Homeຂ່າວພາຍ​ໃນວາງສີລາລຶກໂຄງການກໍ່ສ້າງ ອະນຸສາວະລີ ປະທານ ໄກສອນ ພົມວິຫານ

ວາງສີລາລຶກໂຄງການກໍ່ສ້າງ ອະນຸສາວະລີ ປະທານ ໄກສອນ ພົມວິຫານ

Published on

ໃນວັນທີ 15 ມີນາ 2023 ກະຊວງປ້ອງກັນຄວາມສະຫງົບ ວາງສີລາລຶກໂຄງການກໍ່ສ້າງ ອະນຸສາວະລີ ປະທານ ໄກສອນ ພົມວິຫານ ຢູ່ຕໍ່ໜ້າວິທະຍາຄານການເມືອງ ປກສ ບ້ານດົງໝາກຄາຍ ເມືອງໄຊທານີ ນະຄອນຫຼວງວຽງຈັນ ເພື່ອເປັນອະນຸສອນສະຖານ ຈາລຶກຄຸນງາມຄວາມດີຂອງປະທານ ໄກສອນ ພົມວິຫານ ຜູ້ນໍາທີ່ແສນເຄົາລົບຮັກຂອງຊາດລາວ.

ໂຄງການກໍ່ສ້າງດັ່ງກ່າວ, ແມ່ນໂຮງຫຼໍ່ປະຕິມະກໍາລ້ານຊ້າງ ເປັນຜູ້ຮັບເໝົາປັ້ນຫຼໍ່ຮູບປັ້ນປະທານ ໄກສອນ ພົມວິຫານ, ເຊິ່ງມີຄວາມສູງ 7,5 ແມັດ, ຫຼໍ່ດ້ວຍທອງ ແລະ ໃຊ້ວິຊາການທີ່ຈົບຈາກຂະແໜງວິຈິດສິນ ແລະ ຊ່າງທີ່ມີຄວາມສຳນິຊໍານານໃນການປັ້ນຫລໍ່, ເຊິ່ງຄາດວ່າທ້າຍເດືອນມິຖຸນາ 2023 ຈະສໍາເລັດການປັ້ນຫຼໍ່ຮູບປັ້ນປະທານ ໄກສອນ ພົມວິຫານ ແລະ ຈະໄດ້ນໍາມາປະດິດສະຖານໄວ້ຢູ່ຕໍ່ໜ້າວິທະຍາຄານການເມືອງ ປກສ.

ສຳລັບ ໂຄງການກໍ່ສ້າງວິທະຍາຄານການເມືອງ ປກສ ແມ່ນການຮ່ວມມືລະຫວ່າງ ກະຊວງປ້ອງກັນຄວາມສະຫງົບ ແຫ່ງ ສປປ ລາວ ແລະ ກະຊວງປ້ອງກັນຄວາມສະຫງົບ ແຫ່ງ ສສ ຫວຽດນາມ, ເປັນທຶນຊ່ວຍເຫຼືອຈາກລັດຖະບານ ສສ ຫວຽດນາມ ດ້ວຍງົບປະມານ 250 ຕື້ດົງ ແລະ ທຶນສົມທົບຈາກລັດຖະບານ ສປປ ລາວ, ໂຄງການດັ່ງກ່າວ ມີເນື້ອທີ່ທັງໝົດ 6,5 ເຮັກຕາ ໂດຍສ້າງໃຫ້ເປັນວິທະຍາຄານກິນ-ນອນ, ອອກແບບອາຄານໃຫ້ສອດຄ່ອງກັບລະບົບການສຶກສາ ທີ່ປະກອບດ້ວຍສິ່ງອໍານວຍຄວາມສະດວກຕ່າງໆ ເປັນຕົ້ນ ສວນທາສາລະນະ, ສະໜາມກິລາ, ສະຖານທີ່ທໍາການຜະລິດ ເພື່ອເປັນບ່ອນຈັດກິດຈະກໍາຂອງນັກສຶກສານອກໂມງຮຽນ, ເປັນສະຖານ ທີ່ສໍາລັບການພັດທະນາຂອງນັກສຶກສາທາງດ້ານສະໝອງ ແລະ ສຸຂະພາບ, ຈະສາມາດຮອງຮັບນັກສຶກສາໄດ້ 1.200 ສະຫາຍ ແລະ ພະນັກງານ, ຄູ-ອາຈານ 150 ສະຫາຍ ໂດຍກຳນົດເວລາດຳເນີນການກໍ່ສ້າງປະມານ 1 ປີ ຈະໃຫ້ສຳເລັດ.

ແຫຼ່ງຂ່າວ ປກສ ນວ

ບົດຄວາມຫຼ້າສຸດ

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...

ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ເພື່ອເປັນບ່ອນອີງໃຫ້ການຄຸ້ມຄອງວຽກງານຈະລາຈອນທາງບົກໃຫ້ມີປະສິດທິພາບ, ປະສິດທິຜົນ

ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ສະເໜີເຫດຜົນ, ຄວາມຈໍາເປັນທີ່ຕ້ອງໄດ້ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...

2026 ຍທຂ ໄດ້ຮັບຈັດສັນງົບປະມານກອງທຶນທາງ 2,000 ຕື້ກີບ ສະເລ່ຍປັບປຸງເສັ້ນທາງເບຕົງ ຫຼື ອັດສະຟານ 5-10 ກິໂລແມັດ ໃນແຕ່ລະແຂວ

ໃນກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ຂຶ້ນຊີ້ແຈ້ງຕໍ່ຄຳຊັກຖາມຂອງສະມາຊິກສະພາແຫ່ງຊາດ ກ່ຽວກັບບັນຫາ ທີ່ຕິດພັນກັບການຈັດຕັ້ງປະຕິບັດວຽກງານຂອງຂະແໜງໂຍທາທິການ...