ລະນຶກ ວັນທີ 21 ມີນາ 1946 ວັນຄຽດແຄ້ນ ຂອງ ຊາວເມືອງທ່າແຂກ ແຂວງຄຳມ່ວນ ເວົ້າສະເພາະ ແລະ ປະຊາຊົນລາວ ວິລະຊົນ ໂດຍຮວມ. ຄຽດແຄ້ນຕໍ່ຜູ່ຮຸກຮານ ຜືນແຜ່ນດິນ ອັນແສນຮັກ ເພື່ອ ປຸ້ນເອົາ ຊັບໃນດິນ ສິນໃນນໍ້າ ແລະເອົາຄົນລາວ ເປັນຂີ້ຂ້າ ຄຽດແຄ້ນ ຕໍ່ ການເຂັນຂ້າ ຢ່າງປ່າເຖື່ອນ, ດູຖູກ, ເບີ່ງຄົນລາວ ບໍ່ສໍ່າສັດເດຍລະສານດ້ວຍຊໍ້າ, ເປັນວັນ ລະນຶກເຖິງ ນໍ້າໃຈ ເສຍສະຫລະ ອັນສູງສົ່ງແລະ ຈິດໃຈ ນັກສູ້ ເຂັ້ມແຂງ ບໍ່ຍອມ ຂຸເຂົ່າ ບໍ່ຍອມ ຈຳນົນຕໍ່ ຜູ່ຮຸກຮານ ບໍ່ວ່າຫນ້າໃດທັງນັ້ນ, ເຊິ່ງ ບັນຈົບຄົບຮອບ 72 ປີ ໃນ ວັນທີ່ 21 ມີນາ 2018 ນີ້.
ພາຍຫຼັງ ພວກລ່າເມືອງຂຶ້ນ ຝຣັ່ງ ປະລາໄຊ ຕໍ່ ຂຸນເສິກ ຍິ່ປຸນ ແລະ ຕໍ່ມາ ຍິປຸນ ປະລາໄຊ ໃນສົງຄາມໂລກຄັ້ງທີ່ 2 , ລາວເຮົາ ກໍໄດ້ປະກາດເອກະລາດ ບໍ່ຂຶ້ນກັບຝຣັ່ງ ແລະ ຍີ່ປຸ່ນໃນ ວັນທີ່ 12 ຕຸລາ 1945.
12 ຕຸລາ 1945 ສະເດັດເຈົ້າ ສຸພານຸວົງ ໄດ້ມີຕຳແຫນ່ງ ລັດຖະມົນຕີການຕ່າງປະເທດ 30 ຕຸລາ 1945 ໄດ້ຮັບຕຳແຫນ່ງ ຜູ່ບັນຊາການທະຫານສູງສຸດ ຂອງກອງທັບ ກູ້ຊາດລາວ ຂອງລັດຖະບານລາວ ເອກະລາດ ຕື່ມອີກ.
ແທນທີ່ ປະຊາຊົນລາວ ພວກເຮົາ ຈະໄດ້ເປັນ ເຈົ້າຂອງປະເທດຊາດ ແລະ ໄດ້ມີໂອກາດສ້າງສາ ພັດທະນາ ບ້ານເກີດເມືອງນອນ ຂອງຕົນເອງ ໃນເມື່ອ ປະເທດຊາດ ໄດ້ຫລຸດພົ້ນອອກຈາກ ແອກຄອບຄອງຂອງຕ່າງດ້າວແລ້ວ, ແຕ່ ສະພາບການ ພັດ ບໍ່ເປັນໄປຄືແນວນັ້ນ!
