການ...