ຈໍາໜ່າຍພັນທະບັດລັດຖະບານຊຸດໃໝ່ປີ 2023 ຈໍານວນ 2.500 ຕື້ກີບ ແລະ 50 ລ້ານໂດລາສະຫະລັດ

0
619

ໃນວັນທີ 16 ມີນາ 2023 ນີ້, ທີ່ຕະຫຼາດຫຼັກຊັບລາວ, ກະຊວງການເງິນ, ໄດ້ຈັດຖະແຫຼ່ງຂ່າວການຈໍາໜ່າຍພັນທະບັດລັດຖະບານຊຸດໃໝ່ ເປັນພັນທະບັດດຸ່ນດ່ຽງງົບປະມານ ຜ່ານຕະຫຼາດຫຼັກຊັບລາວ ເປັນຊຸດທີ 4 ລວມມີ ສະກຸນເງິນກີບ 2.500 ຕື້ກີບ ແລະ ສະກຸນເງິນໂດລາສະຫະລັດ  50 ລ້ານໂດລາສະຫະລັດ.

ທ່ານ ສຸລິວັດ ສຸວັນນະຈູມຄໍາ ຫົວໜ້າກົມຄຸ້ມຄອງໜີ້ສິນສາທາລະນະ ກະຊວງການເງິນ ໄດ້ຖະແຫຼ່ງຂ່າວວ່າ: ການຈໍາໜ່າຍພັນທະບັດລັດຖະບານຊຸດໃໝ່ ຜ່ານຕະຫຼາດຫຼັກຊັບລາວຄັ້ງນີ້ ເປັນຊຸດທີ 4 ທີ່ກະຊວງການເງິນໄດ້ອອກພັນທະບັດລັດຖະບານຜ່ານຕະຫຼາດຫຼັກຊັບລາວ, ມີສະກຸນເງິນກີບ 2.500 ຕື້ກີບ ແລະ ສະກຸນເງິນໂດລາສະຫະລັດ  50 ລ້ານໂດລາ.

ຊຶ່ງໃນໄລຍະຜ່ານມາໄດ້ ຈໍາໜ່າຍພັນທະບັດລັດຖະບານທີ່ອອກຈໍາໜ່າຍໂດຍກະຊວງການເງິນ ຜ່ານຕະຫຼາດຫຼັກຊັບລາວນັບແຕ່ປີ 2018 ຫາ ປີ 2022 ແມ່ນໄດ້ອອກມາແລ້ວ 3 ຊຸດ, ຊຶ່ງເປັນສະກຸນເງິນກີບແມ່ນ 5.900 ຕື້ກີບ ແລະ ສະກຸນເງິນໂດລາສະຫະລັດແມ່ນ 100 ລ້ານໂດລາ, ຊຶ່ງເຫັນວ່າທຸກໆພາກສ່ວນໄດ້ມີການຮ່ວມມືເອົາໃຈໃສ່ໃນການຈໍາໜ່າຍຈົນປະສົບຜົນສຳເລັດ.

ໃນໄລຍະຜ່ານມາກະຊວງການເງິນ ໄດ້ປະຕິບັດພັນທະໃນການຈ່າຍຕົ້ນທຶນ ແລະ ດອກເບ້ຍໃຫ້ຜູ້ລົງທຶນຢ່າງເຄັ່ງຄັດໂດຍຄົບຕາມຈຳນວນ ແລະ ຖືກຕ້ອງຕາມເວລາທີ່ກຳນົດໄວ້ເຮັດໃຫ້ຜູ້ລົງທຶນເຊື່ອໝັ້ນ ແລະ ເລືອກລົງທຶນໃນພັນທະບັດລັດຖະບານ.

ຜົນສໍາເລັດທີ່ກ່າວກະຊວງການເງິນ, ຈຶ່ງເຫັນດີອະນຸມັດໃຫ້ມີກາຈໍາໜ່າຍພັນທະບັດລັດຖະບານຊຸດໃໝ່ ຜ່ານຕະຫຼາດຫຼັກຊັບລາວ ໂດຍເລີ່ມຈໍາໜ່າຍແຕ່ເດືອນກຸມພາ 2023 ເປັນຕົ້ນມາ ແລະ ຈະດໍາເນີນໄປຈົນກວ່າຈະສໍາເລັດ, ສະເພາະການອອກຈໍາໜ່າຍຄັ້ງນີ້ກະຊວງການເງິນໄດ້ເພີ່ມພັນທະບັດ ແລະ ມີການປັບອັດຕາດອກເບ້ຍເພີ່ມຂຶ້ນສໍາລັບພັນທະບັດສະກຸນເງິນກີບ ໂດຍອີງໃສ່ສະພາບເສດຖະກິດໃນປັດຈຸບັນ, ເພື່ອໃຫ້ຜູ້ລົງທຶນກັນມາລົງທຶນໃນພັນ ທະບັດລັດຖະບານເພີ່ມຂຶ້ນ, ໂດຍອັດຕາດອກເບ້ຍໃໝ່ສົກ 2023  ພັນທະບັດທີ່ມີອາຍຸ 1 ປີອັດຕາດອກເບ້ຍ 5,80%, ອາຍຸ 2 ປີ 6,90%, ອາຍຸ 3 ປີ 7,60%, ອາຍຸ 5 ປີ 7,75%, ອາຍຸ 7 ປີ 7,90% ແລະ ອາຍຸ 10 ປີ 8,15%.

ສ່ວນພັນທະບັດລັດຖະບານສະກຸນເງິນໂດລາອາຍຸ ປີມີອັດຕາດອກເບ້ຍ 5%, ອາຍຸ ປີ 5,50%, ອາຍຸ ປີ 6%, ອາຍຸ ປີ 7%, ອາຍຸ 7,50% ແລະ ອາຍຸ 10 ປີ 8%. ທັງໝົດນີ້, ກະຊວງການເງິນຕາງໜ້າໃຫ້ລັດຖະບານລາວມີແຜນຈະນໍາເງິນໄປໃຊ້ເຂົ້າໃນການບໍລິຫານທົ່ວໄປຂອງລັດຖະບານ ດັດສົມງົບປະມານ ແລະ ລົງທຶນຕາມໂຄງການຕ່າງໆຂອງລັດຖະບານ.