ພວກເຮົາໄດ້ມີ ສັນຕິພາບ ໃນໄລຍະເວລາພຽງ 4 ເດືອນກ່ວາເທົ່ານັ້ນ, ພວກລ່າເມືອງຂຶ້ນຝຣັ່ງ ໄດ້ກັບເຂົ້າມາ ຮຸກຮານລາວເຮົາອີກ ເປັນຄັ້ງທີ່ສອງ. ໃນບັ້ນຮົບ ອັນດຸເດືອດ ຄັ້ງໜຶ່ງນັ້ນ, ຢູ່ທີ່ ເມືອງທ່າແຂກ ແຂວງຄຳມ່ວນ ສະເດັດເຈົ້າ ສຸພານຸວົງ ໃນນາມຜູ່ບັນຊາການສູງສຸດ ກອງທັບ ກູ້ຊາດລາວ ຂອງລັດຖະບານລາວ ເອກະລາດ ທີ່ຕໍ້ສູ້ຕ້ານ ການກັບຄືນມາຂອງ ລ່າເມືອງຂຶ້ນ ຝຣັ່ງ ແຕ່ ຝຣັ່ງພັດໄດ້ຮັບການສະຫນັບສະຫນູນ ຈາກ ເຈົ້າຊີວິດ ສີສວ່າງວົງ ສະເດັດເຈົ້າ ສຸພານຸວົງ ຈິ່ງໄດ້ອອກຄຳສັ່ງ ໃຫ້ ນາຍພົນ ສິງກະໂປ ສີໂຄດຈຸລະມະນີ ແລະ ທ່ານ ຫງວຽນແຈ້ງ Nguyễn Chánh ເຊິ່ງເປັນອົງຄະຣັກ ຫົວຫນ້າກອງປ້ອງກັນໃກ້ຊິດ ຂອງ ສະເດັດເຈົ້າ ສຸພານຸວົງ ຈັດຕັ້ງ ກອງກຳລັງປະສົມ ລາວ-ວຽດ ປ້ອງກັນເມືອງທ່າແຂກຂຶ້ນ ເພື່ອຕ້ານຢັນ ກັບທະຫານຝຣັ່ງ ແລະ ພວກກອງໂຈນ ລາວ-ຝຣັ່ງ ທີ່ ຝຣັ່ງ ຈັດຕັ້ງຂຶ້ນເປັນຈຳນວນຫລວງຫລາຍ ໃນທົ່ວປະເທດ ທີ່ໄດ້ບຸກຕີເອົາແຂວງ ສະຫວັນນະເຂດ ແລະ ມຸ່ງໜ້າ ຂຶ້ນມາຍັງ ເມືອງທ່າແຂກ.
ສະເດັດເຈົ້າ ສຸພານຸວົງ ໄດ້ມີ ຄຳຮຽກຮ້ອງ ຕໍ່ ປະຊາຊົນລາວ ໃນ ວັນພະຫັດ, 21 ມີນາ 1946 ວ່າ:
“ໃນການເຮັດເສິກ ແຕ່ລະບັ້ນຮົບ ລ້ວນມີຄວາມສຳຄັນ ແຕ່ຈຸດປະສົງ ອາດແຕກຕ່າງກັນ. ມື້ນີ້ ສັດຕູ ເຫາະເຫີນກາງເວຫາ
ມີອາວຸດ ຍຸດໂທປະກອນ ຄົບມື ທະຫານ ອາຊີບ ເຝິກຝົນມາຢ່າງດີ ສ່ວນພວກເຮົາ ແມ່ນປະຊາຊົນທຳມະດາ ສ່ວນຫລາຍ ເປັນອາສາສະຫມັກ ທີ່ບໍ່ຊຳນານ ການເຮັດເສິກ ອາວຸດກໍບໍ່ ທັນສະໄຫມ…ພວກເຮົາ ອາດຈະຕ້ອງສະຫລະຊີບ ພວກເຮົາ ອາດເອົາຊະນະ ມື້ນີ້ ບໍ່ໄດ້ ແຕ່ຈຸດປະສົງ ຂອງບັ້ນຮົບ ມື້ນີ້ ແມ່ນ ເພື່ອສະແດງໃຫ້ສັດຕູຂອງຊາດລາວ ໃນມື້ນີ້ ແລະ ໃນອະນາຄົດ ເຫັນຢ່າງ ປະຈັກຕາ ວ່າ: ຜູ້ໃດ ກ້າເຂົ້າມາປອງຮ້າຍ ຕໍ່ຊາດລາວເຮົາຜູ້ນັ້ນ ກໍຕ້ອງຖືກລົງໂທດ ໃນບໍ່ຊ້ານານ ຢ່າງແນ່ນອນ
ບໍ່ວ່າ ພວກເຂົາ ຈະເກັ່ງ ຈະຮັ່ງ ຈະມີອາວຸດ ທີ່ດີສໍ່າໃດ ກໍຕາມ❗️ຊາດເປັນສິ່ງສູງສຸດ❗️ຊາດລາວ ຫມັ້ນຍືນ❗️
ສະເດັດເຈົ້າ ສຸພານຸວົງ ໃນນາມ ນາຍພົນ, ຜູ່ບັງຄັບບັນຊາສູງສຸດ ແຫ່ງກອງທັບກູ້ຊາດລາວ (ຂຽນຫຍໍ້: ບບສ ແຫ່ງ ກກຊລ)”
ວັນທີ 21 ມີນາ 1946 ເວລາ 4 ໂມງ 50 ນາທີ ພວກຝຣັ່ງ ໃຊ້ຍົນ “ສະປິດໄຟຣ໌” 4 ລຳ ບິນຂຶ້ນຫວ່ານ ໃບປິວ ທີ່ມີລາຍເຊັ່ນ ຂອງຜູ້ບັນຊາການ ທະຫານສູງສຸດ ຂອງຝຣັ່ງປະຈຳຢູ່ອິນໂດຈີນເຊິ່ງມີເນື້ອໃນວ່າ: ” ໃຫ້ກອງກຳລັງປະກອບອາວຸດປະຈຳເມືອງທ່າແຂກ ອອກມາຍອມຈຳນົນທີ່ທາງ 3 ແຍກ ກິໂລແມັດທີ່ 4 ນາມະລາດ ໂດຍດ່ວນ. ຖ້າບໍ່ປະຕິບັດພາຍ ໃນ 15 ນາທີ ເມືອງທ່າແຂກ ຈະຖືກທຳລາຍ ແລະ ທຸກຄົນ ຈະຖືກດັບສູນ! ” ແຕ່ ກອງທັບກູ້ຊາດລາວ ຂອງ ສະເດັດເຈົ້າ ສຸພານຸວົງ ໄດ້ເດັດດ່ຽວ ເປັນນໍ້າຫນຶ່ງໃຈດຽວ ບໍ່ຍອມຈຳນົນ ຕໍ່ ຝຣັ່ງ ແລະ ສຽງປືນ ກໍແຕກຂຶ້ນໃນໄລຍະຕໍ່ມາ. ບັ້ນຮົບ ປ້ອງກັນ ທ່າແຂກ ໄດ້ເລີ່ມຂຶ້ນ ຢ່າງດຸເດືອດ…ພວກສັດຕູ ໄດ້ນຳໃຊ້ທັງປືນໃຫຍ່ ແລະ ເຮືອບິນສູ້ຮົບເຂົ້າ ທຳລາຍຕົວເມືອງທ່າແຂກ ເຮັດໃຫ້ປະຊາຊົນ ຜູ່ບໍລິສຸດ ລົ້ມຕາຍ ເປັນຈຳນວນຫຼວງຫຼາຍ.
ຮອດເວລາ 12 ໂມງທ່ຽງຂອງ ວັນດຽວກັນ ເມື່ອເຫັນວ່າ ສະພາບການ
“ເຫຼັກຫຼາຍກ່ວາຖ່ານ” ແລະ ເພື່ອຮັກສາຄວາມປອດໄພໃຫ້ແກ່ ສະເດັດເຈົ້າ ສຸພານຸວົງ ຄະນະປ້ອງກັນຈິ່ງຮ້ອງຂໍໃຫ້ ສະເດັດເຈົ້າ ສຸພານຸວົງ ຂ້າມໄປນະຄອນພະນົມເພື່ອຫຼົບໄພເສຍກ່ອນ, ແຕ່ເພິ່ນຊໍ້າພັດ ບໍ່ຍອມໄປ ເພາະຕ້ອງບັນຊາ ແນວຮົບ ສະເດັດເຈົ້າ ສຸພານຸວົງ ໄດ້ເວົ້າຂຶ້ນວ່າ: ” ຈະໜີຈາກປະຊາຊົນໄດ້ຢ່າງໃດ ໃນເມື່ອເມືອງ ທ່າແຂກ ຍັງມີນັກຮົບກູ້ຊາດ ຕໍ່ສູ້ກັບສັດຕູຢູ່ ”. ຄຳເວົ້າດັ່ງກ່າວ ໄດ້ສະແດງໃຫ້ເຫັນເຖິງຄວາມກ້າຫານ ແລະ ເດັດດ່ຽວຕໍ່ສູ້ ຍອມເສຍສະຫຼະແມ່ນແຕ່ຊີວິດ ເພື່ອປະເທດຊາດ ເພື່ອປະຊາຊົນຂອງ ສະເດັດເຈົ້າ ສຸພານຸວົງ ຢ່າງແທ້ຈິງ! “ ຄວາມຮັກຊາດ ຍ່ອມແຮງກ່ວາ ຄວາມຕາຍ ”-
ແມ່ນ ຄຳເວົ້າ ໃນຕອນແລງ ຂອງວັນພະຫັດ, 21 ມີນາ 1946 ຂອງ ສະເດັດເຈົ້າ ສຸພານຸວົງ ເມື່ອ ຖືກບາດເຈັບສາຫັດ ຈາກກະສູນປືນກົນ ຂອງເຮືອບິນ “ສະປິດໄຟຣ໌” ຂອງຝຣັ່ງສ໌ ເວລາຂ້າມນຳ້ຂອງ ໂດຍເຮືອຈັກນ້ອຍ.
ເຮືອຍັງເຫລືອລຳດຽວ, ຈັກເຮືອເພ ຈິ່ງມີນັກຮັກຊາດຈຳນວນຫນຶ່ງ ຕ້ອງລົງນຳ້ ທັງລອຍທັງດັນເຮືອ ຂ້າມນຳ້ຂອງ ໄປທາງ ນະຄອນພະນົມ(ປະເທດໄທ). ເລືອດ ຂອງ ສະເດັດເຈົ້າ ສຸພານຸວົງ ໄຫລອອກຈາກບາດແຜ ໄດ້ລິນຫລັ່ງລົງ ນຳ້ຂອງ ປົນກັບກະແສເລືອດ ຂອງປະຊາຊົນ ຄົນຮັກຊາດ ວິລະຊົນ ໃນວັນນັ້ນ.
ລູກກະສູນ ໄດ້ຈີກເນື້ອຫນັງ ເຂົ້າດ້ານຫລັງ ຫ່າງໄປທາງກຳ້ຊ້າຍ ຂອງກະດູກສັນຫລັງ, ດັກລົງລຸ່ມຫົວໃຈ ທີ່ສູບສີດເລືອດຮັກຊາດ ຢ່າງວຸດວິດ, ແລ້ວ ຊອດອອກຂ້າງຊ້າຍ ທຳລາຍ ອະໄວຍະວະ ພາຍໃນ ແລະ ເຮັດໃຫ້ກະດູກຂ້າງ ແຕກຫັກ ສອງ ຊີກ.
ພາຍຫລັງ ການຜ່າຕັດ ແລະປິ່ນປົວ ບາດແຜ ໄລຍະຫນຶ່ງ ຢູ່ ປະເທດໄທ ຈົນຫາຍຂາດ ຢ່າງມະຫັດສະຈັນ, ສະເດັດເຈົ້າ ສຸພານຸວົງ ໄດ້ກັບຄືນ ບ້ານເກີດເມືອງນອນ ແລະສືບຕໍ່ ນຳພາການຕໍ່ສູ້ມີໄຊ ຂອງປະຊາຊົນ ເພື່ອ ເອກະລາດ ແລະ ອະທິປະໄຕ ຂອງເມືອງລາວ.
ສົງຄາມຮຸກຮານເມືອງທ່າແຂກ ໃນວັນທີ່ 21 ມີນາ 1946 ຂອງພວກລ່າເມືອງຂຶ້ນຝຣັ່ງສ໌ ໄດ້ສັງຫານປະຊາຊົນຊາວເມືອງທ່າແຂກ ຜູ່ບໍລິສຸດປະມານ 3000 ຄົນເຊິ່ງໃນນັ້ນ 1/5 (ຫນຶ່ງໃນຫ້າ) ແມ່ນ ເດັກນ້ອຍ.
ສອງວັນຜ່ານໄປ ຊາກສົບກໍເລີ່ມເນົ່າໃຄ່ ແລະ ຟູຂຶ້ນທົ່ວໜ້ານໍ້າ ແມ່ນໍ້າຂອງ ສົ່ງກິ່ນເໝັນສະເອືອນໄປທົ່ວບໍລິເວນ,
ວັນດັ່ງກ່າວ ຈິ່ງໄດ້ກາຍມາເປັນ ວັນຄຽດແຄ້ນ ຫາອັນປຽບບໍ່ໄດ້ ຂອງປະຊາຊົນລາວ ບັນດາເຜົ່າ ໂດຍສະເພາະ ຊາວເມືອງທ່າແຂກ ວິລະຊົນ! ສະເດັດເຈົ້າ ສຸພານຸວົງ ວິລະບູລຸດ ຜູ່ພິລະອາດຫານ ຈະຍັງຄົງຍືນຍົງ ຢູ່ໃນດວງໃຈ ຂອງປະຊາຊົນລາວ ທຸກເຜົ່າ ຕະຫຼອດໄປ❗️
ຂໍໃຫ້ ດວງວິນຍານ ຂອງ ປະຊາຊົນ ຜູ້ບໍລິສຸດ ທັງເດັກນ້ອຍ ແລະ ຜູ້ໃຫຍ່ ທຸກເຊື້ອຊາດ ເຜົ່າພັນ ນັກຮົບ ຮັກຊາດ ທັງມວນ ທີ່ເສຍຊີວິດ ຈົ່ງໄປສູ່ ສຸຂະຕິພົບ ເທີນ❗️
ນໍ້າໃຈ 21 ມີນາ ຫມັ້ນຍືນ❗️
ນໍ້າໃຈ ຮັກຊາດ ຫມັ້ນຍືນ
ທີ່ມາ: MediaLAOS